ເອຊາຢາ 51:16 - ພຣະຄຳພີສັກສິ16 ເຮົາໄດ້ກາງ ຈັກກະວານ ແລະວາງຮາກຖານແຜ່ນດິນໂລກ ເຮົາກ່າວແກ່ນະຄອນເຢຣູຊາເລັມດັ່ງນີ້: ‘ເຈົ້າເປັນປະຊາຊົນທີ່ເຮົາປົກປ້ອງຄຸ້ມຄອງໄວ້ ເຮົາມອບຄຳສັ່ງສອນໃຫ້ເຈົ້າຮັກສາໄວ້.”’ Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ນິຣະມິດສ້າງຈັກກະວານ ແມ່ນພຣະອົງແຕ່ຜູ້ດຽວທີ່ເປັນພຣະເຈົ້າ ພຣະອົງໄດ້ຈັດຮູບຮ່າງສ້າງແຜ່ນດິນໂລກຂຶ້ນມາ ໄດ້ເຮັດໃຫ້ໂລກໝັ້ນຄົງ ແລະຢັ້ງຢືນຄົງຢູ່ໄດ້. ພຣະອົງບໍ່ໄດ້ເຮັດໃຫ້ເປັນທີ່ເປົ່າຮ້າງຫວ່າງຄົນ ແຕ່ເປັນບ່ອນທີ່ມະນຸດເຮົາພັກພາອາໄສຢູ່ ພຣະເຈົ້າລັ່ນປາກກ່າວໄຂວາຈາວ່າ, “ເຮົາຄືພຣະເຈົ້າຢາເວ ພຣະເຈົ້າອົງອື່ນບໍ່ມີ.
ພຣະເຈົ້າຢາເວກ່າວຕໍ່ປະຊາຊົນຂອງພຣະອົງວ່າ, “ເມື່ອເຖິງເວລາທີ່ຈະຊ່ວຍເຈົ້າໃຫ້ພົ້ນ ເຮົາຈະເຫັນໃຈເຈົ້າ ແລະຕອບຄຳຮ້ອງຂໍ ຈະເຝົ້າເບິ່ງແຍງຮັກສາ ແລະປົກປ້ອງເຈົ້າໄວ້ ໂດຍທາງເຈົ້າ ເຮົາຈະຕັ້ງພັນທະສັນຍາ ກັບຊົນຊາດທັງຫລາຍທີ່ຢູ່ໃນໂລກນີ້. ເຮົາຈະນຳເຈົ້າໃຫ້ຕັ້ງຖິ່ນຖານເທື່ອໃໝ່ ໃນດິນແດນທີ່ເວລານີ້ຮົກຮ້າງຫວ່າງຄົນ.
ຝ່າຍເຮົາເຮັດພັນທະສັນຍາກັບພວກເຈົ້າ ພຣະເຈົ້າຢາເວກ່າວວ່າ: ເຮົາໄດ້ມອບພຣະວິນຍານຂອງເຮົາໃຫ້ພວກເຈົ້າ ແລະມອບຂໍ້ຄຳສັ່ງສອນຂອງເຮົາໃຫ້ເປັນຂອງພວກເຈົ້າຕະຫລອດໄປ ແລະຕັ້ງແຕ່ນີ້ຕໍ່ໄປພວກເຈົ້າຕ້ອງເຊື່ອຟັງເຮົາ ພ້ອມທັງສັ່ງສອນພວກລູກຫລານແລະເຊື້ອສາຍຂອງພວກເຈົ້າ ໃຫ້ເຊື່ອຟັງເຮົາທຸກຍຸກທຸກສະໄໝ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫລະ.
ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ ໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງສັນລະເສີນພຣະເຈົ້າໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ທີ່ພຣະເຈົ້າຢາເວໄດ້ປູກໄວ້ເອງ ພວກເຂົາທຸກຄົນຈະກະທຳແຕ່ສິ່ງທີ່ຖືກຕ້ອງ ແລະພຣະເຈົ້າກໍຈະໄດ້ຮັບຄຳຍ້ອງຍໍສັນລະເສີນ ສຳລັບສິ່ງທີ່ພຣະອົງໄດ້ກະທຳມານັ້ນ.
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’
ອົງພຣະຜູ້ເປັນເຈົ້າຊົງກ່າວອີກວ່າ, ‘ນີ້ແມ່ນພັນທະສັນຍາ ທີ່ເຮົາຈະສັນຍາໄວ້ກັບ ຍາດວົງອິດສະຣາເອນ ພາຍຫລັງສະໄໝນັ້ນ ຄືເຮົາຈະບັນຈຸກົດບັນຍັດຂອງເຮົາ ໄວ້ໃນໃຈຂອງພວກເຂົາ. ເຮົາຈະຈາລຶກກົດບັນຍັດນັ້ນ ໄວ້ໃນຫົວໃຈຂອງພວກເຂົາ ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະຝ່າຍພວກເຂົາຈະເປັນ ພົນລະເມືອງຂອງເຮົາ.