4 ແທ້ຈິງທ່ານທົນຕໍ່ຄວາມທຸກທີ່ເປັນຂອງພວກເຮົາ ແລະທົນຄວາມເຈັບປວດທີ່ພວກເຮົາສົມຄວນໄດ້ຮັບ. ຄວາມລຳບາກທີ່ທ່ານຮັບເອົານັ້ນພວກເຮົາຄິດຢູ່ສະເໝີ ວ່າເປັນການລົງໂທດມາຈາກພຣະເຈົ້າ.
ເພາະພວກເຂົາຂົ່ມເຫັງພວກທີ່ພຣະອົງໄດ້ລົງໂທດທັນ ພວກເຂົາເວົ້າເລື່ອງທົນທຸກຂອງຜູ້ທີ່ຊົງໃຫ້ເຈັບປວດ.
ຂໍຊົງໂຜດບັນທຶກບາບທັງໝົດຂອງພວກເຂົາໄວ້ດ້ວຍ ຂໍຢ່າໃຫ້ພວກເຂົາມີສ່ວນໃນຄວາມພົ້ນ.
ຂ້ານ້ອຍເປັນດັ່ງຄົນແປກໜ້າຕໍ່ພີ່ນ້ອງຂອງຕົນ ເປັນດັ່ງຄົນຕ່າງດ້າວຕໍ່ຄອບຄົວຂອງຕົນເອງດ້ວຍ.
ພຣະເຈົ້າຢາເວກ່າວວ່າດັ່ງນີ້: “ການທີ່ທ່ານທົນທຸກຄືຄວາມປະສົງຂອງເຮົາ ຄວາມຕາຍຂອງທ່ານເປັນເຄື່ອງບູຊາ ເພື່ອນຳເອົາການຍົກໂທດມາໃຫ້. ທ່ານຈຶ່ງໄດ້ເຫັນເຊື້ອສາຍມີຊີວິດຍາວໄກ ເປົ້າໝາຍຂອງພຣະເຈົ້າຢາເວຈະສຳເລັດທາງທ່ານ.
ແບ້ໂຕທີ່ຕົກເປັນຂອງອາຊາເຊນ ຈະຖືກນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວທັງເປັນ; ແລ້ວເຂົາກໍຈະປ່ອຍແບ້ໂຕນີ້ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານອາຊາເຊນ ເພື່ອລຶບລ້າງການບາບຂອງປະຊາຊົນອິດສະຣາເອນ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ດາບເອີຍ ຈົ່ງຕື່ນຂຶ້ນແລະໂຈມຕີຄົນລ້ຽງແກະ ທີ່ເຮັດວຽກໃຫ້ເຮົາ ຈົ່ງຂ້າລາວເສຍ ແລະຝູງແກະຂອງເຮົາກໍຈະກະຈັດກະຈາຍໄປ. ເຮົາຈະໂຈມຕີປະຊາຊົນຂອງເຮົາ.”
ພຣະອົງໄດ້ເອົາເປໂຕກັບລູກຊາຍສອງຄົນຂອງເຊເບດາຍໄປນຳ ພຣະອົງຮູ້ສຶກໂສກເສົ້າ ແລະ ໜັກໜ່ວງຫລາຍໃນຈິດໃຈ
ພຣະອົງເຮັດເຊັ່ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ, “ພຣະອົງໄດ້ຮັບເອົາຄວາມເຈັບໄຂ້ ແລະຮັບແບກພະຍາດໂຣຄາຂອງພວກເຮົາໄປ.”
ປະຊາຊົນຕອບເພິ່ນຄືນວ່າ, “ພວກເຮົາມີກົດໝາຍທີ່ວ່າ ລາວຕ້ອງຕາຍ ເພາະລາວປະກາດຕົວເອງວ່າ ເປັນພຣະບຸດຂອງພຣະເຈົ້າ.”
ພຣະອົງຜູ້ຊົງຖືກມອບໄວ້ໃຫ້ເຖິງແກ່ຄວາມຕາຍແລ້ວ ເພາະບາບກຳຂອງພວກເຮົາ ແລະພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນຂຶ້ນມາຈາກຄວາມຕາຍ ເພື່ອໃຫ້ພວກເຮົາໄດ້ຊົງຖືວ່າ ເປັນຄົນຊອບທຳຕໍ່ໜ້າພຣະອົງ.
ພຣະຄຣິດໄດ້ຊົງໄຖ່ພວກເຮົາ ໃຫ້ພົ້ນຈາກການສາບແຊ່ງຂອງກົດບັນຍັດ ໂດຍການທີ່ພຣະອົງຊົງຍອມຖືກສາບແຊ່ງແທນພວກເຮົາ (ເພາະພຣະຄຳພີຂຽນໄວ້ວ່າ, “ທຸກຄົນທີ່ຖືກແຂວນໄວ້ທີ່ຕົ້ນໄມ້ ກໍຖືກສາບແຊ່ງແລ້ວ.”)
ພຣະຄຣິດກໍສັນນັ້ນ ໄດ້ຖວາຍພຣະອົງເອງເປັນເຄື່ອງບູຊາເທື່ອດຽວ ເພື່ອລຶບລ້າງບາບກຳຂອງຄົນຈຳນວນຫລວງຫລາຍ. ພຣະອົງຈະມາປາກົດເທື່ອທີສອງໂດຍບໍ່ກ່ຽວກັບຄວາມບາບ ແຕ່ເພື່ອໂຜດຊ່ວຍເອົາບັນດາຜູ້ທີ່ລໍຄອຍພຣະອົງດ້ວຍໃຈຮ້ອນຮົນໃຫ້ໄດ້ຮັບຄວາມພົ້ນ.
ໃນພຣະກາຍຂອງພຣະອົງເອງ ພຣະອົງໄດ້ຊົງຮັບແບກບາບຂອງພວກເຮົາໄປເຖິງຕົ້ນໄມ້ນັ້ນ ເພື່ອພວກເຮົາຈະໄດ້ຕາຍເສຍຝ່າຍການບາບ ແລະມີຊີວິດຝ່າຍຄວາມຊອບທຳ, ດ້ວຍບາດແຜຂອງພຣະອົງ ເຈົ້າທັງຫລາຍກໍດີປົກກະຕິແລ້ວ.
ດ້ວຍວ່າ, ພຣະຄຣິດກໍເໝືອນກັນ ໄດ້ສິ້ນພຣະຊົນເທື່ອດຽວເປັນການສິ້ນສຸດ ເພື່ອແທນຄວາມຜິດບາບ ຄືພຣະອົງຜູ້ຊອບທຳ ແທນຜູ້ບໍ່ຊອບທຳ ເພື່ອຈະໄດ້ນຳເຮົາທັງຫລາຍໄປເຖິງພຣະເຈົ້າ ຝ່າຍກາຍພຣະອົງຊົງຖືກປະຫານເສຍ ແຕ່ຝ່າຍວິນຍານ ພຣະອົງຖືກຊົງບັນດານໃຫ້ຄືນພຣະຊົນ.
ແມ່ນດ້ວຍພຣະອົງນີ້ແຫຼະ ທີ່ພຣະເຈົ້າຊົງຍົກການບາບຂອງພວກເຮົາເສຍ ແລະບໍ່ແມ່ນແຕ່ການບາບຂອງພວກເຮົາຜູ້ດຽວ, ແຕ່ທັງການບາບຂອງມະນຸດທັງປວງໃນໂລກເໝືອນກັນ.