Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 55:6 - ພຣະຄຳພີສັກສິ

6 ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ໃນ​ຂະນະທີ່​ຈະ​ພົບ​ພຣະອົງ​ໄດ້ ຈົ່ງ​ພາວັນນາ​ອະທິຖານ​ຕໍ່ ພຣະອົງ​ໃນ​ຂະນະທີ່​ພຣະອົງ​ສະຖິດ​ຢູ່​ໃກ້.

Uka jalj uñjjattʼäta Copia luraña




ເອຊາຢາ 55:6
45 Jak'a apnaqawi uñst'ayäwi  

ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ, ທ່ານ​ກໍໄດ້​ເຮັດ​ບາງ​ສິ່ງ​ທີ່​ດີ​ງາມ; ທ່ານ​ໄດ້​ທຳລາຍ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ຊຶ່ງ​ປະຊາຊົນ​ໄດ້​ຂາບໄຫວ້ ແລະ​ທ່ານ​ໄດ້​ພະຍາຍາມ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະເຈົ້າ.”


ແລ້ວ​ເຊການີຢາ​ລູກຊາຍ​ຂອງ​ເຢຮີເອນ​ຈາກ​ຕະກຸນ​ເອລາມ ກໍ​ເວົ້າ​ກັບ​ເອຊະຣາ​ວ່າ, “ພວກ​ຂ້ານ້ອຍ​ຂາດ​ຄວາມເຊື່ອ​ໃນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໂດຍ​ໄປ​ແຕ່ງງານ​ກັບ​ຜູ້ຍິງ​ຕ່າງຊາດ; ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຊາດ​ອິດສະຣາເອນ​ຍັງ​ມີ​ຄວາມຫວັງ​ຢູ່.


ແຕ່​ບັດນີ້ ຈົ່ງ​ຫັນ​ມາ​ພີ້ ແລະ​ສູ້​ຄະດີ​ກັນ​ເບິ່ງ ສູ້​ຄະດີ​ກັບ​ພຣະເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່;


ພຣະເຈົ້າຢາເວ​ຫລຽວ​ເບິ່ງ​ມະນຸດ​ຈາກ​ສະຫວັນ ວ່າ​ມີ​ໃຜ​ແດ່​ທີ່​ສະຫລາດ ມີ​ໃຜ​ແດ່​ທີ່​ຊອກ​ສະແຫວງ​ຫາ​ພຣະອົງ.


ພຣະເຈົ້າຢາເວ​ຢູ່​ໃກ້ຊິດ​ທຸກໆ​ຄົນ​ທີ່​ຮ້ອງຫາ​ພຣະອົງ ຄື​ຜູ້​ທີ່​ຮ້ອງຫາ​ພຣະອົງ​ຢ່າງ​ຈິງໃຈແທ້.


ພຣະອົງ​ໃຫ້​ຊົນຊາດ​ຂອງ​ພຣະອົງ​ໄດ້​ເຂັ້ມແຂງ​ຂຶ້ນ​ອີກ​ໃໝ່ ເພື່ອ​ປະຊາຊົນ​ທັງປວງ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ ຄື​ຊາດ​ອິດສະຣາເອນ ພວກ​ທີ່ຮັກຍິ່ງ​ຂອງ​ພຣະອົງ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ໃຈ​ຂອງ​ຂ້ານ້ອຍ​ກ່າວ​ຕາງ​ພຣະອົງ​ວ່າ, “ຈົ່ງ​ສະແຫວງຫາ​ພຣະພັກ​ຂອງເຮົາ.” ຂ້ານ້ອຍ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສະແຫວງຫາ​ພຣະພັກ​ຂອງ​ພຣະອົງ.”


ສະນັ້ນ ປະຊາຊົນ​ທຸກ​ທົ່ວ​ໜ້າ ທີ່​ຈົງຮັກ​ພັກດີ​ຕໍ່​ພຣະອົງ ຄວນ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ເມື່ອ​ຄາວ​ຈຳເປັນ ເມື່ອ​ຄວາມ​ທົນທຸກ​ລຳບາກ​ດັ່ງ​ນໍ້າ​ມາກ​ໄຫລຫລັ່ງ​ເຂົ້າ​ມາ ກໍ​ຈະ​ບໍ່​ໄຫລ​ຖ້ວມ​ເຖິງ​ພວກເຂົາ​ຢ່າງ​ເດັດຂາດ.


ຄົນ​ຊອບທຳ​ທົນທຸກ​ຕໍ່​ຄວາມ​ລຳບາກ​ນາໆ​ຊະນິດ ແຕ່​ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່ານີ້.


ຂ້າແດ່​ພຣະເຈົ້າ​ເອີຍ ພວກ​ຂ້ານ້ອຍ​ຂໍ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ​ພຣະອົງ, ພວກ​ຂ້ານ້ອຍ​ຂໍ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ​ພຣະອົງ ແລະ​ປະກາດ​ວ່າ​ພຣະອົງ​ຍິ່ງໃຫຍ່​ທີ່ສຸດ ແລະ​ບອກ​ເຖິງ ການ​ອັດສະຈັນ ຊຶ່ງ​ພຣະອົງ​ໄດ້​ກະທຳ​ນັ້ນ.


ດ້ວຍວ່າ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ພວກເຮົາ​ກໍ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ ຄື​ເປັນ​ໄພ່ພົນ​ທີ່​ພຣະອົງ​ຊົງ​ເຝົ້າເບິ່ງ​ຮັກສາ ເປັນ​ຝູງແກະ​ທີ່​ຊົງ​ລ້ຽງດູ.


ເຮົາ​ຮັກ​ພວກ​ທີ່​ຮັກ​ເຮົາ ຜູ້​ທີ່​ຊອກຫາ​ເຮົາ​ກໍ​ພົບ​ເຮົາ​ໄດ້.


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


ໃນ​ຕອນ​ກາງຄືນ ຂ້ານ້ອຍ​ກໍ​ຄິດຫາ​ແຕ່​ພຣະອົງ ປາຖະໜາ​ຫາ​ແຕ່​ພຣະອົງ​ດ້ວຍ​ໝົດ​ຫົວໃຈ. ເມື່ອ​ພຣະອົງ​ຕັດສິນ​ໂລກນີ້​ລວມທັງ​ປະຊາຊາດ​ທັງປວງ ທຸກຄົນ​ຈະ​ໄດ້​ຮຽນຮູ້​ວ່າ​ຄວາມ​ຍຸດຕິທຳ​ຄື​ຫຍັງ​ແທ້.


ເຮົາ​ບໍ່ໄດ້​ກ່າວ​ໃນ​ບ່ອນ​ທີ່​ລັບລີ້​ເລີຍ ຫລື​ປິດບັງ​ຈຸດ​ມຸ່ງໝາຍ​ຂອງເຮົາ​ໄວ້. ເຮົາ​ບໍ່ໄດ້​ຮ້ອງຂໍ​ໃຫ້​ປະຊາຊົນ​ອິດສະຣາເອນ ຊອກ​ຄົ້ນ​ຫາ​ເຮົາ​ໃນ​ບ່ອນ​ເປົ່າຮ້າງ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ແຕ່​ຄວາມຈິງ ເຮັດ​ໃຫ້​ທຸກຄົນ​ຮູ້ຈັກ​ແຕ່​ສິ່ງ​ທີ່​ຖືກຕ້ອງ.”


ຊາວ​ໂລກ​ທັງ​ໂລກ ຈົ່ງ​ກັບ​ມາ​ຫາ​ເຮົາ ເຮົາ​ເທົ່ານັ້ນ​ຄື​ພຣະເຈົ້າ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄດ້.


ເຮົາ​ພວມ​ນຳ​ມື້​ໄຊຊະນະ​ເຂົ້າ​ມາ​ໃກ້​ທຸກ​ທີ ເປັນ​ໄຊຊະນະ​ທີ່​ບໍ່​ຢູ່​ໄກ​ແຕ່​ຢ່າງໃດ​ຈັກດີ້. ຄວາມມີໄຊ​ຂອງເຮົາ​ຈະ​ບໍ່​ຖືກ​ເຮັດ​ໃຫ້​ຊັກຊ້າ​ໄປ ເຢຣູຊາເລັມ​ແລະ​ອິດສະຣາເອນ ຈະ​ມີ​ຜູ້​ຊ່ວຍ​ທັງ​ໄດ້​ຮັບ​ກຽດ.”


ພຣະເຈົ້າຢາເວ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເມື່ອ​ເຖິງ​ເວລາ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ເຮົາ​ຈະ​ເຫັນໃຈ​ເຈົ້າ ແລະ​ຕອບ​ຄຳຮ້ອງຂໍ ຈະ​ເຝົ້າ​ເບິ່ງແຍງ​ຮັກສາ ແລະ​ປົກປ້ອງ​ເຈົ້າ​ໄວ້ ໂດຍ​ທາງ​ເຈົ້າ ເຮົາ​ຈະ​ຕັ້ງ​ພັນທະສັນຍາ ກັບ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ໃນ​ໂລກນີ້. ເຮົາ​ຈະ​ນຳ​ເຈົ້າ​ໃຫ້​ຕັ້ງ​ຖິ່ນຖານ​ເທື່ອ​ໃໝ່ ໃນ​ດິນແດນ​ທີ່​ເວລາ​ນີ້​ຮົກຮ້າງ​ຫວ່າງຄົນ.


ເມື່ອນັ້ນ​ເຈົ້າ​ຈະ​ພາວັນນາ​ອະທິຖານ​ຫາ​ເຮົາ ເຮົາ​ກໍ​ຈະ​ຕອບ​ເຈົ້າ. ເມື່ອ​ເຈົ້າ​ເອີ້ນ​ຫາ​ເຮົາ ເຮົາ​ກໍ​ຈະ​ຂານຕອບ​ເຈົ້າ. ຖ້າ​ເຈົ້າ​ເຊົາ​ກົດຂີ່​ຄົນອື່ນ ເລີກ​ການ​ດູໝິ່ນ​ປະໝາດ​ທຸກປະການ ແລະ​ເຊົາ​ເວົ້າ​ຄຳ​ຊົ່ວຊ້າ​ທຸກຢ່າງ;


ພວກເຂົາ​ຈະ​ນະມັດສະການ​ເຮົາ ແລະ​ຈະ​ນຳ​ຝູງແກະ ແລະ​ຝູງງົວ​ຂອງ​ພວກເຂົາ​ໄປ​ລ້ຽງ​ຕາມ​ທົ່ງຫຍ້າ​ຊາໂຣນ ໃນ​ທິດ​ຕາເວັນຕົກ ແລະ​ໃນ​ຮ່ອມ​ພູເຂົາ​ເດືອດຮ້ອນ​ທາງທິດ​ຕາເວັນອອກ.


ແມ່ນແຕ່​ກ່ອນ​ທີ່​ພວກເຂົາ​ພາວັນນາ​ອະທິຖານ​ສຸດ ເຮົາ​ກໍ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ແລ້ວ.


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ໃຫ້​ປ່ຽນ​ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່​ດີ ແລະ​ຈາກ​ການ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກທ່ານ​ກຳລັງ​ເຮັດ​ຢູ່ ເພື່ອ​ວ່າ​ພວກທ່ານ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ແກ່​ພວກທ່ານ ແລະ​ບັນພະບຸລຸດ​ຂອງ​ພວກທ່ານ ໃຫ້​ເປັນ​ກຳມະສິດ​ອັນ​ຕະຫລອດໄປ.


‘ຈົ່ງ​ຮ້ອງ​ຫາ​ເຮົາ ແລະ​ເຮົາ​ຈະ​ຕອບ​ເຈົ້າ; ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເຈົ້າ​ບໍ່​ຮູ້.’


ເພາະສະນັ້ນ ‘ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຄື: ຈົ່ງ​ກັບຄືນ​ມາ​ສາ ແລະ​ປະຖິ້ມ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຂອງ​ພວກເຈົ້າ​ນັ້ນ​ເຖີດ.


ຈົ່ງ​ບອກ​ເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ເຮົາ​ຈະ​ບໍ່​ດີໃຈ​ເມື່ອ​ເຫັນ​ຄົນບາບ​ຜູ້ໜຶ່ງ​ຕາຍໄປ. ເຮົາ​ຈະ​ດີໃຈ​ຫລາຍກວ່າ​ເມື່ອ​ເຫັນ​ລາວ​ເຊົາ​ເຮັດ​ບາບ​ແລະ​ມີ​ຊີວິດ​ຢູ່. ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ເຮັດ​ການ​ຊົ່ວຮ້າຍ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ສາ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?’


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ເຈົ້າ​ເຫັນ​ບໍ​ວ່າ​ມີ​ຫຍັງ​ແດ່​ເກີດຂຶ້ນ? ຈົ່ງ​ເບິ່ງ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ປະຊາຊົນ​ອິດສະຣາເອນ​ກຳລັງ​ເຮັດ​ຢູ່​ໃນ​ທີ່​ນີ້ ໂດຍ​ຂັບໄລ່​ເຮົາ​ໃຫ້​ໄປ​ໄກແສນໄກ​ຈາກ​ບ່ອນ​ສັກສິດ​ຂອງເຮົາ. ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ໜ້າອັບອາຍ​ຫລາຍກວ່າ​ນີ້.”


ເພາະສະນັ້ນ ພະຣາຊາ​ເອີຍ ຈົ່ງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ເຖີດ. ຈົ່ງ​ເລີກ​ເຮັດ​ບາບ​ສາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ; ຈົ່ງ​ເມດຕາ​ສົງສານ​ຄົນ​ຍາກຈົນ. ແລ້ວ​ທ່ານ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ສືບ​ຕໍ່ໄປ.”


ເຮົາ​ກ່າວ​ວ່າ, ‘ຈົ່ງ​ໄຖ​ດິນ​ຕອນ​ໃໝ່​ສຳລັບ​ເຈົ້າເອງ ຈົ່ງ​ຫວ່ານ​ຄວາມ​ຊອບທຳ ແລະ​ເກັບກ່ຽວ​ເອົາ​ພຣະພອນ​ຈາກ​ການ​ອຸທິດຕົວ​ຂອງເຈົ້າ​ທີ່​ມີ​ຕໍ່​ເຮົາ. ເຖິງ​ເວລາ​ແລ້ວ​ທີ່​ເຈົ້າ​ຈະ​ສະແຫວງຫາ​ພຣະເຈົ້າຢາເວ ແລ້ວ​ເຮົາ​ກໍ​ຈະ​ມາ ແລະ​ຖອກ​ເທ​ພອນ​ເທິງ​ເຈົ້າ.’


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ແລະ​ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່. ຖ້າ​ບໍ່​ຍອມ ພຣະອົງ​ກໍ​ຈະ​ກຳຈັດ​ປະຊາຊົນ​ອິດສະຣາເອນ​ດັ່ງ​ໄຟ​ທີ່​ເຜົາຜານ. ໄຟ​ນັ້ນ​ຈະ​ລຸກ​ໄໝ້​ຊາວ​ເບັດເອນ ແລະ​ບໍ່ມີ​ຜູ້ໃດ​ຈະ​ມອດ​ມັນ​ໄດ້.


ປະຊາຊົນ​ທຸກຄົນ ແລະ​ສັດ​ທຸກ​ໂຕ ຕ້ອງ​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ. ທຸກຄົນ​ຕ້ອງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ ແລະ​ຕ້ອງ​ເລີກ​ປະພຶດ​ການຊົ່ວ​ແລະ​ເຊົາ​ເຮັດ​ການ​ໂຫດຮ້າຍ​ຂອງຕົນ​ສາ.


“ຈົ່ງ​ຮີບ​ປອງດອງ​ກັບ​ຄູ່ໂຈດ​ຂອງຕົນ ໃນ​ຂະນະທີ່​ຍັງ​ຢູ່​ກາງ​ທາງ​ນຳ​ກັນ ຢ້ານ​ວ່າ​ໂຈດ​ນັ້ນ​ຈະ​ມອບ​ເຈົ້າ​ໄວ້​ກັບ​ຕຸລາການ ແລະ​ຕຸລາການ​ຈະ​ມອບ​ເຈົ້າ​ໄວ້​ກັບ​ເຈົ້າໜ້າທີ່ ແລ້ວ​ເຈົ້າ​ຈະ​ໄດ້​ຖືກ​ຂັງ​ໄວ້​ໃນ​ຄຸກ.


ເມື່ອ​ເຈົ້າ​ຂອງ​ເຮືອນ​ລຸກ​ຂຶ້ນ​ແລະ​ອັດ​ປະຕູ​ແລ້ວ ເຈົ້າ​ທັງຫລາຍ​ກໍ​ຈະ​ຢືນ​ຢູ່​ຂ້າງ​ນອກ ເລີ່ມ​ເອີ້ນ​ເພິ່ນ​ທັງ​ເຄາະ​ປະຕູ ແລະ​ວິງວອນ​ຂໍ​ວ່າ, ‘ພຣະອົງເຈົ້າ​ເອີຍ ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ.’ ແລ້ວ​ເພິ່ນ​ກໍ​ຈະ​ຕອບ​ເຈົ້າ​ທັງຫລາຍ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ!’


ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ຈະ​ຈາກ​ໄປ ເຈົ້າ​ທັງຫລາຍ​ຈະ​ຊອກ​ຫາ​ເຮົາ, ແຕ່​ພວກເຈົ້າ​ຈະ​ຕາຍ​ໃນ​ບາບກຳ​ຂອງ​ພວກເຈົ້າ ພວກເຈົ້າ​ໄປ​ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ບໍ່ໄດ້.”


ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ ຢ່າ​ທໍ້ຖອຍ​ໃຈ​ຍ້ອນ​ຂ້າພະເຈົ້າ​ຖືກ​ທົນທຸກ​ລຳບາກ ເພາະ​ເຫັນ​ແກ່​ພວກເຈົ້າ, ທັງໝົດ​ນັ້ນ​ກໍ​ເພື່ອ​ເປັນ​ກຽດຕິຍົດ​ແກ່​ພວກເຈົ້າ​ເອງ.


ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ສະແຫວງ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຖ້າ​ພວກເຈົ້າ​ສະແຫວງ​ຫາ​ພຣະອົງ​ດ້ວຍ​ສຸດໃຈ ພວກເຈົ້າ​ກໍ​ຈະ​ໄດ້​ພົບ​ພຣະອົງ.


ບໍ່ມີ​ຊົນຊາດ​ອື່ນ​ໃດ ເຖິງ​ວ່າ​ຍິ່ງໃຫຍ່​ພຽງໃດ​ກໍຕາມ ທີ່​ມີ​ພຣະເຈົ້າ​ຢູ່​ໃກ້ຊິດ​ເມື່ອ​ພວກເຂົາ​ຕ້ອງການ​ຄວາມ​ຊ່ວຍເຫລືອ ເໝືອນ​ດັ່ງ​ທີ່​ພວກເຮົາ​ມີ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ພວກເຮົາ​ຮ້ອງ​ຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ​ເມື່ອໃດ ພຣະອົງ​ກໍ​ຕອບ​ພວກເຮົາ​ເມື່ອນັ້ນ.


ດັ່ງນັ້ນ ຖ້າ​ພວກເຮົາ​ລະເລີຍ​ຕໍ່​ຄວາມ​ພົ້ນ​ອັນ​ໃຫຍ່ຫລວງ​ເຊັ່ນນີ້ ພວກເຮົາ​ຈະ​ຫລົບ​ໜີ​ຈາກ​ການ​ລົງໂທດ​ໄດ້​ຢ່າງ​ໃດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ປະກາດ​ຄວາມ​ພົ້ນ​ນັ້ນ​ໃນ​ເວລາ​ທຳອິດ ແລະ​ພວກ​ທີ່​ໄດ້ຍິນ​ກໍ​ຢືນຢັນ​ແກ່​ພວກເຮົາ​ວ່າ​ເປັນ​ຄວາມຈິງ.


ແຕ່​ຈົ່ງ​ຊ່ວຍ​ກັນແລະກັນ​ທຸກໆ​ວັນ ຕາບໃດ​ທີ່​ຍັງ​ໃຊ້​ຄຳ​ວ່າ, “ວັນ​ນີ້” ເພື່ອ​ບໍ່​ໃຫ້​ມີ​ຜູ້ໃດ​ໃນ​ພວກເຈົ້າ ຖືກ​ບາບ​ລໍ້ລວງ​ໃຫ້​ມີ​ຈິດໃຈ​ດື້ດ້ານ​ບໍ່​ເຊື່ອຟັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka