Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 57:2 - ພຣະຄຳພີສັກສິ

2 ພວກ​ທີ່​ດຳເນີນ​ຊີວິດ​ໃນ​ຄວາມ​ທ່ຽງທຳ​ຈະ​ພົບ​ສັນຕິສຸກ ແລະ​ການ​ພັກຜ່ອນ​ໃນ​ຄວາມຕາຍ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ເອຊາຢາ 57:2
19 Jak'a apnaqawi uñst'ayäwi  

ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ.


ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ເປັນ​ໂງ່ນຫີນ ຊຶ່ງ​ເພິ່ນ​ໄດ້​ສັ່ງ​ໃຫ້​ເຈາະ​ໄວ້​ສຳລັບ​ເພິ່ນ​ເອງ​ທີ່​ເມືອງ​ຂອງ​ດາວິດ. ພວກເຂົາ​ໄດ້​ໃຊ້​ເຄື່ອງເທດ​ກັບ​ນໍ້າມັນ​ຫອມ ຕົບແຕ່ງ​ຮ່າງກາຍ​ຂອງ​ເພິ່ນ​ສຳລັບ​ຝັງ ແລະ​ພວກເຂົາ​ໄດ້​ສ້າງ​ໄຟ​ກອງ​ໃຫຍ່​ສຳລັບ​ໄວ້ທຸກ​ໃຫ້​ເພິ່ນ.


ໃນ​ຂຸມຝັງສົບ​ນັ້ນ ຄົນຊົ່ວ​ໄດ້​ຢຸດ​ການຊົ່ວ​ຂອງຕົນ ຄົນ​ເຮັດ​ວຽກ​ໜັກ​ກໍ​ນອນ​ພັກຜ່ອນ​ໃນ​ທີ່ສຸດ​ໄດ້.


ຈົ່ງ​ແລ​ເບິ່ງ​ຄົນ​ດີ​ແລະ​ສັງເກດ​ເບິ່ງ​ຄົນ​ຊອບທຳ ຜູ້​ທີ່​ຮັກ​ສັນຕິສຸກ​ກໍ​ມີ​ລູກຫລານ​ຫລາຍ


ຮ່າງກາຍ​ຂອງ​ພວກເຮົາ​ຈະ​ກັບ​ເປັນ​ຂີ້ຝຸ່ນ​ດິນ​ອີກ ແລະ​ຈິດວິນຍານ​ຂອງ​ພວກເຮົາ​ກໍ​ຈະ​ກັບຄືນ​ໄປ​ຫາ​ພຣະເຈົ້າ ຜູ້​ຊົງ​ປະທານ​ໃຫ້​ນັ້ນ.


ກະສັດ​ໝົດ​ທົ່ວ​ທັງໂລກ​ນອນ​ຢູ່​ໃນ​ຂຸມຝັງສົບ​ອັນ​ງົດງາມ


ທາງ​ຂອງ​ຄົນ​ຊອບທຳ​ກໍ​ຮາບພຽງ​ດີ ພຣະອົງ​ຊົງ​ສັດຊື່​ກໍຊົງ​ກະທຳ​ໃຫ້​ທາງ​ແຫ່ງ​ຄວາມ​ຊອບທຳ​ຮາບກ້ຽງ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຢຸດ​ຢູ່​ທີ່​ທາງ​ສີ່​ແຍກ​ແລະ​ແນມ​ເບິ່ງ. ຈົ່ງ​ຖາມ​ຫາ​ຫົນທາງ​ດັ້ງເດີມ​ແລະ​ຫົນທາງ​ອັນ​ດີເລີດ​ນັ້ນ​ວ່າ​ຢູ່​ໃສ. ຈົ່ງ​ເດີນ​ໄປ​ຕາມ​ທາງນັ້ນ​ແລະ​ພວກເຈົ້າ​ກໍ​ຈະ​ພົບ​ຄວາມ​ຢູ່ເຢັນ​ເປັນສຸກ.” ແຕ່​ພວກເຂົາ​ເວົ້າ​ວ່າ, “ບໍ່ ພວກເຮົາ​ຈະ​ບໍ່​ເຮັດ​ດອກ.”


ຊາວ​ເອລາມ​ນອນ​ຕາຍ​ຢູ່​ທ່າມກາງ​ພວກ​ທີ່​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ຂຸມຝັງສົບ​ຂອງ​ບັນດາ​ທະຫານ​ຂອງຕົນ​ກໍ​ອ້ອມຮອບ​ຕົນ​ຢູ່. ພວກເຂົາ​ລ້ວນແຕ່​ບໍ່ໄດ້​ຮັບ​ພິທີຕັດ ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ. ເວລາ​ຍັງ​ມີ​ຊີວິດ​ຢູ່​ນັ້ນ ພວກເຂົາ​ໄດ້​ແຜ່​ຄວາມ​ຢ້ານກົວ​ອັນ​ໃຫຍ່; ແຕ່​ບັດນີ້​ພວກເຂົາ​ກໍ​ນອນ​ຕາຍ​ແລະ​ຖືກ​ຫຍໍ້ຫຍັນ ໂດຍ​ຮ່ວມ​ຊາຕາກຳ​ກັບ​ພວກ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.


ດານີເອນ​ເອີຍ ເຈົ້າ​ຈົ່ງ​ສັດຊື່​ຕໍ່ໄປ​ຈົນເຖິງ​ທີ່ສຸດ. ແລ້ວ​ເຈົ້າ​ກໍ​ຈະ​ຕາຍໄປ; ແຕ່​ເຈົ້າ​ຈະ​ລຸກ​ຂຶ້ນ​ມາ​ເພື່ອ​ຮັບ​ເອົາ​ບຳເໜັດ​ຂອງເຈົ້າ​ໃນ​ເວລາ​ສິ້ນສຸດ​ໂລກ.”


ນາຍ​ຂອງ​ລາວ​ກ່າວ​ວ່າ, ‘ດີ​ແລ້ວ​ຄົນ​ຮັບໃຊ້​ທີ່​ດີ​ແລະ​ສັດຊື່​ເອີຍ ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ຮັບຜິດຊອບ​ດູແລ​ສິ່ງ​ຂອງ​ຫລາຍ​ຢ່າງ, ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ເຮົາ​ເຖີດ.’


ສອງ​ຜົວ​ເມຍ​ນີ້​ດຳເນີນ​ຊີວິດ​ຢ່າງ​ຖືກຕ້ອງ​ຕໍ່​ສາຍ​ພຣະເນດ​ຂອງ​ພຣະເຈົ້າ ໂດຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ບໍ່ມີ​ທີ່ຕິ.


ຢູ່​ມາ ຄົນ​ຍາກຈົນ​ຜູ້ນັ້ນ​ກໍ​ຕາຍ ແລະ​ຝູງ​ເທວະດາ​ໄດ້​ຮັບ​ເອົາ​ລາວ​ໄປ​ໄວ້ ຢູ່​ໃນ​ອ້ອມເອິກ​ຂອງ​ອັບຣາຮາມ ຝ່າຍ​ເສດຖີ​ນັ້ນ​ກໍ​ຕາຍ​ເໝືອນກັນ ແລ້ວ​ເຂົາ​ກໍ​ຝັງ​ໄວ້.


“ຂ້າແດ່​ພຣະອົງເຈົ້າ ບັດນີ້​ພຣະອົງ​ໄດ້​ໃຫ້​ຂ້ອຍໃຊ້​ ຂອງ​ພຣະອົງ ໄປ​ເປັນສຸກ​ຕາມ​ພຣະທຳ​ຂອງ​ພຣະອົງ


ພຣະເຢຊູເຈົ້າ​ກ່າວ​ແກ່​ຍິງ​ນັ້ນ​ວ່າ, “ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ພົ້ນ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ​ເທີ້ນ.”


ເພາະ​ເຮົາ​ຮູ້​ແລ້ວ​ວ່າ, ຖ້າ​ວ່າ​ເຮືອນ​ຂອງເຮົາ​ໃນ​ໂລກນີ້ ຄື​ຮ່າງກາຍ​ນັ້ນ​ໄດ້​ຖືກ​ມ້າງ​ລົງ​ເສຍ ເຮົາ​ກໍ​ຍັງ​ມີ​ບ່ອນ​ຢູ່​ອາໄສ ຊຶ່ງ​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້​ເປັນ​ບ່ອນ​ຢູ່​ທີ່​ບໍ່ໄດ້​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຊົງ​ຕັ້ງ​ຢູ່​ຖາວອນ​ເປັນນິດ​ໃນ​ສະຫວັນ.


ພວກເຮົາ​ມີ​ໃຈ​ກ້າ​ຢ່າງ​ເຕັມປ່ຽມ ແລະ​ພໍໃຈ​ຢາກ​ຈະ​ອອກ​ຈາກ​ເຮືອນ ຄື​ຮ່າງກາຍ​ນີ້ ໄປ​ຢູ່​ເຮືອນ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ກໍດີກວ່າ.


ເຮົາ​ລັ່ງເລ​ໃຈ​ຢູ່​ໃນ​ລະຫວ່າງ​ສອງ​ຝ່າຍ​ນີ້ ຄື​ວ່າ​ເຮົາ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ຈາກ​ໄປ ເພື່ອ​ຢູ່​ກັບ​ພຣະຄຣິດ ຊຶ່ງ​ປະເສີດ​ຫລາຍກວ່າ,


ແລະ​ຂ້າພະເຈົ້າ​ໄດ້ຍິນ​ພຣະ​ສຸລະສຽງ​ຈາກ​ສະຫວັນ ຊົງ​ສັ່ງ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ ‘ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງແຕ່​ນີ້​ໄປ​ກໍ​ເປັນ​ສຸກ.”’ ແລະ​ພຣະວິນຍານ​ຊົງ​ຢືນຢັນ​ວ່າ, “ຈິງ​ຢູ່​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ພັກຜ່ອນ​ຈາກ​ການ​ເມື່ອຍຍາກ​ຂອງຕົນ ເພາະ​ການງານ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ ກໍ​ຕິດຕາມ​ພວກເຂົາ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka