Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 56:3 - ພຣະຄຳພີສັກສິ

3 ເມື່ອ​ຄົນຕ່າງດ້າວ​ຜູ້ໜຶ່ງ​ໄດ້​ເຂົ້າ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ລາວ​ຈະ​ບໍ່ໄດ້​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຈະ​ບໍ່​ໃຫ້​ຂ້ອຍ ນະມັດສະການ​ກັບ​ປະຊາຊົນ​ຂອງ​ພຣະອົງ.” ຊາຍ​ກະເທີຍ​ຄົນ​ໜຶ່ງ​ບໍ່​ຕ້ອງ​ຄິດ​ເລີຍ​ວ່າ​ເພາະ​ຕົນ​ມີ​ລູກ​ບໍ່ໄດ້ ຈຶ່ງ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ບໍ່ໄດ້.

Uka jalj uñjjattʼäta Copia luraña




ເອຊາຢາ 56:3
35 Jak'a apnaqawi uñst'ayäwi  

ເມື່ອ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ແດນໄກ​ໄດ້ຍິນ​ວ່າ ພຣະອົງ​ຍິ່ງໃຫຍ່​ແລະ​ມີ​ອຳນາດ​ສໍ່າໃດ ແລະ​ໄດ້​ຮູ້​ວ່າ​ພຣະອົງ​ພ້ອມ​ທີ່​ຈະ​ຊ່ວຍ​ພວກເຂົາ​ສະເໝີ; ແລະ​ຕໍ່ມາ ພວກເຂົາ​ໄດ້​ມາ​ພາວັນນາ​ອະທິຖານ​ທີ່​ວິຫານ​ນີ້


ຊາວຢິວ​ຈຶ່ງ​ໄດ້​ຕັ້ງ​ກົດລະບຽບ​ໄວ້​ສຳລັບ​ພວກເຂົາ​ເອງ, ສຳລັບ​ເຊື້ອສາຍ​ຂອງ​ພວກເຂົາ ແລະ​ສຳລັບ​ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ກັບ​ພວກເຂົາ ໃນ​ທຸກ​ປີ​ໃດ ເມື່ອ​ເຖິງ​ກຳນົດ​ຂອງ​ສອງ​ວັນ​ນີ້​ແລ້ວ ໃຫ້​ມີ​ການ​ຢຶດຖື​ຢ່າງ​ສະໝໍ່າ​ສະເໝີ ຕາມ​ຄຳແນະນຳ​ຂອງ​ມໍເດໄກ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ພວກ​ທີ່​ເປັນ​ເຊື້ອສາຍ​ແທ້​ຂອງທ່ານ​ບາງຄົນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊາຍ​ຕອນ ເພື່ອ​ຮັບໃຊ້​ຢູ່​ໃນ​ວັງ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”


ແລ້ວ​ເຮົາ​ກໍ​ຈະ​ຈົດ​ຊື່​ຂອງ​ເຈົ້າ​ໄວ້​ໃນ​ວິຫານ​ຂອງເຮົາ ແລະ​ໃນ​ທ່າມກາງ​ປະຊາຊົນ​ຂອງເຮົາ​ຍາວນານ​ກວ່າ ຖ້າ​ເຈົ້າ​ມີ​ລູກຊາຍ​ແລະ​ລູກສາວ​ຫລາຍ​ຄົນ. ເຮົາ​ຈະ​ບໍ່​ລືມໄລ​ເຈົ້າ​ຈັກເທື່ອ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ພວກ​ຕ່າງດ້າວ ທີ່​ກາຍເປັນ​ປະຊາຊົນ​ສ່ວນ​ໜຶ່ງ​ຂອງ​ພຣະອົງ ຄື​ຜູ້​ທີ່​ຮັກ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ ທີ່​ຢຶດຖື​ວັນ​ຊະບາໂຕ ແລະ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ຢ່າງ​ສັດຊື່​ວ່າ,


ພວກເຂົາ​ຈະ​ຖາມ​ຫາ​ຫົນທາງ​ໄປ​ສູ່​ພູເຂົາ​ຊີໂອນ ແລະ​ຈະ​ເດີນ​ໄປ​ຕາມ​ຫົນທາງ​ນັ້ນ. ພວກເຂົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຕະຫລອດໄປ​ກັບ​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ບໍ່​ຝ່າຝືນ​ພັນທະສັນຍາ​ນັ້ນ​ຈັກເທື່ອ.


ຄົນ​ຫລັງກ່ອມ​ຫລື​ຄົນ​ເຕ້ຍ​ຜິດ​ປົກກະຕິ; ຄົນ​ເສຍຕາ ຫລື​ຄົນ​ເປັນ​ພະຍາດ​ຜິວໜັງ ແລະ​ຊາຍ​ທີ່​ອະໄວຍະວະ​ເພດ​ພິການ.


ພວກເຈົ້າ​ອາດ​ຊື້​ເອົາ​ລູກຫລານ​ຂອງ​ຄົນ​ຕ່າງດ້າວ ທີ່​ຢູ່​ທ່າມກາງ​ພວກເຈົ້າ​ກໍໄດ້. ພວກ​ເດັກນ້ອຍ​ເຫຼົ່ານີ້​ເກີດ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ເປັນ​ຊັບສົມບັດ​ຂອງ​ພວກເຈົ້າ​ກໍໄດ້


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ. ພຣະອົງ​ຈະ​ທຳລາຍ​ບັນດາ​ພະ​ໃນ​ແຜ່ນດິນ​ໂລກ ລົງ​ສູ່​ການ​ບໍ່ມີ​ປະໂຫຍດ ແລະ​ຕໍ່ໄປ ທຸກໆ​ຊົນຊາດ​ກໍ​ຈະ​ນະມັດສະການ​ພຣະອົງ​ໃນ​ດິນແດນ​ຂອງ​ຕົນເອງ.


ພວກເຂົາ​ຈະ​ເຮັດ​ວຽກ​ກັບ​ເຈົ້າ ແລະ​ຮັບຜິດຊອບ​ໜ້າທີ່​ທຸກຢ່າງ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ, ແຕ່​ຢ່າ​ເອົາ​ຄົນ​ທີ່​ຂາດ​ຄຸນສົມບັດ​ມາ​ເຮັດ​ວຽກ​ການ​ນຳ​ເຈົ້າ.


ແຕ່​ແມ່ນ​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ທີ່​ຈະ​ປະຕິບັດ​ໜ້າທີ່​ຄວາມ​ຮັບຜິດຊອບ​ທັງໝົດ​ຂອງ​ປະໂຣຫິດ ກ່ຽວກັບ​ແທ່ນບູຊາ​ແລະ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ໃຫ້​ສຳເລັດ. ສິ່ງ​ເຫຼົ່ານີ້​ເປັນ​ຄວາມ​ຮັບຜິດຊອບ​ຂອງ​ເຈົ້າ ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ມອບ​ຕຳແໜ່ງ​ປະໂຣຫິດ​ໃຫ້​ເຈົ້າ. ຜູ້ອື່ນໃດ​ທີ່​ເຂົ້າ​ມາ​ໃກ້ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”


ແລ້ວ​ເປໂຕ​ກໍ​ເລີ່ມຕົ້ນ​ກ່າວ​ວ່າ, “ບັດນີ້ ຂ້າພະເຈົ້າ​ຮູ້​ເຫັນ​ຄັກແນ່​ແລ້ວ​ວ່າ, ພຣະເຈົ້າ​ເຮັດ​ກັບ​ທຸກຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ.


ບາງຄົນ​ໃນ​ພວກເຂົາ​ໄດ້​ຮັບ​ເຊື່ອ ຈຶ່ງ​ເຂົ້າ​ຮ່ວມ​ນຳ​ໂປໂລ ແລະ ຊີລາ ຕະຫລອດ​ທັງ​ຊາວ​ກຣີກ​ກຸ່ມ​ໃຫຍ່​ທີ່​ນະມັດສະການ​ພຣະເຈົ້າ ແລະ​ເມຍ​ຂອງ​ບັນດາ​ຜູ້ນຳ​ຫລາຍ​ຄົນ​ດ້ວຍ.


ດັ່ງນັ້ນ ເພິ່ນ​ຈຶ່ງ​ໜີ​ຈາກ​ພວກເຂົາ ແລະ​ໄປ​ອາໄສ​ຢູ່​ທີ່​ເຮືອນ​ຂອງ​ຄົນຕ່າງຊາດ​ຜູ້ໜຶ່ງ​ຊື່​ວ່າ ຕີໂຢ-ຢູຊະໂຕ, ຜູ້​ນີ້​ນະມັດສະການ​ພຣະເຈົ້າ ແລະ​ເຮືອນ​ຂອງ​ລາວ​ກໍ​ຢູ່​ໃກ້​ທຳມະສາລາ.


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ແຕ່​ຜູ້​ທີ່​ຕິດພັນ​ເຂົ້າ​ກັບ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ເປັນ​ຈິດໜຶ່ງ​ໃຈດຽວ​ກັບ​ພຣະອົງ.


ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ຢູ່​ນອກ​ພຣະຄຣິດ ພວກເຈົ້າ​ເປັນ​ຄົນ​ຕ່າງດ້າວ ແລະ​ບໍ່ໄດ້​ເປັນ​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ພວກເຈົ້າ​ບໍ່ໄດ້​ມີ​ສ່ວນ​ໃນ​ບັນດາ​ພັນທະສັນຍາ ທີ່​ຊົງ​ສັນຍາ​ໄວ້​ແກ່​ໄພ່ພົນ​ຂອງ​ພຣະອົງ ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້​ໂດຍ​ບໍ່ມີ​ຄວາມຫວັງ ແລະ​ໂດຍ​ບໍ່ມີ​ພຣະເຈົ້າ.


ໃນ​ພຣະອົງ​ນັ້ນ ພວກເຈົ້າ​ກຳລັງ​ຖືກ​ກໍ່​ຂຶ້ນ​ໃຫ້​ເປັນ​ທີ່​ສະຖິດ​ຂອງ​ພຣະເຈົ້າ ໂດຍ​ພຣະວິນຍານ​ເໝືອນກັນ.


“ເມື່ອ​ພວກເຈົ້າ​ອາໄສ​ຢູ່​ໃນ​ຄ້າຍພັກ​ຍາມ​ເຮັດ​ເສິກ ໃຫ້​ພວກເຈົ້າ​ຫລີກເວັ້ນ​ທຸກໆ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ຈາກ ເປໂຕ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ, ເຖິງ ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ຊຶ່ງ​ອາໄສ​ຢູ່​ໃນ​ຕ່າງຖິ່ນ ກະຈັດ​ກະຈາຍ​ຢູ່​ຕາມ​ແຂວງ​ຕ່າງໆ​ເຊັ່ນ: ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບີທີເນຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka