7 ທ່ານຖືກທາລຸນໜັກ ແຕ່ທົນເອົາຢ່າງຖ່ອມໃຈ ທ່ານບໍ່ເຄີຍເອີ່ຍປາກເວົ້າຈາແມ່ນແຕ່ຄຳດຽວ. ດັ່ງລູກແກະພວມຖືກນຳໄປຂ້າ ດັ່ງແກະທີ່ຖືກຕັດເອົາຂົນ ຄຳດຽວທ່ານກໍບໍ່ເຄີຍກ່າວອອກ.
ຂ້ານ້ອຍເປັນດັ່ງຄົນທີ່ບໍ່ຕອບຫຍັງເລີຍ ເພາະພວກເຂົາບໍ່ໄດ້ຍິນ.
ຂ້າແດ່ພຣະເຈົ້າຢາເວ ແຕ່ຂ້ານ້ອຍກໍໄວ້ວາງໃຈໃນພຣະອົງ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ ພຣະອົງຈະຕອບຂ້ານ້ອຍ.
ແຕ່ເພາະເຫັນແກ່ພຣະອົງພວກຂ້ານ້ອຍຈຶ່ງຖືກຂ້າຕະຫລອດມາ ພວກເຂົາເຮັດຕໍ່ພວກຂ້ານ້ອຍຄືແກະທີ່ຖືກນຳໄປຂ້າ.
ຂ້ອຍໄດ້ແບຫລັງໃຫ້ຜູ້ທີ່ຂ້ຽນຕີ ຂ້ອຍບໍ່ໄດ້ຢັບຢັ້ງຄົນທີ່ດູໝິ່ນນິນທາຂ້ອຍ. ເມື່ອພວກເຂົາກຳໜວດຈັບເຄົາຂ້ອຍດຶງໄປ ກໍປິ່ນໜ້າໂດຍດີໃຫ້ພວກເຂົາຖົ່ມນໍ້າລາຍໃສ່.
ພວກເຮົາທຸກຄົນເປັນດັ່ງແກະທີ່ໄດ້ຫຼົງເສຍໄປ ແຕ່ລະຄົນເດີນຕາມທາງຂອງຕົນເອງທັງນັ້ນ. ແຕ່ພຣະເຈົ້າຢາເວໄດ້ໃຫ້ທ່ານຮັບໂທດທັນ ຄືໂທດກຳທີ່ເຮົາທຸກຄົນສົມຄວນໄດ້ຮັບ.
ຂ້າພະເຈົ້າເປັນດັ່ງລູກແກະຄຳຮູ້ໂຕໜຶ່ງທີ່ຖືກນຳອອກໄປຂ້າ ແລະຂ້າພະເຈົ້າກໍບໍ່ຮູ້ເລີຍວ່າພວກເຂົາຄິດແຜນຮ້າຍນັ້ນ ເພື່ອຕໍ່ສູ້ຂ້າພະເຈົ້າ. ພວກເຂົາເວົ້າວ່າ, “ໃຫ້ປໍ້າກົກໄມ້ລົງສາ ໃນຂະນະທີ່ມັນຍັງແຂງແຮງດີ; ໃຫ້ຂ້າມັນເສຍເພື່ອຈະບໍ່ມີຜູ້ໃດລະນຶກເຖິງມັນອີກຕໍ່ໄປ.”
ແຕ່ພຣະເຢຊູເຈົ້າມິດງຽບຢູ່ ແລ້ວມະຫາປະໂຣຫິດໄດ້ເວົ້າຕໍ່ພຣະອົງອີກວ່າ, “ໃນນາມຂອງພຣະເຈົ້າອົງຊົງຊີວິດຢູ່ ໃຫ້ເຈົ້າສາບານວ່າ, ‘ເຈົ້າເປັນພຣະຄຣິດພຣະບຸດຂອງພຣະເຈົ້າ.”’
ແຕ່ພຣະເຢຊູເຈົ້າມິດງຽບຢູ່ ແລະບໍ່ຕອບຫຍັງຈັກຄຳ, ມະຫາປະໂຣຫິດຈຶ່ງຖາມພຣະອົງອີກວ່າ, “ເຈົ້າເປັນພຣະຄຣິດ ພຣະບຸດຂອງພຣະເຈົ້າ ຜູ້ຊົງກຽດຕິຍົດບໍ?”
ແຕ່ພຣະເຢຊູເຈົ້າບໍ່ຕອບຈັກຄຳຈົນປີລາດປະຫລາດໃຈ.
ດັ່ງນັ້ນ ເຮໂຣດຈຶ່ງຖາມພຣະເຢຊູເຈົ້າຫລາຍຂໍ້ ແຕ່ພຣະອົງບໍ່ຕອບຈັກຄຳ.
ວັນຕໍ່ມາ ໂຢຮັນໄດ້ເຫັນພຣະເຢຊູເຈົ້າກຳລັງຍ່າງມາຫາຕົນ ຈຶ່ງກ່າວຂຶ້ນວ່າ, “ເບິ່ງແມ! ລູກແກະຂອງພຣະເຈົ້າຜູ້ຊົງຮັບເອົາບາບກຳຂອງມະນຸດສະໂລກໄປເສຍ
ເພິ່ນຈຶ່ງກັບຄືນເຂົ້າໄປໃນສານ ແລະຖາມພຣະເຢຊູເຈົ້າວ່າ, “ເຈົ້າມາແຕ່ໃສ?” ແຕ່ພຣະເຢຊູເຈົ້າບໍ່ໄດ້ຕອບຫຍັງໝົດ.
ເມື່ອເຂົາກ່າວຄຳໝິ່ນປະໝາດພຣະອົງ ພຣະອົງກໍບໍ່ໄດ້ຕອບຄືນ ເມື່ອພຣະອົງທົນທຸກທໍລະມານພຣະອົງກໍບໍ່ໄດ້ຂູ່ອາຄາດ ແຕ່ພຣະອົງໄດ້ມອບຄວາມຫວັງໄວ້ກັບພຣະເຈົ້າຜູ້ຕັດສິນຢ່າງຍຸດຕິທຳ.
ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະເມສານ້ອຍ ຢືນຢູ່ທ່າມກາງບັນລັງອ້ອມຮອບດ້ວຍສິ່ງທີ່ມີຊີວິດທັງສີ່ຕົນແລະພວກອາວຸໂສ. ພຣະເມສານ້ອຍນີ້ເບິ່ງຄືວ່າໄດ້ຖືກຂ້າແລ້ວ. ພຣະເມສານ້ອຍນັ້ນ ມີເຂົາເຈັດອັນ ມີຕາເຈັດໜ່ວຍ ຊຶ່ງເປັນວິນຍານທັງເຈັດຂອງພຣະເຈົ້າ ທີ່ຊົງໃຊ້ໃຫ້ອອກໄປທົ່ວແຜ່ນດິນໂລກ.