Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 53:2 - ພຣະຄຳພີສັກສິ

2 ມັນ​ແມ່ນ​ພຣະປະສົງ​ທີ່​ຜູ້ຮັບໃຊ້​ຂອງ​ພຣະອົງ ໃຫຍ່ຂຶ້ນ​ດັ່ງ​ໄມ້​ພັນ​ດີ​ທັງ​ຢັ່ງຮາກ​ໃນ​ດິນ​ແຫ້ງແລ້ງ. ທ່ານ​ບໍ່ມີ​ທ່າທາງ​ຜ່າເຜີຍ ແລະ​ສະຫງ່າງາມ​ໃດໆ ເພື່ອ​ໃຫ້​ພວກເຮົາ​ສັງເກດ​ເຫັນ​ໃນ​ຕົວທ່ານ​ໄດ້. ໃນ​ຕົວທ່ານ​ນັ້ນ​ບໍ່ມີ​ຫຍັງ​ພໍ​ຈະ​ດຶງດູດ​ຈິດໃຈ ພໍ​ຈະ​ດູດດຶງ​ພວກເຮົາ​ເຂົ້າ​ໄປ​ຫາ​ທ່ານ​ໄດ້.

Uka jalj uñjjattʼäta Copia luraña




ເອຊາຢາ 53:2
22 Jak'a apnaqawi uñst'ayäwi  

ເຊື້ອວົງ​ຂອງ​ກະສັດ​ດາວິດ​ເປັນ​ດັ່ງ​ກົກໄມ້​ທີ່​ຖືກ​ປໍ້າ​ລົງ​ແລ້ວ, ແຕ່​ຍັງ​ມີ​ກິ່ງ​ເກີດ​ອອກ​ມາ​ຈາກ​ຕໍ​ນັ້ນ​ສັນໃດ ກໍ​ຈະ​ມີ​ກະສັດ​ອົງ​ໃໝ່ ເກີດຂຶ້ນ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ສັນນັ້ນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພືດພັນ ແລະ​ຕົ້ນໄມ້​ຢູ່​ໃນ​ດິນແດນ​ໃຫຍ່​ຂຶ້ນ​ແລະ​ສວຍງາມ. ປະຊາຊົນ​ຊາວ​ອິດສະຣາເອນ​ທັງໝົດ​ທີ່​ຍັງ​ມີ​ຊີວິດ​ເຫລືອຢູ່ ຈະ​ຊື່ນຊົມ​ຍິນດີ​ໃນ​ຜົນລະປູກ​ທີ່​ເກີດ​ໃນ​ດິນແດນ.


ເມື່ອ​ປະຊາຊົນ​ໄດ້​ເຫັນ​ທ່ານ​ກໍ​ສະດຸ້ງ​ຕົກໃຈ; ໜ້າ​ຕາ​ທ່ານ​ປ່ຽນ​ໂສມ ທ່າທາງ​ເກືອບ​ບໍ່​ຄື​ມະນຸດ.


ມີ​ເດັກນ້ອຍ​ຜູ້ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກເຮົາ ມີ​ລູກຊາຍ​ຜູ້ໜຶ່ງ​ຖືກ​ມອບໝາຍ​ໃຫ້​ພວກເຮົາ​ແລ້ວ ພຣະອົງ​ຈະ​ຊົງ​ນາມ​ວ່າ, “ຜູ້​ປຶກສາ​ທີ່​ອັດສະຈັນ” “ພຣະເຈົ້າ​ຊົງຣິດ” “ພຣະບິດາ​ສືບໄປ” “ອົງ​ສັນຕິຣາດ”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເລືອກເອົາ​ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ດາວິດ​ມາ​ເປັນ​ກະສັດ​ຜູ້​ຊອບທຳ. ກະສັດ​ຜູ້​ນີ້​ຈະ​ປົກຄອງ​ຢ່າງ​ສະຫລາດ ແລະ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ຍຸດຕິທຳ​ຕະຫລອດ​ທົ່ວ​ທັງ​ປະເທດ.


ເຢຊູອາ​ຜູ້​ເປັນ​ມະຫາ​ປະໂຣຫິດ​ເອີຍ ບັດນີ້​ຈົ່ງ​ຟັງ​ເຖີດ ພວກເຈົ້າ​ຜູ້​ທີ່​ເປັນ​ປະໂຣຫິດ​ຮ່ວມ​ກັບ​ເພິ່ນ​ກໍ​ຈົ່ງ​ຟັງ​ດ້ວຍ. ພວກເຈົ້າ​ເປັນ​ສິ່ງ​ສະແດງ​ທີ່​ດີ​ໃນ​ອະນາຄົດ ເຮົາ​ຈະ​ໃຫ້​ຜູ້ຮັບໃຊ້​ຂອງເຮົາ​ມາ​ປາກົດ ຄື​ຜູ້​ທີ່​ມີ​ຊື່​ວ່າ ກິ່ງ


ຈົ່ງ​ບອກ​ລາວ​ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ຄົນ​ຊື່​ວ່າ​ກິ່ງ ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃນ​ບ່ອນ​ທີ່​ຕົນ​ຢູ່​ອາໄສ ແລະ​ລາວ​ຈະ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.


ລາວ​ບໍ່ແມ່ນ​ຊ່າງໄມ້​ລູກຊາຍ​ຂອງ​ມາຣີ ແລະ​ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ນັ້ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ໃນ​ເມືອງ​ນີ້​ບໍ່ແມ່ນ​ບໍ?” ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ຮັບ​ພຣະອົງ.


ພຣະອົງ​ຕອບ​ພວກເພິ່ນ​ວ່າ, “ຈິງ​ຢູ່ ເອລີຢາ​ຕ້ອງ​ມາ​ກ່ອນ ເພື່ອ​ຈັດແຈງ​ທຸກສິ່ງ​ຄືນ​ສູ່​ສະພາບ​ເດີມ ແລະ​ເປັນ​ດ້ວຍເຫດໃດ​ພຣະທຳ​ພຣະເຈົ້າ ຂຽນ​ໄວ້​ວ່າ ບຸດ​ມະນຸດ​ຈະ​ຖືກ​ທົນທຸກ​ທໍລະມານ​ຢ່າງ​ໜັກໜ່ວງ​ຫລາຍ​ປະການ ແລະ​ເພິ່ນ​ຈະ​ຖືກ​ປະຖິ້ມ ແລະ​ຖືກ​ໝິ່ນປະໝາດ?


ນາງ​ໄດ້​ເກີດ​ລູກຊາຍກົກ, ເອົາ​ຜ້າ​ອ້ອມ​ພັນ ແລະ​ວາງ​ໄວ້​ໃນ​ຮາງຫຍ້າ ເພາະວ່າ​ໃນ​ໂຮງແຮມ​ນັ້ນ ບໍ່ມີ​ຫ້ອງ​ຫວ່າງ​ສຳລັບ​ພວກເພິ່ນ​ເລີຍ.


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ໝາຈອກ​ຍັງ​ມີ​ໝົ້ງ​ນອນ ແລະ​ນົກ​ກໍ​ຍັງ​ມີ​ຮັງ​ຢູ່ ສ່ວນ​ບຸດ​ມະນຸດ​ບໍ່ມີ​ບ່ອນ​ຈະ​ວາງ​ຫົວ​ລົງ.”


ຄົນ​ທັງຫລາຍ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຢ່າ​ປ່ອຍ​ຊາຍ​ຄົນ​ນີ້​ເລີຍ ໃຫ້​ປ່ອຍ​ບາຣາບາ.” (ບາຣາບາ​ເປັນ​ໂຈນ.)


ພຣະເຢຊູເຈົ້າ​ອອກ​ມາ​ໂດຍ​ມີ​ມົງກຸດ​ໜາມ​ສວມ​ທີ່​ຫົວ ແລະ​ນຸ່ງ​ເສື້ອຄຸມ​ສີມ່ວງ​ອ່ອນ, ປີລາດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເບິ່ງ​ຊາຍ​ຄົນ​ນີ້​ແມ.”


ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.


ຫລື​ບັນດາ​ຜູ້ປົກຄອງ​ທີ່​ໄດ້​ຮັບ​ແຕ່ງຕັ້ງ​ຈາກ​ເພິ່ນ ໃຫ້​ລົງໂທດ​ຜູ້​ທີ່​ເຮັດ​ຊົ່ວ​ແລະ​ຍ້ອງຍໍ​ຜູ້​ທີ່​ເຮັດ​ດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka