Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 55:7 - ພຣະຄຳພີສັກສິ

7 ຈົ່ງ​ໃຫ້​ຄົນຊົ່ວຮ້າຍ​ປະ​ວິທີ​ດຳເນີນ​ຊີວິດ​ເດີມ​ຂອງ​ພວກເຂົາ ແລະ​ປ່ຽນ​ແນວທາງ​ທີ່​ພວກເຂົາ​ເຄີຍ​ຄິດ​ນັ້ນ. ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ເຕັມ​ດ້ວຍ​ຄວາມ​ເມດຕາ​ແລະ​ອະໄພ​ໃຫ້.

Uka jalj uñjjattʼäta Copia luraña




ເອຊາຢາ 55:7
61 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າຢາເວ​ເຫັນ​ວ່າ​ມະນຸດ​ຊົ່ວຮ້າຍ​ຫລາຍ​ຂຶ້ນ ແລະ​ຄວາມ​ຄິດ​ຊົ່ວ​ກໍ​ບັງຄັບ​ຈິດໃຈ​ພວກເຂົາ​ຢູ່​ທຸກ​ເວລາ,


ແລະ​ລາວ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ອາສາ. ລາວ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພະຣາຊາ ແລະ​ພວກທ່ານ​ທີ່​ເປັນ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ຂ້ານ້ອຍ​ເຖີດ ພຣະເຈົ້າຢາເວ​ຈະ​ສະຖິດ​ຢູ່​ນຳ​ພວກທ່ານ ຕາບໃດ​ທີ່​ພວກທ່ານ​ຢູ່​ກັບ​ພຣະອົງ. ຖ້າ​ພວກທ່ານ​ຊອກ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ພວກທ່ານ​ໄດ້​ພົບ​ພຣະອົງ; ແຕ່​ຖ້າ​ພວກທ່ານ​ຫັນໜີ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ພວກທ່ານ.


ແຕ່​ເມື່ອ​ພວກເຂົາ​ພົບ​ກັບ​ຄວາມ​ເດືອດຮ້ອນ, ພວກເຂົາ​ຈຶ່ງ​ໄດ້​ຫັນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ພວກເຂົາ​ຊອກ​ຫາ​ພຣະອົງ ແລະ​ໄດ້​ພົບ​ພຣະອົງ.


ພວກ​ຜູ້​ສົ່ງຂ່າວ​ກໍໄດ້​ອອກ​ໄປ​ທົ່ວ​ທັງ​ອານາຈັກ​ຢູດາຍ​ແລະ​ອິດສະຣາເອນ ຕາມ​ຄຳສັ່ງ​ຂອງ​ກະສັດ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ, ໃນ​ບັດ​ເຊີນ​ນັ້ນ​ມີ​ຖ້ອຍຄຳ​ດັ່ງນີ້: “ປະຊາຊົນ​ອິດສະຣາເອນ​ເອີຍ ພວກທ່ານ​ຜູ້​ທີ່​ໄດ້​ລອດ​ຈາກ​ການ​ຮຸກຮານ​ຂອງ​ກອງທັບ​ອັດຊີເຣຍ; ບັດນີ້ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ແລະ​ພຣະອົງ​ກໍ​ຈະ​ກັບຄືນ​ມາ​ຫາ​ພວກທ່ານ.


ພຣະເຈົ້າ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ຂອງ​ມານາເຊ ໂດຍ​ເຮັດ​ໃຫ້​ເພິ່ນ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ເພື່ອ​ປົກຄອງ​ອານາຈັກ​ອີກ. ເຫດການ​ນີ້​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ແນ່ໃຈ​ວ່າ ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ.


ຖ້າ​ປະຊາຊົນ​ຂອງ​ເຮົາ​ຜູ້​ທີ່​ພວກເຂົາ​ເອີ້ນກັນ​ໂດຍ​ຊື່​ຂອງ​ເຮົາ​ຖ່ອມ​ຕົວລົງ, ພາວັນນາ​ອະທິຖານ, ຊອກຫາ​ໜ້າ​ເຮົາ ພ້ອມ​ທັງ​ກັບໃຈ​ໃໝ່ ແລະ​ຫັນໜີ​ຈາກ​ຄວາມຊົ່ວ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່; ແລ້ວ​ທີ່​ສະຫວັນ ເຮົາ​ກໍ​ຈະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ, ໃຫ້​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮັດ​ໃຫ້​ດິນແດນ​ຂອງ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ ໃຫ້​ທຸກ​ຄວາມຊົ່ວ​ສິ້ນສູນ​ໄປ​ຈາກ​ເຮືອນ​ຂອງເຈົ້າ.


ແຕ່​ພຣະອົງ​ຍົກໂທດ​ໃຫ້​ແກ່​ພວກ​ຂ້ານ້ອຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ໄດ້​ຢຳເກງ​ຢູ່​ຊ້ອງໜ້າ​ຂອງ​ພຣະອົງ.


ອິດສະຣາເອນ​ເອີຍ ຈົ່ງ​ວາງໃຈ​ໃນ​ພຣະເຈົ້າຢາເວ ເພາະ​ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ນັ້ນ​ໝັ້ນຄົງ. ແລະ​ພຣະອົງ​ກໍ​ຕັ້ງໃຈ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນໄພ​ຢູ່​ສະເໝີ


ຂ້າແດ່​ພຣະເຈົ້າ ໂຜດ​ເມດຕາ​ດ້ວຍ ເພາະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ. ເພາະ​ຄວາມ​ເມດຕາ​ອັນ​ໃຫຍ່​ຍິ່ງ​ຂອງ​ພຣະອົງ ໂຜດ​ປັດ​ການບາບ​ຂອງ​ຂ້ານ້ອຍ​ຖິ້ມ​ດ້ວຍ


ຖ້າ​ຂ້ອຍ​ເມີນເສີຍ​ຕໍ່​ບາບ​ທີ່​ຂ້ອຍ​ໄດ້​ເຮັດ​ເອງ ພຣະເຈົ້າຢາເວ​ກໍ​ຄົງ​ບໍ່​ຟັງ​ສຽງ​ຂ້ອຍ​ດອກ.


ຜູ້​ທີ່​ຊ້ອນເຊື່ອງ​ບາບກຳ​ໄວ້ ຊີວິດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ຜູ້​ທີ່​ສາລະພາບ​ບາບກຳ​ຂອງຕົນ ພຣະເຈົ້າ​ຈະ​ເມດຕາ​ຜູ້ນັ້ນ.


ຖ້າ​ພວກເຈົ້າ​ເຕັມໃຈ​ແລະ​ເຊື່ອຟັງ​ແຕ່​ເທົ່ານັ້ນ ພວກເຈົ້າ​ກໍ​ຈະ​ໄດ້​ກິນ​ສິ່ງ​ດີ​ທີ່​ເກີດຂຶ້ນ​ໃນ​ດິນແດນ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ຂ້າພະເຈົ້າ​ຕອບ​ວ່າ, “ຕອນເຊົ້າ​ກຳລັງ​ມາ ແຕ່​ຕອນຄໍ່າ​ຈະ​ມາ​ອີກ. ຖ້າ​ເຈົ້າ​ຢາກ​ຈະ​ຖາມ​ອີກ​ກໍ​ກັບ​ມາ​ຖາມ​ໄດ້.”


ພຣະເຈົ້າ​ກ່າວ​ວ່າ, “ປະຊາຊົນ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ​ແລະ​ຕໍ່ຕ້ານ​ເຮົາ, ແຕ່​ບັດນີ້ ຈົ່ງ​ກັບ​ມາ​ຫາ​ເຮົາ​ເທີ້ນ


ຄົນໂງ່ຈ້າ​ນັ້ນ​ຊົ່ວຊ້າ ແລະ​ເຮັດ​ແຕ່​ສິ່ງ​ທີ່​ບໍ່​ດີ; ລາວ​ວາງແຜນ​ລ້າງຜານ​ຄົນ​ຍາກຈົນ ໂດຍ​ເວົ້າຕົວະ​ແລະ​ກີດກັ້ນ​ພວກເຂົາ ບໍ່​ໃຫ້​ໄດ້​ຮັບ​ສິດທິ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ.


ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


ແຕ່​ເຮົາ​ຍັງ​ເປັນ​ພຣະເຈົ້າ​ຜູ້​ຍົກ​ບາບ​ໃຫ້​ເດີ ເຮົາ​ເຮັດ​ໄປ​ກໍ​ເພາະ​ເຮົາເປັນ​ຜູ້ເຮົາເປັນ​ນັ້ນ. ເຮົາ​ບໍ່ໄດ້​ຈົດຈຳ​ການບາບ​ຂອງ​ພວກເຈົ້າ​ໃດ ເພື່ອ​ນຳ​ເອົາ​ສິ່ງນັ້ນ​ໄປ​ຕໍ່ສູ້​ພວກເຈົ້າ.


ເຮົາ​ປັດ​ການບາບ​ຂອງ​ເຈົ້າ​ດັ່ງ​ເມກ​ຫາຍໄປ ຈົ່ງ​ກັບ​ມາ ເພາະ​ເຮົາ​ຜູ້ດຽວ​ທີ່​ຊ່ວຍ​ເຈົ້າ​ໄດ້.”


ພູ​ໃຫຍ່​ແລະ​ພູນ້ອຍ​ອາດ​ພັງ​ທະລາຍ​ລົງ ແຕ່​ຄວາມຮັກ​ຂອງເຮົາ​ໝັ້ນຄົງ​ບໍ່​ສິ້ນສຸດ​ໄດ້; ເຮົາ​ຈະ​ຮັກສາ​ສັນຍາ​ຄວາມ​ສະຫງົບສຸກ​ໄວ້​ສືບໄປ.” ພຣະເຈົ້າຢາເວ​ຜູ້​ຊົງ​ເມດຕາ​ເຈົ້າ​ກ່າວ​ດັ່ງນີ້ແຫລະ.


ເຮົາ​ປິ່ນໜ້າ​ດ້ວຍ​ຄວາມ​ໂກດຮ້າຍ​ພຽງ​ຊົ່ວຄາວ ເຮົາ​ບໍ່ໄດ້​ແນມເບິ່ງ​ໜ້າ​ເຈົ້າ​ພຽງ​ໄລຍະ​ໜຶ່ງ ແຕ່​ເຮົາ​ຈະ​ສຳແດງ​ຄວາມຮັກ​ຕໍ່​ເຈົ້າ​ສືບໄປ.” ພຣະເຈົ້າຢາເວ​ພຣະຜູ້ໄຖ່​ກ່າວ​ດັ່ງນີ້ແຫລະ.


ການ​ຖືສິນ​ອົດອາຫານ​ແບບ​ທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງນີ້: ຄື​ແກ້​ໂສ້​ແຫ່ງ​ການກົດຂີ່ ແລະ​ປົດ​ແອກ​ແຫ່ງ​ຄວາມ​ບໍ່​ຍຸດຕິທຳ ແລະ​ປົດປ່ອຍ​ຄົນ​ທີ່​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ.


ພວກເຈົ້າ​ຄິດ​ແຜນການ​ຊົ່ວ​ຢູ່​ສະເໝີ ແລະ​ອົດ​ທີ່​ຈະ​ເຮັດ​ຕາມ​ແຜນການ​ນັ້ນ​ຈົນ​ບໍ່ໄຫວ. ພວກເຈົ້າ​ບໍ່ເຄີຍ​ລັ່ງເລໃຈ​ທີ່​ຈະ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ. ບໍ່​ວ່າ​ໄປ​ທີ່ໃດ​ພວກເຈົ້າ​ກໍ​ຈະ​ສ້າງ​ຄວາມ​ຈິບຫາຍ​ໄວ້​ທີ່ນັ້ນ


“ປະຊາຊົນ​ຜູ້​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເພາະ​ພວກເຈົ້າ​ເປັນ​ຂອງເຮົາ. ເຮົາ​ຈະ​ເອົາ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຈາກ​ແຕ່ລະ​ເມືອງ ແລະ​ສອງ​ຄົນ​ຈາກ​ແຕ່ລະ​ຕະກຸນ ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ພູເຂົາ​ຊີໂອນ.


ດ້ວຍເຫດນີ້, ຝົນ​ຈຶ່ງ​ບໍ່​ຕົກ​ຕາມ​ລະດູການ ແລະ ຝົນ​ຍາມ​ລະດູ​ໃບໄມ້ປົ່ງ​ຈຶ່ງ​ຍັງ​ບໍ່​ມາ. ເບິ່ງ​ເຈົ້າ​ຄື​ຍິງ​ແມ່ຈ້າງ​ແທ້ໆ; ເຈົ້າ​ຜູ້​ບໍ່ມີ​ຢ່າງອາຍ​ເອີຍ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?


ຂໍ​ໃຫ້​ພວກເຮົາ​ສຳຫລວດ​ທາງ​ຊີວິດ​ຂອງ​ພວກເຮົາ ແລະ​ຫັນ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ.


ເພາະສະນັ້ນ ‘ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຄື: ຈົ່ງ​ກັບຄືນ​ມາ​ສາ ແລະ​ປະຖິ້ມ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຂອງ​ພວກເຈົ້າ​ນັ້ນ​ເຖີດ.


ຈົ່ງ​ບອກ​ເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ເຮົາ​ຈະ​ບໍ່​ດີໃຈ​ເມື່ອ​ເຫັນ​ຄົນບາບ​ຜູ້ໜຶ່ງ​ຕາຍໄປ. ເຮົາ​ຈະ​ດີໃຈ​ຫລາຍກວ່າ​ເມື່ອ​ເຫັນ​ລາວ​ເຊົາ​ເຮັດ​ບາບ​ແລະ​ມີ​ຊີວິດ​ຢູ່. ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ເຮັດ​ການ​ຊົ່ວຮ້າຍ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ສາ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?’


ເພາະສະນັ້ນ ພະຣາຊາ​ເອີຍ ຈົ່ງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ເຖີດ. ຈົ່ງ​ເລີກ​ເຮັດ​ບາບ​ສາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ; ຈົ່ງ​ເມດຕາ​ສົງສານ​ຄົນ​ຍາກຈົນ. ແລ້ວ​ທ່ານ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ສືບ​ຕໍ່ໄປ.”


ເມື່ອ​ພຣະເຈົ້າ​ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ; ພຣະອົງ​ເຫັນ​ວ່າ​ພວກເຂົາ​ເຊົາ​ປະພຶດ​ຊົ່ວ. ສະນັ້ນ ພຣະອົງ​ຈຶ່ງ​ປ່ຽນໃຈ​ແລະ​ບໍ່​ລົງໂທດ​ພວກເຂົາ ຕາມ​ທີ່​ພຣະອົງ​ໄດ້​ກ່າວຂູ່​ໄວ້.


ຢ່າ​ສູ່​ວາງແຜນ​ຄິດ​ຄວາມຊົ່ວ​ໃນໃຈ​ຕໍ່​ກັນແລະກັນ. ຢ່າ​ສູ່​ສາບານ​ໂດຍ​ເປັນ​ພະຍານ​ບໍ່ຈິງ. ເຮົາ​ກຽດຊັງ​ການ​ເວົ້າຕົວະ, ການ​ອະຍຸດຕິທຳ ແລະ​ການ​ໂຫດຮ້າຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ໄປ​ຄົ້ນ​ເບິ່ງ​ເລື່ອງ​ນີ້​ໝາຍ​ເຖິງ​ຫຍັງ ຕາມ​ທີ່​ພຣະຄຳພີ​ມີ​ກ່າວ​ວ່າ, ‘ເຮົາ​ປະສົງ​ຄວາມ​ເມດຕາ ແຕ່​ບໍ່ແມ່ນ​ເຄື່ອງ​ບູຊາ.’ ເຮົາ​ບໍ່ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ສິນທຳ, ແຕ່​ມາ​ເອີ້ນ​ເອົາ​ຄົນ​ບາບ​ທັງຫລາຍ.”


ເພາະ​ແມ່ນ​ຄວາມ​ຄິດ​ຊົ່ວຮ້າຍ​ຈາກ​ພາຍ​ໃນ​ຄື: ການ​ຜິດ​ຊາຍຍິງ, ການ​ລັກ, ການ​ຂ້າ​ຄົນ,


ສິ່ງ​ເຫຼົ່ານີ້ ລ້ວນແຕ່​ອອກ​ມາ​ຈາກ​ພາຍ​ໃນ​ມະນຸດ ແລະ​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ.”


ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຝູງ​ເທວະດາ​ຂອງ​ພຣະເຈົ້າ​ກໍ​ຊົມຊື່ນ​ຍິນດີ ທີ່​ມີ​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”


ດ້ວຍວ່າ, ລູກ​ເຮົາ​ຄົນ​ນີ້​ຕາຍ​ແລ້ວ ແຕ່​ບັດນີ້​ລາວ​ມີ​ຊີວິດ​ຢູ່ ລາວ​ເສຍ​ໄປ​ແລ້ວ ແຕ່​ບັດນີ້​ເຮົາ​ໄດ້​ພົບ​ລາວ​ອີກ.’ ແລະ​ພວກເຂົາ​ກໍໄດ້​ຕັ້ງຕົ້ນ​ຊົມຊື່ນ​ຍິນດີ.


ເພາະສະນັ້ນ ເຮົາ​ຈຶ່ງ​ບອກ​ເຈົ້າ​ວ່າ, ເພາະ​ນາງ​ຮັກ​ຫລາຍ ຈຶ່ງ​ພິສູດ​ໃຫ້​ເຫັນ​ວ່າ ການບາບ​ທັງຫລາຍ​ຂອງ​ນາງ ໄດ້​ຮັບ​ການອະໄພ​ແລ້ວ, ແຕ່​ຜູ້ໃດ ທີ່​ໄດ້​ຮັບ​ການ​ໃຫ້​ອະໄພ​ໜ້ອຍ ຜູ້​ນັ້ນ​ກໍ​ຮັກ​ໜ້ອຍ.”


ກ່ອນ​ອື່ນ ຂ້ານ້ອຍ​ໄດ້​ປະກາດ​ແກ່​ປະຊາຊົນ​ຢູ່​ໃນ​ເມືອງ​ດາມັສກັດ ແລະ​ຕໍ່ມາ ໃນ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ທົ່ວ​ເຂດ​ແຂວງ​ຢູດາຍ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ ໂດຍ​ຮຽກຮ້ອງ​ພວກເຂົາ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່, ຫັນ​ມາ​ຫາ​ພຣະເຈົ້າ ແລະ​ປະພຶດ​ຕົນ​ສົມ​ກັບ​ການ​ກັບ​ໃຈ​ໃໝ່.


ດັ່ງນັ້ນ ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ໂດຍ​ຫັນ​ຄືນ​ມາ​ຫາ​ພຣະເຈົ້າ ເພື່ອ​ພຣະອົງ​ຈະ​ອະໄພ​ບາບກຳ​ໃຫ້​ພວກທ່ານ,


ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຂອງ​ລາວ​ຕັ້ງ​ຮາກ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຜິດບາບ ເມື່ອ​ຄວາມ​ຜິດບາບ​ໃຫຍ່​ຂຶ້ນ​ເຕັມ​ຂະໜາດ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka