21 ບັດນີ້ ຈົ່ງຟັງເທີ້ນ ນະຄອນເຢຣູຊາເລັມທີ່ທົນທຸກ ເຈົ້າລຸກຍ່າງໂຊເຊນັ້ນ ເພາະວ່າເຈົ້າມືນເມົາ.
ຈົ່ງໂງ່ຈ້າຕໍ່ໄປສາ ຈົ່ງຕາບອດຕໍ່ໄປເຖີດ ຈົ່ງມືນເມົາໂດຍບໍ່ມີເຫຼົ້າອະງຸ່ນດື່ມສາ ໂຊເຊໄປມາໂດຍບໍ່ໄດ້ດື່ມເຫຼົ້າຈັກຈອກສາ
ນະຄອນເຢຣູຊາເລັມເອີຍ ຈົ່ງຕື່ນຂຶ້ນເຖີດ ຈົ່ງຕື່ນຂຶ້ນເອງ ແລະລຸກຂຶ້ນສາເຖີດ ເຈົ້າມົວເມົາດ້ວຍຈອກແຫ່ງການລົງໂທດທັນ ທີ່ພຣະເຈົ້າຢາເວໄດ້ໃຫ້ເຈົ້າດື່ມຍ້ອນຄວາມໂກດຮ້າຍ; ເຈົ້າໄດ້ດື່ມຄວາມໂກດຮ້າຍຂອງພຣະອົງ ຈຶ່ງເຮັດໃຫ້ເຈົ້າໂຊເຊຍ່າງໄປບໍ່ທຸ່ນທ່ຽງ.
ອົງພຣະຜູ້ເປັນເຈົ້າກ່າວວ່າດັ່ງນີ້: “ໂອ ເຢຣູຊາເລັມເອີຍ ເຈົ້າທົນທຸກແລ້ວ ນະຄອນຂາດທີ່ເພິ່ງຫາຜູ້ເລົ້າໂລມໃຈກໍບໍ່ມີ ດ້ວຍຫີນປະເສີດເຮົາຈະສ້າງຮາກຖານເຈົ້າໃໝ່.
ດ້ວຍຄວາມໂກດຮ້າຍເຮົາໄດ້ຢຽບຢໍ່າບັນດາປະຊາຊາດ ແລະເຮັດໃຫ້ພວກເຂົາກະຈັດກະຈາຍໄປ. ເຮົາໄດ້ເທເລືອດອັນເປັນຊີວິດຂອງພວກເຂົານັ້ນລົງເທິງພື້ນດິນ.”
ພຣະອົງໃຫ້ຈິດໃຈຂ້ອຍເຕັມແຕ່ຄວາມຂົມຂື່ນ ໃຫ້ໂສກເສົ້າຫງອຍເຫງົາຕະຫລອດເວລາ.