Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 55:3 - ພຣະຄຳພີສັກສິ

3 ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.

Uka jalj uñjjattʼäta Copia luraña




ເອຊາຢາ 55:3
45 Jak'a apnaqawi uñst'ayäwi  

ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ລະຫວ່າງ​ເຮົາ ກັບ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ໃຫ້​ເປັນ​ພັນທະສັນຍາ​ສືບ​ໄປ​ສຳລັບ​ຄົນ​ເຊັ່ນ​ຕໍ່ໆໄປ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ.


ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ພຣະເຈົ້າ​ອວຍພອນ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ດັ່ງນີ້ ເພາະ​ຊົງ​ຕັ້ງ​ພັນທະສັນຍາ​ກັບ​ຂ້ານ້ອຍ​ສືບໄປ, ເປັນ​ຄຳ​ຕົກລົງ​ທີ່​ຈະ​ບໍ່​ຖືກ​ຍົກເລີກ ເປັນ​ຄຳສັນຍາ​ທີ່​ຈະ​ປ່ຽນແປງ​ບໍ່ໄດ້. ທັງໝົດ​ນີ້ ຄື​ສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ ຄື​ຊົງ​ມອບ​ໄຊຊະນະ​ໃຫ້​ໃນ​ທຸກໆ​ສະພາບ​ການ.


ຂໍ​ພຣະອົງ​ອວຍພອນ​ຄອບຄົວ​ຂອງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເຖີດ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ຈະ​ໄດ້​ຢູ່​ຊ້ອງພຣະພັກ​ພຣະອົງ​ຕະຫລອດໄປ. ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ເປັນ​ຜູ້​ໄດ້​ສັນຍາ​ເຊັ່ນນີ້ ແລະ​ຂໍ​ພຣະອົງ​ໂຜດ​ອວຍພອນ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຕະຫລອດໄປ​ເຖີດ.”


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ໂຜດ​ຢ່າ​ໄດ້​ປະຖິ້ມ​ກະສັດ​ທີ່​ພຣະອົງ​ໄດ້​ເລືອກເອົາ​ເລີຍ. ໂຜດ​ຈົດຈຳ​ຄວາມຮັກ​ທີ່​ພຣະອົງ​ໄດ້​ມີ​ຕໍ່​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແດ່ທ້ອນ.”


ຂ້ານ້ອຍ​ໄດ້​ຕັດສິນໃຈ​ແລ້ວ​ທີ່​ຈະ​ເຊື່ອຟັງ ກົດບັນຍັດ​ຈົນເຖິງ​ວັນ​ທີ່​ຂ້ານ້ອຍ​ຕາຍໄປ.


ຂໍ​ຊົງ​ໂຜດ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ ເພື່ອ​ຈະ​ສາມາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂໍ​ໃຫ້​ຂໍ້​ຄຳແນະນຳ​ຂອງ​ພຣະອົງ​ຊ່ວຍເຫຼືອ​ຂ້ານ້ອຍ​ດ້ວຍ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ຄຳສັ່ງສອນ​ຂອງເຮົາ​ເດີ ຈົ່ງ​ງ່ຽງ​ຫູ​ຟັງ​ໃຫ້​ດີ​ສິ່ງ​ທີ່​ເຮົາ​ຈະ​ກ່າວ


ເຮົາ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ມີ​ຕໍ່​ລາວ​ໄວ້​ສະເໝີ ແລະ​ພັນທະສັນຍາ​ຂອງເຮົາ​ຈະ​ຢູ່​ກັບ​ລາວ​ຕະຫລອດໄປ.


ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ລາວ​ຈະ​ເປັນ​ກະສັດ​ປົກຄອງ​ເລື້ອຍໄປ ແລະ​ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ຍືນຍົງ​ຢູ່​ທີ່​ຟ້າ​ສະຫວັນ.


ພຣະອົງ​ໄດ້​ບອກ​ວ່າ, “ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງພວກເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ດ້ວຍ​ໂຣກໄພໄຂ້ເຈັບ ດັ່ງ​ທີ່​ໄດ້​ນຳ​ມາ​ທຳລາຍ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ປິ່ນປົວ​ຮັກສາ​ເຈົ້າ​ໃຫ້​ດີ.”


ລູກ​ເອີຍ ຈົ່ງ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ພໍ່​ບອກສອນ. ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພໍ່.


ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ພໍ່​ບອກ ແລະ​ເຈົ້າ​ກໍ​ຈະ​ມີ​ຊີວິດ. ຈົ່ງ​ຕັ້ງໜ້າ​ຮັກສາ​ຄຳສັ່ງສອນ​ຂອງ​ພໍ່​ໄວ້​ດັ່ງ​ເຈົ້າ​ຮັກສາ​ແກ້ວຕາ​ເຈົ້າເອງ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ກ່າວ​ດັ່ງ​ຕໍ່ໄປນີ້: ເຮົາ​ໄດ້​ໃຫ້​ຄຳສັ່ງສອນ​ແກ່​ຊົນຊາດ​ທັງຫລາຍ ກົດບັນຍັດ​ຈະ​ນຳ​ພວກເຂົາ​ສູ່​ແສງແຈ້ງ.


ພູ​ໃຫຍ່​ແລະ​ພູນ້ອຍ​ອາດ​ພັງ​ທະລາຍ​ລົງ ແຕ່​ຄວາມຮັກ​ຂອງເຮົາ​ໝັ້ນຄົງ​ບໍ່​ສິ້ນສຸດ​ໄດ້; ເຮົາ​ຈະ​ຮັກສາ​ສັນຍາ​ຄວາມ​ສະຫງົບສຸກ​ໄວ້​ສືບໄປ.” ພຣະເຈົ້າຢາເວ​ຜູ້​ຊົງ​ເມດຕາ​ເຈົ້າ​ກ່າວ​ດັ່ງນີ້ແຫລະ.


ເຮົາ​ປິ່ນໜ້າ​ດ້ວຍ​ຄວາມ​ໂກດຮ້າຍ​ພຽງ​ຊົ່ວຄາວ ເຮົາ​ບໍ່ໄດ້​ແນມເບິ່ງ​ໜ້າ​ເຈົ້າ​ພຽງ​ໄລຍະ​ໜຶ່ງ ແຕ່​ເຮົາ​ຈະ​ສຳແດງ​ຄວາມຮັກ​ຕໍ່​ເຈົ້າ​ສືບໄປ.” ພຣະເຈົ້າຢາເວ​ພຣະຜູ້ໄຖ່​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຮັກ​ຄວາມ​ຍຸດຕິທຳ ເຮົາ​ກຽດຊັງ​ການກົດຂີ່ ແລະ​ອາຊະຍາກຳ​ດ້ວຍ. ເຮົາ​ຈະ​ໃຫ້​ບຳເໜັດ​ແກ່​ປະຊາຊົນ​ຂອງເຮົາ​ຢ່າງ​ສັດຊື່ ທັງ​ຈະ​ເຮັດ​ສັນຍາ​ອັນ​ຖາວອນ​ກັບ​ພວກເຂົາ.


ແຕ່​ພວກເຂົາ​ກັບ​ຈະ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຮັບໃຊ້​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເຮົາ​ຈະ​ມອບ​ອຳນາດ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ.”


ເຮົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຖາວອນ​ກັບ​ພວກເຂົາ. ເຮົາ​ຈະ​ບໍ່​ຢຸດຢັ້ງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ​ສຳລັບ​ພວກເຂົາ ແລະ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ພວກເຂົາ​ຢຳເກງ​ເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ເຮົາ.


ເຮົາ​ໄດ້​ເຮັດ​ສິ່ງ​ນີ້​ໄວ້​ຢ່າງ​ແນ່ນອນ​ສັນໃດ ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ຢ່າງ​ແນ່ນອນ​ສັນນັ້ນ ກັບ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ເລືອກ​ເອົາ​ເຊື້ອສາຍ​ຂອງ​ດາວິດ​ຜູ້ໜຶ່ງ​ໄວ້ ເພື່ອ​ໃຫ້​ປົກຄອງ​ເຊື້ອສາຍ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ເຮົາ​ຈະ​ເມດຕາ​ປະຊາຊົນ​ຂອງເຮົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ.”


ຂ້າພະເຈົ້າ​ຕອບ​ວ່າ, “ທ່ານ​ຈະ​ບໍ່​ຖືກ​ມອບ​ໃຫ້​ພວກເຂົາ. ຂ້ານ້ອຍ​ຮ້ອງຂໍ​ທ່ານ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລ້ວ​ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ທ່ານ ແລະ​ຊີວິດ​ຂອງທ່ານ​ກໍ​ຈະ​ປອດໄພ.


ພວກເຂົາ​ຈະ​ຖາມ​ຫາ​ຫົນທາງ​ໄປ​ສູ່​ພູເຂົາ​ຊີໂອນ ແລະ​ຈະ​ເດີນ​ໄປ​ຕາມ​ຫົນທາງ​ນັ້ນ. ພວກເຂົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຕະຫລອດໄປ​ກັບ​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ບໍ່​ຝ່າຝືນ​ພັນທະສັນຍາ​ນັ້ນ​ຈັກເທື່ອ.


ແຕ່​ເຮົາ​ຈະ​ເຮັດ​ຕາມ​ພັນທະສັນຍາ ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ເຈົ້າ​ເມື່ອ​ຄາວ​ເຈົ້າ​ຍັງ​ໜຸ່ມນ້ອຍ ແລະ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຍືນຍົງ​ຕະຫລອດໄປ​ກັບ​ເຈົ້າ.


ເຮົາ​ຄື​ພຣະເຈົ້າຢາເວ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ກະສັດ​ດາວິດ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ຈະ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເຮັດ​ພັນທະສັນຍາ​ປະກັນ​ຄວາມ​ປອດໄພ​ໃຫ້​ແກ່​ພວກເຂົາ. ເຮົາ​ຈະ​ກຳຈັດ​ສັດຮ້າຍ​ທັງໝົດ​ອອກ​ໄປ​ຈາກ​ດິນແດນ ເພື່ອ​ແກະ​ຂອງເຮົາ​ຈະ​ໄດ້​ຢູ່​ຢ່າງ​ປອດໄພ​ຕາມ​ທົ່ງນາ​ຫລື​ໃນ​ປ່າ.


ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຢ່າງ​ໜຶ່ງ​ກັບ​ພວກເຂົາ ທີ່​ຮັບ​ຮອງ​ຄວາມ​ປອດໄພ​ຕະຫລອດໄປ. ເຮົາ​ຈະ​ໃຫ້​ພວກເຂົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງ​ພວກເຂົາ​ເພີ່ມ​ຂຶ້ນ; ເຮົາ​ຈະ​ຕັ້ງ​ພຣະວິຫານ​ຂອງເຮົາ​ຢູ່​ທ່າມກາງ​ພວກເຂົາ​ຕະຫລອດໄປ.


ຈົ່ງ​ເຮັດ​ຕາມ​ຮີດຄອງ​ແລະ​ກົດບັນຍັດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ; ການ​ປະຕິບັດ​ຕາມ​ຄຳສັ່ງ​ດັ່ງ​ກ່າວ​ນີ້​ເປັນ​ການ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ​ເອງ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ກ່າວ​ຕໍ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຈົ່ງ​ມາ​ຫາ​ເຮົາ ແລະ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່.


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ແລະ​ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່. ຖ້າ​ບໍ່​ຍອມ ພຣະອົງ​ກໍ​ຈະ​ກຳຈັດ​ປະຊາຊົນ​ອິດສະຣາເອນ​ດັ່ງ​ໄຟ​ທີ່​ເຜົາຜານ. ໄຟ​ນັ້ນ​ຈະ​ລຸກ​ໄໝ້​ຊາວ​ເບັດເອນ ແລະ​ບໍ່ມີ​ຜູ້ໃດ​ຈະ​ມອດ​ມັນ​ໄດ້.


“ບັນດາ​ຜູ້​ທີ່​ເຮັດ​ການ​ໜັກໜ່ວງ​ແລະ​ແບກ​ພາລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ເຊົາເມື່ອຍ.


ແຕ່​ຕາ​ຂອງ​ພວກເຈົ້າ​ກໍ​ເປັນ​ສຸກ ເພາະ​ພວກເຈົ້າ​ໄດ້​ເຫັນ ແລະ​ຫູ​ຂອງ​ພວກເຈົ້າ​ກໍ​ເປັນ​ສຸກ​ເພາະ​ໄດ້ຍິນ.


ຂະນະທີ່​ເປໂຕ​ເວົ້າ​ຍັງ​ບໍ່​ສຸດ​ຄຳ​ກໍ​ມີ​ກ້ອນ​ເມກ​ອັນ​ແຈ່ມໃສ​ລອຍ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ຊຶ່ງ​ເຮົາ​ພໍໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.”


ແກະ​ຂອງເຮົາ​ກໍ​ຟັງ​ສຽງ​ຂອງເຮົາ, ເຮົາ​ຮູ້ຈັກ​ພວກເຂົາ ແລະ​ພວກເຂົາ​ກໍຕາມ​ເຮົາ​ໄປ.


ສິ່ງສາລະພັດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ ກໍ​ຈະ​ມາ​ຫາ​ເຮົາ ແລະ​ຜູ້​ທີ່​ມາ​ຫາ​ເຮົາ ເຮົາ​ຈະ​ບໍ່​ຖິ້ມ​ອອກ​ໄປ​ພາຍນອກ​ຈັກເທື່ອ


ໃນ​ວັນ​ສຸດທ້າຍ ຊຶ່ງ​ເປັນ​ວັນ​ສຳຄັນ​ຂອງ​ເທດສະການ ພຣະເຢຊູເຈົ້າ​ໄດ້​ຢືນ​ຂຶ້ນ ແລະ ຮ້ອງ​ດັງໆ​ວ່າ, “ຖ້າ​ຜູ້ໃດ​ຫິວນໍ້າ​ໃຫ້​ມາ​ຫາ​ເຮົາ​ແລະ​ດື່ມ.”


ຜູ້​ທີ່​ມາ​ຈາກ​ພຣະເຈົ້າ​ຍ່ອມ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ, ແຕ່​ເຈົ້າ​ທັງຫລາຍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ເຫດສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຟັງ.”


ນີ້​ແຫຼະ ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້ ເຖິງ​ຄວາມ​ເປັນ​ຄືນ​ມາ​ຈາກ​ຕາຍ​ຂອງ​ພຣະອົງ​ວ່າ, ບໍ່​ໃຫ້​ຫລົບ​ສູ່​ຄວາມ​ເປື່ອຍເນົ່າ​ຈັກເທື່ອ: ‘ເຮົາ​ຈະ​ໃຫ້​ພຣະພອນ ອັນ​ສັກສິດ​ບໍຣິສຸດ ແລະ​ໝັ້ນຄົງ​ແກ່​ເຈົ້າ​ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ດາວິດ.’


ໂມເຊ​ໄດ້​ຂຽນ​ເຖິງ​ຄວາມ​ຊອບທຳ​ຕາມ​ຫລັກ​ກົດບັນຍັດ​ວ່າ, “ຜູ້ໃດ​ທີ່​ປະຕິບັດ​ຕາມ​ຫລັກ​ກົດບັນຍັດ ກໍ​ຈະ​ໄດ້​ຊີວິດ​ຕາມ​ນັ້ນ.”


ຂໍ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ສັນຕິສຸກ ຜູ້​ໄດ້​ຊົງ​ນຳ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ໃຫ້​ຄືນ​ມາ​ຈາກ​ຄວາມ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວກັບ​ພັນທະສັນຍາ​ອັນ​ຕັ້ງ​ຢູ່​ເປັນນິດ​ນັ້ນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka