ເອຊາຢາ 57:10 - ພຣະຄຳພີສັກສິ10 ພວກເຈົ້າຊອກຫາບັນດາພະຕົນອື່ນ ຈົນພວກເຈົ້າເອງໝົດເຮື່ອໝົດແຮງ ແຕ່ພວກເຈົ້າກໍຍັງບໍ່ຍອມຍົກເລີກ. ພວກເຈົ້າຄິດວ່າບັນດາຮູບລາມົກໃຫ້ກຳລັງພວກເຈົ້າໄດ້; ສະນັ້ນ ພວກເຈົ້າຈຶ່ງບໍ່ຍອມອ່ອນເພຍ. Uka jalj uñjjattʼäta |
ພວກເຂົາລ້ວນແຕ່ເຮັດໃຫ້ໝູ່ເພື່ອນຫລົງຜິດໄປ ບໍ່ມີແມ່ນແຕ່ຄົນດຽວບອກຄວາມຈິງໃຫ້ກັນຮູ້; ພວກເຂົາໄດ້ຝຶກແອບລີ້ນຂອງພວກເຂົາໃຫ້ເວົ້າຕົວະ ພວກເຂົາຈະບໍ່ຍອມເຊົາການບາບຂອງພວກເຂົາ. ພວກເຂົາກໍ່ຄວາມຮຸນແຮງຂຶ້ນ ແລະກໍ່ອີກເທື່ອໃໝ່ ແລະກໍ່ການຫລອກລວງຂຶ້ນ ແລະກໍ່ອີກທີ. ພວກເຂົາຕ່າງກໍພາກັນປະຕິເສດທີ່ຈະຮັບຮູ້ເຮົາ ອົງພຣະຜູ້ເປັນເຈົ້າກ່າວວ່າພວກເຂົາປະຖິ້ມພຣະອົງແລ້ວ.