Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 53:11 - ພຣະຄຳພີສັກສິ

11 ຫລັງຈາກ​ມີ​ຊີວິດ​ຢ່າງ​ທົນທຸກ​ທໍລະມານ ທ່ານ​ກໍ​ຈະ​ມີ​ຄວາມສຸກ​ຊົມຊື່ນ​ຍິນດີ​ອີກ; ທ່ານ​ຈະ​ຮູ້ວ່າ​ທ່ານ​ບໍ່ໄດ້​ທົນ​ທຸກຢ່າງ​ໄຮ້​ຜົນ ເປັນ​ຜູ້ຮັບໃຊ້​ອຸທິດຕົນ​ທີ່​ເຮົາ​ພໍໃຈ​ນຳ​ແທ້ໆ. ທ່ານ​ຈະ​ແບກ​ໂທດກຳ​ຂອງ​ຄົນ​ທັງຫລາຍ ເພື່ອ​ເຫັນ​ແກ່​ທ່ານ ເຮົາ​ຈະ​ຍົກໂທດ​ໃຫ້​ພວກເຂົາ.

Uka jalj uñjjattʼäta Copia luraña




ເອຊາຢາ 53:11
37 Jak'a apnaqawi uñst'ayäwi  

ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.


ເຊື້ອສາຍ​ອິດສະຣາເອນ​ທັງໝົດ​ຈະ​ຕັ້ງ​ຢູ່​ໃນ​ຄວາມມີໄຊ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ໃນ​ພຣະເຈົ້າຢາເວ.”


ພຣະອົງ​ໄດ້​ກ່າວ​ແກ່​ຂ້ອຍ​ວ່າ, “ຊາດ​ອິດສະຣາເອນ​ຄື​ຜູ້ຮັບໃຊ້​ຂອງເຮົາ ເພາະ​ເຈົ້າ​ນີ້ແຫລະ ປະຊາຊົນ​ທັງຫລາຍ ຈຶ່ງ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ​ໄດ້.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຜູ້ຮັບໃຊ້​ຂອງເຮົາ​ນັ້ນ ຈະ​ເຮັດ​ສຳເລັດ​ໜ້າທີ່​ຊຶ່ງ​ໄດ້​ມອບໝາຍ​ໃຫ້; ເພິ່ນ​ຈະ​ເຮັດ​ພາລະກິດ​ຂອງ​ເພິ່ນ​ໃຫ້​ສຳເລັດຜົນ; ແມ່ນ​ກຽດສັກສີ​ອັນ​ສູງ​ທີ່​ທ່ານ​ຈະ​ໄດ້​ຮັບ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຫ້​ທ່ານ​ໄດ້​ນັ່ງ​ບ່ອນ​ມີ​ກຽດສັກສີ ຄື​ບ່ອນ​ໜຶ່ງ​ທ່າມກາງ​ຜູ້​ຍິ່ງໃຫຍ່​ທີ່​ມີ​ອຳນາດ. ທ່ານ​ຍິນດີ​ມອບ​ຊີວິດ​ຕົນເອງ​ໃຫ້​ຢ່າງ​ເຕັມໃຈ ແລະ​ເຂົ້າສ່ວນ​ໃນ​ຊາຕາກຳ​ຂອງ​ຄົນຊົ່ວຮ້າຍ. ທ່ານ​ໄດ້​ເຂົ້າ​ແທນ​ບ່ອນ​ຄົນບາບ​ທັງຫລາຍ ແລະ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ​ໃຫ້​ໄດ້​ຮັບ​ການ​ຍົກໂທດ.”


ທ່ານ​ຖືກ​ຈັບ​ໄປ​ເພື່ອ​ໃສ່​ໂທດທັນ ທ່ານ​ຖືກ​ນຳ​ອອກ​ໄປ​ເພື່ອ​ປະຫານ​ຊີວິດ ບໍ່ມີ​ຜູ້ໃດ​ຫ່ວງໃຍ​ເຄາະກຳ​ທີ່​ທ່ານ​ຖືກ​ສັງຫານ ຍ້ອນ​ການບາບ​ຂອງ​ປະຊາຊົນ​ພວກເຮົາ​ນັ້ນ.


ພວກ​ຜູ້​ທີ່​ມີ​ປັນຍາ​ຈະ​ຮຸ່ງເຮືອງ​ເໝືອນ​ດວງດາວ​ສະຫວ່າງ​ສະໄຫວ​ທີ່​ເທິງ​ທ້ອງຟ້າ. ຜູ້​ທີ່​ສັ່ງສອນ​ຄົນ​ທັງຫລາຍ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ກໍ​ຈະ​ຮຸ່ງເຮືອງ​ຕະຫລອດໄປ​ເໝືອນ​ດວງດາວ.


ເຈັດ​ເທື່ອ​ເຈັດສິບ​ປີ​ນັ້ນ​ແມ່ນ​ໄລຍະ​ເວລາ ທີ່​ພຣະເຈົ້າ​ໄດ້​ກຳນົດ​ໃຫ້​ປະຊາຊົນ​ແລະ​ເມືອງ​ອັນ​ສັກສິດ​ຂອງ​ເຈົ້າ ເລີກ​ເຮັດ​ບາບ​ແລະ​ເລີກ​ເຮັດ​ຊົ່ວ. ບາບ​ຈະ​ໄດ້​ຮັບ​ການອະໄພ ແລະ​ຄວາມ​ຍຸດຕິທຳ​ອັນ​ຖາວອນ​ຈະ​ປາກົດ​ມີ​ມາ ເພື່ອ​ວ່າ​ນິມິດ ແລະ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ​ຈະ​ກາຍເປັນຈິງ ແລະ​ເພື່ອ​ພຣະວິຫານ​ອັນ​ສັກສິດ ຈະ​ໄດ້​ຖືກ​ຢຶດ​ຖວາຍ​ຄືນ​ໃໝ່​ໃຫ້​ແກ່​ພຣະເຈົ້າ.


ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ເມື່ອ​ຊົງ​ເກີດ​ເປັນທຸກ​ວຸ້ນວາຍ​ຫລາຍ​ຂຶ້ນ ພຣະອົງ​ກໍ​ຊົງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫລາຍ ເຫື່ອ​ຂອງ​ພຣະອົງ​ເກີດ​ເປັນ​ເໝືອນ​ເລືອດ​ໄຫລ​ຢາດ​ລົງ​ດິນ​ເປັນເມັດ​ໃຫຍ່.


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຖ້າ​ເມັດເຂົ້າ​ຕົກລົງ​ໃນ​ດິນ​ແລ້ວ​ບໍ່​ຕາຍໄປ​ເສຍ ກໍ​ຄົງ​ຈະ​ມີ​ຢູ່​ພຽງແຕ່​ເມັດ​ດຽວ, ແຕ່​ຖ້າ​ຕາຍໄປ​ກໍ​ຈະ​ເກີດຜົນ​ຫລາຍ.


ເມື່ອ​ແມ່ຍິງ​ໃກ້​ຈະ​ເກີດ​ລູກ ນາງ​ກໍ​ໂສກເສົ້າ​ເພາະ​ເວລາ​ແຫ່ງ​ຄວາມ​ເຈັບປວດ​ໄດ້​ມາ​ເຖິງ, ແຕ່​ເມື່ອ​ລູກ​ເກີດ​ມາ​ແລ້ວ ນາງ​ກໍ​ບໍ່​ຄິດເຖິງ​ຄວາມ​ເຈັບປວດ​ນັ້ນ​ອີກ ເພາະ​ນາງ​ຊົມຊື່ນ​ຍິນດີ​ທີ່​ຄົນ​ຜູ້ໜຶ່ງ​ເກີດ​ມາ​ສູ່​ໂລກ.


ນີ້​ແມ່ນ​ຊີວິດ​ນິຣັນດອນ ຄື​ໃຫ້​ພວກເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ​ຮູ້ຈັກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ທີ່​ພຣະອົງ​ໃຊ້​ມາ.


ຄຳ​ເຫຼົ່ານີ້​ໄດ້​ຂຽນ​ໄວ້​ສຳລັບ​ເຮົາ​ທັງຫລາຍ​ອີກ​ດ້ວຍ ຊຶ່ງ​ເປັນ​ພວກ​ທີ່​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ຄື​ພວກເຮົາ​ທີ່​ເຊື່ອ​ໃນ​ພຣະອົງ ອົງ​ທີ່​ບັນດານ​ໃຫ້​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ເປັນ​ຄືນ​ມາ​ຈາກ​ຕາຍ.


ດ້ວຍເຫດນັ້ນ ເມື່ອ​ພວກເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ແລ້ວ ດ້ວຍ​ເລືອດ​ຂອງ​ພຣະອົງ ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ຈະ​ໄດ້​ພົ້ນ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ໂດຍ​ພຣະອົງ.


ແຕ່​ກ່ອນ ມີ​ບາງຄົນ​ໃນ​ພວກເຈົ້າ​ໄດ້​ເປັນ​ຢ່າງ​ນັ້ນ, ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະ​ຈາກ​ບາບກຳ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ແລ້ວ, ພວກເຈົ້າ​ໄດ້​ເປັນ​ຄົນ​ຊອບທຳ​ແລ້ວ ໂດຍ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ພຣະວິນຍານ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ລູກ​ນ້ອຍ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ຕ້ອງ​ເຈັບປວດ​ເພາະ​ພວກເຈົ້າ​ອີກ ເໝືອນ​ຢ່າງ​ແມ່​ທີ່​ເຈັບ​ທ້ອງ​ເກີດ​ລູກ ຈົນກວ່າ​ພຣະຄຣິດ​ຈະ​ໄດ້​ເປັນ​ທີ່​ສ້າງ​ຂຶ້ນ​ຢູ່​ໃນ​ພວກເຈົ້າ.


ຈົ່ງ​ປັກຕາ​ເບິ່ງ​ພຣະເຢຊູເຈົ້າ ຄື​ຜູ້​ບຸກເບີກ​ຄວາມເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພວກເຮົາ​ເຖິງ​ທີ່​ສຳເລັດ. ພຣະອົງ​ໄດ້​ຊົງ​ອົດທົນ​ຕໍ່​ໄມ້ກາງແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່ໜ້າ​ພຣະອົງ ພຣະອົງ​ຊົງ​ຖື​ວ່າ​ຄວາມ​ລະອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳຄັນ ຈຶ່ງ​ໄດ້​ປະທັບ​ລົງ​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ພຣະເຈົ້າ.


ພຣະຄຣິດ​ກໍ​ສັນນັ້ນ ໄດ້​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ເທື່ອ​ດຽວ ເພື່ອ​ລຶບລ້າງ​ບາບກຳ​ຂອງ​ຄົນ​ຈຳນວນ​ຫລວງຫລາຍ. ພຣະອົງ​ຈະ​ມາ​ປາກົດ​ເທື່ອ​ທີ​ສອງ​ໂດຍ​ບໍ່​ກ່ຽວກັບ​ຄວາມ​ບາບ ແຕ່​ເພື່ອ​ໂຜດ​ຊ່ວຍ​ເອົາ​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ​ດ້ວຍ​ໃຈ​ຮ້ອນຮົນ​ໃຫ້​ໄດ້​ຮັບ​ຄວາມ​ພົ້ນ.


ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


ແຕ່​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ແລະ​ໃນ​ຄວາມຮູ້ ຊຶ່ງ​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ. ຂໍ​ໃຫ້​ພຣະກຽດ​ຈົ່ງ​ມີ​ແດ່​ພຣະອົງ ທັງ​ໃນ​ປະຈຸບັນ​ແລະ​ຕະຫລອດ​ຊົ່ວ​ນິຣັນດອນ ອາແມນ.


ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂຽນ​ຂໍ້ຄວາມ​ເຫຼົ່ານີ້​ມາ​ເຖິງ​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ບໍ່ໄດ້​ເຮັດ​ຜິດ ແຕ່​ຖ້າ​ຄົນ​ໃດ​ເຮັດ​ຜິດ ພວກເຮົາ​ກໍ​ມີ​ທະນາຍຄວາມ ຄື​ພຣະເຢຊູ​ຄຣິດເຈົ້າ ຜູ້​ຊົງ​ທ່ຽງທຳ​ທີ່​ສະຖິດ​ຢູ່​ກັບ​ພຣະບິດາເຈົ້າ.


ຈາກ ຜູ້ປົກຄອງ ເຖິງ ທ່ານ​ສຸພາບ​ສະຕຼີ​ທີ່​ຊົງ​ເລືອກ​ໄວ້ ແລະ ພວກ​ລູກ​ຂອງ​ນາງ ຜູ້​ທີ່​ເຮົາ​ຮັກ​ຢ່າງ​ແທ້ຈິງ ບໍ່ແມ່ນ​ເຮົາ​ພຽງ​ຄົນ​ດຽວ ແຕ່​ທຸກຄົນ​ທີ່​ຮູ້​ຄວາມຈິງ​ກໍ​ຮັກ​ເໝືອນກັນ,


ພຣະຄຸນ ພຣະ​ເມດຕາ ແລະ​ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະບິດາ​ນັ້ນ ຈະ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ ໃນ​ຄວາມຈິງ​ແລະ​ໃນ​ຄວາມຮັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka