ເອຊາຢາ 53:3 - ພຣະຄຳພີສັກສິ3 ພວກເຮົາດູໝິ່ນປະໝາດແລະປະຖິ້ມທ່ານໄປ ທ່ານໄດ້ທົນທຸກນາໆ ແລະທົນຕໍ່ຄວາມເຈັບປວດ. ບໍ່ມີຜູ້ໃດແມ່ນແຕ່ຈະຫລຽວແລເບິ່ງທ່ານເລີຍ ຕ່າງກໍເມີນເສີຍດັ່ງເພິ່ນບໍ່ມີຫຍັງຈັກດີ້. Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງບໍຣິສຸດຂອງຊາດອິດສະຣາເອນ ພຣະຜູ້ໄຖ່ກ່າວແກ່ຜູ້ທີ່ຖືກດູໝິ່ນໜັກ ຄືຜູ້ທີ່ບັນດານາໆຊາດພາກັນກຽດຊັງ ທັງເປັນຜູ້ຮັບໃຊ້ຂອງພວກນັກປົກຄອງວ່າ, “ກະສັດຈະເຫັນເຈົ້າຖືກປ່ອຍຕົວໄປ ພວກເຂົາຈະລຸກຂຶ້ນຢືນສະແດງຄວາມເຄົາຣົບຕໍ່ເຈົ້າ; ພວກເຈົ້າຊາຍກໍຈະໄດ້ເຫັນເຫດການນີ້ຄືກັນ ແລະພວກເຂົາຈະກົ້ມລົງໃຫ້ກຽດແກ່ເຈົ້າ.” ສິ່ງນີ້ຈະເກີດຂຶ້ນເພາະພຣະເຈົ້າຢາເວກະທຳການ ພຣະອົງໄດ້ເລືອກເຈົ້າໃຫ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າ; ພຣະເຈົ້າຂອງຊາດອິດສະຣາເອນເປັນອົງບໍຣິສຸດ ຊົງຮັກສາຄຳສັນຍາທີ່ພຣະອົງໄດ້ກະທຳໄວ້.