Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 51:4 - ພຣະຄຳພີສັກສິ

4 ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ກ່າວ​ດັ່ງ​ຕໍ່ໄປນີ້: ເຮົາ​ໄດ້​ໃຫ້​ຄຳສັ່ງສອນ​ແກ່​ຊົນຊາດ​ທັງຫລາຍ ກົດບັນຍັດ​ຈະ​ນຳ​ພວກເຂົາ​ສູ່​ແສງແຈ້ງ.

Uka jalj uñjjattʼäta Copia luraña




ເອຊາຢາ 51:4
27 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ໃຫ້​ໄດ້​ເຫັນ​ຄວາມຈະເລີນ​ຮຸ່ງເຮືອງ ຂອງ​ຜູ້​ທີ່​ເປັນ​ໄພ່ພົນ​ຂອງ​ພຣະອົງ​ດ້ວຍ ແລະ​ໃຫ້​ໄດ້​ມີ​ສ່ວນ​ໃນ​ຄວາມສຸກ​ຂອງ​ພວກເຂົາ ຄື​ໄດ້​ພາກພູມ​ໃຈ​ນຳ​ຊົນຊາດ​ຂອງ​ພຣະອົງ.


ພຣະອົງ​ບໍ່ໄດ້​ເຮັດ​ເຊັ່ນນີ້​ສຳລັບ​ຊົນຊາດ​ອື່ນໃດ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮູ້ຈັກ​ກົດບັນຍັດ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ຄວາມສຸກ​ເປັນ​ຂອງ​ຊົນຊາດ​ທີ່​ພຣະເຈົ້າ ເປັນ​ພຣະເຈົ້າຢາເວ​ໃດ ຄວາມສຸກ​ເປັນ​ຂອງ​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກໄວ້.


“ຈົ່ງ​ຟັງ​ເຮົາ​ຈະ​ກ່າວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ຊາດ​ອິດສະຣາເອນ​ເອີຍ ເພາະວ່າ​ເຮົາ​ນັ້ນ ເປັນ​ພຣະເຈົ້າ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ຄຳສັ່ງສອນ​ຂອງເຮົາ​ເດີ ຈົ່ງ​ງ່ຽງ​ຫູ​ຟັງ​ໃຫ້​ດີ​ສິ່ງ​ທີ່​ເຮົາ​ຈະ​ກ່າວ


ແລະ​ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ​ທັງ​ເປັນ​ຊົນຊາດ​ບໍຣິສຸດ​ສຳລັບ​ເຮົາ.”


ບັດນີ້ ຖ້າ​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ແທ້​ແລ້ວ ຈົ່ງ​ບອກ​ແຜນການ​ຂອງ​ພຣະອົງ​ໃຫ້​ຂ້ານ້ອຍ​ຮູ້​ນຳ​ແດ່ທ້ອນ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ຮັບໃຊ້​ພຣະອົງ​ຕໍ່ໄປ ແລະ​ສືບຕໍ່​ເຮັດ​ໃຫ້​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ຫລາຍ​ຍິ່ງ​ຂຶ້ນ. ໂຜດ​ລະນຶກເຖິງ​ຄື​ກັນ​ວ່າ ພຣະອົງ​ໄດ້​ເລືອກ​ເອົາ​ຊົນຊາດ​ນີ້​ເປັນ​ປະຊາຊົນ​ຂອງ​ພຣະອົງ.”


ຄຳສັ່ງສອນ​ຂອງ​ເພິ່ນ​ເປັນ​ແສງແຈ້ງ​ເຍືອງ​ທາງເດີນ ຄຳບອກເຕືອນ​ຂອງເພິ່ນ​ສັ່ງສອນ​ເຈົ້າ​ໃຫ້​ຮູ້ຈັກ​ການ​ດຳເນີນ​ຊີວິດ.


ຍ້ອນ​ພຣະເຈົ້າຢາເວ​ຊົງ​ຊອບທຳ ພຣະອົງ​ຈະ​ຊ່ວຍ​ນະຄອນ​ເຢຣູຊາເລັມ​ໃຫ້​ພົ້ນໄພ ແລະ​ທຸກຄົນ​ໃນ​ນະຄອນ​ນີ້​ທີ່​ກັບໃຈໃໝ່.


ປະຊາຊົນ​ຫລາຍ​ຊົນຊາດ​ຈະ​ພາກັນ​ກ່າວ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ເດີ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ສັ່ງສອນ​ພວກເຮົາ​ເຖິງ​ສິ່ງ​ທີ່​ພຣະອົງ​ຢາກ​ໃຫ້​ເຮັດ. ພວກເຮົາ​ຈະ​ພາກັນ​ຍ່າງ​ຕາມ​ຮ່ອມ​ແຫ່ງ​ຫົນທາງ ທີ່​ພຣະອົງ​ໄດ້​ເລືອກສັນ​ໄວ້​ແລ້ວ​ນັ້ນ. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ແຕ່​ພູເຂົາ​ຊີໂອນ​ທີ່​ພຣະອົງ​ກ່າວ​ແກ່​ປະຊາຊົນ​ນັ້ນ.”


ຈົ່ງ​ໄຂ​ປະຕູ​ເມືອງ​ໃຫ້​ຊົນຊາດ​ທີ່​ສັດຊື່​ເຂົ້າ​ມາ ຄື​ຊົນຊາດ​ທີ່​ປະຊາຊົນ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ຂ້ແດ່​ພຣະເຈົ້າຢາເວ ໃນ​ທາງ​ແຫ່ງ​ການ​ຕັດສິນ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ໂດຍ​ນາມຊື່​ອັນ​ເປັນ​ທີ່​ລະນຶກ​ຂອງ​ພຣະອົງ ແມ່ນ​ຈິດໃຈ​ທີ່​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ.


ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.


ເພາະ​ເຫັນ​ແກ່​ຄວາມ​ຊອບທຳ​ຂອງ​ພຣະອົງ ພຣະເຈົ້າຢາເວ​ຊົງ​ພໍພຣະໄທ ທີ່​ຈະ​ເຊີດຊູ​ກົດບັນຍັດ ແລະ​ເຮັດ​ໃຫ້​ກົດບັນຍັດ​ນັ້ນ​ມີ​ກຽດ.


“ເຮົາ​ຄື​ພຣະເຈົ້າຢາເວ ເຮົາ​ໄດ້ເອີ້ນ​ເຈົ້າ​ຕາມ​ແຜນການ ອັນ​ສັດຊື່​ຂອງເຮົາ​ທີ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ໂລກ. ໂດຍ​ທາງ​ເຈົ້າ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ທຸກຄົນ ແລະ​ເຮົາ​ຈະ​ໃຫ້​ແສງແຈ້ງ​ແກ່​ຊາວ​ໂລກ.


ພຣະອົງ​ກ່າວ​ວ່າ, “ເຮົາ​ມີ​ພາລະກິດ ທີ່​ຍິ່ງໃຫຍ່​ໃຫ້​ເຈົ້າ​ຜູ້ຮັບໃຊ້​ຂອງເຮົາ​ເຮັດ. ບໍ່ແມ່ນ​ພຽງແຕ່​ໃຫ້​ນຳ​ຄວາມ​ຍິ່ງໃຫຍ່ ຂອງ​ຊົນຊາດ​ອິດສະຣາເອນ​ທີ່​ລອດຕາຍ​ຄືນ​ມາ, ແຕ່​ຈະ​ໃຫ້​ເຈົ້າ​ເປັນ​ແສງ​ສະຫວ່າງ​ແກ່​ບັນດາ​ປະຊາຊາດ​ທັງຫລາຍ ເພື່ອ​ວ່າ​ເຈົ້າ​ຈະ​ນຳ​ຄວາມ​ລອດພົ້ນ​ຂອງເຮົາ​ໄປ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ; ພວກເຂົາ​ຈະ​ບໍ່​ຫລອກລວງ​ເຮົາ.”


ປະຊາຊົນ​ຂອງ​ພວກເຂົາ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນັ້ນ. ເພາະ​ພຣະອົງ​ຈະ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ພວກເຮົາ​ເຮັດ​ຕາມ ພວກເຮົາ​ຈະ​ຍ່າງ​ຕາມ​ທາງ​ທີ່​ພຣະອົງ​ໄດ້​ເລືອກໄວ້. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ຈາກ​ພູເຂົາ​ຊີໂອນ​ທີ່​ຊົງ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ.”


ຄື​ແສງ​ສະຫວ່າງ​ສ່ອງ​ແຈ້ງ ເປີດເຜີຍ​ພຣະ​ປະສົງ​ ແກ່​ບັນດາ​ປະຊາຊາດ ແລະ​ນຳ​ເອົາ​ສະຫງ່າຣາສີ​ມາ​ສູ່ ອິດສະຣາເອນ​ພົນລະເມືອງ​ ຂອງ​ພຣະເຈົ້າ.”


ຕໍ່​ຄົນ​ທີ່​ຢູ່​ນອກ​ກົດບັນຍັດ ເຮົາ​ກໍ​ເຮັດ​ເໝືອນ​ຄົນ​ທີ່​ຢູ່​ນອກ​ກົດບັນຍັດ (ເຖິງ​ແມ່ນ​ເຮົາ​ບໍ່​ຢູ່​ນອກ​ກົດບັນຍັດ​ຂອງ​ພຣະເຈົ້າ​ກໍດີ ແຕ່​ເຮົາ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະຄຣິດ) ເພື່ອ​ຈະ​ໄດ້​ໃຈ​ຄົນ​ທັງຫລາຍ​ທີ່​ຢູ່​ນອກ​ກົດບັນຍັດ​ນັ້ນ.


ເຮົາ​ຈະ​ສົ່ງ​ຜູ້ທຳນວາຍ​ຄົນ​ໜຶ່ງ​ເໝືອນ​ເຈົ້າ​ນີ້ແຫລະ ຈາກ​ປະຊາຊົນ​ໃນ​ຊາດ​ຂອງ​ພວກເຂົາ​ເອງ​ມາ​ໃຫ້; ເຮົາ​ຈະ​ບອກ​ລາວ​ໃນ​ສິ່ງ​ທີ່​ຈະ​ກ່າວ ແລະ​ລາວ ຈະ​ບອກ​ປະຊາຊົນ​ທຸກໆ​ສິ່ງ​ຕາມ​ທີ່​ເຮົາ​ສັ່ງ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka