ເອຊາຢາ 55:4 - ພຣະຄຳພີສັກສິ4 ເຮົາໄດ້ເຮັດໃຫ້ເພິ່ນນຳພາແລະສັ່ງການ ບັນດາຊົນຊາດໄດ້ຮູ້ຣິດອຳນາດເຮົາທາງເພິ່ນ. Uka jalj uñjjattʼäta |
ພວກເຂົາຈະອາໄສຢູ່ໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ຢາໂຄບຜູ້ຮັບໃຊ້ຂອງເຮົາ ຄືດິນແດນບ່ອນທີ່ປູ່ຍ່າຕາຍາຍຂອງພວກເຂົາໄດ້ອາໄສຢູ່. ພວກເຂົາຈະອາໄສຢູ່ທີ່ນັ້ນຕະຫລອດໄປ ແລະລູກຂອງພວກເຂົາຕະຫລອດທັງເຊື້ອສາຍທຸກຄົນກໍຈະອາໄສຢູ່ທີ່ນັ້ນດ້ວຍ. ຜູ້ຮັບໃຊ້ຂອງເຮົາດັ່ງດາວິດຈະເປັນກະສັດປົກຄອງພວກເຂົາຕະຫລອດໄປ.
ອັນນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ແລະເຂົ້າໃຈ: ນັບຕັ້ງແຕ່ເວລາອອກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນເຖິງພຣະເຈົ້າເລືອກເອົາຜູ້ນຳຂຶ້ນມາ ເຈັດອາທິດແລະຫົກສິບສອງອາທິດ ນະຄອນເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ຢ່າງເຂັ້ມແຂງພ້ອມດ້ວຍຖະໜົນຫົນທາງ ແລະປ້ອມປ້ອງກັນເມືອງ, ແຕ່ມັນຈະເປັນເວລາແຫ່ງຄວາມລຳບາກ.