Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 51:9 - ພຣະຄຳພີສັກສິ

9 ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ຕື່ນ​ຂຶ້ນ​ຊ່ວຍເຫຼືອ​ພວກ​ຂ້ານ້ອຍ​ແດ່ ຈົ່ງ​ໃຊ້​ຣິດທານຸພາບ​ຊ່ວຍຊູ​ແດ່ທ້ອນ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໃນ​ສະໄໝ​ບູຮານ ພຣະອົງ​ໄດ້​ຕັດ​ຣາຮາບ ໃນ​ທະເລ​ຂາດ​ເປັນ​ຕ່ອນໆ.

Uka jalj uñjjattʼäta Copia luraña




ເອຊາຢາ 51:9
40 Jak'a apnaqawi uñst'ayäwi  

ກຳລັງ​ຂອງ​ພຣະເຈົ້າ​ເອົາ​ຊະນະ​ແມ່ນແຕ່​ທະເລ ໂດຍ​ຄວາມ​ຊຳນານ​ທຳລາຍ​ຣາຮາບ​ຜີບໍລິສາດ.


ພຣະເຈົ້າ​ບໍ່​ຢຸດຢັ້ງ​ໃນ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຜູ້​ທີ່​ຍິນດີ​ໃນ​ຄວາມ​ຈອງຫອງ​ຈະ​ຖືກ​ປາບລົງ


ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ​ນັ້ນ ພວກ​ຂ້ານ້ອຍ​ຈະ​ຮ້ອງລຳ​ທຳເພງ ແລະ​ຍ້ອງຍໍ​ສັນລະເສີນ​ຣິດທານຸພາບ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າ ພວກ​ຂ້ານ້ອຍ​ໄດ້ຍິນ​ຄຳ​ເວົ້າ​ດ້ວຍ​ຫູ​ຂອງຕົນເອງ ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ກໍໄດ້​ບອກ​ເຖິງ​ເລື່ອງ​ນີ້ ຄື​ໃນ​ຄາວ​ຂອງ​ພວກເພິ່ນ​ນັ້ນ​ພຣະອົງ​ໄດ້​ເຮັດ​ສິ່ງ​ຍິ່ງໃຫຍ່​ຫລາຍ ເປັນ​ເຫດການ​ທີ່​ຜ່ານ​ມາ​ແຕ່​ດົນນານ​ແລ້ວ:


ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ທີ່​ບໍ່​ນັບຖື​ພຣະອົງ​ອອກ​ໄປ ແລະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຢູ່​ດິນແດນ​ນັ້ນ ພຣະອົງ​ໄດ້​ລົງໂທດ​ຊົນຊາດ​ອື່ນໆ ເຮັດ​ໃຫ້​ຄົນ​ຊາດ​ຂອງ​ພຣະອົງ​ຮັ່ງມີ​ຂຶ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຕື່ນ​ຂຶ້ນ​ມາ​ເຖີດ ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ຫລັບ​ຢູ່? ໂຜດ​ມາ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ດ້ວຍ ຂໍ​ພຣະອົງ​ຊົງ​ລຸກ​ຂຶ້ນ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ຕະຫຼອດໄປ


ເຫດໃດ​ພຣະອົງ​ຈຶ່ງ​ລີ້ໜ້າ​ຈາກ​ພວກ​ຂ້ານ້ອຍ​ນໍ? ຂໍ​ຢ່າ​ລືມໄລ​ພວກ​ທີ່​ຖືກ​ທົນທຸກ​ແລະ​ລຳບາກ.


ທັງ​ບໍ່ແມ່ນ​ເພາະ​ຄວາມ​ຜິດພາດ​ຂອງ​ຂ້ານ້ອຍ ທີ່​ພວກເຂົາ​ຟ້າວ​ໄປ​ສູ່​ບ່ອນ​ຂອງ​ພວກເຂົາ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ລຸກ​ຂຶ້ນ​ເຖີດ ຢືນ​ຕໍ່ສູ້​ສັດຕູ​ຜູ້​ທີ່​ກິ້ວໂກດ​ຂ້ານ້ອຍ​ດ້ວຍ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ໂຜດ​ລຸກ​ຂຶ້ນ​ຊ່ວຍ​ຂ້ານ້ອຍ​ແດ່ ເພາະ​ຄວາມ​ຍຸດຕິທຳ​ຄື​ສິ່ງ​ທີ່​ພຣະອົງ​ຕ້ອງການ.


ຂ້ານ້ອຍ​ຫວນ​ຄິດເຖິງ​ເມື່ອ​ວັນຄືນ​ທີ່​ຜ່ານ​ໄປ ແລະ​ຈື່ຈຳ​ເດືອນ​ປີ​ທີ່​ຜ່ານ​ມາ​ນັ້ນ.


ໃນທີ່ສຸດ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຕື່ນຂຶ້ນ ເໝືອນດັ່ງ​ຄົນ​ທີ່​ຕື່ນ​ຈາກ​ຫລັບນອນ ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແຂງແຮງ​ຍ້ອນ​ລິດ​ເຫຼົ້າ​ອະງຸ່ນ.


ເມື່ອ​ເຮົາ​ຈົດ​ລາຍຊື່​ຊົນຊາດ​ທີ່​ເຊື່ອຟັງ​ເຮົາ ເຮົາ​ຈະ​ຮວມ​ເອົາ​ຊາວ​ເອຢິບ​ແລະ​ຊາວ​ບາບີໂລນ​ດ້ວຍ ຊາວ​ຟີລິດສະຕິນ, ຊາວ​ຕີເຣ​ແລະ​ເອທີໂອເປຍ ຈະ​ນັບ​ເຂົ້າ​ເປັນ​ຊາວ​ນະຄອນ​ເຢຣູຊາເລັມ​ດ້ວຍ.


ພຣະອົງ​ໄດ້​ຢຽບ​ມັງກອນ​ຣາຮາບ ແລະ​ຂ້າ​ໃຫ້​ຕາຍ ໄດ້​ເອົາ​ຊະນະ​ພວກ​ສັດຕູ​ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ.


ຈັກກະວານ​ແລະ​ແຜ່ນດິນ​ໂລກ​ເປັນ​ຂອງ​ພຣະອົງ ພຣະອົງ​ໄດ້​ສ້າງ​ໂລກ​ແລະ​ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ.


ພຣະເຈົ້າຢາເວ​ຊົງ​ເປັນ​ກະສັດ ພຣະເຈົ້າຢາເວ​ຊົງ​ຫົ່ມ​ດ້ວຍ​ພຣະ​ສະຫງ່າຣາສີ​ແລະ​ພະລັງ. ແຜ່ນດິນ​ໂລກ​ຕັ້ງ​ຢູ່​ບ່ອນ​ເກົ່າ​ຢ່າງ​ໝັ້ນຄົງ​ດີ ແລະ​ບໍ່​ສາມາດ​ເໜັງຕີງ​ຍ້າຍ​ໄປມາ​ໄດ້.


ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ຈະ​ໃຊ້​ດາບ​ອັນ​ມີ​ອຳນາດ ແລະ​ເຖິງ​ແກ່​ຄວາມຕາຍ ລົງໂທດ​ເລວີ​ອາທັນ​ມັງກອນ​ຮ້າຍ​ທີ່​ບິດ ແລະ​ກ້ຽວໄປ​ໂງມາ ແລະ​ຂ້າ​ເງືອກ ທີ່​ອາໄສ​ຢູ່​ໃນ​ທະເລ.


ຄວາມ​ຊ່ວຍເຫລືອ​ທີ່​ເອຢິບ​ໃຫ້​ນັ້ນ​ບໍ່ມີ​ປະໂຫຍດ. ສະນັ້ນ ເຮົາ​ຈຶ່ງ​ໄດ້​ໃສ່​ຊື່​ຫລິ້ນໆ​ໃຫ້​ແກ່​ເອຢິບ​ວ່າ, ‘ມັງກອນ​ບໍ່ມີ​ພິດ.”’


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ເຖີດ ຈົ່ງ​ຕື່ນ​ຂຶ້ນ​ເອງ ແລະ​ລຸກ​ຂຶ້ນ​ສາ​ເຖີດ ເຈົ້າ​ມົວເມົາ​ດ້ວຍ​ຈອກ​ແຫ່ງ​ການ​ລົງໂທດ​ທັນ ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ເຈົ້າ​ດື່ມ​ຍ້ອນ​ຄວາມ​ໂກດຮ້າຍ; ເຈົ້າ​ໄດ້​ດື່ມ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຈຶ່ງ​ເຮັດ​ໃຫ້​ເຈົ້າ​ໂຊເຊ​ຍ່າງ​ໄປ​ບໍ່​ທຸ່ນທ່ຽງ.


ເຮົາ​ຈະ​ມາ​ໃນ​ໄວໆ​ເພື່ອ​ຊ່ວຍ​ເອົາ​ພວກເຂົາ​ໃຫ້ພົ້ນ; ເວລາ​ແຫ່ງ​ໄຊຊະນະ​ຂອງເຮົາ​ກໍ​ມາ​ໃກ້​ແລ້ວ. ຝ່າຍ​ເຮົາເອງ​ນັ້ນ​ຈະ​ປົກຄອງ​ຊົນຊາດ​ທັງຫລາຍ ບັນດາ​ປະເທດ​ທີ່​ຫ່າງໄກ​ຕ່າງ​ກໍ​ລໍ​ຄອຍຖ້າ. ພວກເຂົາ​ທັງໝົດ​ຄອຍຖ້າ​ການ​ມາ​ຂອງເຮົາ ດ້ວຍ​ຄວາມຫວັງ​ໃຫ້​ເຮົາ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.


ຈົ່ງ​ເຂັ້ມແຂງ​ຍິ່ງໃຫຍ່​ອີກ​ນະຄອນ​ເຢຣູຊາເລັມ​ເອີຍ ພຣະ​ນະຄອນ​ສັກສິດ ຈົ່ງ​ສວມ​ພຣະ​ສະຫງ່າຣາສີ​ເຖີດ ພວກ​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກ​ທີ່​ເປັນ​ມົນທິນ ຈະ​ບໍ່ໄດ້​ເຂົ້າ​ທີ່​ປະຕູ​ເມືອງ​ຂອງເຈົ້າ​ອີກ​ຈັກເທື່ອ.


ພຣະເຈົ້າຢາເວ​ຈະ​ໃຊ້​ຣິດທານຸພາບ​ອັນ​ສັກສິດ ຕໍ່ສາຍຕາ​ປະຊາຊົນ​ຂອງ​ທຸກໆ​ຊົນຊາດ ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນໄພ ໝົດ​ທັງໂລກ​ຈະ​ໄດ້​ເຫັນ​ຄວາມພົ້ນ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ປະຊາຊົນ​ຖາມ​ຄືນ​ວ່າ, “ຜູ້ໃດ​ແດ່​ໄດ້​ເຊື່ອ ເລື່ອງ​ທີ່​ພວກເຮົາ​ລາຍງານ​ດຽວນີ້? ຜູ້ໃດ​ແດ່​ໄດ້​ເຫັນ​ຢ່າງ​ປະຈັກຕາ​ຕົນເອງ ສິ່ງ​ທີ່​ພຣະເຈົ້າຢາເວ​ທຳການ​ໃນ​ເລື່ອງນີ້?


ພຣະເຈົ້າຢາເວ​ໄດ້​ເຮັດ​ສັນຍາ​ໜຶ່ງ​ອັນ​ໜັກແໜ້ນ​ໄວ້ ແລະ​ຈະ​ເຮັດ​ຕາມ​ນັ້ນ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ: “ເຂົ້າ​ຂອງເຈົ້າ​ຈະ​ບໍ່​ເປັນ​ອາຫານ​ແກ່​ສັດຕູ​ອີກ​ຕໍ່ໄປ ຄົນຕ່າງດ້າວ​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຂອງເຈົ້າ​ອີກ.


ຈົ່ງ​ບອກ​ວ່າ ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, ‘ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ, ເຈົ້າ​ເປັນ​ແຂ້​ຕົວ​ຮ້າຍກາດ​ທີ່​ກຳລັງ​ນອນ​ຢູ່​ໃນ​ນໍ້າ. ເຈົ້າ​ກ່າວ​ວ່າ​ນໍ້ານິນ​ເປັນ​ຂອງເຈົ້າ​ແລະ​ເຈົ້າ​ສ້າງ​ມັນ​ຂຶ້ນ​ມາ.


ໂຜດ​ເຮັດ​ການ​ອັດສະຈັນ​ສຳລັບ​ພວກ​ຂ້ານ້ອຍ​ທັງຫລາຍ​ດ້ວຍ​ເຖີດ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຄາວ​ທີ່​ພຣະອົງ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ທັງຫລາຍ ອອກ​ມາ​ຈາກ​ປະເທດ​ເອຢິບ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເວົ້າ​ກັບ​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ” ຫລື​ເວົ້າ​ຕໍ່​ກ້ອນຫີນ​ວ່າ, “ຢືນ​ຂຶ້ນ​ແມ” ຮູບເຄົາຣົບ​ສະແດງ​ນິມິດ​ຢ່າງໃດ​ຢ່າງໜຶ່ງ​ໃຫ້​ພວກເຈົ້າ​ຮູ້​ໄດ້​ບໍ? ມັນ​ອາດ​ຈະ​ໂອບ​ດ້ວຍ​ເງິນ​ແລະ​ຄຳ ແຕ່​ມັນ​ບໍ່ມີ​ຊີວິດ​ຈິດໃຈ​ເລີຍ.


ພຣະອົງ​ໄດ້​ກ້າວ​ອອກ​ຊ່ວຍຊູ​ປະຊາຊົນ​ຂອງ​ພຣະອົງ ຄື​ຊ່ວຍ​ເອົາ​ກະສັດ​ຜູ້​ທີ່​ພຣະອົງ​ໄດ້​ເລືອກໄວ້. ພຣະອົງ​ໄດ້​ທຳລາຍ​ເຮືອນ​ຂອງ​ຜູ້ນຳ​ຄົນຊົ່ວ​ໃຫ້​ແຫລກ​ມຸ່ນ​ໄປ ແລະ​ທຳລາຍ​ພວກ​ທີ່​ຕິດຕາມ​ໃຫ້​ດັບສູນ​ຈົນກ້ຽງ.


ເມື່ອ​ພວກເຂົາ​ຜ່ານ​ທະເລ​ທີ່​ໃຫ້​ຄວາມ​ເດືອດຮ້ອນ​ໃຈ ພຣະອົງ​ຈະ​ຕີ​ຄື້ນ​ໃຫ້​ສະຫງັດ​ງຽບ ສ່ວນ​ທ້ອງ​ນໍ້າ​ເລິກ​ຂອງ​ແມ່ນໍ້ານິນ ກໍ​ຈະ​ບົກລົງ ແລະ​ເຫືອດແຫ້ງ​ໄປ​ຈົນກ້ຽງ. ອັດຊີເຣຍ​ຜູ້​ທີ່​ຈອງຫອງ​ຈະ​ອ່ອນນ້ອມ​ຖ່ອມຕົວ ແລະ​ປະເທດ​ເອຢິບ​ຜູ້​ທີ່​ມີ​ກຳລັງ​ກໍ​ຈະ​ສູນເສຍ​ອຳນາດ.


ທຸກໆຄົນ​ຈົ່ງ​ງຽບສະຫງົບ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ມາ​ແຕ່​ສະຖານທີ່​ຢູ່​ອັນ​ບໍຣິສຸດ​ຂອງ​ພຣະອົງ.


ເມື່ອ​ພຣະຫັດ​ອັນ​ຊົງ​ຣິດ ຂອງ​ພຣະອົງ​ຢຽດ​ອອກ ຄົນ​ຈອງຫອງ ແລະ​ແຜນການ​ ຂອງ​ພວກເຂົາ​ກໍ​ແຕກຊະ.


ເພື່ອ​ວ່າ​ຖ້ອຍຄຳ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ຈະ​ໄດ້​ສຳເລັດ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຜູ້ໃດ​ໄດ້​ວາງໃຈເຊື່ອ ໃນ​ຖ້ອຍຄຳ​ທີ່​ຂ້ານ້ອຍ​ໄດ້​ປະກາດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເປີດເຜີຍ ພຣະ​ຣິດທານຸພາບ​ໃຫ້​ຜູ້ໃດ​ເຫັນ​ແດ່?”


ແລ້ວ​ພຣະອົງ​ຊົງ​ກ່າວ​ອີກ​ວ່າ, ‘ຝ່າຍ​ເຮົາ​ຈະ​ພິພາກສາ​ລົງໂທດ ປະເທດ​ທີ່​ພວກເຂົາ​ຮັບໃຊ້​ເປັນ​ຂ້ອຍຂ້າ​ຢູ່​ນັ້ນ ຫລັງຈາກ​ນັ້ນ​ແລ້ວ ພວກເຂົາ​ຈະ​ອອກ​ມາ​ບົວລະບັດ​ຂາບໄຫວ້​ເຮົາ​ໃນ​ທີ່​ນີ້.’


ມີ​ພຣະເຈົ້າ​ອົງ​ໃດ​ອີກ​ທີ່​ກ້າ​ໄປ​ເອົາ​ປະຊາຊົນ​ຈາກ​ຊາດ​ອື່ນ ແລະ​ເອົາ​ມາ​ຫລໍ່ຫລອມ​ໃຫ້​ເປັນ​ປະຊາຊົນ​ຂອງຕົນ ເໝືອນ​ດັ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃນ​ປະເທດ​ເອຢິບ? ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ ພຣະອົງ​ໄດ້​ໃຊ້​ຣິດອຳນາດ​ກັບ​ພະລັງ​ອັນ​ຍິ່ງໃຫຍ່​ແລະ​ຣິດເດດ​ຂອງ​ພຣະອົງ; ພຣະອົງ​ໄດ້​ໃຫ້​ໂຣກ​ລະບາດ​ກັບ​ສົງຄາມ​ເກີດຂຶ້ນ, ເຮັດ​ສິ່ງ​ອັດສະຈັນ​ກັບ​ໝາຍສຳຄັນ​ຕ່າງໆ ແລະ​ເຮັດ​ໃຫ້​ສິ່ງ​ອັນ​ໜ້າຢ້ານກົວ​ຍິ່ງ​ເກີດຂຶ້ນ.


ກາບ​ທູນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ແລະ​ອົງ​ຊົງ​ດຳລົງ​ຢູ່​ໃນ​ຄາວກ່ອນ ພວກ​ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ ພຣະອົງ ຈຶ່ງ​ໄດ້​ຊົງ​ຕັ້ງຕົ້ນ​ສະເຫວີຍ​ຣາດ ທີ່​ແຜ່ນດິນ​ໂລກ.


ພະຍານາກ​ໃຫຍ່ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ​ທີ່​ເຂົາ​ເອີ້ນ​ວ່າ ມານຮ້າຍ ແລະມານຊາຕານ ຜູ້​ຫລອກລວງ​ມະນຸດ​ທັງ​ໂລກ ກໍ​ຖືກ​ຊັດ​ຖິ້ມ​ລົງ​ເສຍ ມັນ​ກັບ​ບໍລິວານ​ຂອງ​ມັນ ກໍ​ຖືກ​ຊັດຖິ້ມ​ລົງ​ເທິງ​ແຜ່ນດິນ​ໂລກ.


ຝ່າຍ​ກີເດໂອນ​ກໍ​ເວົ້າ​ຕໍ່​ເທວະດາ​ນັ້ນ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຂໍ​ຖາມ​ວ່າ ຖ້າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກ​ຂ້ານ້ອຍ​ແທ້ ເປັນຫຍັງ​ເຫດ​ຮ້າຍ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ? ສິ່ງ​ອັດສະຈັນ​ຕ່າງໆ​ທີ່​ປູ່ຍ່າຕາຍາຍ​ໄດ້​ເລົ່າ​ສູ່​ພວກ​ຂ້ານ້ອຍ​ຟັງ​ວ່າ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ໄປ​ໃສ​ໝົດ? ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ ແລະ​ໄດ້​ມອບ​ພວກ​ຂ້ານ້ອຍ​ໃຫ້​ຢູ່​ໃຕ້​ກຳມື​ພວກ​ມີດີອານ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka