ເອຊາຢາ 53:12 - ພຣະຄຳພີສັກສິ12 ສະນັ້ນ ເຮົາຈຶ່ງຈະໃຫ້ທ່ານໄດ້ນັ່ງບ່ອນມີກຽດສັກສີ ຄືບ່ອນໜຶ່ງທ່າມກາງຜູ້ຍິ່ງໃຫຍ່ທີ່ມີອຳນາດ. ທ່ານຍິນດີມອບຊີວິດຕົນເອງໃຫ້ຢ່າງເຕັມໃຈ ແລະເຂົ້າສ່ວນໃນຊາຕາກຳຂອງຄົນຊົ່ວຮ້າຍ. ທ່ານໄດ້ເຂົ້າແທນບ່ອນຄົນບາບທັງຫລາຍ ແລະພາວັນນາອະທິຖານເພື່ອພວກເຂົາໃຫ້ໄດ້ຮັບການຍົກໂທດ.” Uka jalj uñjjattʼäta |
ການທີ່ທ່ານເຫັນຫີນໃຫຍ່ກ້ອນໜຶ່ງ ແຕກອອກມາເອງຈາກໜ້າຜາໂດຍບໍ່ມີຜູ້ໃດເຮັດນັ້ນ ກ້ອນຫີນນັ້ນໄດ້ກະທົບໃສ່ກັບຮູບເຫຼັກ, ຮູບທອງສຳຣິດ, ຮູບດິນ, ຮູບເງິນແລະຄຳ. ອັນນີ້ແມ່ນພຣະເຈົ້າອົງຍິ່ງໃຫຍ່ກຳລັງບອກໃຫ້ພະຣາຊາຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ຂ້ານ້ອຍໄດ້ບອກທ່ານຖືກຕ້ອງຕາມທີ່ທ່ານໄດ້ຝັນ ແລະແກ້ຄວາມຝັນນັ້ນແກ່ທ່ານຕາມຄວາມຈິງ.”
ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.