Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 57:5 - ພຣະຄຳພີສັກສິ

5 ພວກເຈົ້າ​ຂາບໄຫວ້​ບັນດາ​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ ໂດຍ​ສົມສູ່​ກັນ​ທາງເພດ​ຢູ່​ລຸ່ມ​ຕົ້ນໄມ້​ສັກສິດ​ຂອງ​ພວກເຈົ້າ. ພວກເຈົ້າ​ຖວາຍ​ລູກ​ຂອງ​ພວກເຈົ້າ​ເປັນ​ເຄື່ອງບູຊາ​ຢູ່​ໃນ​ຖໍ້າ​ຫີນ​ຂ້າງ​ຫ້ວຍນໍ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 57:5
32 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຮູບເຄົາຣົບ, ຕັ້ງ​ເສົາ​ຫີນ​ສັກສິດ​ຂຶ້ນ ແລະ​ສ້າງ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ຂຶ້ນ​ຢູ່​ເທິງ​ພູ ແລະ​ຢູ່​ກ້ອງ​ຕົ້ນໄມ້.


ພວກເຂົາ​ໄດ້​ຕັ້ງ​ເສົາ​ສັກສິດ ແລະ​ຮູບ​ເຈົ້າແມ່​ອາເຊຣາ ໄວ້​ຕາມ​ເທິງ​ເນີນພູ​ຕ່າງໆ ແລະ​ຢູ່​ໃຕ້​ຕົ້ນໄມ້​ໃຫຍ່​ທຸກ​ກົກ.


ການ​ທີ່​ນະຄອນ​ຊາມາເຣຍ​ແຕກ​ກໍ​ຍ້ອນ​ຊາວ​ອິດສະຣາເອນ ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ອົງ​ທີ່​ຊ່ວຍກູ້​ເອົາ​ພວກເຂົາ​ອອກ​ຈາກ​ອຳນາດ​ຂອງ​ກະສັດ​ແຫ່ງ​ເອຢິບ ແລະ​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ


ກະສັດ​ໂຢສີຢາ​ຍັງ​ໄດ້​ທຳລາຍ​ໂຕເຟັດ ບ່ອນ​ຂາບໄຫວ້​ຮູບ​ພະຕ່າງໆ​ຂອງ​ຊາວ​ຕ່າງຊາດ​ທີ່​ຮ່ອມພູ​ຮິນໂນມ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ລູກຊາຍ ຫລື​ລູກສາວ​ຂອງຕົນ​ໄປ​ເຜົາ​ຖວາຍບູຊາ​ໃຫ້​ພະ​ໂມເລັກ.


ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ ແລະ​ເຜົາ​ແມ່ນແຕ່​ລູກຊາຍ​ຂອງ​ຕົນເອງ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບເຄົາຣົບ ຕາມ​ຮີດຄອງ​ອັນ​ໜ້າລັງກຽດ​ຂອງ​ຊາວ​ຕ່າງຊາດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ໃນ​ມື້​ຕໍ່ມາ ພວກເຂົາ​ໄດ້​ຕື່ນ​ແຕ່​ເຊົ້າໆ ພວກເຂົາ​ໄດ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ແລະ​ນຳ​ເອົາ​ສັດ​ໂຕ​ອື່ນ​ມາ​ຂ້າ​ກິນ​ເພື່ອ​ຄວາມ​ສາມັກຄີທຳ. ປະຊາຊົນ​ຕ່າງ​ກໍໄດ້​ນັ່ງ​ລົງ​ກິນ​ແລະ​ດື່ມ ຊຶ່ງ​ຕໍ່ມາ​ກໍ​ໄດ້​ມີ​ການ​ເຕັ້ນລຳ​ຖວາຍ​ບູຊາ​ຮູບເຄົາຣົບ​ຢ່າງ​ເຖິງ​ໃຈ.


ພວກເຈົ້າ​ຈະ​ເສຍໃຈ​ທີ່​ໄດ້​ຂາບໄຫວ້​ຕົ້ນໄມ້ ແລະ​ປຸກສ້າງ​ບ່ອນ​ສັກສິດ​ໃນ​ສວນ.


ປະຊາຊົນ​ຂອງເຈົ້າ​ຂາບໄຫວ້​ທີ່​ແທ່ນບູຊາ​ແລະ​ທີ່​ເສົາ​ໄມ້​ສັກສິດ ອັນ​ເປັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ, ຕາມ​ກ້ອງ​ກົກໄມ້​ໃບຂຽວ, ຕາມ​ເນີນ​ທີ່ສູງ​ຕ່າງໆ,


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຊາດ​ອິດສະຣາເອນ​ເອີຍ ເຫິງນານ​ແລ້ວ ທີ່​ເຈົ້າ​ບໍ່​ຍອມ​ຢູ່​ໃຕ້​ສິດ​ອຳນາດ​ຂອງເຮົາ ບໍ່​ເຊື່ອຟັງ​ເຮົາ​ແລະ​ນະມັດສະການ​ເຮົາ​ດ້ວຍ. ທີ່​ເນີນ​ທີ່ສູງ​ແຕ່ລະ​ໜ່ວຍ ທີ່​ກ້ອງ​ຕົ້ນໄມ້​ແຕ່ລະກົກ ເຈົ້າ​ຂາບໄຫວ້​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ທັງນັ້ນ.


ຂໍ​ພຽງແຕ່​ເຈົ້າ​ຍອມ​ຮັບຮູ້​ວ່າ​ເຈົ້າ​ໄດ້​ກະທຳ​ຜິດ ແລະ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເທົ່ານັ້ນ. ຈົ່ງ​ສາລະພາບ​ວ່າ ຢູ່​ກ້ອງ​ຕົ້ນໄມ້​ໃບຂຽວ​ທຸກ​ຕົ້ນ​ເຈົ້າ​ໄດ້​ມອບ​ຄວາມຮັກ​ໃຫ້​ແກ່​ບັນດາ​ພະ​ຕ່າງຊາດ ແລະ​ເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຕ່າງໆ​ຂອງເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ເມື່ອ​ໂຢສີຢາ​ຂຶ້ນ​ເປັນ​ກະສັດ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ບໍ່​ເຫັນ​ຫລື​ວ່າ​ອິດສະຣາເອນ ຍິງ​ທີ່​ບໍ່​ສັດຊື່​ໄດ້​ເຮັດ​ແນວໃດ? ອິດສະຣາເອນ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແລະ​ຕາມ​ເນີນ​ທີ່ສູງ​ກັບ​ຢູ່​ກ້ອງ​ກົກໄມ້​ໃບຂຽວ​ທຸກໆ​ກົກ ນາງ​ໄດ້​ເຮັດ​ດັ່ງ​ຍິງ​ແມ່ຈ້າງ.


ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ​ໃນ​ຮ່ອມພູ​ຮິນໂນມ ເພື່ອ​ຖວາຍບູຊາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ​ໃຫ້​ພະ​ໂມເລັກ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ສິ່ງນີ້ ແລະ​ແມ່ນແຕ່​ໃນ​ຄວາມ​ນຶກຄິດ​ຂອງເຮົາ​ກໍ​ບໍ່ມີ​ສິ່ງນີ້​ເລີຍ. ການກະທຳ​ອັນ​ໜ້າລັງກຽດ​ຂອງ​ພວກເຂົາ​ນີ້​ຈະ​ພາ​ໃຫ້​ຊາວ​ຢູດາ​ເຮັດ​ບາບ.”


ໃຫ້​ຄວາມ​ແຫ້ງແລ້ງ​ມາ​ສູ່​ດິນແດນ​ນີ້​ສາ ໃຫ້​ແມ່ນໍ້າ​ໃນ​ປະເທດ​ນີ້​ບົກແຫ້ງ​ໝົດ. ບາບີໂລນ​ມີ​ຮູບເຄົາຣົບ​ໜ້າຢ້ານ​ຫລວງຫລາຍ ຊຶ່ງ​ເຮັດ​ໃຫ້​ຄົນ​ຫລົງໄຫລ​ພາກັນ​ເປັນ​ບ້າ​ຍ້ອນ.


ບາບີໂລນ​ເປັນ​ດັ່ງ​ຈອກຄຳ​ໃນ​ກຳມື​ຂອງ​ພຣະເຈົ້າຢາເວ ໂດຍ​ເຮັດ​ໃຫ້​ທັງໂລກ​ຕ້ອງ​ມືນເມົາ. ບັນດາ​ຊົນຊາດ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ​ນັ້ນ ແລ້ວ​ກໍ​ໝົດ​ສະຕິ​ໄປ.


ໃນ​ຮ່ອມພູ​ຮິນໂນມ ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ຄົນ​ເອີ້ນ​ວ່າ​ໂຕເຟັດ ເພື່ອ​ວ່າ​ພວກເຂົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ມາ​ເຜົາບູຊາ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້. ແມ່ນແຕ່​ໃນ​ຄວາມຄິດ​ຂອງເຮົາ​ກໍ​ບໍ່ເຄີຍ​ມີ​ເຊັ່ນນັ້ນ​ເລີຍ.”


ແລ້ວ​ເຈົ້າ​ກໍ​ເອົາ​ບັນດາ​ລູກຊາຍ​ແລະ​ລູກສາວ​ທີ່​ເກີດ​ໃຫ້​ເຮົາ​ນັ້ນ ໄປ​ຖວາຍ​ແກ່​ບັນດາ​ຮູບເຄົາຣົບ​ເພື່ອ​ເປັນ​ເຄື່ອງບູຊາ. ການ​ທີ່​ເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ​ນັ້ນ​ຍັງ​ບໍ່​ເປັນ​ການ​ພຽງພໍ​ບໍ?


ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ເປັນ​ມົນທິນ​ກັບ​ເຄື່ອງຖວາຍ​ຕ່າງໆ​ຂອງ​ພວກເຂົາ​ເອງ; ແລະ​ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ຖວາຍບູຊາ​ລູກຊາຍກົກ​ຂອງ​ພວກເຂົາ. ອັນນີ້​ແມ່ນ​ເພື່ອ​ລົງໂທດ​ພວກເຂົາ ແລະ​ສະແດງ​ໃຫ້​ພວກເຂົາ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເຮົາ​ໄດ້​ນຳ​ພວກເຂົາ​ໄປ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້. ເມື່ອ​ພວກເຂົາ​ໄດ້​ເຫັນ​ເນີນພູ​ສູງ ແລະ​ຕົ້ນໄມ້​ໃບຂຽວ ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ສິ່ງ​ເຫຼົ່ານັ້ນ. ພວກເຂົາ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ດ້ວຍ​ເຄື່ອງບູຊາ​ຕ່າງໆ​ທີ່​ພວກເຂົາ​ໄດ້​ເຜົາ ແລະ​ດ້ວຍ​ເຫຼົ້າ​ອະງຸ່ນ​ທີ່​ພວກເຂົາ​ໄດ້​ເທ​ລົງ​ເປັນ​ເຄື່ອງບູຊາ.


ແມ່ນແຕ່​ທຸກ​ວັນ​ນີ້ ພວກເຈົ້າ​ກໍ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແບບ​ດຽວ​ກັນ ແລະ​ພວກເຈົ້າ​ເອງ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ມົນທິນ ໂດຍ​ຖວາຍ​ລູກ​ຂອງ​ພວກເຈົ້າ​ເຜົາ​ໄຟ​ໃຫ້​ແກ່​ພວກ​ມັນ. ແຕ່​ບັດນີ້ ພວກເຈົ້າ​ຊາວ​ອິດສະຣາເອນ​ຍັງ​ຖາມ​ວ່າ ຄວາມປະສົງ​ຂອງເຮົາ​ແມ່ນ​ຫຍັງ? ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຈະ​ບໍ່​ໃຫ້​ພວກເຈົ້າ​ຖາມ​ເຮົາ​ສິ່ງໃດໆ​ສັນນັ້ນ.


ຊາກສົບ​ທັງຫລາຍ​ຈະ​ກະຈັດ​ກະຈາຍ ປະປົນ​ຢູ່​ກັບ​ຮູບເຄົາຣົບ​ຕ່າງໆ​ອ້ອມ​ແທ່ນບູຊາ ມັນ​ຈະ​ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ເນີນພູ​ສູງ, ຢູ່​ເທິງ​ຈອມພູ​ທຸກໆໜ່ວຍ, ຢູ່​ກ້ອງ​ຕົ້ນໄມ້​ໃບຂຽວ ແລະ​ຕົ້ນໂອກ​ທຸກ​ຕົ້ນ ຄື​ຢູ່​ໃນ​ທຸກ​ບ່ອນ​ທີ່​ພວກເຂົາ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ຮູບເຄົາຣົບ​ຂອງ​ພວກເຂົາ. ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຢ່າ​ຖວາຍ​ລູກ​ຂອງ​ພວກເຈົ້າ ເປັນ​ເຄື່ອງມື​ໃນ​ການ​ຂາບໄຫວ້​ພະ​ໂມເລັກ ເພາະ​ມັນ​ນຳ​ຄວາມ​ເສື່ອມເສຍ​ມາ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ເຈົ້າ, ເຮົາ​ແມ່ນ​ພຣະເຈົ້າຢາເວ.


ມີ​ຊາວ​ອິດສະຣາເອນ​ຜູ້ໜຶ່ງ​ໄດ້​ນຳ​ຍິງ​ຊາວ​ມີດີອານ​ຜູ້ໜຶ່ງ ເຂົ້າ​ໄປ​ໃນ​ເຕັນ​ຂອງຕົນ​ຕໍ່ໜ້າ​ໂມເຊ ແລະ​ຊຸມຊົນ​ທັງໝົດ ໃນ​ຂະນະທີ່​ກຳລັງ​ໄວ້ທຸກ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ຢຶດຄອງ​ນີ້ ຈົ່ງ​ທຳລາຍ​ບ່ອນ​ຂາບໄຫວ້​ພະ​ຕ່າງໆ​ຂອງ​ປະຊາຊົນ​ໃຫ້​ໝົດ ບໍ່​ວ່າ​ບ່ອນ​ນັ້ນ​ຈະ​ຢູ່​ເທິງ​ພູເຂົາ​ສູງ ທີ່​ເທິງ​ເນີນພູ ແລະ​ຢູ່​ກ້ອງ​ຕົ້ນໄມ້​ໃບ​ຂຽວ​ກໍຕາມ.


ເພາະວ່າ​ປະຊາຊາດ​ທັງປວງ​ໄດ້​ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫລືອເກີນ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນະຄອນ​ນັ້ນ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ພໍ່ຄ້າ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ໄດ້​ລໍ້າລວຍ​ດ້ວຍ​ຊັບ​ອັນ​ຟຸມເຟືອຍ​ຂອງ​ນະຄອນ​ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka