21 ພຣະເຈົ້າຂອງເຮົາກ່າວວ່າ, “ຄົນຊົ່ວຮ້າຍຈະບໍ່ໄດ້ຮັບສັນຕິສຸກຈັກເທື່ອ.”
ກະສັດໂຢຣາມຖາມລາວວ່າ, “ທ່ານມາຢ່າງສັນຕິຫລືບໍ່?” ເຢຮູຕອບວ່າ, “ຈະມີສັນຕິໄດ້ຢ່າງໃດ ເມື່ອຍັງມີການຝຶກເວດມົນກົນຄາຖາ ແລະການຂາບໄຫວ້ຮູບພະທີ່ເຢເຊເບນແມ່ຂອງທ່ານໄດ້ເລີ່ມຂຶ້ນ?”
ແຕ່ຄົນຊົ່ວຊ້າ ພັດໄດ້ຮັບຄວາມຫາຍຍະນະ; ສິ່ງທີ່ພວກເຂົາໄດ້ກະທຳໃຫ້ຜູ້ອື່ນນັ້ນ ບັດນີ້ ສິ່ງນັ້ນໄດ້ຕາມມາສະໜອງພວກເຂົາເອງ.
ພຣະເຈົ້າຢາເວກ່າວວ່າ, “ຄວາມປອດໄພ ຈະບໍ່ມີສຳລັບພວກຄົນຊົ່ວຮ້າຍ.”
ຂ້ານ້ອຍກ່າວວ່າ, “ຂ້ານ້ອຍເຮັດວຽກ ແຕ່ກໍບໍ່ມີປະໂຫຍດ ຂ້ານ້ອຍໃຊ້ກຳລັງ ແຕ່ກໍບໍ່ສຳເລັດຫຍັງຈັກຢ່າງ. ແຕ່ຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວປ້ອງກັນສິດ ພຣະອົງຈະໃຫ້ບຳເໜັດໃນສິ່ງທີ່ຂ້ານ້ອຍກະທຳນັ້ນ.
ແລະເມື່ອພວກເຈົ້າຢູ່ທີ່ໃດ ທີ່ນັ້ນຈະບໍ່ມີຄວາມປອດໄພເລີຍ. ທຸກສິ່ງທີ່ພວກເຈົ້າເຮັດນັ້ນ ລ້ວນແຕ່ບໍ່ຍຸດຕິທຳ. ພວກເຈົ້າເດີນຕາມທາງຄົດ ແລະຄົນທີ່ເດີນໄປຕາມທາງນັ້ນ ບໍ່ມີຜູ້ໃດເລີຍທີ່ຈະປອດໄພ.
ຄືບັນດາຜູ້ທຳນວາຍທີ່ຮັບຮອງວ່ານະຄອນເຢຣູຊາເລັມສະຫງົບສຸກ ທັງໆທີ່ບໍ່ໄດ້ເປັນໄປດັ່ງນັ້ນ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”