18 ເຮົາເຫັນວ່າພວກເຂົາໄດ້ປະພຶດຕົນຢ່າງໃດ, ແຕ່ເຮົາກໍຈະປິ່ນປົວພວກເຂົາໃຫ້ດີ. ເຮົາຈະນຳພາແລະຊ່ວຍເຫລືອພວກເຂົາ ແລະເຮົາຈະເລົ້າໂລມອອຍໃຈຄົນທີ່ໂສກເສົ້າເສຍໃຈ.
ພຣະອົງໃຫ້ຂ້ານ້ອຍພັກເຊົາຢູ່ໃນທົ່ງຫຍ້າອັນຂຽວສົດ ພຣະອົງນຳພາຂ້ານ້ອຍໄປທີ່ບໍ່ນໍ້າອັນສົດໃສແລະມິດງຽບ.
ຂໍຊົງໂຜດໃຫ້ມີຄວາມຊົມຊື່ນກັບຄວາມພົ້ນຂອງພຣະອົງ ແລະໂຜດເຮັດໃຫ້ມີໃຈປະສົງເຊື່ອຟັງພຣະອົງດ້ວຍ.
ເມື່ອໃດທີ່ຂ້ານ້ອຍອຸກອັ່ງກັງວົນໃນຈິດໃຈ ພຣະອົງກໍເລົ້າໂລມຂ້ານ້ອຍໃຫ້ມີໃຈຊົມຊື່ນ.
ແຕ່ຜູ້ໃດຜູ້ໜຶ່ງທີ່ມີຊີວິດຢູ່ໃນໂລກຄົນເປັນນີ້ ກໍມີຄວາມຫວັງບາງຢ່າງ; ໝາທີ່ຍັງມີຊີວິດຢູ່ກໍດີກວ່າໂຕສິງທີ່ຕາຍໄປແລ້ວ.
ພຣະເຈົ້າຢາເວກ່າວວ່າ, “ບັດນີ້ ຈົ່ງມາຕົກລົງເລື່ອງລາວກັນເທາະ. ເຖິງແມ່ນວ່າບາບຂອງພວກເຈົ້ານັ້ນເປັນສີແດງເຂັ້ມ ແຕ່ເຮົາກໍຈະຊຳລະໃຫ້ຂາວສະອາດດັ່ງຫິມະ ເຖິງແມ່ນວ່າຮອຍເປິເປື້ອນຈະແດງເຂັ້ມ ພວກເຈົ້າກໍຈະຂາວສະອາດດັ່ງຂົນແກະ.
ເມື່ອເຖິງມື້ນັ້ນ ປະຊາຊົນຈະຮ້ອງລຳທຳເພງວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະສັນລະເສີນພຣະອົງ ພຣະອົງໄດ້ໂກດຮ້າຍຂ້ານ້ອຍ ແຕ່ບັດນີ້ພຣະອົງເລົ້າໂລມໃຈ ແລະບໍ່ໂກດຮ້າຍຕໍ່ໄປອີກແລ້ວ
ພຣະເຈົ້າຢາເວຈະລົງໂທດຊາວເອຢິບ, ແຕ່ຈະປິ່ນປົວພວກເຂົາໃຫ້ດີ. ພວກເຂົາຈະກັບມາຫາພຣະເຈົ້າຢາເວ ແລະພຣະອົງຈະຟັງຄຳພາວັນນາອະທິຖານ ແລະປິ່ນປົວພວກເຂົາໃຫ້ດີ.
ເຖິງປານນັ້ນກໍຕາມ ພຣະເຈົ້າຢາເວກໍຍັງລໍຖ້າ ເພື່ອໃຫ້ຄວາມເມດຕາແກ່ພວກເຈົ້າຢູ່. ພຣະອົງພ້ອມທີ່ຈະໃຫ້ຄວາມເມດຕາສົງສານແກ່ພວກເຈົ້າ ຍ້ອນພຣະເຈົ້າຢາເວແມ່ນພຣະເຈົ້າແຫ່ງການຕັດສິນ. ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະອົງ.
ດວງຈັນຈະສ່ອງແສງເຫລືອງເຫລື້ອມດັ່ງຕາເວັນ ແລະຕາເວັນກໍຈະສ່ອງແສງເຫລືອງເຫລື້ອມກວ່າປົກກະຕິເຖິງເຈັດເທົ່າ ດັ່ງແສງແຈ້ງຂອງເຈັດວັນສ່ອງໃສ່ວັນດຽວ. ເຫດການນີ້ຈະເກີດຂຶ້ນ ເມື່ອພຣະເຈົ້າຢາເວໃຊ້ຜ້າພັນບາດ ແລະປິ່ນປົວແຜ ຊຶ່ງພຣະອົງໄດ້ເຮັດໃຫ້ເກີດຂຶ້ນແກ່ປະຊາຊົນຂອງພຣະອົງ.
ພວກເຂົາຈະບໍ່ຫິວເຂົ້າ ແລະຢາກນໍ້າອີກຕໍ່ໄປ ຕາເວັນແລະຖິ່ນແຫ້ງແລ້ງກັນດານຈະບໍ່ທຳຮ້າຍ ດ້ວຍວ່າ, ພວກເຂົາມີຜູ້ນຳພາທີ່ຮັກແພງພວກເຂົາຫລາຍ ພຣະອົງຈະນຳພາພວກເຂົາໄປສູ່ບໍ່ນໍ້າພຸ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຄືຜູ້ທີ່ເຮັດໃຫ້ ພວກເຈົ້າໄດ້ກຳລັງເຂັ້ມແຂງຂຶ້ນໃໝ່. ເປັນຫຍັງພວກເຈົ້າຈຶ່ງຢ້ານມະນຸດທີ່ຕາຍເປັນ ພວກທີ່ບໍ່ຍືນຍົງລື່ນຕົ້ນຫຍ້າ?
ເທື່ອນີ້ບໍ່ຈຳເປັນຕ້ອງຟ້າວຟັ່ງອອກໄປ ພວກເຈົ້າບໍ່ຈຳເປັນຕ້ອງປົບໜີໄປດອກ ພຣະເຈົ້າຢາເວຈະນຳໜ້າອອກໄປ ພຣະອົງຈະປົກປັກຮັກສາພວກເຈົ້າຮອບດ້ານ.
ແຕ່ຍ້ອນການບາບຂອງພວກເຮົານັ້ນທ່ານຈຶ່ງໄດ້ຮັບບາດເຈັບ ຖືກຂ້ຽນຖືກຕີຍ້ອນການຊົ່ວຮ້າຍຂອງພວກເຮົາ. ພວກເຮົາໄດ້ຮັບການປິ່ນປົວໃຫ້ດີ ຍ້ອນໂທດກຳທີ່ທ່ານຮັບ ດີປົກກະຕິຍ້ອນການຕົບຕີທີ່ທ່ານຮັບເອົາ.
ເຮົາເປັນພຣະເຈົ້າອົງສູງສຸດ, ອົງບໍຣິສຸດ, ແລະອົງຊົງຊີວິດຢູ່ຕະຫລອດໄປ. ເຮົາຢູ່ໃນສະຖານທີ່ສູງສຸດແລະບໍຣິສຸດ; ແຕ່ເຮົາຢູ່ນຳປະຊາຊົນຜູ້ທີ່ຖ່ອມໃຈແລະຜູ້ທີ່ກັບໃຈໃໝ່ ເພື່ອວ່າເຮົາຈະໄດ້ຟື້ນຟູຈິດວິນຍານ ແລະຄວາມຫວັງຂອງພວກເຂົາຂຶ້ນໃໝ່.
ແລ້ວພຣະເຈົ້າຢາເວກໍຈະນຳພາເຈົ້າໄປສະເໝີ ແລະຈະໃຫ້ເຈົ້າໄດ້ອີ່ມໃຈກັບສິ່ງທີ່ດີທັງຫລາຍ. ເຮົາຈະຮັກສາເຈົ້າໃຫ້ເຂັ້ມແຂງແລະທັງຈະໃຫ້ຢູ່ດີກິນດີດ້ວຍ. ເຈົ້າຈະເປັນດັ່ງສວນທີ່ມີນໍ້າລໍ່ລ້ຽງຢ່າງອຸດົມສົມບູນ ເປັນດັ່ງນໍ້າພຸທີ່ບໍ່ແຫ້ງເປັນຈັກເທື່ອ.
ຖ້າພວກເຈົ້າບໍ່ຍອມຟັງຂ້າພະເຈົ້າກ່າວ ຂ້າພະເຈົ້າຈະລີ້ຮ້ອງໄຫ້ຍ້ອນພວກເຈົ້າຈອງຫອງ. ຂ້າພະເຈົ້າຈະຮ້ອງໄຫ້ຢ່າງຂົມຂື່ນນໍ້າຕາຫລັ່ງໄຫລ ເພາະປະຊາຊົນຂອງພຣະເຈົ້າຢາເວຖືກຈັບໄປເປັນຊະເລີຍສາແລ້ວ.
ພວກປະຊາຊົນທີ່ບໍ່ສັດຊື່ເອີຍ ຈົ່ງກັບຄືນມາ ເຮົາຈະປິ່ນປົວພວກເຈົ້າໃຫ້ດີຈາກການບໍ່ສັດຊື່. ພວກເຈົ້າກ່າວວ່າ, “ແມ່ນແລ້ວ ພວກຂ້ານ້ອຍກຳລັງມາຫາພຣະອົງ ເພາະພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.
ພຣະເຈົ້າຢາເວກ່າວວ່າ ເຮົາຈະໃຫ້ພວກເຈົ້າຫາຍດີ ແລະປິ່ນປົວບາດແຜ ເຖິງແມ່ນເຫຼົ່າສັດຕູເວົ້າກໍຕາມວ່າ, ‘ພູເຂົາຊີໂອນຖືກປະຖິ້ມ ແລະບໍ່ມີຜູ້ໃດສົນໃຈ.”’
ພຣະເຈົ້າຢາເວໄດ້ປາກົດແກ່ພວກເຂົາ ຈາກແດນໄກ. ຊາດອິດສະຣາເອນເອີຍ ເຮົາຮັກແພງເຈົ້າສະເໝີມາ. ດັ່ງນັ້ນ ເຮົາຈຶ່ງສືບຕໍ່ໃຫ້ຄວາມຮັກອັນໝັ້ນຄົງແກ່ເຈົ້າ.
ແຕ່ເຮົາຈະປິ່ນປົວເມືອງນີ້ ແລະປະຊາຊົນຂອງເຮົາ ແລະປົວແປງສຸຂະພາບຂອງພວກເຂົາຂຶ້ນໃໝ່. ເຮົາຈະໃຫ້ພວກເຂົາສະຫງົບສຸກແລະປອດໄພຢ່າງຫລວງຫລາຍ.
ພຣະເຈົ້າຢາເວໄດ້ຕອບເທວະດາຕົນທີ່ໄດ້ກ່າວກັບຂ້າພະເຈົ້າດ້ວຍຖ້ອຍຄຳເລົ້າໂລມໃຈ
ດັ່ງນັ້ນ ລາວຈຶ່ງລຸກຂຶ້ນ ຄືນເມືອຫາພໍ່ຂອງຕົນ. ຂະນະທີ່ຍັງຢູ່ຫ່າງໄກຈາກບ້ານພໍສົມຄວນ ພໍ່ກໍແນມເຫັນລາວ ແລ້ວມີຄວາມເມດຕາສົງສານ ຈຶ່ງແລ່ນອອກໄປກອດລູກໄວ້ດ້ວຍຄວາມຮັກແພງ.
ກົດບັນຍັດຖືກນຳເຂົ້າມາສູ່ໂລກ ກໍເພື່ອໃຫ້ການເຮັດຜິດຈະປາກົດຫລາຍຂຶ້ນ, ແຕ່ບ່ອນໃດມີບາບຫລາຍຂຶ້ນ ບ່ອນນັ້ນກໍມີພຣະຄຸນຂອງພຣະເຈົ້າຫລາຍເພີ່ມຂຶ້ນ.
ເພາະພຣະເມສານ້ອຍທີ່ປະທັບຢູ່ທ່າມກາງພຣະຣາຊບັນລັງນັ້ນ ຈະເປັນພຣະຜູ້ລ້ຽງຂອງພວກເຂົາ. ພຣະອົງຈະຊົງນຳພວກເຂົາໄປເຖິງບໍ່ນໍ້າພຸແຫ່ງຊີວິດ. ແລະພຣະເຈົ້າຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງພວກເຂົາ.”