Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 55:1 - ພຣະຄຳພີສັກສິ

1 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ​ດັ່ງນີ້: “ເຊີນ​ທຸກໆ​ຄົນ​ມາ ຈົ່ງ​ເຊີນ​ມາ​ເທີ້ນ ຜູ້​ທີ່​ຫິວນໍ້າ ນໍ້າ​ມີ​ໃຫ້​ດື່ມ​ຢູ່​ທີ່​ນີ້​ເດ ຜູ້​ທີ່​ບໍ່ມີ​ເງິນ ເຊີນ​ມາ ຈົ່ງ​ຊື້​ເຂົ້າ​ກິນ​ເຖີດ ຈົ່ງ​ເຊີນ​ມາ​ຊື້​ເຫຼົ້າ​ອະງຸ່ນ​ແລະ​ນໍ້ານົມ​ດື່ມ ໂດຍ​ບໍ່​ຕ້ອງ​ເສຍຄ່າ​ຫຍັງໝົດ.

Uka jalj uñjjattʼäta Copia luraña




ເອຊາຢາ 55:1
39 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ ຈິດໃຈ​ຫິວກະຫາຍ​ພຣະອົງ​ດັ່ງ​ດິນ​ແຫ້ງແລ້ງ.


ຂ້າແດ່​ພຣະເຈົ້າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຈິດວິນຍານ​ຂອງ​ຂ້ານ້ອຍ​ຫິວກະຫາຍ​ຫາ​ພຣະອົງ ດັ່ງ​ດິນ​ແຫ້ງແລ້ງ​ທີ່​ຂາດ​ນໍ້າ​ລໍ່ລ້ຽງ​ສັນໃດ ເນື້ອໜັງ​ຂອງ​ຂ້ານ້ອຍ​ກໍ​ຫິວກະຫາຍ​ຫາ​ພຣະອົງ​ສັນນັ້ນ.


“ເຮົາ​ຮຽກຮ້ອງ​ຫາ​ເຈົ້າ ໂອ ມະນຸດ​ເອີຍ ເຮົາ​ເອີ້ນ​ຫາ​ທຸກຄົນ​ທີ່​ເທິງ​ແຜ່ນດິນ​ໂລກ.


ປັນຍາ​ໄດ້​ສ້າງ​ເຮືອນ​ຂອງຕົນ​ດ້ວຍ​ເສົາ​ເຈັດ​ຕົ້ນ.


“ຈົ່ງ​ມາ​ກິນ​ເຂົ້າ​ແລະ​ດື່ມ​ເຫຼົ້າ​ອະງຸ່ນ​ທີ່​ເຮົາ​ໄດ້​ປະສົມ​ໄວ້.


ຂໍ​ໃຫ້​ຮີມສົບ​ອ້າຍ​ໄດ້​ຈູບ​ຮີມສົບ​ນ້ອງ​ຫລາຍທີ ຄວາມຮັກ​ທີ່​ອ້າຍ​ມີ​ດີກວ່າ​ເຫຼົ້າ​ອະງຸ່ນ​ຕັ້ງ​ຫລາຍເທົ່າ.


ຈົ່ງ​ມາ​ຮັບ​ເອົາ​ນ້ອງ ແລະ​ພາ​ພວກນ້ອງ​ໜີໄປ​ສາ ຈົ່ງ​ມາ​ເປັນ​ຣາຊາ​ແລະ​ພາເຂົ້າ​ໄປ​ຫ້ອງນອນ​ອ້າຍ. ເພາະ​ອ້າຍ ນ້ອງ​ຈະ​ຊົມຊື່ນ​ກັບ​ຄວາມສຸກ​ດ້ວຍກັນ ມາ​ເພາະ​ຮັກກັນ​ໃຫ້​ເມົາ​ກວ່າ​ລິດ​ເຫຼົ້າ​ອະງຸ່ນ​ເຖີດ. ສົມພໍແລ້ວ ສາວ​ທຸກຖ້ວນໜ້າ​ຈຶ່ງ​ພາກັນ​ຮັກ ຫລົງໄຫລ​ຮັກ​ອ້າຍ ຮັກ​ອ້າຍ​ແຕ່​ຜູ້ດຽວ.


ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ອ້າຍ​ໄດ້​ເຂົ້າ​ມາ​ຢູ່​ໃນ​ສວນ​ຂອງອ້າຍ​ແລ້ວ. ອ້າຍ​ໄດ້​ເກັບ​ເອົາ​ບາງ​ສິ່ງ​ທີ່​ຢູ່​ໃນ​ສວນ ຄື​ເຄື່ອງເທດ, ເຄື່ອງຫອມ ແລະ​ຢາງໄມ້​ຫອມ​ດ້ວຍ; ອ້າຍ​ກຳລັງ​ດື່ມ​ນໍ້າເຜິ້ງ​ໃນ​ເຮືອນຮັງ​ຂອງມັນ​ຢູ່ ອ້າຍ​ກຳລັງ​ດື່ມ​ເຫຼົ້າ ແລະ​ນໍ້ານົມ​ຂອງອ້າຍ​ໃດ. ຈົ່ງ​ກິນ​ແລະ​ດື່ມ​ສາເຖີດ ຍອດ​ສຸດທີ່ຮັກ​ຂອງຂ້ອຍ ຈົນ​ພວກເຈົ້າ​ເມົາ​ຮັກ​ໃຫ້​ຄັກ​ໃຈ​ພວກເຈົ້າ​ສາເຖີດ.


ຖ້າ​ພວກເຈົ້າ​ເຕັມໃຈ​ແລະ​ເຊື່ອຟັງ​ແຕ່​ເທົ່ານັ້ນ ພວກເຈົ້າ​ກໍ​ຈະ​ໄດ້​ກິນ​ສິ່ງ​ດີ​ທີ່​ເກີດຂຶ້ນ​ໃນ​ດິນແດນ.


ເຮົາ​ຈະ​ໃຫ້​ນໍ້າ​ແກ່​ດິນແດນ​ທີ່​ຫິວກະຫາຍ ຈະ​ໃຫ້​ມີ​ແມ່ນໍ້າ​ໄຫລ​ເທິງ​ພື້ນດິນ​ທີ່​ແຫ້ງແລ້ງ. ເຮົາ​ຈະ​ເທ​ຣິດອຳນາດ​ເທິງ​ລູກໆ​ທັງຫລາຍ​ຂອງ​ເຈົ້າ ແລະ​ເທ​ພອນ​ເຖິງ​ເຊື້ອສາຍ​ຂອງ​ພວກເຈົ້າ.


ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເມື່ອ​ຕົກ​ເປັນ​ທາດ​ນັ້ນ​ບໍ່ມີ​ຜູ້ໃດ​ທີ່​ໃຊ້​ເງິນ​ຊື້​ເອົາ​ພວກເຈົ້າ​ໄປ; ທຳນອງດຽວກັນ ບໍ່ມີ​ສິ່ງໃດ​ທີ່​ຈະ​ຊື້​ເອົາ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ.


ພວກ​ຂ້ານ້ອຍ​ຕ້ອງ​ຈ່າຍ​ຄ່າ​ນໍ້າ​ທີ່​ພວກ​ຂ້ານ້ອຍ​ດື່ມ ແລະ​ຕ້ອງ​ຊື້​ຟືນ​ທີ່​ເອົາ​ມາ​ດັງ​ໄຟ​ນັ້ນ.


ຊາຍ​ຜູ້ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ກັບຄືນ​ມາ​ທີ່​ປະຕູ​ເຂົ້າ​ພຣະວິຫານ. ມີ​ນໍ້າ​ໄຫລ​ອອກ​ມາ​ຈາກ​ລຸ່ມ​ທາງ​ປະຕູເຂົ້າ​ໄປ​ສູ່​ທາງທິດ​ຕາເວັນອອກ ສູ່​ທິດ​ທີ່​ຢູ່​ກົງ​ກັບ​ພຣະວິຫານ. ລຳນໍ້າ​ນັ້ນ​ໄດ້​ໄຫລ​ລົງ​ຈາກ​ເບື້ອງ​ລຸ່ມ​ຂອງ​ພຣະວິຫານ​ດ້ານ​ໃຕ້ ແລະ​ຜ່ານ​ດ້ານ​ໃຕ້​ຂອງ​ແທ່ນບູຊາ​ໄປ.


ບ່ອນໃດ​ທີ່​ລຳນໍ້າ​ນີ້​ໄຫລ​ໄປ ບ່ອນ​ນັ້ນ​ກໍ​ຈະ​ມີ​ສັດ​ແລະ​ປາ​ທຸກໆ​ຊະນິດ. ລຳນໍ້າ​ນີ້​ຈະ​ເຮັດ​ໃຫ້​ນໍ້າ​ໃນ​ທະເລຕາຍ​ນັ້ນ​ຈືດ ແລະ​ເມື່ອ​ມັນ​ໄຫລ​ໄປ​ທີ່​ໃດ ກໍ​ຈະ​ນຳ​ຊີວິດ​ໄປ​ສູ່​ທີ່​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ມາ ເຮົາ​ຈະ​ຮັກ​ພວກເຂົາ​ດ້ວຍ​ສຸດໃຈ​ແລະ​ເຊົາ​ໂກດຮ້າຍ.


ໃນ​ເວລາ​ນັ້ນ​ເທິງ​ພູ​ນີ້​ຈະ​ມີ​ແຕ່​ເຄືອໝາກອະງຸ່ນ ຈະ​ມີ​ສັດ​ລ້ຽງ​ທັງຫລາຍ​ຢູ່​ຕາມ​ເນີນພູ​ທຸກໆ​ໜ່ວຍ; ນໍ້າ​ຈະ​ມີ​ເຕັມ​ຢູ່​ທຸກ​ຫ້ວຍຮ່ອງ​ໃນ​ຢູດາ ນໍ້າບໍ່​ຈະ​ໄຫລ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ຫົດ​ຮ່ອມພູ​ຊິດຕິມ.


ປະຊາຊົນ​ອິດສະຣາເອນ​ຈະ​ເຂັ້ມແຂງ​ດັ່ງ​ນັກຮົບ ສົດຊື່ນ​ດັ່ງ​ຄົນ​ທີ່​ກຳລັງ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ. ເຊື້ອສາຍ​ຂອງ​ພວກ​ເຂົາ​ຈະ​ຈົດຈຳ​ໄຊຊະນະ​ນີ້ ແລະ​ຈະ​ປິຕິ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ທົ່ວ​ທຸກ​ທິດ​ທຸກ​ທາງ. ແຕ່​ບັດນີ້ ພວກເຈົ້າ​ຜູ້​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ເອີຍ ຈົ່ງ​ປົບໜີ​ຈາກ​ບາບີໂລນ ແລະ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເຖີດ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫລະ


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ປົກປ້ອງ ປະຊາຊົນ​ຂອງ​ພຣະອົງ ພວກເຂົາ​ຈະ​ທຳລາຍ​ສັດຕູ​ໃຫ້​ກ້ຽງ. ພວກເຂົາ​ຈະ​ຮ້ອງໂຮ​ໃນ​ສະໜາມຮົບ​ດັ່ງ​ຄົນ​ມືນເມົາ ແລະ​ຈະ​ເຮັດ​ໃຫ້​ສັດຕູ​ເລືອດ​ໄຫລຫລັ່ງ​ຍ້ອຍ; ມັນ​ຈະ​ໄຫລຫລັ່ງ​ຍ້ອຍ​ດັ່ງ​ເລືອດ​ທີ່​ຈະ​ນຳ​ໄປ​ຖວາຍ ຖອກ​ໃສ່​ແທ່ນບູຊາ ຈາກ​ຖ້ວຍ​ໃບ​ໜຶ່ງ.


ຈົ່ງ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ຫາຍ​ດີ ຈົ່ງ​ເຮັດ​ໃຫ້​ຄົນ​ຕາຍ​ຄືນ​ມີ​ຊີວິດ, ຈົ່ງ​ເຮັດ​ໃຫ້​ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ​ຫາຍ​ດີ ແລະ​ຂັບໄລ່​ຜີມານຮ້າຍ​ອອກ, ພວກເຈົ້າ​ໄດ້​ຮັບ​ລ້າໆ​ໂດຍ​ບໍ່​ຄິດຄ່າ​ຢ່າງ​ໃດ ຈົ່ງ​ໃຫ້​ລ້າໆ​ໂດຍ​ບໍ່​ຄິດຄ່າ​ຢ່າງ​ນັ້ນ.


“ຣາຊອານາຈັກ​ສະຫວັນ​ປຽບ​ເໝືອນ​ຊັບ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງນາ, ຊາຍ​ຄົນ​ໜຶ່ງ​ພົບ​ແລ້ວ​ຈຶ່ງ​ເຊື່ອງ​ໄວ້​ອີກ, ລາວ​ດີ​ໃຈ​ທີ່ສຸດ​ຈຶ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່ ແລ້ວ​ໄປ​ຊື້​ເອົາ​ນາ​ທົ່ງ​ນັ້ນ.”


ເຮົາ​ບອກ​ພວກເຈົ້າ​ວ່າ ເຮົາ​ຈະ​ບໍ່​ດື່ມ​ນໍ້າ​ອະງຸ່ນ​ນີ້​ອີກ​ຈັກເທື່ອ ຈົນກວ່າ​ວັນ​ນັ້ນ​ມາ​ເຖິງ​ທີ່​ເຮົາ​ຈະ​ດື່ມ​ນໍ້າ​ອະງຸ່ນ​ໃໝ່​ກັບ​ພວກເຈົ້າ ໃນ​ອານາຈັກ​ແຫ່ງ​ພຣະບິດາເຈົ້າ​ຂອງເຮົາ.”


ຜູ້ໃດ​ອຶດຫິວ​ຄວາມ​ຊອບທຳ​ກໍ​ເປັນ​ສຸກ, ເພາະວ່າ​ພຣະເຈົ້າ​ຈະ​ຊົງ​ໃຫ້​ອີ່ມ​ບໍລິບູນ


ແຕ່​ເປໂຕ​ຕອບ​ລາວ​ວ່າ, “ຈົ່ງ​ໃຫ້​ເງິນ​ຂອງ​ເຈົ້າ​ຈິບຫາຍ​ໄປ​ກັບ​ເຈົ້າ​ສາ ເພາະ​ເຈົ້າ​ຄິດ​ວ່າ​ຈະ​ຊື້​ຂອງ​ປະທານ​ຈາກ​ພຣະເຈົ້າ​ດ້ວຍ​ເງິນ


ແຕ່​ດ້ວຍ​ພຣະຄຸນ​ອັນ​ບໍ່​ຄິດຄ່າ​ຂອງ​ພຣະເຈົ້າ ພວກເຂົາ​ຈຶ່ງ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ຜູ້​ທີ່​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ.


ເຮົາ​ໄດ້​ລ້ຽງ​ພວກເຈົ້າ​ດ້ວຍ​ນໍ້ານົມ ບໍ່ແມ່ນ​ດ້ວຍ​ອາຫານ​ແຂງ ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ຍັງ​ບໍ່​ສາມາດ​ຮັບ​ໄດ້​ເທື່ອ, ຈົນ​ມາບັດນີ້ ພວກເຈົ້າ​ກໍ​ຍັງ​ບໍ່​ທັນ​ສາມາດ​ຮັບ​ໄດ້​ອີກ,


ຈົ່ງ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍໆ​ທີ່​ເກີດ​ໃໝ່ ຈົ່ງ​ຮ້ອນໃຈ​ປາຖະໜາ​ຫາ​ນໍ້ານົມ​ອັນ​ບໍຣິສຸດ​ຝ່າຍ​ຈິດ​ວິນຍານ ເພື່ອ​ວ່າ​ດ້ວຍ​ນໍ້ານົມ​ນັ້ນ ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ​ເຖິງ​ຄວາມ​ພົ້ນ.


ພຣະອົງ​ຊົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ສຳເລັດ​ແລ້ວ ເຮົາ​ນີ້ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ, ຜູ້ໃດ​ທີ່​ຫິວນໍ້າ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ດື່ມ​ຈາກ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.


ແລ້ວ​ເທວະດາ​ຕົນ​ນັ້ນ ກໍໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນໍ້າ​ແຫ່ງ​ຊີວິດ ທີ່​ໃສ​ເໝືອນ​ແກ້ວ ໄຫຼ​ອອກ​ມາ​ຈາກ​ພຣະ​ບັນລັງ​ຂອງ​ພຣະເຈົ້າ ແລະ​ຈາກ​ພຣະ​ເມສານ້ອຍ.


ຝ່າຍ​ພຣະວິນຍານ ແລະ​ເຈົ້າສາວ​ຊົງ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ໄດ້​ຍິນ​ນັ້ນ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ຫິວນໍ້າ​ເຂົ້າ​ມາ ຜູ້ໃດ​ມີ​ໃຈ​ປາຖະໜາ ກໍ​ໃຫ້​ຜູ້ນັ້ນ​ມາ​ຮັບ​ນໍ້າ​ສຳລັບ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍຄ່າ.


ສະນັ້ນ ເຮົາ​ຈຶ່ງ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ບໍຣິສຸດ​ແລ້ວ​ຈາກ​ເຮົາ ຊຶ່ງ​ເປັນ​ຄຳ​ແທ້​ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ຮັ່ງມີ ແລະ​ຈົ່ງ​ຊື້​ເສື້ອຜ້າ​ຂາວ​ນຸ່ງ​ຫົ່ມ ເພື່ອ​ປົກປິດ​ຮ່າງກາຍ​ອັນ​ໜ້າ​ອັບອາຍ​ຂອງ​ເຈົ້າ ແລະ​ຈົ່ງ​ຊື້​ຢາ​ໃສ່​ຕາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ.


ໂບອາດ​ໄດ້​ໄປ​ບ່ອນ​ປະຊຸມ​ທີ່​ປະຕູ​ເມືອງ​ແລະ​ນັ່ງ​ຢູ່​ທີ່​ນັ້ນ. ແລ້ວ​ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ເອລີເມເຫຼັກ ທີ່​ໂບອາດ​ກ່າວ​ເຖິງ​ນັ້ນ​ກໍ​ຍ່າງ​ຜ່ານ​ມາ. ໂບອາດ​ຈຶ່ງ​ເອີ້ນ​ໃສ່​ວ່າ, “ເພື່ອນ​ເອີຍ ເຊີນ​ມາ​ນັ່ງ​ທີ່ນີ້​ກ່ອນ.” ລາວ​ຈຶ່ງ​ເຂົ້າ​ໄປ​ນັ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka