Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 51:13 - ພຣະຄຳພີສັກສິ

13 ພວກເຈົ້າ​ລືມໄລ​ພຣະເຈົ້າຢາເວ​ຜູ້​ສ້າງ​ເຈົ້າ​ແລ້ວ​ບໍ? ຜູ້​ໄດ້​ກາງ​ຈັກກະວານ ​ທັງ​ວາງ​ຮາກຖານ​ແຜ່ນດິນ​ໂລກ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຊ້​ຊີວິດ​ດ້ວຍ​ຄວາມຢ້ານ​ເປັນ​ປະຈຳ? ໂດຍ​ຢ້ານ​ພວກ​ທີ່​ກົດຂີ່​ພວກເຈົ້າ​ຢ່າງ​ໂຫດຮ້າຍ ຄື​ພວກ​ທີ່​ພ້ອມ​ຈະ​ທຳລາຍ​ພວກເຈົ້າ​ທຸກ​ເວລາ? ຄວາມ​ໂຫດຮ້າຍ​ຂອງ​ພວກເຂົາ​ແຕະຕ້ອງ​ພວກເຈົ້າ​ບໍ່ໄດ້.

Uka jalj uñjjattʼäta Copia luraña




ເອຊາຢາ 51:13
56 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເມຍ​ຂອງ​ລາວ​ພ້ອມທັງ​ໝູ່ເພື່ອນ​ຈຶ່ງ​ແນະນຳ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ໃຫ້​ເຂົາ​ສ້າງ​ບ່ອນ​ແຂວນຄໍ​ຂຶ້ນ​ສູງ 22 ແມັດ? ແລະ​ໃນ​ມື້ອື່ນ​ເຊົ້າ ໃຫ້​ທ່ານ​ຂໍ​ນຳ​ກະສັດ​ແຂວນຄໍ​ມໍເດໄກ​ໃສ່​ຫັ້ນ ແລ້ວ​ຈຶ່ງ​ໄປ​ໃນ​ງານ​ກິນລ້ຽງ​ດ້ວຍ​ຄວາມ​ສະບາຍ​ໃຈ.” ຮາມານ​ຄິດ​ວ່າ​ເປັນ​ຄວາມຄິດ​ທີ່ດີ; ສະນັ້ນ ລາວ​ຈຶ່ງ​ໃຫ້​ເຂົາ​ສ້າງ​ບ່ອນ​ແຂວນຄໍ​ຂຶ້ນ.


ດັ່ງນັ້ນ ຮາມານ​ຈຶ່ງ​ຖືກ​ແຂວນຄໍ​ໃສ່​ບ່ອນ​ທີ່​ລາວ​ເອງ​ໄດ້​ສ້າງ​ຂຶ້ນ ເພື່ອ​ແຂວນຄໍ​ມໍເດໄກ. ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ກະສັດ​ກໍໄດ້​ເຢັນລົງ.


ເຈົ້າ​ຊ່ວຍ​ພຣະເຈົ້າ​ພື​ທ້ອງຟ້າ​ອອກ​ໄດ້​ບໍ? ເຮັດ​ໃຫ້​ແຂງຈັດ​ດັ່ງ​ໂລຫະ​ຖືກ​ຂັດ​ໃຫ້​ເຫລື້ອມ?


ບໍ່ມີ​ຜູ້ໃດ​ຊ່ວຍ​ພຣະເຈົ້າ​ຄຶງ​ຟ້າ​ສະຫວັນ​ອອກ ຫລື​ຢຽບຢໍ່າ​ມັງກອນ​ກັບຄືນ​ສູ່​ທະເລ​ໄດ້.


ພຣະອົງ​ຫຸ້ມຫໍ່​ພຣະອົງ​ເອງ​ດ້ວຍ​ແສງ​ຣັດສະໝີ ພຣະອົງ​ກາງ​ຟ້າ​ສະຫວັນ​ດັ່ງ​ກາງ​ຜ້າເຕັນ.


ແຕ່​ພວກເພິ່ນ​ພັດ​ໄດ້​ລືມໄລ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໂດຍໄວ ແລະ​ໄດ້​ກະທຳ​ໄປ​ໂດຍ​ບໍ່​ຂໍ​ຄຳແນະນຳ​ຈາກ​ພຣະອົງ.


ຄວາມ​ໂກດຮ້າຍ​ຂອງ​ມະນຸດ​ກໍ​ເປັນ​ພຽງແຕ່ ການ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທົ່ານັ້ນ. ຜູ້​ທີ່​ລອດຊີວິດ​ຈາກ​ການ​ເສິກ​ຈະ​ສະຫລອງ ໄຊຊະນະ​ຂອງ​ພຣະເຈົ້າຢາເວ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ ທີ່​ອາໄສ​ຢູ່​ທີ່​ພູເຂົາ​ຊີໂອນ​ວ່າ, “ຢ່າ​ສູ່​ຢ້ານ​ຊາວ​ອັດຊີເຣຍ​ເລີຍ ແມ່ນ​ວ່າ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ ດັ່ງ​ຊາວ​ເອຢິບ​ໄດ້​ເຮັດ​ມາ​ກໍຕາມ.


ເມື່ອ​ພຣະອົງ​ກະທຳ​ການ​ນັ້ນ ພວກເຂົາ​ຈະ​ເວົ້າ​ເຍາະເຍິ້ຍ​ກະສັດ​ແຫ່ງ​ບາບີໂລນ​ວ່າ: “ກະສັດ​ຜູ້​ຮ້າຍກາດ​ໄດ້​ລົ້ມລົງ​ແລ້ວ ເພິ່ນ​ຈະ​ບໍ່ໄດ້​ກົດຂີ່​ຜູ້ໃດ​ຜູ້ໜຶ່ງ​ອີກ​ຕໍ່ໄປ


ຂໍ​ໃຫ້​ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ​ແດ່ທ້ອນ. ຂໍ​ປົກປ້ອງ​ພວກເຮົາ​ໄວ້​ຈາກ​ພວກ​ທີ່​ຢາກ​ທຳລາຍ​ດ້ວຍ.” (ການ​ກົດຂີ່​ແລະ​ໄພພິບັດ​ທັງຫລາຍ​ຈະ​ສິ້ນສຸດໄປ ແລະ​ພວກ​ທີ່​ທຳລາຍ​ປະເທດ​ກໍ​ຈະ​ໝົດໄປ.


ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ລືມໄລ​ພຣະເຈົ້າ​ຂອງ​ເຈົ້າ ຜູ້​ໄດ້​ຊ່ວຍກູ້​ເອົາ​ແລະ​ປ້ອງກັນ​ພວກເຈົ້າ​ໄວ້​ດັ່ງ​ໂງ່ນຫີນ​ທີ່​ແຂງແກ່ນ. ແຕ່​ພວກເຈົ້າ​ພັດ​ໄດ້​ເຮັດ​ສວນ​ສັກສິດ ເພື່ອ​ຂາບໄຫວ້​ພະ​ຕ່າງຊາດ.


ທ່ານ​ບໍ່​ຮູ້​ບໍ​ສິ່ງ​ທີ່​ຄົນ​ໄດ້​ກໍ່​ຕັ້ງ​ແຕ່​ດົນນານ? ບໍ່ໄດ້ຍິນ​ບໍ​ວ່າ​ໂລກ​ເຮົາ​ໄດ້​ຕັ້ງຕົ້ນ​ຢ່າງໃດ​ແທ້?


ພຣະອົງ​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ພຣະອົງ ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ແລະ​ຢູ່​ເທິງ​ທ້ອງຟ້າ; ພຣະອົງ​ໄດ້​ສ້າງ​ໂລກນີ້​ດ້ວຍ​ສີມື​ຂອງ​ພຣະອົງ​ເອງ ພຣະອົງ​ຫລຽວເຫັນ​ມະນຸດ​ຄື​ໂຕ​ຕັກແຕນ​ຢູ່​ເທິງ​ໂລກ. ພຣະອົງ​ກາງ​ຟ້າ​ສະຫວັນ​ດັ່ງ​ກາງ​ຜ້າກັ້ງ​ອອກ​ມາ ດັ່ງ​ຄົນ​ກາງ​ຜ້າເຕັນ​ເພື່ອ​ຈະ​ອາໄສ​ຢູ່.


ພຣະເຈົ້າ, ພຣະເຈົ້າຢາເວ, ຜູ້​ນິຣະມິດ​ສ້າງ​ຟ້າ​ສະຫວັນ ແລະ​ກາງ​ອອກ​ມາ ອອກແບບ​ແຜ່ນດິນ​ໂລກ ແລະ​ທຸກສິ່ງ​ຢູ່​ໃນ​ນັ້ນ; ພຣະອົງ​ໃຫ້​ຊີວິດ​ແລະ​ລົມຫາຍໃຈ​ແກ່​ທຸກຄົນ ພຣະອົງ​ກ່າວ​ດັ່ງນີ້:


ບັດນີ້ ພຣະເຈົ້າຢາເວ​ຜູ້​ໄດ້​ສ້າງ​ເຈົ້າ, ໂອ ຢາໂຄບ ອົງ​ໄດ້​ສ້າງ​ເຈົ້າ, ໂອ ອິດສະຣາເອນ ກ່າວ​ດັ່ງນີ້, “ຢ່າ​ຢ້ານກົວ​ເລີຍ ເຮົາ​ໄດ້ໄຖ່​ເຈົ້າ​ໃຫ້​ພົ້ນ​ແລ້ວ ພວກເຈົ້າ​ເປັນ​ຂອງເຮົາ​ຈຶ່ງ​ເອີ້ນ​ພວກເຈົ້າ​ຕາມ​ຊື່.


“ພຣະເຈົ້າຢາເວ ພຣະຜູ້​ໄຖ່​ຂອງເຈົ້າ​ກ່າວວ່າ: ແມ່ນ​ເຮົາ​ທີ່​ເປັນ​ຜູ້​ໄດ້ສ້າງ​ເຈົ້າ ເຮົາ​ຄື​ພຣະເຈົ້າຢາເວ​ທີ່​ສ້າງ​ສັບພະທຸກສິ່ງ​ທັງຫລາຍ ແມ່ນ​ເຮົາ​ແຕ່​ຜູ້ດຽວ​ທີ່​ໄດ້​ກາງ​ຟ້າ​ສະຫວັນ​ອອກ. ເມື່ອ​ເຮົາ​ໄດ້ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ບໍ່ມີ​ຜູ້ໃດ​ເລີຍ​ທີ່​ໄດ້​ຊ່ວຍເຫລືອ​ເຮົາ.


ແມ່ນ​ເຮົາ​ທີ່​ໄດ້​ນິຣະມິດ​ສ້າງ​ໂລກນີ້​ຂຶ້ນ​ມາ ໄດ້​ສ້າງ​ມະນຸດ​ທຸກຄົນ​ໃຫ້​ອາໄສ​ຢູ່​ໃນ​ທີ່ນັ້ນ. ເຮົາ​ໄດ້​ກາງ​ຟ້າ​ສະຫວັນ​ດ້ວຍ​ຣິດອຳນາດ​ຂອງເຮົາ ຄວບຄຸມ​ຕາເວັນ ເດືອນ ແລະ​ດາວ​ດ້ວຍ.


ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຈັກກະວານ ແມ່ນ​ພຣະອົງ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ໄດ້​ຈັດ​ຮູບຮ່າງ​ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ໄດ້​ເຮັດ​ໃຫ້​ໂລກ​ໝັ້ນຄົງ ແລະ​ຢັ້ງຢືນ​ຄົງຢູ່​ໄດ້. ພຣະອົງ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ເປົ່າຮ້າງ​ຫວ່າງຄົນ ແຕ່​ເປັນ​ບ່ອນ​ທີ່​ມະນຸດ​ເຮົາ​ພັກພາ​ອາໄສ​ຢູ່ ພຣະເຈົ້າ​ລັ່ນປາກ​ກ່າວ​ໄຂ​ວາຈາ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ອື່ນ​ບໍ່ມີ.


ມື​ເຮົາ​ທີ່​ໄດ້​ສ້າງ​ຮາກຖານ​ແຜ່ນດິນ​ໂລກ ແລະ​ທັງ​ໄດ້​ກາງ​ຟ້າ​ສະຫວັນ​ອອກ​ດ້ວຍ. ເມື່ອ​ເຮົາ​ເອີ້ນ​ພວກມັນ​ມາ​ຫາ, ພວກມັນ​ກໍ​ມາ​ສະເໜີ​ຕົວ​ໃນ​ທັນທີ​ທັນໃດ​ໂລດ.”


ເຮົາ​ຈະ​ເຮັດ​ໃຫ້​ພວກ​ກົດຂີ່​ເຈົ້າ​ຂ້າ​ກັນ​ເອງ ພວກເຂົາ​ຈະ​ມົວ​ຂ້າຟັນກັນ​ຢ່າງ​ໂມໂຫ​ໃຫຍ່. ແລ້ວ​ທົ່ວໂລກ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ແລະ​ພຣະ​ຜູ້ໄຖ່​ຂອງເຈົ້າ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.”


ຄວາມ​ຍຸດຕິທຳ​ແລະ​ຄວາມ​ຖືກຕ້ອງ​ຈະ​ໃຫ້​ເຈົ້າ​ເຂັ້ມແຂງ​ຂຶ້ນ ເຈົ້າ​ຈະ​ພົ້ນ​ຈາກ​ການກົດຂີ່​ແລະ​ຈາກ​ຄວາມຢ້ານ.


ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ບັນດາ​ພະ​ເຫຼົ່ານີ້ ທີ່​ເຮັດ​ໃຫ້​ພວກເຈົ້າ​ຢ້ານ​ນັ້ນ​ເປັນ​ຜູ້ໃດ ຈຶ່ງ​ເຮັດ​ໃຫ້​ພວກເຈົ້າ​ເວົ້າ​ຕົວະ​ແລະ​ລືມໄລ​ເຮົາ​ໄປ​ຢ່າງ​ໝົດສິ້ນ? ພວກເຈົ້າ​ເຊົາ​ໃຫ້ກຽດ​ເຮົາ​ຍ້ອນ​ເຮົາ​ມິດງຽບ​ຢູ່​ຕັ້ງ​ດົນນານ​ຊັ້ນບໍ?


ຈົ່ງ​ບອກ​ລາວ​ໃຫ້​ລະມັດ​ລະວັງ, ສະຫງົບ​ຈິດໃຈ ແລະ​ຢ່າ​ສູ່​ຢ້ານ​ຫລື​ເປັນທຸກໃຈ​ເລີຍ. ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເຣຊິນ ແລະ​ຊາວ​ຊີເຣຍ​ແລະ​ກະສັດ​ເປກາ ບໍ່​ເປັນ​ອັນຕະລາຍ​ທໍ່ກັບ​ຄວັນໄຟ​ໄໝ້​ຟືນໄມ້​ໂດກ.


ເພາະ​ພຣະອົງ​ໄດ້​ຫັກ​ແອກ​ທີ່​ເປັນ​ພາລະໜັກ ແລະ​ຫັກ​ໄມ້ແສ້​ທີ່​ໃຊ້​ຕີ​ບ່າ​ພວກເຂົາ​ນັ້ນ. ພຣະອົງ​ໄດ້​ເອົາ​ຊະນະ​ຊົນຊາດ​ທັງຫລາຍ ທີ່​ໄດ້​ກົດຂີ່​ຫາ​ປະໂຫຍດ​ນຳ​ຄົນ​ຂອງ​ພຣະເຈົ້າ ດັ່ງ​ພຣະອົງ​ໄດ້​ເອົາ​ຊະນະ​ແຕ່​ດົນນານ​ຜ່ານມາ ຄື​ກອງທັບ​ມີດີອານ​ແຕ່​ດົນນານ​ມາ​ແລ້ວ.


ຍິງສາວ​ລືມ​ເຄື່ອງເອ້​ຂອງຕົນ​ໄດ້​ບໍ? ຫລື​ເຈົ້າສາວ​ລືມ​ຊຸດ​ແຕ່ງງານ​ຂອງຕົນ​ໄດ້​ບໍ? ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ລືມໄລ​ເຮົາ​ໄປ ຫລາຍຟ້າ​ຫລາຍປີ​ເຫຼືອ​ທີ່​ຈະນັບ​ໄດ້.


ແຕ່​ກະສັດ​ຕອບ​ວ່າ, “ເຮົາ​ຢ້ານ​ຄົນ​ຢູ່​ໃນ​ຊາດ​ຂອງ​ພວກເຮົາ​ເອງ ຄື​ພວກ​ທີ່​ໄດ້​ແຕກ​ໜີໄປ​ຫາ​ຊາວ​ບາບີໂລນ. ເຮົາ​ອາດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ ແລະ​ຖືກ​ພວກເຂົາ​ທໍລະມານ​ກໍໄດ້.”


ພຣະອົງ​ໄດ້​ສ້າງ​ແຜ່ນດິນ​ໂລກ ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ; ໂດຍ​ສະຕິປັນຍາ​ຂອງ​ພຣະອົງ ພຣະອົງ​ໄດ້​ສ້າງ​ໂລກນີ້​ແລະ​ກາງ​ຟ້າ​ສະຫວັນ.


ພຣະເຈົ້າ​ຂອງ​ຢາໂຄບ​ບໍ່​ເປັນ​ຄື​ພະ​ເຫຼົ່ານີ້​ເລີຍ ສ້າງ​ທຸກສິ່ງ​ທັງ​ເລືອກສັນ​ຊາດ​ອິດສະຣາເອນ​ໄວ້ ເພື່ອ​ໃຫ້​ເປັນ​ປະຊາຊົນ​ທີ່​ພຣະອົງ​ໄດ້​ໝາຍເອົາ ພຣະນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ແຕ່​ບັດນີ້ ພໍ​ພວກເຈົ້າ​ໄດ້ຍິນ​ສຽງ​ແກ, ສຽງ​ປີ່, ສຽງ​ພິນໃຫຍ່, ສຽງ​ກະຈັບປີ່, ສຽງ​ພິນນ້ອຍ ແລະ​ສຽງດົນຕຼີ​ອື່ນໆ​ດັງ​ຂຶ້ນ ໃຫ້​ພາກັນ​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ນັ້ນ. ຖ້າ​ພວກເຈົ້າ​ບໍ່​ຂາບໄຫວ້ ພວກເຈົ້າ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ເຕົາໄຟ​ອັນ​ຮ້ອນ​ທັນທີ. ພວກເຈົ້າ​ຄິດວ່າ ຈະ​ມີ​ພະ​ອົງໃດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້​ຊັ້ນບໍ?”


ແຕ່​ເຖິງ​ແມ່ນ​ວ່າ​ພຣະອົງ​ບໍ່​ຊ່ວຍ ກໍ​ຂໍ​ໃຫ້​ທ່ານ​ຮູ້​ໄວ້​ວ່າ​ພວກ​ຂ້ານ້ອຍ​ຈະ​ບໍ່​ຂາບໄຫວ້​ພະ​ຂອງທ່ານ ແລະ​ຈະ​ບໍ່​ກົ້ມ​ຂາບ​ຕໍ່​ຮູບປັ້ນ​ເປັນ​ຄຳ ທີ່​ທ່ານ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຢ່າງ​ເດັດຂາດ.”


ແລ້ວ​ເຈົ້າ​ເນບູ​ກາດເນັດຊາ​ກໍ​ໂກດຮ້າຍ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ​ຢ່າງ​ສຸດຂີດ​ຈົນ​ໜ້າດຳ​ຕາແດງ. ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຄົນ​ຂອງຕົນ ໄປ​ດັງ​ໄຟ​ໃນ​ເຕົາ​ໃຫ້​ຮ້ອນ​ຂຶ້ນ​ກວ່າເກົ່າ​ເຖິງ​ເຈັດ​ເທົ່າ.


ໃນ​ທັນໃດນັ້ນ ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ລົງໂທດ​ເຮໂຣດ​ໃຫ້​ລົ້ມ​ລົງ ເພາະ​ເພິ່ນ​ບໍ່ໄດ້​ຍົກ​ຍໍ​ໃຫ້ກຽດ​ພຣະເຈົ້າ, ແລ້ວ​ເກີດ​ມີ​ຕົວ​ໜອນ​ກັດ​ກິນ​ຮ່າງກາຍ​ຂອງ​ເພິ່ນ​ຈົນ​ເສຍ​ຊີວິດ.


ຄົນມີ​ປັນຍາ​ຢູ່​ໃສ? ຫລື​ຄົນ​ສະຫລາດ​ຢູ່​ໃສ? ຫລື​ນັກ​ໂຕ້ຕອບ​ບັນຫາ​ຂອງ​ໂລກນີ້​ຢູ່​ໃສ? ພຣະເຈົ້າ​ກະທຳ​ໃຫ້​ເຫັນ​ວ່າ ປັນຍາ​ຂອງ​ຝ່າຍ​ໂລກນີ້​ເປັນ​ຄວາມ​ໂງ່​


ໂອ ຄວາມ​ຕາຍ​ເອີຍ ໄຊຊະນະ​ຂອງ​ມຶງ​ຢູ່​ໃສ? ໂອ ຄວາມ​ຕາຍ​ເອີຍ ໄລພິດ​ຂອງ​ມຶງ​ຢູ່​ໃສ?


ພວກເຂົາ​ໄດ້​ລືມໄລ​ພຣະເຈົ້າ ພຣະ​ຜູ້ໂຜດຊ່ວຍ​ອົງ​ຍິ່ງໃຫຍ່​ຂອງ​ພວກເຂົາ ອົງ​ຊົງ​ຣິດອຳນາດ​ຫລາຍ ທີ່​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່ໄດ້​ລືມໄລ​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ.


“ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ບໍ່​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຢ່າ​ລົ້ມເລີກ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ໃນວັນນີ້.


ພວກເພິ່ນ​ບໍ່ໄດ້​ຄິດເຖິງ​ບ້ານ​ເມືອງ​ທີ່​ພວກເພິ່ນ​ຈາກ​ມາ ຖ້າ​ພວກເພິ່ນ​ຍັງ​ຄິດເຖິງ​ຢູ່ ພວກເພິ່ນ​ກໍ​ຄົງ​ມີ​ໂອກາດ​ກັບຄືນ​ເມືອ​ໄດ້.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


ພວກເຂົາ​ແຜ່​ກະຈາຍ​ເປັນ​ກອງທັບ​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ ແລະ​ໄດ້​ອ້ອມ​ຄ້າຍ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ກັບ​ນະຄອນ​ທີ່​ພຣະອົງ​ຊົງ​ຮັກ​ນັ້ນ. ແຕ່​ໄຟ​ໄດ້​ຕົກລົງ​ມາ​ຈາກ​ສະຫວັນ ແລະ​ທຳລາຍ​ລ້າງຜານ​ພວກເຂົາ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka