ເອຊາຢາ 54:3 - ພຣະຄຳພີສັກສິ3 ເຈົ້າຈະຂະຫຍາຍເຂດແດນຂອງເຈົ້າໄປທຸກທິດທາງ ຄົນຂອງເຈົ້າຈະໄດ້ດິນແດນໃກ້ຄຽງຄືນມາອີກ ເປັນດິນແດນທີ່ຊາດອື່ນໄດ້ຢຶດໃນປະຈຸບັນ ເມືອງຮົກຮ້າງກໍຈະເຕັມແຕ່ຄົນອາໄສຢູ່. Uka jalj uñjjattʼäta |
ຫລາຍຊົນຊາດຈະຊ່ວຍປະຊາຊົນອິດສະຣາເອນໃຫ້ກັບຄືນມາສູ່ດິນແດນ ບ່ອນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາ; ໃນທີ່ນັ້ນ ຊົນຊາດເຫຼົ່ານັ້ນຈະຮັບໃຊ້ຊາດອິດສະຣາເອນດັ່ງທາດ. ພວກທີ່ເຄີຍຈັບຄົນໃນຊາດອິດສະຣາເອນໄປຄັ້ງໜຶ່ງນັ້ນ ບັດນີ້ ຈະຖືກຄົນໃນຊາດອິດສະຣາເອນຈັບຄືນ ແລະປະຊາຊົນອິດສະຣາເອນຈະປົກຄອງ ຄົນເຫຼົ່ານັ້ນທີ່ເຄີຍກົດຂີ່ພວກຕົນມາຄັ້ງໜຶ່ງ.
ພຣະເຈົ້າຢາເວກ່າວຕໍ່ປະຊາຊົນຂອງພຣະອົງວ່າ, “ເມື່ອເຖິງເວລາທີ່ຈະຊ່ວຍເຈົ້າໃຫ້ພົ້ນ ເຮົາຈະເຫັນໃຈເຈົ້າ ແລະຕອບຄຳຮ້ອງຂໍ ຈະເຝົ້າເບິ່ງແຍງຮັກສາ ແລະປົກປ້ອງເຈົ້າໄວ້ ໂດຍທາງເຈົ້າ ເຮົາຈະຕັ້ງພັນທະສັນຍາ ກັບຊົນຊາດທັງຫລາຍທີ່ຢູ່ໃນໂລກນີ້. ເຮົາຈະນຳເຈົ້າໃຫ້ຕັ້ງຖິ່ນຖານເທື່ອໃໝ່ ໃນດິນແດນທີ່ເວລານີ້ຮົກຮ້າງຫວ່າງຄົນ.