Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 53:6 - ພຣະຄຳພີສັກສິ

6 ພວກເຮົາ​ທຸກຄົນ​ເປັນ​ດັ່ງ​ແກະ​ທີ່​ໄດ້​ຫຼົງເສຍ​ໄປ ແຕ່ລະຄົນ​ເດີນ​ຕາມ​ທາງ​ຂອງ​ຕົນເອງ​ທັງນັ້ນ. ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ທ່ານ​ຮັບ​ໂທດທັນ ຄື​ໂທດກຳ​ທີ່​ເຮົາ​ທຸກຄົນ​ສົມຄວນ​ໄດ້​ຮັບ.

Uka jalj uñjjattʼäta Copia luraña




ເອຊາຢາ 53:6
25 Jak'a apnaqawi uñst'ayäwi  

ອັບຣາຮາມ​ເອົາ​ຟືນ​ສຳລັບ​ເຜົາ​ເຄື່ອງ​ບູຊາ​ໃຫ້​ອີຊາກ​ແບກ​ຂຶ້ນ​ໄປ ສ່ວນ​ເພິ່ນ​ເອງ​ຖື​ມີດ​ກັບ​ຖ່ານໄຟ​ທີ່​ກຳລັງ​ລຸກ​ຢູ່. ເມື່ອ​ເດີນທາງ​ໄປ​ນັ້ນ


ຂ້ານ້ອຍ​ຫລົງທາງ​ເໝືອນດັ່ງ​ແກະ​ທີ່​ຫລົງເສຍ​ໄປ. ສະນັ້ນ ຂໍ​ພຣະອົງ​ຊອກ​ຫາ​ຂ້ານ້ອຍ​ແດ່ທ້ອນ ຄື​ຊອກ​ຫາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເພາະ​ຂ້ານ້ອຍ​ບໍ່ໄດ້​ປະຖິ້ມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຈັກເທື່ອ.


ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ ກໍ​ມີ​ຫລາຍກວ່າ​ເສັ້ນຜົມ​ທີ່​ຫົວ​ຂອງ​ຂ້ານ້ອຍ. ສັດຕູ​ຂອງ​ຂ້ານ້ອຍ​ຫາ​ເລື່ອງ​ໃສ່​ໂດຍ​ເວົ້າຕົວະ ພວກເຂົາ​ແຂງແຮງ​ຫລາຍ​ໝາຍ​ທີ່​ຈະ​ທຳລາຍ. ສິ່ງທີ່​ຂ້ານ້ອຍ​ບໍ່ໄດ້​ລັກ​ຫລື​ໂລບ​ເອົາ​ໄປ ຊໍ້າ​ຖືກ​ບັງຄັບ​ໃຫ້​ສົ່ງ​ຄືນ​ສິ່ງນັ້ນ.


ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.


ຫລັງຈາກ​ມີ​ຊີວິດ​ຢ່າງ​ທົນທຸກ​ທໍລະມານ ທ່ານ​ກໍ​ຈະ​ມີ​ຄວາມສຸກ​ຊົມຊື່ນ​ຍິນດີ​ອີກ; ທ່ານ​ຈະ​ຮູ້ວ່າ​ທ່ານ​ບໍ່ໄດ້​ທົນ​ທຸກຢ່າງ​ໄຮ້​ຜົນ ເປັນ​ຜູ້ຮັບໃຊ້​ອຸທິດຕົນ​ທີ່​ເຮົາ​ພໍໃຈ​ນຳ​ແທ້ໆ. ທ່ານ​ຈະ​ແບກ​ໂທດກຳ​ຂອງ​ຄົນ​ທັງຫລາຍ ເພື່ອ​ເຫັນ​ແກ່​ທ່ານ ເຮົາ​ຈະ​ຍົກໂທດ​ໃຫ້​ພວກເຂົາ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຫ້​ທ່ານ​ໄດ້​ນັ່ງ​ບ່ອນ​ມີ​ກຽດສັກສີ ຄື​ບ່ອນ​ໜຶ່ງ​ທ່າມກາງ​ຜູ້​ຍິ່ງໃຫຍ່​ທີ່​ມີ​ອຳນາດ. ທ່ານ​ຍິນດີ​ມອບ​ຊີວິດ​ຕົນເອງ​ໃຫ້​ຢ່າງ​ເຕັມໃຈ ແລະ​ເຂົ້າສ່ວນ​ໃນ​ຊາຕາກຳ​ຂອງ​ຄົນຊົ່ວຮ້າຍ. ທ່ານ​ໄດ້​ເຂົ້າ​ແທນ​ບ່ອນ​ຄົນບາບ​ທັງຫລາຍ ແລະ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ​ໃຫ້​ໄດ້​ຮັບ​ການ​ຍົກໂທດ.”


ແຕ່​ຍ້ອນ​ການບາບ​ຂອງ​ພວກເຮົາ​ນັ້ນ​ທ່ານ​ຈຶ່ງ​ໄດ້​ຮັບ​ບາດເຈັບ ຖືກ​ຂ້ຽນ​ຖືກ​ຕີ​ຍ້ອນ​ການ​ຊົ່ວຮ້າຍ​ຂອງ​ພວກເຮົາ. ພວກເຮົາ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ດີ ຍ້ອນ​ໂທດກຳ​ທີ່​ທ່ານ​ຮັບ ດີ​ປົກກະຕິ​ຍ້ອນ​ການ​ຕົບຕີ​ທີ່​ທ່ານ​ຮັບ​ເອົາ.


ທ່ານ​ຖືກ​ທາລຸນ​ໜັກ ແຕ່​ທົນ​ເອົາ​ຢ່າງ​ຖ່ອມໃຈ ທ່ານ​ບໍ່ເຄີຍ​ເອີ່ຍປາກ​ເວົ້າຈາ​ແມ່ນແຕ່​ຄຳດຽວ. ດັ່ງ​ລູກແກະ​ພວມ​ຖືກ​ນຳ​ໄປ​ຂ້າ ດັ່ງ​ແກະ​ທີ່​ຖືກ​ຕັດ​ເອົາ​ຂົນ ຄຳດຽວ​ທ່ານ​ກໍ​ບໍ່ເຄີຍ​ກ່າວອອກ.


ຈົ່ງ​ໃຫ້​ຄົນຊົ່ວຮ້າຍ​ປະ​ວິທີ​ດຳເນີນ​ຊີວິດ​ເດີມ​ຂອງ​ພວກເຂົາ ແລະ​ປ່ຽນ​ແນວທາງ​ທີ່​ພວກເຂົາ​ເຄີຍ​ຄິດ​ນັ້ນ. ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ເຕັມ​ດ້ວຍ​ຄວາມ​ເມດຕາ​ແລະ​ອະໄພ​ໃຫ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມຄິດ​ເຮົາ​ນັ້ນ ບໍ່​ຄື​ຄວາມຄິດ​ຂອງ​ພວກເຈົ້າ ແລະ​ວິຖີ​ທາງ​ຂອງເຮົາ​ນັ້ນ​ກໍ​ແຕກຕ່າງ​ໃດ ບໍ່​ຄື​ວິຖີ​ທາງ​ຂອງ​ພວກເຈົ້າ.


ພວກເຂົາ​ເປັນ​ຄື​ໝາ​ທີ່​ກິນ​ແລ້ວ​ບໍ່​ຮູ້ຈັກ​ອີ່ມ. ພວກ​ຜູ້ນຳ​ເຫຼົ່ານີ້​ບໍ່ມີ​ຄວາມ​ເຂົ້າໃຈ. ພວກເຂົາ​ແຕ່ລະຄົນ​ເຮັດ​ໄປ​ຕາມ​ໃຈ​ບັນຊາ ແລະ​ຊອກຫາ​ຜົນປະໂຫຍດ​ສ່ວນຕົວ.


ເສຣາຟິມ​ຕົນ​ນັ້ນ​ໄດ້​ເອົາ​ຖ່ານໄຟ​ແປະ​ໃສ່​ທີ່​ຮີມສົບ​ຂອງ​ຂ້າພະເຈົ້າ ພ້ອມ​ທັງ​ກ່າວ​ວ່າ, “ຖ່ານໄຟ​ນີ້​ໄດ້​ຖືກ​ຮີມສົບ​ເຈົ້າ ບັດນີ້​ຄວາມຜິດ​ຂອງ​ເຈົ້າ​ໄດ້​ໝົດ​ໄປ​ແລ້ວ ແລະ​ບາບ​ຂອງເຈົ້າ​ກໍໄດ້​ຮັບ​ການອະໄພ.”


ປະຊາຊົນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ພວກເຂົາ. ບໍ່​ວ່າ​ຈະ​ຂ້າ​ງົວເຖິກ​ເປັນ​ເຄື່ອງ​ບູຊາ​ຫລື​ເອົາ​ມະນຸດ​ບູຊາ​ກໍດີ; ບໍ່​ວ່າ​ຈະ​ຂ້າ​ແກະ​ຫລື​ຫັກ​ຄໍ​ໝາ​ມາ​ບູຊາ​ກໍດີ; ບໍ່​ວ່າ​ນຳ​ພືດຜົນ​ເປັນເມັດ​ຫລື​ເອົາ​ເລືອດ​ໝູ​ມາ​ບູຊາ​ກໍດີ; ບໍ່​ວາ​ຈະ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ວອນຂໍ​ຕໍ່​ຮູບເຄົາຣົບ​ກໍດີ ທັງໝົດ​ນັ້ນ​ຄື​ກັນ​ສຳລັບ​ພວກເຂົາ. ພວກເຂົາ​ພໍໃຈ​ກັບ​ວິທີ​ຂາບໄຫວ້​ແບບ​ໜ້າລັງກຽດ​ນີ້.


ປະຊາຊົນ​ຂອງເຮົາ​ເປັນ​ດັ່ງ​ຝູງແກະ​ທີ່​ຜູ້ລ້ຽງ​ໄດ້​ປະປ່ອຍ​ໃຫ້​ເສຍໄປ​ຕາມ​ພູ. ພວກເຂົາ​ເປັນ​ດັ່ງ​ແກະ​ທີ່​ເລາະໄປ​ເລາະມາ​ຈາກ​ພູ​ໜ່ວຍ​ນີ້​ຫາ​ພູ​ໜ່ວຍ​ອື່ນ ແລະ​ພວກເຂົາ​ກໍ​ລືມ​ວ່າ​ບ້ານ​ຂອງ​ພວກເຂົາ​ນັ້ນ​ຢູ່​ໃສ.


ຖ້າ​ເຮົາ​ປະກາດ​ວ່າ​ຄົນຊົ່ວ​ຜູ້ໜຶ່ງ​ຈະ​ຕ້ອງ​ຕາຍ, ແຕ່​ເຈົ້າ​ບໍ່​ໄດ້​ຕັກເຕືອນ​ລາວ​ໃຫ້​ປ່ຽນ​ຈາກ​ທາງ​ຊົ່ວ​ຂອງ​ລາວ​ເພື່ອ​ຈະ​ໄດ້​ຊີວິດ, ລາວ​ກໍ​ຈະ​ຕາຍໄປ​ຍ້ອນ​ບາບກຳ​ຂອງ​ລາວ ແລະ​ເຮົາ​ຈະ​ຖື​ວ່າ​ເຈົ້າ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການຕາຍ​ຂອງ​ຄົນ​ນັ້ນ.


ພວກ​ຂ້ານ້ອຍ​ເຮັດ​ບາບ, ເຮັດ​ຊົ່ວ ແລະ​ເຮັດ​ຜິດ. ພວກ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ສັ່ງ​ໃຫ້​ເຮັດ ແລະ​ໄດ້​ປະຕິເສດ​ສິ່ງ​ຖືກຕ້ອງ​ທີ່​ພຣະອົງ​ສຳແດງ​ໃຫ້​ເຫັນ.


ພຣະອົງ​ຜູ້​ຊົງ​ຖືກ​ມອບ​ໄວ້​ໃຫ້​ເຖິງ​ແກ່​ຄວາມ​ຕາຍ​ແລ້ວ ເພາະ​ບາບກຳ​ຂອງ​ພວກເຮົາ ແລະ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ເພື່ອ​ໃຫ້​ພວກເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ.


ຈົ່ງ​ຮູ້​ວ່າ ຜູ້​ທີ່​ເຮັດ​ໃຫ້​ຄົນ​ບາບ​ຄົນ​ໜຶ່ງ​ຕ່າວຄືນ​ມາ​ຈາກ​ທາງ​ຜິດ​ຂອງຕົນ​ນັ້ນ ກໍໄດ້​ຊ່ວຍ​ຈິດວິນຍານ​ຂອງ​ຄົນ​ນັ້ນ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ ແລະ​ທັງ​ໃຫ້​ຄວາມ​ຜິດບາບ​ຈຳນວນ​ຫລວງຫລາຍ​ໄດ້​ຮັບ​ການອະໄພ.


ເພາະວ່າ ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ແກະ​ທີ່​ຫລົງ​ເສຍ​ໄປ, ແຕ່​ບັດນີ້​ພວກເຈົ້າ​ຖືກ​ນຳ​ຄືນ​ມາ​ຫາ​ພຣະຜູ້ລ້ຽງ ແລະ​ຜູ້​ເບິ່ງແຍງ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ແລ້ວ.


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


ໃນ​ສະໄໝ​ນັ້ນ ຊາດ​ອິດສະຣາເອນ​ຍັງ​ບໍ່ທັນ​ມີ​ກະສັດ​ເທື່ອ. ສະນັ້ນ ທຸກຄົນ​ຈຶ່ງ​ເຮັດ​ຕາມໃຈ​ມັກ​ຂອງຕົນເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka