Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 52:3 - ພຣະຄຳພີສັກສິ

3 ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເມື່ອ​ຕົກ​ເປັນ​ທາດ​ນັ້ນ​ບໍ່ມີ​ຜູ້ໃດ​ທີ່​ໃຊ້​ເງິນ​ຊື້​ເອົາ​ພວກເຈົ້າ​ໄປ; ທຳນອງດຽວກັນ ບໍ່ມີ​ສິ່ງໃດ​ທີ່​ຈະ​ຊື້​ເອົາ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ.

Uka jalj uñjjattʼäta Copia luraña




ເອຊາຢາ 52:3
13 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ຂາຍ​ປະຊາຊົນ​ຂອງ​ພຣະອົງ​ໃນ​ລາຄາ​ຖືກໆ ເໝືອນ​ກັບ​ວ່າ​ພວກເຂົາ​ມີ​ຄ່າ ພຽງແຕ່​ເລັກນ້ອຍ.


ເມື່ອ​ຊາດ​ໃກ້ຄຽງ​ໄດ້​ເຫັນ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ພວກ​ຂ້ານ້ອຍ ກໍ​ເຍາະເຍີ້ຍ​ຫົວຂວັນ​ໃສ່​ພວກ​ຂ້ານ້ອຍ.


ຍ້ອນ​ພຣະເຈົ້າຢາເວ​ຊົງ​ຊອບທຳ ພຣະອົງ​ຈະ​ຊ່ວຍ​ນະຄອນ​ເຢຣູຊາເລັມ​ໃຫ້​ພົ້ນໄພ ແລະ​ທຸກຄົນ​ໃນ​ນະຄອນ​ນີ້​ທີ່​ກັບໃຈໃໝ່.


ເຮົາ​ເອງ​ໄດ້​ປຸກປັ່ນ​ໄຊຣັດ​ໃຫ້​ດຳເນີນການ ເພື່ອ​ສຳເລັດ​ເປົ້າໝາຍ ແລະ​ຈັດ​ໃຫ້​ຖືກຕ້ອງ. ເຮົາ​ຈະ​ເຮັດ​ທາງ​ທຸກ​ເສັ້ນ​ທີ່​ລາວ​ເດີນ​ໄປ​ໃຫ້​ຊື່ ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່​ຄື​ເມືອງ​ຂອງເຮົາ ແລະ​ຈະ​ປ່ອຍ​ຄົນ​ຂອງເຮົາ​ທີ່​ຖືກ​ຈັບ​ໃຫ້​ເປັນ​ເສລີ ບໍ່ມີ​ຜູ້ໃດ​ຈ້າງ​ໃຫ້​ເຮັດ ຫລື​ຈອບອອຍ​ລາວ​ດ້ວຍ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເລື່ອງ​ທັງໝົດ​ເຫຼົ່ານີ້​ໄວ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


ຄົນ​ຈະ​ເອີ້ນ​ຊື່​ພວກເຂົາ​ວ່າ, “ປະຊາຊົນ​ບໍຣິສຸດ” “ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ໄວ້ແລ້ວ.” ເຈົ້າ​ຈະ​ມີ​ຊື່​ວ່າ, “ເມືອງ​ທີ່​ພຣະເຈົ້າ​ຊົງຮັກ” “ນະຄອນ​ທີ່​ພຣະເຈົ້າ​ບໍ່​ຍອມ​ປະຖິ້ມ​ຈັກເທື່ອ.”


ເຮົາ​ຕັດສິນໃຈ​ແລ້ວ​ວ່າ ເວລາ​ທີ່​ຈະ​ຊ່ວຍ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ນັ້ນ​ມາຮອດ​ແລ້ວ; ທັງ​ເປັນ​ເວລາ​ທີ່​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ດ້ວຍ.


ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ສົ່ງ​ເຫຼົ່າ​ສັດຕູ​ມາ​ກວາດເອົາ​ຊັບສົມບັດ​ແລະ​ເງິນຄຳ ທີ່​ປະຊາຊົນ​ຂອງເຮົາ​ໄດ້​ສະສົມ​ໄວ້​ໄປ​ໝົດ ເພື່ອ​ເປັນ​ການ​ລົງໂທດ​ທີ່​ພວກເຂົາ​ໄດ້​ກະທຳ​ບາບ​ໄວ້​ທົ່ວ​ທັງ​ດິນແດນ.


ຕາມ​ຖະໜົນ​ທຸກ​ສາຍ​ເຈົ້າ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຮູບເຄົາຣົບ. ແຕ່​ເຈົ້າ​ພັດ​ບໍ່ໄດ້​ເງິນ​ດັ່ງ​ຍິງ​ແມ່ຈ້າງ​ທົ່ວໆ​ໄປ​ໄດ້.


ຕົ້ນໄມ້​ຈະ​ເກີດ​ໝາກ, ທົ່ງນາ​ຈະ​ໃຫ້​ຜົນລະປູກ ແລະ​ທຸກຄົນ​ຈະ​ຢູ່​ຢ່າງ​ປອດໄພ​ໃນ​ດິນແດນ​ຂອງຕົນ. ເມື່ອ​ເຮົາ​ໄດ້​ປົດ​ໂສ້​ກັບ​ປົດປ່ອຍ​ປະຊາຊົນ​ຂອງເຮົາ​ອອກ​ຈາກ​ການ​ເປັນ​ທາດ​ແລ້ວ ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຖ້າ​ລາວ​ບໍ່ໄດ້​ຮັບ​ການ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ​ໂດຍ​ວິທີ​ເຫຼົ່ານີ້ ລາວ​ພ້ອມ​ດ້ວຍ​ລູກ​ຂອງ​ລາວ​ຕ້ອງ​ຖືກ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ ໃນ​ເວລາ​ຄົບຮອບ​ຫ້າສິບ​ປີ​ຊຸດ​ທີ່​ຈະ​ມາ​ເຖິງ.


ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ ພວກເຈົ້າ​ຖືກ​ໄຖ່​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່ມີ​ປະໂຫຍດ ທີ່​ສືບທອດ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຈົ້າ ບໍ່ແມ່ນ​ໄຖ່​ດ້ວຍ​ສິ່ງຂອງ​ທີ່​ເສື່ອມສູນ​ໄປ ເໝືອນ​ດັ່ງ​ເງິນ ຫລື​ຄຳ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka