Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 57:13 - ພຣະຄຳພີສັກສິ

13 ເມື່ອ​ພວກເຈົ້າ​ຮ້ອງ​ຫາ​ໃຫ້​ຊ່ວຍເຫລືອ ຈົ່ງ​ໃຫ້​ບັນດາ​ຮູບພະ​ຂອງ​ພວກເຈົ້າ​ຊ່ວຍເຫລືອ​ພວກເຈົ້າ​ສາ ລົມພະຍຸ​ພັດ​ມາ​ພຽງ​ເທື່ອດຽວ​ກໍ​ຈະ​ກວາດ​ເອົາ​ບັນດາ​ຮູບພະ​ເຫຼົ່ານີ້​ໄປ​ໝົດ ແຕ່​ພວກ​ທີ່​ໄວ້ວາງໃຈ​ໃນ​ເຮົາ​ຈະ​ອາໄສ​ຢູ່​ໃນ​ດິນແດນ ແລະ​ຈະ​ນະມັດສະການ​ເຮົາ​ຢູ່​ໃນ​ພຣະວິຫານ​ຂອງເຮົາ.”

Uka jalj uñjjattʼäta Copia luraña




ເອຊາຢາ 57:13
39 Jak'a apnaqawi uñst'ayäwi  

ເອລີຊາ​ກ່າວ​ຕໍ່​ກະສັດ​ແຫ່ງ​ອິດສະຣາເອນ​ວ່າ, “ຂ້ານ້ອຍ​ຈະ​ຊ່ວຍ​ທ່ານ​ເຮັດ​ຫຍັງ? ຈົ່ງ​ໄປ​ປຶກສາ​ພວກ​ຜູ້ທຳນວາຍ​ເຫຼົ່ານັ້ນ ທີ່​ພໍ່​ແມ່​ຂອງທ່ານ​ເຄີຍ​ໄດ້​ປຶກສາ​ນັ້ນ​ສາ.” ແຕ່​ກະສັດ​ໂຢຣາມ​ຕອບ​ວ່າ, “ບໍ່ໄດ້​ດອກ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ມອບ​ພວກເຮົາ​ກະສັດ​ສາມ​ຄົນ​ນີ້ ໄວ້​ໃນ​ກຳມື​ຂອງ​ກະສັດ​ແຫ່ງ​ໂມອາບ.”


ພຣະອົງ​ພັດ​ພວກເຂົາ​ຖິ້ມ​ດັ່ງ​ຂີ້ແກບ​ຖືກ​ລົມ​ພັດ​ບໍ? ດັ່ງ​ພະຍຸບ້າ​ພັດ​ຂີ້ຝຸ່ນ​ຟົ້ງ​ກະເດັນ​ໜີໄປ​ຫລືບໍ່?


ແຕ່​ຄົນ​ຊົ່ວຮ້າຍ​ບໍ່​ເປັນ​ດັ່ງນັ້ນ​ເລີຍ ເປັນ​ດັ່ງ​ຂີ້ແກບ​ທີ່​ລົມ​ພັດ​ປີວໄປ.


ການ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ເປັນ​ການດີ ດີກວ່າ​ທີ່​ຈະ​ເພິ່ງພາ​ອາໄສ​ມະນຸດ.


ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ກໍ​ເປັນ​ດັ່ງ​ພູເຂົາ​ຊີໂອນ ທີ່​ບໍ່ມີ​ຫຍັງ​ເຮັດ​ໃຫ້​ສະເທືອນ ແລະ​ເຄື່ອນຍ້າຍ​ໄດ້.


ແຕ່​ຜູ້​ຖ່ອມຕົວ​ຈະ​ໄດ້​ຮັບ​ດິນແດນ​ເປັນ​ມໍຣະດົກ ທັງ​ຊື່ນໃຈ​ຍິນດີ​ຢູ່​ກັບ​ຄວາມຮັ່ງມີ​ແລະ​ມີ​ສັນຕິສຸກ​ດ້ວຍ.


ຄົນ​ມີ​ພຣະພອນ​ຂອງ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ດິນແດນ​ເປັນ​ມໍຣະດົກ ແຕ່​ຄົນ​ທີ່​ຖືກ​ສາບແຊ່ງ ຈະ​ຖືກ​ຂັບໄລ່​ໜີໄປ​ສິ້ນ.


ຄົນ​ຊອບທຳ​ຈະ​ໄດ້​ຮັບ​ດິນແດນ​ເປັນ​ມໍຣະດົກ ແລະ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ສືບໄປ​ເປັນນິດ.


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ແລະ​ເຮັດ​ດີ ຈົ່ງ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ​ເຖີດ.


ຈົ່ງ​ມີ​ຄວາມຫວັງ​ໃນ​ພຣະເຈົ້າຢາເວ ແລະ​ຈົ່ງ​ເຊື່ອຟັງ​ຂໍ້ຄຳສັ່ງ​ເຖີດ; ພຣະອົງ​ຈະ​ໃຫ້ກຽດ​ເຈົ້າ​ໂດຍ​ໄດ້​ຮັບ​ດິນແດນ ເຈົ້າ​ຈະ​ເຫັນ​ຄົນຊົ່ວ​ຖືກ​ຂັບໄລ່​ອອກໄປ​ສິ້ນ.


ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ດິນແດນ​ເປັນ​ກຳມະສິດ ແຕ່​ຄົນຊົ່ວຮ້າຍ​ຈະ​ຖືກ​ຂັບໄລ່​ໜີໄປ​ໝົດສິ້ນ.


ກ່ອນ​ທີ່​ພວກເຂົາ​ຈະ​ຮູ້​ເຖິງ​ການ​ນີ້ ພວກເຂົາ​ໄດ້​ຖືກ​ຕັດ​ຖິ້ມ​ດັ່ງ​ຕົ້ນຫຍ້າ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ ພຣະອົງ​ຈະ​ເປົ່າ​ພວກເຂົາ​ອອກ​ໜີໄປ ໃນ​ຂະນະທີ່​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ຄົນ​ເຫັນແກ່ຕົວ ສ້າງ​ແຕ່​ຄວາມ​ເດືອດຮ້ອນ ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ຈະ​ຈະເລີນ​ຮຸ່ງເຮືອງ.


ເທິງ​ເນີນພູ​ສັກສິດ​ຂອງ​ພຣະເຈົ້າ​ຄື​ພູເຂົາ​ຊີໂອນ ທີ່​ນັ້ນ​ຈະ​ບໍ່ມີ​ສິ່ງໃດໆ​ທຳຮ້າຍ ແລະ​ຊົ່ວຊ້າ. ຄົນ​ທີ່​ຮູ້​ເຖິງ​ພຣະເຈົ້າຢາເວ​ຈະ​ມີ​ຢູ່​ເຕັມ​ດິນແດນ ດັ່ງ​ທ້ອງ​ທະເລ​ຫລວງ​ທີ່​ເຕັມ​ໄປ​ດ້ວຍ​ນໍ້າ.


ພວກເຮົາ​ຈະ​ຕ້ອງ​ຕອບ​ພວກ​ຜູ້ນຳຂ່າວ ທີ່​ມາ​ຈາກ​ຟີລິດສະຕິນ​ນັ້ນ​ຢ່າງໃດ? ພວກເຮົາ​ຈະ​ບອກ​ພວກເຂົາ​ວ່າ, “ພຣະເຈົ້າຢາເວ​ໄດ້​ຕັ້ງ​ພູເຂົາ​ຊີໂອນ​ຂຶ້ນ​ແລ້ວ ແລະ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ທົນທຸກ​ຈະ​ໄດ້​ພົບ​ຄວາມ​ປອດໄພ​ໃນ​ທີ່ນັ້ນ.”


ຄົນ​ຍາກຈົນ​ຂາດ​ທີ່ເພິ່ງ​ໄດ້​ປົບ​ມາ​ຫາ​ພຣະອົງ ແລະ​ໄດ້​ມີ​ຄວາມ​ປອດໄພ​ໃນ​ຄາວ​ເດືອດຮ້ອນ. ພຣະອົງ​ໄດ້​ໃຫ້​ພວກເຂົາ​ມີ​ບ່ອນຊົ້ນ​ຈາກ​ພະຍຸຮ້າຍ ແລະ​ໃຫ້​ເພິ່ງ​ໃນ​ຮົ່ມ​ຈາກ​ແສງ​ແດດ​ຮ້ອນ. ເຫຼົ່າ​ສັດຕູ​ຜູ້​ໂຫດຮ້າຍ​ກໍໄດ້​ມາ​ໂຈມຕີ ດັ່ງ​ກັບ​ພະຍຸຮ້າຍ​ໂຈມຕີ​ຍາມ​ລະດູ​ໜາວ


ຄົນ​ເຫຼົ່ານັ້ນ​ເປັນ​ດັ່ງ​ຕົ້ນໄມ້​ນ້ອຍໆ​ທັງຫລາຍ ທີ່​ຫາ​ກໍ່​ປູກ​ໃໝ່ ແລະ​ຮາກ​ຫາ​ກໍ່​ຢັ່ງລົງ​ດິນ​ເທົ່ານັ້ນ. ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ລົມ​ພັດ​ຜ່ານ​ກາຍມາ ມັນ​ກໍ​ຫ່ຽວແຫ້ງ​ທັນທີ ແລະ​ຖືກ​ພັດ​ໄປ​ດັ່ງ​ເຟືອງເຂົ້າ.


ເຈົ້າ​ຈະ​ໂຍນ​ມັນ​ຂຶ້ນ​ທີ່​ເທິງ​ອາກາດ​ເວຫາ; ລົມ​ແລະ​ພະຍຸ​ຈະ​ພັດ​ມັນ​ຊະໄປ​ໝົດສິ້ນ. ແຕ່​ເຈົ້າ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ແລະ​ຈະ​ຍົກຍໍ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ຈົ່ງ​ພາກັນ​ມາ​ເຖີດ ຊົນຊາດ​ທີ່​ລອດ​ຈາກ​ອານາຈັກ​ລົ້ມ​ທະລາຍ​ນັ້ນ; ສະເໜີ​ພວກເຈົ້າ​ສຳລັບ​ການ​ສອບສວນ​ຄະດີ​ເບິ່ງດູ ຜູ້​ທີ່​ແຫ່​ຂະບວນ​ກັບ​ຮູບເຄົາຣົບ​ໄມ້​ຂອງຕົນ​ນັ້ນ ທັງ​ພາວັນນາ​ອະທິຖານ​ຕໍ່​ບັນດາ​ພະ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້​ເລີຍ ຄື​ພວກ​ທີ່​ບໍ່​ຮູ້ຈັກ​ເລື່ອງລາວ​ຫຍັງໝົດ.


ພຣະເຈົ້າຢາເວ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເມື່ອ​ເຖິງ​ເວລາ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ເຮົາ​ຈະ​ເຫັນໃຈ​ເຈົ້າ ແລະ​ຕອບ​ຄຳຮ້ອງຂໍ ຈະ​ເຝົ້າ​ເບິ່ງແຍງ​ຮັກສາ ແລະ​ປົກປ້ອງ​ເຈົ້າ​ໄວ້ ໂດຍ​ທາງ​ເຈົ້າ ເຮົາ​ຈະ​ຕັ້ງ​ພັນທະສັນຍາ ກັບ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ໃນ​ໂລກນີ້. ເຮົາ​ຈະ​ນຳ​ເຈົ້າ​ໃຫ້​ຕັ້ງ​ຖິ່ນຖານ​ເທື່ອ​ໃໝ່ ໃນ​ດິນແດນ​ທີ່​ເວລາ​ນີ້​ຮົກຮ້າງ​ຫວ່າງຄົນ.


“ເຮົາ​ຈະ​ນຳ​ພວກເຈົ້າ​ໄປ​ຍັງ​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ ເພື່ອ​ໃຫ້​ພວກເຈົ້າ​ມີ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ເຮືອນ​ຂອງເຮົາ​ສຳລັບ​ພາວັນນາ​ອະທິຖານ ແລະ​ເຮົາ​ຈະ​ຮັບ​ເຄື່ອງບູຊາ​ຊຶ່ງ​ພວກເຈົ້າ​ຖວາຍ​ທີ່​ເທິງ​ແທ່ນ​ຂອງເຮົາ. ພຣະວິຫານ​ຂອງເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ, ‘ວິຫານ​ແຫ່ງ​ການ​ໄຫວ້ວອນ​ສຳລັບ​ທຸກ​ຊົນຊາດ.”’


ປະຊາຊົນ​ຂອງ​ເຈົ້າ​ຈະ​ເຮັດ​ສິ່ງ​ຖືກຕ້ອງ​ທັງໝົດ ແລະ​ໄດ້​ເປັນ​ເຈົ້າຂອງ​ດິນແດນ​ສືບໄປ​ເປັນນິດ. ເຮົາ​ໄດ້​ປູກ​ພວກເຂົາ​ໄວ້​ແລະ​ເຮົາ​ໄດ້​ສ້າງ​ພວກເຂົາ​ຂຶ້ນ​ມາ ເພື່ອ​ເຜີຍ​ຄວາມ​ຍິ່ງໃຫຍ່​ຂອງເຮົາ​ໃຫ້​ໂລກ​ໄດ້​ຮູ້.


ແຕ່​ມັນ​ຈະ​ແຕກຕ່າງ​ສຳລັບ​ພວກເຈົ້າ​ທີ່​ປະຖິ້ມ​ພຣະເຈົ້າຢາເວ​ໄປ ຄື​ຄົນ​ທີ່​ເມີນເສີຍ​ຕໍ່​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ ແລະ​ຄົນ​ທີ່​ຂາບໄຫວ້​ພະ​ກາດ ແລະ​ພະ​ເມນີ ພະ​ທີ່​ໃຫ້​ໂຊກລາບ ແລະ​ພະ​ແຫ່ງ​ຊາຕາກຳ.


ໝາປ່າ​ແລະ​ລູກແກະ​ຈະ​ກິນ​ຮ່ວມກັນ ສິງ​ຈະ​ກິນ​ເຟືອງ​ເໝືອນ​ງົວ ແລະ​ງູພິດ​ກໍ​ຈະ​ກິນ​ຂີ້ດິນ​ຢ່າງ​ພໍໃຈ. ທີ່​ຊີໂອນ​ເທິງ​ເນີນພູ​ສັກສິດ​ຂອງເຮົາ ຈະ​ບໍ່ມີ​ສິ່ງ​ອັນຕະລາຍ​ຫລື​ຊົ່ວຮ້າຍ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ.


ເຮົາ​ຈະ​ອວຍພອນ​ຊາວ​ອິດສະຣາເອນ​ທີ່​ເປັນ​ຄົນ​ໃນ​ເຜົ່າຢູດາ ແລະ​ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ໄດ້​ດິນແດນ​ທີ່​ເທິງ​ພູເຂົາ​ຂອງເຮົາ​ເປັນ​ກຳມະສິດ. ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກເອົາ ຄື​ຜູ້​ທີ່​ບົວລະບັດ​ຮັບໃຊ້​ເຮົາ​ຈະ​ອາໄສ​ຢູ່​ໃນ​ທີ່ນັ້ນ.


ພວກເຂົາ​ຈະ​ນຳ​ພວກ​ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ​ເພື່ອ​ເປັນ​ຂອງຂວັນ​ໃຫ້​ແກ່​ພຣະເຈົ້າຢາເວ. ພວກເຂົາ​ຈະ​ນຳ​ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ​ທັງໝົດ ມາ​ສູ່​ເນີນພູ​ສັກສິດ​ຂອງເຮົາ ໃນ​ນະຄອນ​ເຢຣູຊາເລັມ ໂດຍ​ໃຊ້​ມ້າ, ລໍ, ອູດ, ລໍ້ ແລະ​ກວຽນ. ພຣະເຈົ້າຢາເວ​ກ່າວ​ວ່າ, ດັ່ງ​ຊາວ​ອິດສະຣາເອນ​ນຳ​ພືດຜົນ​ເປັນເມັດ​ໃສ່​ພາຊະນະ​ທີ່​ຊຳລະ​ໃຫ້​ໝົດ​ມົນທິນ​ແລ້ວ ມາ​ທີ່​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.


ພະ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ສຳລັບ​ພວກ​ເຈົ້າເອງ​ນັ້ນ​ໄປ​ໃສ​ໝົດ? ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ​ນັ້ນ ໃຫ້​ພວກເຂົາ​ມາ​ຊ່ວຍຊູ​ພວກເຈົ້າ​ແມ ຖ້າ​ພວກເຂົາ​ຊ່ວຍ​ໄດ້ ຢູດາ​ເອີຍ ພວກເຈົ້າ​ມີ​ພະ​ຕັ້ງ​ຫລວງຫລາຍ​ເທົ່າກັບ​ມີ​ເມືອງ​ຕ່າງໆ.


ຈົ່ງ​ໄປ​ທີ່​ເລບານອນ ແລະ​ໂຮຮ້ອງ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ທີ່​ດິນແດນ​ບາຊານ ແລະ​ຮ້ອງໄຫ້​ສາ​ເຖີດ; ຈົ່ງ​ຄວນຄາງ​ມາ​ຈາກ​ຕັ້ງແຕ່​ພູ​ອາບາຣິມ​ໄປ ເພາະ​ພັນທະມິດ​ຂອງ​ພວກເຈົ້າ​ທັງໝົດ​ພ່າຍແພ້.


ພວກ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຖືກ​ລົມ​ພັດ​ໃຫ້​ໜີໄປ ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຖືກ​ຈັບ​ເປັນ​ຊະເລີຍ​ດ້ວຍ. ນະຄອນ​ກໍ​ເປັນ​ມົນທິນ​ແລະ​ໄດ້​ຖືກ​ອັບອາຍ ເພາະ​ສິ່ງ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ຄົນ​ຮັກແພງ​ຕ່າງ​ກໍໄດ້​ລືມໄລ​ພວກເຈົ້າ​ໄປ ພວກເຂົາ​ບໍ່​ສົນໃຈ​ກັບ​ພວກເຈົ້າ​ຕໍ່ໄປ​ອີກ. ເຮົາ​ໄດ້​ໂຈມຕີ​ພວກເຈົ້າ​ເໝືອນ​ດັ່ງ​ສັດຕູ​ໂຈມຕີ ໂທດກຳ​ທີ່​ພວກເຈົ້າ​ໄດ້​ຮັບ​ກໍ​ຮຸນແຮງ​ແທ້ ເພາະ​ການບາບ​ຂອງ​ພວກເຈົ້າ​ມີ​ຫລວງຫລາຍ ແລະ​ຄວາມ​ຊົ່ວຊາມ​ກໍ​ມີ​ຫລາຍໂພດ.


ໃນ​ດິນແດນ​ນັ້ນ ຄື​ທີ່​ເທິງ​ພູເຂົາ​ສັກສິດ​ຂອງເຮົາ ທີ່​ເທິງ​ພູເຂົາ​ສູງ​ຂອງ​ຊາດ​ອິດສະຣາເອນ ຊາວ​ອິດສະຣາເອນ​ທຸກ​ທົ່ວໜ້າ​ຕ່າງ​ກໍ​ຈະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ. ເຮົາ​ຈະ​ພໍໃຈ​ກັບ​ພວກເຈົ້າ​ແລະ​ຫວັງວ່າ ຈະ​ໃຫ້​ພວກເຈົ້າ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ເຮົາ ຄື​ເຄື່ອງ​ອັນ​ດີທີ່ສຸດ​ແລະ​ເຄື່ອງ​ອັນ​ສັກສິດ​ຂອງ​ພວກເຈົ້າ.


ເພາະສະນັ້ນ ປະຊາຊົນ​ເຫຼົ່ານີ້​ຈຶ່ງ​ຈະ​ດັບສູນ​ໄປ ດັ່ງ​ນໍ້າໝອກ​ແລະ​ນໍ້າ​ຄ້າງ​ໃນ​ຕອນເຊົ້າ ພວກເຂົາ​ຈະ​ເປັນ​ດັ່ງ​ແກບ​ທີ່​ລົມ​ພັດ​ຈາກ​ລານ​ຟາດເຂົ້າ ແລະ​ດັ່ງ​ຄວັນໄຟ​ຈາກ​ທໍ່​ເຕົາໄຟ.


ແລ້ວ​ພວກເຈົ້າ​ກໍຈະ​ຮູ້ຈັກ ວ່າ ເຮົາ​ນີ້ແຫຼະ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຢູ່​ເທິງ​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ​ນັ້ນ; ສ່ວນ​ເຢຣູຊາເລັມ​ນັ້ນ​ຈະ​ເປັນ​ນະຄອນ​ທີ່​ສັກສິດ ຊາວ​ຕ່າງດ້າວ​ຈະ​ບໍ່​ຊະນະ​ນະຄອນ​ນີ້​ໄດ້​ຈັກເທື່ອ.


ຍ້ອນ​ພວກເຂົາ​ບໍ່​ເຊື່ອຟັງ​ເມື່ອ​ເຮົາ​ກ່າວ, ເຮົາ​ຈຶ່ງ​ບໍ່​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທຸກຍາກ​ລຳບາກ ຈົ່ງ​ໄປ​ຮ້ອງ​ຫາ​ບັນດາ​ພະ​ທີ່​ພວກເຈົ້າ​ໄດ້​ເລືອກເອົາ​ນັ້ນສາ ແລະ​ໃຫ້​ພະ​ເຫຼົ່ານັ້ນ​ຊ່ວຍ​ກູ້​ເອົາ​ພວກເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka