Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 51:5 - ພຣະຄຳພີສັກສິ

5 ເຮົາ​ຈະ​ມາ​ໃນ​ໄວໆ​ເພື່ອ​ຊ່ວຍ​ເອົາ​ພວກເຂົາ​ໃຫ້ພົ້ນ; ເວລາ​ແຫ່ງ​ໄຊຊະນະ​ຂອງເຮົາ​ກໍ​ມາ​ໃກ້​ແລ້ວ. ຝ່າຍ​ເຮົາເອງ​ນັ້ນ​ຈະ​ປົກຄອງ​ຊົນຊາດ​ທັງຫລາຍ ບັນດາ​ປະເທດ​ທີ່​ຫ່າງໄກ​ຕ່າງ​ກໍ​ລໍ​ຄອຍຖ້າ. ພວກເຂົາ​ທັງໝົດ​ຄອຍຖ້າ​ການ​ມາ​ຂອງເຮົາ ດ້ວຍ​ຄວາມຫວັງ​ໃຫ້​ເຮົາ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 51:5
39 Jak'a apnaqawi uñst'ayäwi  

ພຣະອົງ​ຈະ​ພິພາກສາ​ລົງໂທດ​ຊົນຊາດ​ທັງຫລາຍ ແລະ​ເຮັດ​ໃຫ້​ຊາກສົບ​ຢາຍ​ຢູ່​ເຕັມ​ສະໜາມຮົບ. ພຣະອົງ​ຈະ​ທຳລາຍ​ພວກ​ກະສັດ​ໃຫ້​ໝຸ່ນ​ທະລາຍ​ໄປ ຕາຍ​ຢຽດຢາຍ​ກັນ​ຢູ່​ເຕັມ​ແຜ່ນດິນ​ໂລກ.


ຂໍ​ໃຫ້​ຊົນຊາດ​ຕ່າງໆ ຊົມຊື່ນ​ແລະ​ຍິນດີ ຮ່ວມ​ກັນ​ຮ້ອງເພງ​ຢ່າງ​ເບີກບານ​ເຖີດ ເພາະ​ພຣະອົງ​ຕັດສິນ​ບັນດາ​ຊົນຊາດ​ຢ່າງ​ຍຸດຕິທຳ ແລະ​ນຳພາ​ແຕ່ລະ​ຊົນຊາດ​ເທິງ​ແຜ່ນດິນ​ໂລກ​ນີ້.


ແທ້ຈິງ​ແລ້ວ ພຣະອົງ​ຕຽມພ້ອມ​ທີ່​ຈະ​ຊ່ວຍຊູ ຜູ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ພົ້ນໄພ​ໄດ້ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ຕໍ່ໄປ ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ນັ້ນ.


ເມື່ອ​ພຣະເຈົ້າຢາເວ​ມາ​ປົກຄອງ​ຄົນ​ໂລກນີ້ ພຣະອົງ​ຈະ​ປົງຄອງ​ຢ່າງ​ສັດຊື່​ແລະ​ເປັນທຳ ແລະ​ຈະ​ຕັດສິນ​ປະຊາຊົນ​ທັງຫລາຍ​ດ້ວຍ​ຄວາມຈິງ​ຂອງ​ພຣະອົງ.


ຕໍ່ໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ຈະມາ​ຕັດສິນ​ແຜ່ນດິນ​ໂລກ ເພື່ອ​ພິພາກສາ​ຕັດສິນ​ໂລກ​ດ້ວຍ​ຄວາມ​ຊອບທຳ​ແລະ​ຊົນຊາດ​ທັງຫຼາຍ​ດ້ວຍ​ຄວາມ​ສັດຊື່.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ແລະ​ຜູ້​ທີ່​ຢູ່​ທາງທິດ​ຕາເວັນອອກ​ກໍ​ຈະ​ສັນລະເສີນ​ພຣະເຈົ້າຢາເວ. ປະຊາຊົນ​ທີ່​ຢູ່​ຕາມ​ແຄມ​ທະເລ​ຈະ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ຕະຫລອດໄປ ເຫດວ່າ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ເປັນ​ສີລາ​ຕະຫຼອດ​ໄປ​ເປັນນິດ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ. ພວກ​ຂ້ານ້ອຍ​ຂໍ​ຝາກ​ຄວາມຫວັງ​ໄວ້​ກັບ​ພຣະອົງ. ຈົ່ງ​ປົກປ້ອງ​ພວກ​ຂ້ານ້ອຍ​ແຕ່ລະວັນ ແລະ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ໃນ​ເວລາ​ເດືອດຮ້ອນ​ດ້ວຍ​ເຖີດ.


ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ຈະ​ມາ​ປົກຄອງ​ດ້ວຍ​ຣິດທານຸພາບ​ຍິ່ງໃຫຍ່ ໂດຍ​ນຳ​ຄົນ​ທີ່​ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ມາ​ພ້ອມ.


ລາວ​ຈະ​ບໍ່​ເສຍຫວັງ​ຫລື​ຄວາມ​ກ້າຫານ​ໃດໆ ລາວ​ຈະ​ຕັ້ງ​ຄວາມ​ຍຸດຕິທຳ​ເທິງ​ແຜ່ນດິນ​ໂລກ. ບັນດາ​ປະເທດ​ທີ່​ຢູ່​ຫ່າງໄກ​ທັງຫລາຍ ສົນໃຈ​ລໍຖ້າ​ໃນ​ຄຳ​ສັ່ງສອນ​ຂອງ​ລາວ​ທັງນັ້ນ.”


ເຮົາ​ພວມ​ນຳ​ມື້​ໄຊຊະນະ​ເຂົ້າ​ມາ​ໃກ້​ທຸກ​ທີ ເປັນ​ໄຊຊະນະ​ທີ່​ບໍ່​ຢູ່​ໄກ​ແຕ່​ຢ່າງໃດ​ຈັກດີ້. ຄວາມມີໄຊ​ຂອງເຮົາ​ຈະ​ບໍ່​ຖືກ​ເຮັດ​ໃຫ້​ຊັກຊ້າ​ໄປ ເຢຣູຊາເລັມ​ແລະ​ອິດສະຣາເອນ ຈະ​ມີ​ຜູ້​ຊ່ວຍ​ທັງ​ໄດ້​ຮັບ​ກຽດ.”


ບັນດາ​ຊົນຊາດ​ທີ່​ຢູ່​ຫ່າງໄກ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ປະຊາຊົນ​ໃນ​ດິນແດນ​ຫ່າງໄກ​ອອກ​ໄປ​ພຸ້ນ ພຣະເຈົ້າຢາເວ​ເລືອກ​ຂ້ອຍ​ໄວ້​ກ່ອນ​ມື້​ເກີດ​ມາ ແລະ​ໄດ້​ຕັ້ງ​ຊື່​ໃຫ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່.


ແຕ່​ບໍ່ມີ​ອາວຸດ​ໃດໆ​ທີ່​ທຳຮ້າຍ​ເຈົ້າ​ໄດ້​ເລີຍ ເຈົ້າ​ຈະ​ມີ​ຄຳຕອບ​ແກ່​ທຸກຄົນ​ທີ່​ຟ້ອງ​ເຈົ້າ. ເຮົາ​ຈະ​ປ້ອງກັນ​ຜູ້ຮັບໃຊ້​ຂອງເຮົາ​ໃຫ້​ມີໄຊ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ເຮັດ​ໃນ​ສິ່ງ​ທີ່​ຍຸດຕິທຳ​ແລະ​ຖືກຕ້ອງ ເພາະ​ໃນ​ໄວໆ​ນີ້​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ພຣະອົງ​ບໍ່​ພໍໃຈ​ຫລາຍ ທີ່​ເຫັນ​ຄົນ​ຖືກ​ກົດຂີ່​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ໃນ​ທີ່ນັ້ນ. ດັ່ງນັ້ນ ພຣະອົງ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ​ເອງ​ຊ່ວຍ​ກູ້​ເອົາ​ພວກເຂົາ ເພື່ອ​ຊີງ​ເອົາ​ໄຊຊະນະ.


ແມ່ນ​ຂະບວນ​ເຮືອ​ໃຫຍ່​ທີ່​ກຳລັງ​ມາ​ຈາກ​ແດນໄກ ກຳລັງ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ບ້ານ. ພວກເຂົາ​ເອົາ​ເງິນ​ແລະ​ຄຳ​ກັບຄືນ​ມາ​ນຳ ເພື່ອ​ຖວາຍ​ເປັນ​ກຽດ​ແກ່​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ສຳລັບ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ທີ່​ເຮັດ​ໃຫ້​ທຸກ​ຊົນຊາດ​ຍົກຍໍ​ປະຊາຊົນ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ໄດ້​ປະກາດ​ຈົນ​ສຸດປາຍ​ແຜ່ນດິນ​ໂລກ​ທັງໝົດ​ວ່າ, “ຈົ່ງ​ບອກ​ລູກສາວ​ຂອງ​ຊີໂອນ​ວ່າ ຈົ່ງ​ເບິ່ງ​ຄວາມພົ້ນ​ຂອງເຈົ້າ​ກຳລັງ​ມາ ລາງວັນ​ຂອງ​ພຣະອົງ​ກໍຢູ່​ກັບ​ພຣະອົງ ແລະ​ບຳເໜັດ​ຂອງ​ພຣະອົງ​ກໍຢູ່​ກ່ອນໜ້າ​ພຣະອົງ.”


ເຮົາ​ແປກໃຈ​ຫລາຍ​ເມື່ອ​ເຮົາ​ແນມເບິ່ງ ແລະ​ບໍ່​ເຫັນ​ຜູ້ໃດ​ຊ່ວຍເຫລືອ​ເຮົາ. ແຕ່​ຄວາມ​ໂກດຮ້າຍ​ເຮັດ​ໃຫ້​ເຮົາ​ແຂງແຮງ ແລະ​ໄດ້​ຮັບ​ໄຊຊະນະ​ໂດຍ​ເຮົາເອງ.


“ບັນດາ​ຊົນຊາດ​ຕ້ອງ​ຕຽມ​ມາ​ສູ່​ຮ່ອມພູ​ຕັດສິນ ບ່ອນ​ທີ່​ເຮົາ​ຈະ​ນັ່ງ​ຕັດສິນ​ທຸກ​ຊົນຊາດ​ອ້ອມແອ້ມ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ. ພຣະອົງ​ຈະ​ທຳລາຍ​ບັນດາ​ພະ​ໃນ​ແຜ່ນດິນ​ໂລກ ລົງ​ສູ່​ການ​ບໍ່ມີ​ປະໂຫຍດ ແລະ​ຕໍ່ໄປ ທຸກໆ​ຊົນຊາດ​ກໍ​ຈະ​ນະມັດສະການ​ພຣະອົງ​ໃນ​ດິນແດນ​ຂອງ​ຕົນເອງ.


ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້ ແລ້ວ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ອຳນາດ​ທັງໝົດ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


“ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເຊົາ​ເຮັດ​ບາບ​ສາ ເພາະວ່າ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”


ແລ້ວ​ພຣະອົງ​ກໍໄດ້​ສັ່ງ​ພວກເພິ່ນ​ວ່າ, “ເຈົ້າ​ທັງຫລາຍ​ຈົ່ງ​ອອກໄປ​ທົ່ວ​ໂລກ ປະກາດ​ຂ່າວປະເສີດ​ແກ່​ມະນຸດສະໂລກ​ທັງໝົດ.


ຈົ່ງ​ປະກາດ​ນາມຊື່​ຂອງ​ພຣະອົງ ແກ່​ຄົນ​ທຸກ​ຊົນຊາດ ໂດຍ​ເລີ່ມ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ໃຫ້​ເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ເອົາ​ການອະໄພ​ບາບກຳ.


ເພາະວ່າ ພຣະອົງ​ໄດ້​ຊົງ​ກຳນົດ​ວັນ​ໜຶ່ງ​ໄວ້ ຊຶ່ງ​ໃນ​ວັນ​ນັ້ນ ພຣະອົງ​ຈະ​ຊົງ​ພິພາກສາ​ໂລກ​ຕາມ​ຄວາມ​ຍຸດຕິທຳ ໂດຍ​ມະນຸດ​ຜູ້ໜຶ່ງ ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໄວ້ ແລະ​ພຣະເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ຄົນ​ທັງປວງ​ມີ​ຄວາມ​ແນ່ໃຈ​ໃນ​ເລື່ອງ​ນີ້ ໂດຍ​ຊົງ​ບັນດານ​ໃຫ້​ມະນຸດ​ຜູ້ນັ້ນ​ເປັນ​ຄືນ​ມາ​ຈາກ​ຕາຍ.”


ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ໃຫ້​ພຣະເຢຊູ​ຄຣິດເຈົ້າ ພິພາກສາ​ຄວາມ​ເລິກລັບ​ໃນ​ໃຈ​ຂອງ​ມະນຸດ​ທັງຫລາຍ ຕາມ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ດ້ວຍວ່າ, ຈຳເປັນ​ທີ່​ພວກເຮົາ​ທຸກຄົນ ຈະ​ຕ້ອງ​ປາກົດ​ຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດ ເພື່ອ​ແຕ່ລະຄົນ​ຈະ​ໄດ້​ຮັບ ສົມ​ກັບ​ການ​ທີ່​ຕົນ​ໄດ້​ເຮັດ​ໃນ​ຮ່າງກາຍ​ນີ້ ແລ້ວ​ແຕ່​ຈະ​ດີ ຫລື​ຊົ່ວ.


ບໍ່ແມ່ນ​ຢ່າງນັ້ນ​ດອກ ຄຳສັ່ງ​ນັ້ນ​ຢູ່​ກັບ​ພວກເຈົ້າ. ພວກເຈົ້າ​ຮູ້​ແລະ​ຍົກ​ມາ​ເປັນ​ຂໍ້​ອ້າງອີງ​ໄດ້. ດັ່ງນັ້ນ ບັດນີ້​ຈົ່ງ​ເຊື່ອຟັງ​ຕາມນັ້ນ​ເຖີດ.


ສັດຕູ​ຂອງ​ພຣະເຈົ້າຢາເວ​ຈະ​ຖືກ​ດັບສູນ ຈາກ​ສະຫວັນ ພຣະອົງ​ຈະ​ແຜດ​ສຽງ​ຕໍ່ສູ້. ພຣະເຈົ້າຢາເວ​ຈະ​ຕັດສິນ​ທຸກຄົນ ທັງໝົດ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ; ພຣະອົງ​ຈະ​ປະທານ​ກຳລັງ​ແກ່​ກະສັດ​ຂອງ​ພຣະອົງ ແລະ​ໃຫ້​ໄຊຊະນະ​ແກ່​ກະສັດ ທີ່​ພຣະອົງ​ຊົງ​ເລືອກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka