Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 51:6 - ພຣະຄຳພີສັກສິ

6 ຈົ່ງ​ແນມຂຶ້ນ​ສູ່​ຟ້າ​ສະຫວັນ​ແລະ​ເບິ່ງ​ທີ່​ແຜ່ນດິນ​ໂລກ​ດູ, ຟ້າ​ສະຫວັນ​ຈະ​ສູນຫາຍ​ໄປ​ດັ່ງ​ຄວັນໄຟ​ຟົ້ງ​ຂຶ້ນ; ສ່ວນ​ແຜ່ນດິນ​ໂລກ​ດັ່ງ​ເຄື່ອງນຸ່ງ​ເກົ່າ​ຂາດໄປ ທຸກຄົນ​ໃນ​ໂລກ​ກໍ​ຈະ​ຕາຍໄປ​ສິ້ນ. ແຕ່​ຄວາມຊ່ວຍ​ໃຫ້​ພົ້ນ​ຂອງເຮົາ​ຈະ​ດຳລົງຢູ່​ສືບໆໄປ, ຄວາມ​ຊອບທຳ​ຂອງເຮົາ​ກໍ​ຈະ​ບໍ່​ສິ້ນສຸດ​ເລີຍ.

Uka jalj uñjjattʼäta Copia luraña




ເອຊາຢາ 51:6
27 Jak'a apnaqawi uñst'ayäwi  

ແຕ່​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ​ດຳລົງ​ຢູ່​ສືບໆໄປ ສຳລັບ​ທຸກຄົນ​ທີ່​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ​ກໍ​ດຳລົງຢູ່ ຕະຫລອດ​ທຸກ​ຊົ່ວເຊັ່ນລູກ​ເຊັ່ນ​ຫລານ


ທຸກສິ່ງ​ທີ່​ພຣະອົງ​ກະທຳ​ນັ້ນ​ເຕັມ​ດ້ວຍ​ກຽດສັກສີ ຄວາມ​ຊອບທຳ​ຊົງ​ມີ​ຢູ່​ສືບໄປ​ເປັນນິດ.


ໃນ​ມື້​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ​ນັ້ນ; ເຮົາ​ຈະ​ເຮັດ​ໃຫ້​ຟ້າ​ສະຫວັນ ​ສັ່ນສະເທືອນ ແລະ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ຫວັ່ນໄຫວ ຫລຸດ​ອອກ​ຈາກ​ບ່ອນ​ຂອງມັນ.


ແລະ​ໃຫ້​ປະເທດຊາດ​ມີ​ຄວາມ​ໝັ້ນຄົງ​ດີ. ພຣະອົງ​ປົກປ້ອງ​ປະຊາຊົນ​ຂອງ​ພຣະອົງ​ຢູ່​ສະເໝີ ແລະ​ໃຫ້​ພວກເຂົາ​ມີ​ສະຕິປັນຍາ ແລະ​ຄວາມ​ຮອບຮູ້. ຊັບສົມບັດ​ອັນ​ຍິ່ງໃຫຍ່​ທີ່ສຸດ​ຂອງ​ພວກເຂົາ ແມ່ນ​ການ​ຢຳເກງ​ພຣະເຈົ້າຢາເວ.


ດວງອາທິດ, ດວງຈັນ ແລະ​ດວງດາວ​ທັງຫລາຍ​ຈະ​ໝຸ່ນ​ເປັນ​ຂີ້ຝຸ່ນ​ດິນ. ທ້ອງຟ້າ​ຈະ​ດັບສູນ​ໄປ​ດັ່ງ​ໜັງສື​ມ້ວນ​ທີ່​ໄດ້​ມ້ວນ​ໄວ້ ແລະ​ດວງດາວ​ຈະ​ຕົກລົງ​ດັ່ງ​ໃບໄມ້​ທີ່​ຫລົ່ນ​ຈາກ​ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອ.


ຈົ່ງ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ເວຫາ​ເບິ່ງດູ ຜູ້ໃດ​ສ້າງ​ໝູ່​ດວງດາວ​ທີ່​ທ່ານ​ເຫັນ​ຢູ່​ນັ້ນ? ຜູ້​ທີ່​ນຳ​ດວງດາວ​ມາ​ໄວ້​ດັ່ງ​ກອງທັບ​ທະຫານ ຮູ້ຈັກ​ຈຳນວນ​ແລະ​ເອີ້ນ​ຊື່​ດາວ​ແຕ່ລະ​ດວງ​ໄດ້ ຣິດອຳນາດ​ຂອງ​ພຣະອົງ​ຍິ່ງໃຫຍ່​ເຫລືອຫລາຍ ຈົນ​ບໍ່ມີ​ດາວ​ດວງໃດ​ຂາດຫາຍ​ໄປ​ຈັກດວງ.


ແຕ່​ພຣະເຈົ້າຢາເວ​ໄດ້​ຊ່ວຍຊູ​ຊາດ​ອິດສະຣາເອນ ແລະ​ຄວາມມີໄຊ​ຂອງ​ພວກເຂົາ​ກໍ​ດຳລົງ​ໄປ​ຕະຫລອດ; ພຣະອົງ​ຈະ​ບໍ່​ໃຫ້​ປະຊາຊົນ​ຂອງ​ພຣະອົງ ໄດ້​ຖືກ​ອັບອາຍ​ຂາຍໜ້າ​ອີກ​ຈັກເທື່ອ.”’


ຜູ້​ປ້ອງກັນ​ຂ້ອຍ​ຄື​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລ້ວ​ຜູ້ໃດ​ແດ່​ພິສູດ​ເອົາ​ຄວາມຜິດ​ກັບ​ຂ້ອຍ​ໄດ້? ພວກ​ທີ່​ກ່າວຫາ​ຂ້ອຍ​ນັ້ນ​ຈະ​ສູນຫາຍ​ໄປ​ໝົດ ພວກເຂົາ​ຈະ​ສະຫລາຍໄປ​ດັ່ງ​ເຄື່ອງນຸ່ງ​ທີ່​ຕົກໂໝະ.


ພວກເຂົາ​ຈະ​ສະຫລາຍ​ໄປ​ດັ່ງ​ເຄື່ອງນຸ່ງ​ທີ່​ຕົກໂໝະ ຊຶ່ງ​ຖືກ​ໂຕ​ມອດ​ກັດ​ຂາດ​ໄປ​ຈົນກ້ຽງ, ແຕ່​ຄວາມຊ່ວຍ​ໃຫ້​ພົ້ນ​ຈະ​ດຳລົງ​ຢູ່​ສືບໆໄປ ຄວາມ​ມີໄຊ​ຂອງເຮົາ​ຈະ​ຍືນຍົງ​ໄປ​ຕະຫລອດ.”


ພູ​ໃຫຍ່​ແລະ​ພູນ້ອຍ​ອາດ​ພັງ​ທະລາຍ​ລົງ ແຕ່​ຄວາມຮັກ​ຂອງເຮົາ​ໝັ້ນຄົງ​ບໍ່​ສິ້ນສຸດ​ໄດ້; ເຮົາ​ຈະ​ຮັກສາ​ສັນຍາ​ຄວາມ​ສະຫງົບສຸກ​ໄວ້​ສືບໄປ.” ພຣະເຈົ້າຢາເວ​ຜູ້​ຊົງ​ເມດຕາ​ເຈົ້າ​ກ່າວ​ດັ່ງນີ້ແຫລະ.


“ເຮົາ​ໄດ້​ສັນຍາ​ໄວ້​ໃນ​ສະໄໝ​ຂອງ​ໂນອາ​ວ່າ ເຮົາ​ຈະ​ບໍ່​ໃຫ້​ນໍ້າ​ຖ້ວມ​ແຜ່ນດິນ​ໂລກ​ອີກ​ເລີຍ. ບັດນີ້ ເຮົາ​ສັນຍາ​ວ່າ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ອີກ​ຕໍ່ໄປ ເຮົາ​ຈະ​ບໍ່​ຕິຕຽນ​ຫລື​ຈະ​ບໍ່​ລົງໂທດ​ເຈົ້າ​ອີກ.


ເຈັດ​ເທື່ອ​ເຈັດສິບ​ປີ​ນັ້ນ​ແມ່ນ​ໄລຍະ​ເວລາ ທີ່​ພຣະເຈົ້າ​ໄດ້​ກຳນົດ​ໃຫ້​ປະຊາຊົນ​ແລະ​ເມືອງ​ອັນ​ສັກສິດ​ຂອງ​ເຈົ້າ ເລີກ​ເຮັດ​ບາບ​ແລະ​ເລີກ​ເຮັດ​ຊົ່ວ. ບາບ​ຈະ​ໄດ້​ຮັບ​ການອະໄພ ແລະ​ຄວາມ​ຍຸດຕິທຳ​ອັນ​ຖາວອນ​ຈະ​ປາກົດ​ມີ​ມາ ເພື່ອ​ວ່າ​ນິມິດ ແລະ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ​ຈະ​ກາຍເປັນຈິງ ແລະ​ເພື່ອ​ພຣະວິຫານ​ອັນ​ສັກສິດ ຈະ​ໄດ້​ຖືກ​ຢຶດ​ຖວາຍ​ຄືນ​ໃໝ່​ໃຫ້​ແກ່​ພຣະເຈົ້າ.


ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ຟັງ​ຄຳ​ເວົ້າ​ຂອງເຮົາ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ ຜູ້ນັ້ນ​ກໍ​ມີ​ຊີວິດ​ນິຣັນດອນ ແລະ​ຈະ​ບໍ່​ເຂົ້າ​ໃນ​ການ​ພິພາກສາ ແຕ່​ໄດ້​ຜ່ານ​ພົ້ນ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ.


ຢ່າ​ໃຫ້​ຖືກ​ລໍ້ລວງ​ໄປ​ຂາບໄຫວ້​ແລະ​ຮັບໃຊ້ ສິ່ງ​ທີ່​ພວກເຈົ້າ​ເຫັນ​ໃນ​ຈັກກະວານ ເຊັ່ນ: ຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ໝົດ​ທຸກ​ຊົນຊາດ​ອື່ນໆ​ຂາບໄຫວ້​ສິ່ງ​ເຫຼົ່ານີ້.


ຂໍ​ໃຫ້​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ຊົງ​ໂຜດ​ປະທານ​ໃຫ້​ພວກເຮົາ ມີ​ຄວາມ​ຊູ​ໃຈ​ເປັນນິດ​ແລະ​ຄວາມຫວັງ​ໃຈ​ອັນ​ດີ ໂດຍ​ພຣະຄຸນ​ນັ້ນ,


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະບຸດ ເຖິງ​ທີ່​ສຳເລັດ​ແລ້ວ ພຣະບຸດ​ນັ້ນ ຈຶ່ງ​ໄດ້​ເກີດ​ເປັນ​ຕົ້ນ​ກຳເນີດ​ແຫ່ງ​ຄວາມ​ລອດພົ້ນ​ອັນ​ຕະຫລອດໄປ​ເປັນນິດ ແກ່​ຄົນ​ທັງປວງ​ທີ່​ເຊື່ອຟັງ​ພຣະອົງ,


ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ແລະ​ພຣະອົງ​ບໍ່ໄດ້​ຊົງ​ນຳ​ເລືອດ​ແບ້ ຫລື​ເລືອດ​ລູກ​ງົວ​ເຂົ້າ​ໄປ ແຕ່​ຊົງ​ນຳ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ​ເຂົ້າ​ໄປ ແລະ​ຊົງ​ສຳເລັດ​ການ​ໄຖ່​ບາບ​ອັນ​ຕະຫລອດໄປ.


ເພາະ​ເຫດ​ນີ້, ພຣະອົງ​ຈຶ່ງ​ຊົງ​ເປັນ​ຜູ້​ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ເພື່ອ​ໃຫ້​ຄົນ​ທັງຫລາຍ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ ໄດ້​ຮັບ​ມໍຣະດົກ​ຕະຫລອດໄປ ຕາມ​ທີ່​ຊົງ​ສັນຍາ​ໄວ້ ເພາະ​ຄວາມ​ຕາຍ​ນັ້ນ​ໄຖ່​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ ທີ່​ເກີດ​ໃຕ້​ພັນທະສັນຍາ​ເດີມ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ບັນລັງ​ໃຫຍ່​ສີ​ຂາວ ທັງ​ເຫັນ​ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ຊົງ​ປາກົດ, ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ກໍ​ພ່າຍ​ໜີ ແລະ​ບ່ອນ​ຢູ່​ສຳລັບ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ນັ້ນ​ກໍ​ບໍ່​ເຫັນ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka