Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 55:11 - ພຣະຄຳພີສັກສິ

11 ສະນັ້ນ ຖ້ອຍຄຳ​ທີ່​ເຮົາ​ກ່າວ​ໄປ​ກໍ​ເຊັ່ນດຽວ​ກັນ ຄື​ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ໂດຍ​ສູນເປົ່າ ຈະ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງ​ແຜນການ ແລະ​ທຸກສິ່ງ​ທີ່​ເຮົາ​ໃຊ້​ໄປ​ເຮັດ​ນັ້ນ ຈະ​ເກີດຜົນ​ຈະເລີນ​ຂຶ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 55:11
29 Jak'a apnaqawi uñst'ayäwi  

ຖືກ​ແລ້ວ ຕົ້ນຫຍ້າ​ຫ່ຽວແຫ້ງ​ດອກໄມ້​ຫລ່າເຫລືອງ ແຕ່​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.”


ເຮົາ​ໄດ້ສາບານ​ໂດຍເຮົາເອງ​ດ້ວຍ​ຄວາມ​ຊອບທຳ ຖ້ອຍຄຳ​ໄດ້​ອອກ​ໄປ​ຈາກ​ປາກ​ຂອງເຮົາ​ຈະ​ບໍ່​ປ່ຽນແປງ​ຈັກເທື່ອ​ວ່າ, ‘ທຸກ​ຫົວເຂົ່າ​ຈະຕ້ອງ​ຄຸລົງ​ຕໍ່ໜ້າ​ເຮົາ ລີ້ນ​ທຸກ​ລີ້ນ​ຈະ​ສາບານ​ຕໍ່​ເຮົາ.’


ຕັ້ງແຕ່ຕົ້ນ​ເຮົາ​ກ່າວ​ໄວ້​ກ່ອນ​ເຖິງ​ສິ່ງ​ທີ່​ຈະ​ມີ​ມາ ເຮົາ​ໄດ້​ບອກ​ໄວ້​ແຕ່​ດົນນານ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ເຮົາ​ບອກ​ວ່າ, ແຜນການ​ຂອງເຮົາ​ບໍ່ເຄີຍ​ຫລົ້ມເຫລວ ເຮົາ​ເຮັດ​ທຸກໆສິ່ງ​ຕາມ​ທີ່​ເຮົາ​ຢາກ​ເຮັດ.


ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.


“ເຮົາ​ໄດ້​ສັນຍາ​ໄວ້​ໃນ​ສະໄໝ​ຂອງ​ໂນອາ​ວ່າ ເຮົາ​ຈະ​ບໍ່​ໃຫ້​ນໍ້າ​ຖ້ວມ​ແຜ່ນດິນ​ໂລກ​ອີກ​ເລີຍ. ບັດນີ້ ເຮົາ​ສັນຍາ​ວ່າ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ອີກ​ຕໍ່ໄປ ເຮົາ​ຈະ​ບໍ່​ຕິຕຽນ​ຫລື​ຈະ​ບໍ່​ລົງໂທດ​ເຈົ້າ​ອີກ.


ຝ່າຍ​ເຮົາ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ໄດ້​ມອບ​ພຣະວິນຍານ​ຂອງເຮົາ​ໃຫ້​ພວກເຈົ້າ ແລະ​ມອບ​ຂໍ້​ຄຳສັ່ງສອນ​ຂອງເຮົາ​ໃຫ້​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ ແລະ​ຕັ້ງແຕ່​ນີ້​ຕໍ່ໄປ​ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ ພ້ອມ​ທັງ​ສັ່ງສອນ​ພວກ​ລູກຫລານ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ ໃຫ້​ເຊື່ອຟັງ​ເຮົາ​ທຸກຍຸກ​ທຸກສະໄໝ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ​ແຫລະ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ກ່າວວ່າ, “ເຢເຣມີຢາ​ເອີຍ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ງ່າ​ຂອງ​ຕົ້ນ​ໝາກບົກ.”


ພຣະເຈົ້າຢາເວ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ເວົ້າ​ຖືກ​ແລ້ວ ແລະ​ເຮົາ​ກຳລັງ​ເຝົ້າ​ຄອຍເບິ່ງ ໃຫ້​ຖ້ອຍຄຳ​ຂອງເຮົາ​ກາຍເປັນຈິງ.”


ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ມາເຖິງ​ຂ້າພະເຈົ້າ​ຄັ້ງທີ​ສອງ​ວ່າ, “ເຈົ້າ​ເຫັນ​ຫຍັງ​ອີກ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ໝໍ້​ໜ່ວຍ​ໜຶ່ງ​ທີ່​ກຳລັງ​ຟົດ​ຢູ່​ທາງ​ທິດເໜືອ ແລະ​ປາກໝໍ້​ນັ້ນ​ກໍ​ປິ່ນ​ມາ​ທາງ​ພີ້.”


ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່​ເຊົາ​ພັດ ຈົນກວ່າ​ຜູ້ນັ້ນ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະອົງ​ຕ້ອງການ​ໃຫ້​ເຮັດ. ຕໍ່ໄປ​ພວກເຈົ້າ​ຈະ​ເຂົ້າໃຈ​ເລື່ອງນີ້​ຢ່າງ​ແຈ່ມແຈ້ງ.”


ເຮົາ​ຈະ​ລົງໂທດ​ບາບີໂລນ​ດ້ວຍ​ໄພພິບັດ​ທັງໝົດ ທີ່​ເຮົາ​ໄດ້​ຂູ່​ວ່າ​ຈະ​ນຳ​ມາ​ສູ່​ປະເທດ​ທັງຫລາຍ ເມື່ອ​ເຮົາ​ໄດ້​ກ່າວ​ຜ່ານ​ທາງ​ເຢເຣມີຢາ​ນັ້ນ ຄື​ໄພພິບັດ​ທັງໝົດ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ນີ້.


ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ. ເວລາ​ທີ່​ເຮົາ​ຈະ​ລົງມື​ດຳເນີນການ​ນັ້ນ​ມາ​ເຖິງ​ແລ້ວ. ເຮົາ​ຈະ​ບໍ່​ເມີນເສີຍ​ຕໍ່​ບາບ​ນາໆ​ປະການ​ຂອງເຈົ້າ ຫລື​ສະແດງ​ຄວາມ​ເມດຕາ​ຕໍ່​ເຈົ້າ. ເຈົ້າ​ຈະ​ຖືກ​ລົງໂທດ​ເພາະ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ພຣະເຈົ້າຢາເວ​ອອກ​ຄຳສັ່ງ​ແລ້ວ ເຮືອນ​ໃຫຍ່​ນ້ອຍ​ທັງຫລາຍ​ຈະ​ຖືກ​ເພພັງ​ລົງ​ເປັນ​ທ່ອນໆ.


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


ພຣະເຈົ້າ​ນັ້ນ​ບໍ່​ຄື​ມະນຸດ ຜູ້​ເວົ້າ​ຕົວະ​ເປັນ​ເດີ ພຣະອົງ​ບໍ່​ປ່ຽນ​ຄວາມ​ຄິດ​ເຫັນ ດັ່ງ​ມະນຸດ​ເຮົາ​ຈັກເທື່ອ. ເມື່ອ​ພຣະອົງ​ສັນຍາ​ເຮັດ​ສິ່ງໃດ​ແລ້ວ ພຣະອົງ​ກໍ​ເຮັດ​ສິ່ງ​ນັ້ນ​ທັນທີ ເມື່ອ​ພຣະອົງ​ກ່າວ​ຈາ ພຣະອົງ​ກໍ​ລົງ​ມື​ກະທຳ​ໂລດ.


ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


ແມ່ນ​ພຣະວິນຍານ ທີ່​ເຮັດ​ໃຫ້​ມີ​ຊີວິດ, ສ່ວນ​ເນື້ອກາຍ​ຂອງ​ມະນຸດ​ນັ້ນ ກໍ​ບໍ່​ໃຫ້​ປະໂຫຍດ​ຫຍັງ​ໝົດ ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ເປັນ​ວິນຍານ​ແລະ​ເປັນ​ຊີວິດ.


ດັ່ງນັ້ນ ຄວາມເຊື່ອ​ເກີດຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້ຍິນ ແລະ​ການ​ໄດ້ຍິນ​ເກີດຂຶ້ນ​ໄດ້ ກໍ​ເພາະ​ການ​ປະກາດ​ເລື່ອງ​ພຣະຄຣິດ.


ເລື່ອງ​ຄວາມ​ຕາຍ​ຂອງ​ພຣະຄຣິດ​ທີ່​ໄມ້ກາງແຂນ​ນັ້ນ ເປັນ​ເລື່ອງ​ໂງ່​ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ, ແຕ່​ສຳລັບ​ພວກເຮົາ​ທີ່​ກຳລັງ​ຮັບ​ຄວາມ​ພົ້ນ​ນັ້ນ ຖື​ວ່າ​ເປັນ​ຣິດອຳນາດ​ຂອງ​ພຣະເຈົ້າ.


ຄຳສັ່ງສອນ​ຂອງຂ້ອຍ ຈະ​ຕົກລົງ​ເໝືອນ​ຝົນ​ຫ່າໃຫຍ່ ຊຶ່ງ​ຈະ​ກໍ່​ຕົວ​ຄົງ​ຢູ່​ໄດ້ ເໝືອນ​ນໍ້າ​ຄ້າງ​ຮຸ່ງ​ອາລຸນ; ຖ້ອຍຄຳ​ຂອງຂ້ອຍ ຈະ​ລິນ​ລົງ​ເໝືອນ​ນໍ້າ​ຝົນ​ເທິງ​ພືດອ່ອນ ເໝືອນ​ສາຍຝົນ​ຄ່ອຍໆ​ຍ້ອຍ ໂຮຍ​ຮວດ​ເທິງ​ຫຍ້າຂຽວ.


ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໂດຍ​ບໍ່​ຢຸດຢັ້ງ ເພາະ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ໄດ້ຍິນ​ຈາກ​ພວກເຮົາ​ນັ້ນ ບໍ່​ເໝືອນ​ເປັນ​ຂໍ້​ຄວາມ​ຂອງ​ມະນຸດ, ແຕ່​ເປັນຈິງ ຄື​ເປັນ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ດຳເນີນ​ງານ​ຢູ່​ພາຍ​ໃນ​ເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ດ້ວຍວ່າ, ພື້ນດິນ​ຕອນ​ໃດ​ດູດ​ຮັບ​ເອົາ​ນໍ້າ​ຝົນ​ທີ່​ຕົກ​ໃສ່​ຢູ່​ເລື້ອຍ ແລະ​ເກີດ​ພືດຜົນ​ງອກ​ຂຶ້ນ​ໃຫ້​ປະໂຫຍດ​ແກ່​ຄົນ​ປູກຝັງ​ນັ້ນ ກໍໄດ້​ຮັບ​ພຣະພອນ​ຈາກ​ພຣະເຈົ້າ.


ໂດຍ​ນໍ້າພຣະໄທ​ຂອງ​ພຣະອົງ​ເອງ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ບັນດານ​ໃຫ້​ພວກເຮົາ​ບັງເກີດ​ດ້ວຍ​ພຣະທຳ​ອັນ​ສັດຈິງ ເພື່ອ​ພວກເຮົາ​ຈະ​ເປັນ​ຢ່າງ​ຜົນ​ທຳອິດ ແຫ່ງ​ສິ່ງ​ທັງຫລາຍ​ທີ່​ພຣະອົງ​ຊົງ​ສ້າງ.


ດ້ວຍວ່າ, ເຈົ້າ​ທັງຫລາຍ​ໄດ້​ເກີດ​ໃໝ່​ແລ້ວ ບໍ່ແມ່ນ​ເກີດ​ຈາກ​ແນວ​ປູກ​ທີ່​ອາດ​ເປື່ອຍເນົ່າ ແຕ່​ເກີດ​ຈາກ​ແນວ​ປູກ​ທີ່​ບໍ່​ອາດ​ເປືອຍເນົ່າ ຄື​ເກີດ​ຈາກ​ພຣະທຳ​ຂອງ​ພຣະເຈົ້າ ອັນ​ຊົງ​ຊີວິດ​ແລະ​ຕັ້ງໝັ້ນຄົງ.


ໃນ​ຂະນະທີ່​ຊາມູເອນ​ເຕີບໃຫຍ່​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ລາວ ທັງ​ເຮັດ​ໃຫ້​ທຸກສິ່ງ​ທີ່​ຊາມູເອນ​ເວົ້າ​ນັ້ນ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka