Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 53:8 - ພຣະຄຳພີສັກສິ

8 ທ່ານ​ຖືກ​ຈັບ​ໄປ​ເພື່ອ​ໃສ່​ໂທດທັນ ທ່ານ​ຖືກ​ນຳ​ອອກ​ໄປ​ເພື່ອ​ປະຫານ​ຊີວິດ ບໍ່ມີ​ຜູ້ໃດ​ຫ່ວງໃຍ​ເຄາະກຳ​ທີ່​ທ່ານ​ຖືກ​ສັງຫານ ຍ້ອນ​ການບາບ​ຂອງ​ປະຊາຊົນ​ພວກເຮົາ​ນັ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 53:8
15 Jak'a apnaqawi uñst'ayäwi  

ຄົນ​ເວົ້າ​ເລື່ອງ​ຂ້ານ້ອຍ​ນັ້ນ​ຕາມ​ຫົນທາງ ແລະ​ຄົນ​ຂີ້ເຫລົ້າ​ກໍ​ແຕ່ງເພງ​ຮ້ອງ​ສຽດສີ​ໃສ່​ຂ້ານ້ອຍ.


ຂ້ານ້ອຍ​ຖືກ​ປະຖິ້ມ​ໄວ້​ໃນ​ທ່າມກາງ​ຄົນຕາຍ ນອນ​ຢູ່​ໃນ​ຂຸມຝັງສົບ​ເໝືອນດັ່ງ​ຄົນ​ທີ່​ຖືກ​ຂ້າ ເປັນ​ຄົນ​ທີ່​ຖືກ​ປະຖິ້ມ​ແລະ​ຖືກ​ລືມໄລ​ໄປ​ໝົດ ເປັນ​ຄົນ​ທີ່​ພຣະອົງ​ຊ່ວຍເຫລືອ​ຫຍັງ​ບໍ່ໄດ້​ແລ້ວ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຫ້​ທ່ານ​ໄດ້​ນັ່ງ​ບ່ອນ​ມີ​ກຽດສັກສີ ຄື​ບ່ອນ​ໜຶ່ງ​ທ່າມກາງ​ຜູ້​ຍິ່ງໃຫຍ່​ທີ່​ມີ​ອຳນາດ. ທ່ານ​ຍິນດີ​ມອບ​ຊີວິດ​ຕົນເອງ​ໃຫ້​ຢ່າງ​ເຕັມໃຈ ແລະ​ເຂົ້າສ່ວນ​ໃນ​ຊາຕາກຳ​ຂອງ​ຄົນຊົ່ວຮ້າຍ. ທ່ານ​ໄດ້​ເຂົ້າ​ແທນ​ບ່ອນ​ຄົນບາບ​ທັງຫລາຍ ແລະ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ​ໃຫ້​ໄດ້​ຮັບ​ການ​ຍົກໂທດ.”


ແຕ່​ຍ້ອນ​ການບາບ​ຂອງ​ພວກເຮົາ​ນັ້ນ​ທ່ານ​ຈຶ່ງ​ໄດ້​ຮັບ​ບາດເຈັບ ຖືກ​ຂ້ຽນ​ຖືກ​ຕີ​ຍ້ອນ​ການ​ຊົ່ວຮ້າຍ​ຂອງ​ພວກເຮົາ. ພວກເຮົາ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ດີ ຍ້ອນ​ໂທດກຳ​ທີ່​ທ່ານ​ຮັບ ດີ​ປົກກະຕິ​ຍ້ອນ​ການ​ຕົບຕີ​ທີ່​ທ່ານ​ຮັບ​ເອົາ.


ຂ້າພະເຈົ້າ​ເປັນ​ດັ່ງ​ລູກແກະ​ຄຳຮູ້​ໂຕໜຶ່ງ​ທີ່​ຖືກ​ນຳ​ອອກ​ໄປ​ຂ້າ ແລະ​ຂ້າພະເຈົ້າ​ກໍ​ບໍ່​ຮູ້​ເລີຍ​ວ່າ​ພວກເຂົາ​ຄິດ​ແຜນຮ້າຍ​ນັ້ນ ເພື່ອ​ຕໍ່ສູ້​ຂ້າພະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ໃຫ້​ປໍ້າ​ກົກໄມ້​ລົງ​ສາ ໃນ​ຂະນະທີ່​ມັນ​ຍັງ​ແຂງແຮງ​ດີ; ໃຫ້​ຂ້າ​ມັນ​ເສຍ​ເພື່ອ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ມັນ​ອີກ​ຕໍ່ໄປ.”


ນໍ້າ​ເລີ່ມ​ໄຫລ​ຖ້ວມ​ຂ້ານ້ອຍ​ຂຶ້ນໄປ ຄິດວ່າ​ຄວາມຕາຍ​ໃກ້​ເຂົ້າ​ມາ​ສາ​ແລ້ວ.


ໃນ​ບັ້ນປາຍ​ຂອງ​ເວລາ​ນັ້ນ ຜູ້ນຳ​ທີ່​ພຣະເຈົ້າ​ໄດ້​ເລືອກໄວ້ ຈະ​ຖືກ​ຂ້າ​ຢ່າງ​ບໍ່​ຍຸດຕິທຳ. ເມືອງ​ແລະ​ພຣະວິຫານ​ກໍ​ຈະ​ຖືກ​ກອງທັບ​ຂອງ​ພວກ​ເຈົ້ານາຍ​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ຄົນ​ໜຶ່ງ​ບຸກຮຸກ​ທຳລາຍ. ຄາວ​ສິ້ນສຸດ​ນີ້​ຈະ​ມາ​ເໝືອນ​ນໍ້າ​ໄຫລ​ຖ້ວມ ໂດຍ​ນຳ​ເອົາ​ເສິກ​ສົງຄາມ ແລະ​ການທຳລາຍ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ນັ້ນ​ມາ.


ຕໍ່​ໄປ​ນີ້ ແມ່ນ​ລາຍຊື່​ບັນພະບູລຸດ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ດາວິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ. 2-6(ກ) ແຕ່​ອັບຣາຮາມ​ເຖິງ​ກະສັດ​ດາວິດ​ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງ​ຂອງ​ຕົນ, ຕໍ່ມາ ແມ່ນ​ເປເຣັດ ແລະ ເຊຣາ (ແມ່​ຂອງ​ພວກ​ເຂົາ​ຊື່​ວ່າ​ຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່​ຂອງ​ລາວ​ຊື່​ວ່າ​ຣາຮາບ), ໂອເບັດ (ແມ່​ຂອງ​ລາວ​ຊື່​ວ່າ ຣຸດ), ເຢຊີ ແລະ ກະສັດ​ດາວິດ. 6(ຂ)-11 ແຕ່​ດາວິດ​ເຖິງ​ສະໄໝ​ທີ່​ປະຊາຊົນ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ນະຄອນ​ບາບີໂລນ ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ດາວິດ, ໂຊໂລໂມນ (ແມ່​ຂອງ​ລາວ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ຕົນ.


ປະຊາຊົນ​ຕອບ​ເພິ່ນ​ຄືນ​ວ່າ, “ພວກເຮົາ​ມີ​ກົດໝາຍ​ທີ່​ວ່າ ລາວ​ຕ້ອງ​ຕາຍ ເພາະ​ລາວ​ປະກາດ​ຕົວ​ເອງ​ວ່າ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”


ໃນ​ຄາວ​ທ່ານ​ຕົກ​ຕໍ່າຕ້ອຍ ທ່ານ​ບໍ່ໄດ້​ຮັບ​ຄວາມ​ຍຸດຕິທຳ. ບໍ່ມີ​ຜູ້ໃດ​ຈະ​ເລົ່າ​ເຖິງ​ເຊື້ອສາຍ​ ຂອງທ່ານ​ໄດ້ ເພາະວ່າ​ຊີວິດ​ຂອງທ່ານ​ ໄດ້​ຖືກ​ຕັດ​ເສຍ​ແລ້ວ.”


ແຕ່​ຝ່າຍ​ພຣະວິນຍານ​ແຫ່ງ​ຄວາມ​ບໍຣິສຸດ​ນັ້ນ ໄດ້​ຊົງ​ປະກາດ​ດ້ວຍ​ຣິດທານຸພາບ ຄື​ໂດຍ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ​ວ່າ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka