Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 57:1 - ພຣະຄຳພີສັກສິ

1 ຄົນ​ຊອບທຳ​ຕາຍໄປ​ໂດຍ​ບໍ່ມີ​ຜູ້ໃດ​ເຂົ້າໃຈ​ຫລື​ເອົາໃຈໃສ່​ເລີຍ, ແຕ່​ເມື່ອ​ເຂົາ​ຕາຍໄປ​ນັ້ນ ບໍ່ມີ​ໂພຍໄພ​ອັນໃດ​ຈະ​ທຳຮ້າຍ​ເຂົາ​ໄດ້.

Uka jalj uñjjattʼäta Copia luraña




ເອຊາຢາ 57:1
17 Jak'a apnaqawi uñst'ayäwi  

ປະຊາຊົນ​ອິດສະຣາເອນ​ທັງໝົດ​ຈະ​ໄວ້ທຸກ​ໃຫ້​ລາວ ແລະ​ຝັງສົບ​ລາວ​ໄວ້. ມີ​ແຕ່​ລາວ​ຄົນ​ດຽວ​ໃນ​ຄອບຄົວ​ຂອງ​ເຢໂຣໂບອາມ​ທີ່​ຈະ​ຖືກ​ຝັງ​ໄວ້​ຢ່າງດີ ເພາະ​ແມ່ນ​ລາວ​ຜູ້​ດຽວ​ເທົ່ານັ້ນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ພໍໃຈ​ນຳ.


ເພາະສະນັ້ນ ການ​ລົງໂທດ​ທີ່​ເຮົາ​ກຳລັງ​ຈະ​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນີ້ ຈະ​ບໍ່​ມາ​ເຖິງ​ຈົນກວ່າ​ເຈົ້າ​ຈະ​ຕາຍໄປ. ເຮົາ​ຈະ​ໃຫ້​ເຈົ້າ​ຕາຍໄປ​ຢ່າງ​ສະຫງົບສຸກ.”’ ແລ້ວ​ຊາຍ​ເຫຼົ່ານັ້ນ​ກໍ​ນຳ​ເອົາ​ຖ້ອຍຄຳ​ນີ້​ໄປ​ບອກ​ກະສັດ​ໂຢສີຢາ.


ເຮເຊກີຢາ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ທີ່​ສ່ວນ​ເທິງ​ຂອງ​ອຸບມຸງ​ແຫ່ງ​ກະສັດ. ປະຊາຊົນ​ທັງໝົດ​ໃນ​ຢູດາຍ​ແລະ​ຊາວ​ເຢຣູຊາເລັມ​ໄດ້​ເທີດທູນ​ໃຫ້ກຽດ​ເພິ່ນ​ຢ່າງສູງ​ເມື່ອ​ເພິ່ນ​ຕາຍໄປ. ແລ້ວ​ເຈົ້າ​ມານາເຊ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ປົກຄອງ​ແທນ.


ແລະ​ການລົງໂທດ​ທີ່​ເຮົາ​ຈະ​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນັ້ນ ຈະ​ບໍ່​ມາ​ເຖິງ​ເຈົ້າ ຈົນກວ່າ​ເຈົ້າ​ຕາຍໄປ. ເຮົາ​ຈະ​ໃຫ້​ເຈົ້າ​ຕາຍ​ຢ່າງ​ສະຫງົບສຸກ.” ແລ້ວ​ພວກເຂົາ​ກໍ​ກັບຄືນ​ມາ​ບອກ​ກະສັດ​ໂຢສີຢາ​ຕາມ​ນັ້ນ.


ພວກເຂົາ​ອູ້ມ​ເພິ່ນ​ອອກ​ຈາກ​ລົດຮົບ​ຂອງ​ເພິ່ນ ໄປ​ໃສ່​ລົດຮົບ​ຄັນ​ທີ​ສອງ​ໃນ​ທີ່ນັ້ນ ແລະ​ນຳ​ເພິ່ນ​ກັບ​ເມືອ​ສູ່​ນະຄອນ​ເຢຣູຊາເລັມ. ເພິ່ນ​ໄດ້​ຕາຍ​ໃນ​ທີ່​ນີ້​ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ. ປະຊາຊົນ​ທັງໝົດ​ໃນ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ດ້ວຍ ເພາະ​ຄົນ​ດີ​ບໍ່ມີ​ເຫຼືອ​ຢູ່ ແລະ​ຄົນ​ສັດຊື່​ກໍ​ຫາ​ບໍ່ໄດ້.


ຈົ່ງ​ແລ​ເບິ່ງ​ຄົນ​ດີ​ແລະ​ສັງເກດ​ເບິ່ງ​ຄົນ​ຊອບທຳ ຜູ້​ທີ່​ຮັກ​ສັນຕິສຸກ​ກໍ​ມີ​ລູກຫລານ​ຫລາຍ


ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ໄດ້​ຊີມ​ຣິດ​ພຣະ​ໂກດຮ້າຍ ທັງທົນທຸກ​ຍ້ອນ​ສົງຄາມ​ອັນ​ໂຫດຫ້ຽມ. ພຣະ​ໂກດຮ້າຍ​ເປັນ​ດັ່ງ​ໄຟ​ໄໝ້​ຊາດ​ອິດສະຣາເອນ ແຕ່​ພວກເຮົາ​ບໍ່​ຮູ້ເຫັນ​ຖື​ເອົາ​ເປັນ​ບົດຮຽນ​ຈັກດີ້.


ໄພພິບັດ​ອັນ​ໃຫຍ່​ນັ້ນ​ມັນ​ຈະ​ມາ​ຖືກ​ເຈົ້າ​ເດີ ບໍ່ມີ​ເວດມົນ​ຄາຖາ​ໃດໆ​ຈະ​ຢັບຢັ້ງ​ມັນ​ໄວ້​ໄດ້. ການ​ຮົກຮ້າງ​ເພພັງ​ຈະ​ມາ​ຖືກ​ເຈົ້າ​ໃນ​ທັນທີ ຄື​ການ​ຮົກຮ້າງ​ເພພັງ​ທີ່​ເຈົ້າ​ບໍ່​ຄາດຝັນ​ມາກ່ອນ


ເຈົ້າ​ຄິດວ່າ​ເຈົ້າ​ຈະ​ໄດ້​ເປັນ​ຣາຊີນີ​ສືບໄປ​ບໍ? ຈຶ່ງ​ບໍ່​ຄິດວ່າ​ເລື່ອງ​ຈະ​ຈົບລົງ​ຢ່າງໃດ​ແທ້? ແມ່ນແຕ່​ຄົນ​ເຖົ້າແກ່​ຊະຣາ​ກໍຕາມ ກໍໄດ້​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ.


ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ບັນດາ​ພະ​ເຫຼົ່ານີ້ ທີ່​ເຮັດ​ໃຫ້​ພວກເຈົ້າ​ຢ້ານ​ນັ້ນ​ເປັນ​ຜູ້ໃດ ຈຶ່ງ​ເຮັດ​ໃຫ້​ພວກເຈົ້າ​ເວົ້າ​ຕົວະ​ແລະ​ລືມໄລ​ເຮົາ​ໄປ​ຢ່າງ​ໝົດສິ້ນ? ພວກເຈົ້າ​ເຊົາ​ໃຫ້ກຽດ​ເຮົາ​ຍ້ອນ​ເຮົາ​ມິດງຽບ​ຢູ່​ຕັ້ງ​ດົນນານ​ຊັ້ນບໍ?


ແລ້ວ​ບັດນີ້ ຈົ່ງ​ບອກ​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຮົາ​ກຳລັງ​ວາງແຜນ​ຕໍ່ສູ້​ພວກເຂົາ ແລະ​ກຳລັງ​ຕຽມພ້ອມ​ທີ່​ຈະ​ລົງໂທດ​ພວກເຂົາ. ຈົ່ງ​ບອກ​ພວກເຂົາ​ໃຫ້​ເຊົາ​ດຳເນີນ​ຊີວິດ​ໃນ​ທາງ​ບາບ​ນັ້ນ​ສາ ຄື​ໃຫ້​ປ່ຽນ​ວິທີ​ດຳເນີນ​ຊີວິດ​ແລະ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່​ນັ້ນ.


ປະຊາຊົນ​ຢູດາ​ເອີຍ ຢ່າ​ຮ້ອງໄຫ້​ໃຫ້​ກະສັດ​ໂຢສີຢາ ຢ່າ​ໄວ້ທຸກ​ໃຫ້​ແກ່​ການຕາຍ​ຂອງເພິ່ນ​ເລີຍ​ເທາະ ແຕ່​ຈົ່ງ​ຮ້ອງໄຫ້ ແລະ​ອາໄລ​ອາວອນ ໃຫ້​ແກ່​ໂຢອາຮາດ​ລູກຊາຍ​ຂອງ​ເພິ່ນ​ນັ້ນ; ພວກເຂົາ​ໄດ້​ຈັບ​ລາວ​ໄປ​ໂດຍ​ບໍ່​ຫັນ​ກັບຄືນ​ມາ ທັງ​ບໍ່ໄດ້​ເຫັນ​ດິນແດນ​ທີ່​ຕົນ​ໄດ້​ເກີດ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຮົາ​ເປັນ​ສັດຕູ​ຂອງ​ພວກເຈົ້າ. ເຮົາ​ຈະ​ຊັກ​ດາບ​ຂອງເຮົາ​ອອກ​ແລະ​ສັງຫານ​ພວກເຈົ້າ​ທຸກຄົນ ບໍ່​ວ່າ​ຄົນດີ ຫລື​ຄົນຊົ່ວ​ໂດຍ​ບໍ່​ເລືອກ​ໜ້າ.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ກະທຳ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ໃນ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ພວກເຈົ້າ. ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ຮັບ​ໃນ​ຖານະ​ເປັນ​ປະໂຣຫິດ. ຕາມ​ຄວາມ​ເປັນຈິງ ເຮົາ​ໄດ້​ນຳ​ຄຳສາບແຊ່ງ​ນັ້ນ​ມາ​ແລ້ວ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢຶດຖື​ຂໍ້ຄຳສັ່ງ​ຂອງເຮົາ​ຢ່າງ​ແທ້ຈິງ.


ເຊື້ອສາຍ​ອິດສະຣາເອນ​ນັ້ນ​ຫລວງຫລາຍ ປຽບ​ປຸນ​ດັ່ງ​ຂີ້ຝຸ່ນ​ດິນ; ພວກເຂົາ​ທະວີຄູນ​ຂຶ້ນ​ຫລາຍ ເກີນ​ກວ່າ​ຈະ​ນັບ​ໄດ້. ຂໍ​ໃຫ້​ຂ້າພະເຈົ້າ​ສິ້ນ​ຊີບ ດັ່ງ​ປະຊາຊົນ​ຂອງ​ພຣະເຈົ້າ​ຄົນໜຶ່ງ; ຂໍ​ໃຫ້​ຂ້າພະເຈົ້າ​ຕາຍ​ຢ່າງ​ສຸກລົ້ນ ເໝືອນ​ດັ່ງ​ຄົນ​ຜູ້ໜຶ່ງ​ທີ່​ຊອບທຳ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka