1 ປະຊາຊົນຖາມຄືນວ່າ, “ຜູ້ໃດແດ່ໄດ້ເຊື່ອ ເລື່ອງທີ່ພວກເຮົາລາຍງານດຽວນີ້? ຜູ້ໃດແດ່ໄດ້ເຫັນຢ່າງປະຈັກຕາຕົນເອງ ສິ່ງທີ່ພຣະເຈົ້າຢາເວທຳການໃນເລື່ອງນີ້?
ແລ້ວສະຫງ່າຣາສີຂອງພຣະເຈົ້າຢາເວກໍຈະປາກົດແຈ້ງ ທຸກປະຊາຊາດກໍຈະໄດ້ເຫັນພຣະສະຫງ່າຣາສີນັ້ນ ປາກຂອງພຣະເຈົ້າຢາເວເອງໄດ້ກ່າວໄວ້.”
ຂ້າແດ່ພຣະເຈົ້າຢາເວ ຈົ່ງຕື່ນຂຶ້ນຊ່ວຍເຫຼືອພວກຂ້ານ້ອຍແດ່ ຈົ່ງໃຊ້ຣິດທານຸພາບຊ່ວຍຊູແດ່ທ້ອນ ດັ່ງທີ່ພຣະອົງໄດ້ເຮັດໃນສະໄໝບູຮານ ພຣະອົງໄດ້ຕັດຣາຮາບ ໃນທະເລຂາດເປັນຕ່ອນໆ.
ພຣະເຈົ້າຢາເວຈະໃຊ້ຣິດທານຸພາບອັນສັກສິດ ຕໍ່ສາຍຕາປະຊາຊົນຂອງທຸກໆຊົນຊາດ ພຣະອົງຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນໄພ ໝົດທັງໂລກຈະໄດ້ເຫັນຄວາມພົ້ນແຫ່ງພຣະເຈົ້າຂອງພວກເຮົາ.
ພຣະອົງບໍ່ພໍໃຈຫລາຍ ທີ່ເຫັນຄົນຖືກກົດຂີ່ບໍ່ໄດ້ຮັບການຊ່ວຍເຫລືອໃນທີ່ນັ້ນ. ດັ່ງນັ້ນ ພຣະອົງຈະໃຊ້ຣິດອຳນາດຂອງພຣະອົງເອງຊ່ວຍກູ້ເອົາພວກເຂົາ ເພື່ອຊີງເອົາໄຊຊະນະ.
ພຣະເຈົ້າຢາເວໄດ້ເຮັດສັນຍາໜຶ່ງອັນໜັກແໜ້ນໄວ້ ແລະຈະເຮັດຕາມນັ້ນດ້ວຍຣິດອຳນາດຂອງພຣະອົງ: “ເຂົ້າຂອງເຈົ້າຈະບໍ່ເປັນອາຫານແກ່ສັດຕູອີກຕໍ່ໄປ ຄົນຕ່າງດ້າວຈະບໍ່ໄດ້ດື່ມເຫຼົ້າອະງຸ່ນຂອງເຈົ້າອີກ.
ໃນເວລານັ້ນ ພຣະເຢຊູເຈົ້າໄດ້ກາບທູນວ່າ, “ຂ້າແດ່ພຣະບິດາເຈົ້າ ຜູ້ເປັນເຈົ້າຂອງສະຫວັນແລະແຜ່ນດິນໂລກ ຂ້ານ້ອຍຂໍສັນລະເສີນພຣະອົງ ທີ່ພຣະອົງໄດ້ປິດບັງສິ່ງເຫຼົ່ານີ້ໄວ້ຈາກຜູ້ສະຫລາດ ແລະຜູ້ມີສະຕິປັນຍາ, ແຕ່ຊົງເປີດເຜີຍແກ່ຜູ້ທີ່ບໍ່ໄດ້ຮຽນຮູ້.
ພຣະເຢຊູເຈົ້າກ່າວກັບເປໂຕວ່າ, “ຊີໂມນບາຣະໂຢນາເອີຍ ເຈົ້າກໍເປັນສຸກ ເພາະວ່າບໍ່ແມ່ນມະນຸດທີ່ເປີດເຜີຍຄວາມຈິງນີ້ໃຫ້ເຈົ້າຮູ້ ແຕ່ແມ່ນພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ.
ແລ້ວພຣະເຢຊູເຈົ້າໄດ້ພາສາວົກສິບສອງຄົນ ຍ່າງຫລີກອອກໄປຂ້າງທາງ ແລະໄດ້ກ່າວແກ່ພວກເພິ່ນວ່າ, “ເບິ່ງແມ! ພວກເຮົາກຳລັງຂຶ້ນໄປທີ່ນະຄອນເຢຣູຊາເລັມ ແລະສິ່ງສາລະພັດ ຊຶ່ງບັນດາຜູ້ທຳນວາຍໄດ້ຂຽນໄວ້ ເຖິງບຸດມະນຸດນັ້ນຈະສຳເລັດ.
ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ ຄືຜູ້ທີ່ເຊື່ອໃນພຣະນາມຂອງພຣະອົງ ພຣະອົງກໍຊົງປະທານສິດໃຫ້ກາຍເປັນບຸດຂອງພຣະເຈົ້າ.
ເພິ່ນໄດ້ມາເພື່ອເປັນພະຍານເຖິງຄວາມສະຫວ່າງ ເພື່ອວ່າຄົນທັງປວງຈະໄດ້ເຊື່ອຍ້ອນຖ້ອຍຄຳທີ່ເພິ່ນກ່າວນັ້ນ.
ເພື່ອວ່າຖ້ອຍຄຳທີ່ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ຈະໄດ້ສຳເລັດວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຜູ້ໃດໄດ້ວາງໃຈເຊື່ອ ໃນຖ້ອຍຄຳທີ່ຂ້ານ້ອຍໄດ້ປະກາດ? ອົງພຣະຜູ້ເປັນເຈົ້າໄດ້ເປີດເຜີຍ ພຣະຣິດທານຸພາບໃຫ້ຜູ້ໃດເຫັນແດ່?”
ເລື່ອງຄວາມຕາຍຂອງພຣະຄຣິດທີ່ໄມ້ກາງແຂນນັ້ນ ເປັນເລື່ອງໂງ່ສຳລັບພວກທີ່ກຳລັງຈິບຫາຍໄປ, ແຕ່ສຳລັບພວກເຮົາທີ່ກຳລັງຮັບຄວາມພົ້ນນັ້ນ ຖືວ່າເປັນຣິດອຳນາດຂອງພຣະເຈົ້າ.
ແຕ່ສຳລັບພວກທີ່ພຣະເຈົ້າເອີ້ນໄວ້ແລ້ວນັ້ນ ບໍ່ວ່າຄົນຢິວ ຫລືຄົນຕ່າງຊາດກໍຕາມ ເຂົາຖືວ່າພຣະຄຣິດເປັນຣິດອຳນາດ ແລະເປັນສະຕິປັນຍາຂອງພຣະເຈົ້າ.