9 ຟ້າສະຫວັນສູງກວ່າແຜ່ນດິນໂລກສັນໃດ ວິຖີທາງທັງຄວາມຄິດເຮົາກໍສູງກວ່າສັນນັ້ນ.”
ແຕ່ເຖິງປານນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ບັດນີ້ພຣະອົງຍັງກະທຳຫລາຍເພີ່ມຕື່ມອີກ ໂດຍໄດ້ສັນຍາໄວ້ກ່ຽວກັບເຊື້ອສາຍຂອງຂ້ານ້ອຍໃນພາຍຂ້າງໜ້າ. ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງໃຫ້ຜູ້ໜຶ່ງໄດ້ຮູ້ເຫັນເລື່ອງນີ້.
ຟ້າສະຫວັນສູງເໜືອແຜ່ນດິນໂລກຫລາຍເທົ່າໃດ ພຣະອົງກໍຮັກຜູ້ທີ່ຢຳເກງພຣະອົງສູງຫລາຍເທົ່ານັ້ນ.
ຂ້າແດ່ພຣະເຈົ້າຢາເວ ພຣະຄຸນຄວາມດີຂອງພຣະອົງຢຽດສູງສູ່ຟ້າສະຫວັນ ຄວາມສັດຊື່ຂອງພຣະອົງກໍແຜ່ໄປສູ່ທ້ອງຟ້າ.
ພຣະອົງຍ່າງເທິງຄື້ນນໍ້າຂ້າມທ້ອງທະເລໄປ ແຕ່ບໍ່ມີຮອຍບາດຍ່າງຂອງພຣະອົງໃຫ້ປາກົດເປັນທີ່ເຫັນໄດ້.
ຂ້ານ້ອຍຮູ້ວ່າຄວາມຮັກຂອງພຣະອົງມີຢູ່ຕະຫຼອດເວລາ ແລະຄວາມສັດຊື່ຂອງພຣະອົງກໍຍືນຍົງຢູ່ຟ້າສະຫວັນ.
ອັນນີ້ເປັນສິ່ງທີ່ຄົນໂງ່ບໍ່ສາມາດຮູ້ຈັກ ຄົນເບົາປັນຍາບໍ່ສາມາດເຂົ້າໃຈໄດ້
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ສາບານວ່າ: “ສິ່ງທີ່ເຮົາໄດ້ວາງແຜນໄວ້ແລ້ວຈະຕ້ອງເກີດຂຶ້ນ. ສິ່ງທີ່ເຮົາໄດ້ຕັ້ງໃຈໄວ້ແລ້ວ ເຮົາຈະຕ້ອງເຮັດ.
ໃນເວລານັ້ນ ພຣະເຢຊູເຈົ້າໄດ້ກາບທູນວ່າ, “ຂ້າແດ່ພຣະບິດາເຈົ້າ ຜູ້ເປັນເຈົ້າຂອງສະຫວັນແລະແຜ່ນດິນໂລກ ຂ້ານ້ອຍຂໍສັນລະເສີນພຣະອົງ ທີ່ພຣະອົງໄດ້ປິດບັງສິ່ງເຫຼົ່ານີ້ໄວ້ຈາກຜູ້ສະຫລາດ ແລະຜູ້ມີສະຕິປັນຍາ, ແຕ່ຊົງເປີດເຜີຍແກ່ຜູ້ທີ່ບໍ່ໄດ້ຮຽນຮູ້.