14 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ໃຫ້ປະຊາຊົນຂອງເຮົາກັບມາຫາເຮົາສາ. ຈົ່ງຍົກຍ້າຍສິ່ງທີ່ກີດຂວາງທຸກຢ່າງຈາກທາງຂອງພວກເຂົາ ຈົ່ງສ້າງຖະໜົນແລະຕຽມຫົນທາງໃຫ້ພ້ອມເຖີດ.
ຈົ່ງຮ້ອງເພງແດ່ພຣະເຈົ້າ ຈົ່ງຮ້ອງເພງຍ້ອງຍໍສັນລະເສີນພຣະນາມຂອງພຣະອົງ ຈົ່ງຕຽມທາງໃຫ້ຜູ້ຊົງຂີ່ເມກເປັນພາຫະນະ. ພຣະເຈົ້າຢາເວແມ່ນນາມຂອງພຣະອົງ ຈົ່ງຊົມຊື່ນຍິນດີຢູ່ຊ້ອງໜ້າພຣະອົງເຖີດ.
ທາງຫລວງສາຍໜຶ່ງຈະຖືກສ້າງຂຶ້ນມາ ທີ່ມີຊື່ວ່າ, “ທາງແຫ່ງຄວາມບໍຣິສຸດ” ອັນແທ້ຈິງ. ຈະບໍ່ມີຄົນບາບເດີນໄປໃນທາງນັ້ນເລີຍ ແມ່ນແຕ່ຄົນໂງ່ກໍຈະບໍ່ຫລົງໃນທາງນັ້ນ.
ຍັງມີສຽງໜຶ່ງນັ້ນຮ້ອງດັງອອກມາວ່າ “ຈົ່ງຕຽມທາງໃນຖິ່ນແຫ້ງແລ້ງກັນດານໃຫ້ພ້ອມ ຈົ່ງຕຽມຫົນທາງນັ້ນໄວ້ສຳລັບພຣະເຈົ້າຢາເວເດີ ຈົ່ງແປງທາງໃນທະເລຊາຍສຳລັບພຣະເຈົ້າຂອງພວກເຮົາ
ເຮົາຈະສ້າງທາງຫລວງຂ້າມພູເຂົາທັງຫລາຍ ຕຽມຫົນທາງເພື່ອປະຊາຊົນຂອງເຮົາທຽວໄດ້.
ຊາວເຢຣູຊາເລັມເອີຍ ຈົ່ງອອກໄປຈາກນະຄອນ ແລະສ້າງທາງສຳລັບປະຊາຊົນທີ່ກຳລັງກັບມານັ້ນ. ຈົ່ງຕຽມທາງຫລວງໄວ້ ແລະເກັບຫີນອອກໃຫ້ໝົດ ເຮັດເຄື່ອງໝາຍເພື່ອຊົນຊາດທັງຫລາຍຈະໄດ້ຮູ້
ແຕ່ປະຊາຊົນຂອງເຮົາກັບໄດ້ລືມໄລເຮົາໄປ ພວກເຂົາໄດ້ເຜົາເຄື່ອງຫອມບູຊາແກ່ຮູບເຄົາຣົບ. ພວກເຂົາຕ່າງກໍໄດ້ພາກັນເຕະສະດຸດ ຕາມວິທີທາງທີ່ພວກເຂົາເດີນໄປນັ້ນ. ພວກເຂົາບໍ່ໄດ້ເຮັດຕາມທາງເດີມອີກຕໍ່ໄປ ພວກເຂົາແວ່ໄປຕາມທາງຊອຍທີ່ບໍ່ໄດ້ຂີດໝາຍໄວ້ໃຫ້.
ເຫດສະນັ້ນ ພວກເຮົາຢ່າກ່າວໂທດໃສ່ກັນແລະກັນອີກຕໍ່ໄປ, ແຕ່ຈົ່ງຕັດສິນໃຈເຮັດດັ່ງນີ້ກໍດີກວ່າ ຄືຢ່າເອົາສິ່ງໃດສິ່ງໜຶ່ງທີ່ເຮັດໃຫ້ພີ່ນ້ອງຊູນສະດຸດ ຫລືລົ້ມລົງໃນບາບ ມາຂວາງທາງພີ່ນ້ອງ.
ແຕ່ສຳລັບພວກເຮົາແລ້ວ ພວກເຮົາປະກາດເລື່ອງພຣະຄຣິດ ຜູ້ຖືກຄຶງໄວ້ທີ່ໄມ້ກາງແຂນນັ້ນ ອັນເປັນເລື່ອງທີ່ພວກຢິວຊຸນສະດຸດ ແລະເປັນເລື່ອງທີ່ພວກຕ່າງຊາດຖືວ່າໂງ່,
ເພາະສະນັ້ນ ຖ້າອາຫານເປັນເຫດເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ ເຮົາກໍຈະບໍ່ກິນຊີ້ນຕະຫລອດໄປ ເພື່ອວ່າຈະບໍ່ໄດ້ເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ.
ແຕ່ຈົ່ງລະວັງໃຫ້ດີ ຢ່າໃຫ້ການໃຊ້ເສລີພາບຂອງພວກເຈົ້າ ເປັນເຫດໃຫ້ຄົນທີ່ມີຄວາມເຊື່ອອ່ອນສະດຸດໃຈ.
ພວກເຮົາບໍ່ໄດ້ເຮັດໃຫ້ຜູ້ໃດຊຸນສະດຸດໃຈຈັກຢ່າງ ເພື່ອບໍ່ໃຫ້ການທີ່ພວກເຮົາຮັບໃຊ້ປະຕິບັດນັ້ນ ເປັນທີ່ຕິຕຽນໄດ້.
ຈົ່ງກ້າວໄປຕາມເສັ້ນທາງອັນຖືກຕ້ອງ ເພື່ອວ່າຕີນທີ່ພິການນັ້ນ ຈະບໍ່ພິກໂບກ ແຕ່ຈະດີເປັນປົກກະຕິ.