Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 51:11 - ພຣະຄຳພີສັກສິ

11 ພວກ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍກູ້​ກໍ​ເຖິງ​ນະຄອນ​ເຢຣູຊາເລັມ ເບີກບານ​ໃຈ​ທັງ​ຮ້ອງລຳ​ທຳເພງ​ດ້ວຍ. ພວກເຂົາ​ຈະ​ມີ​ຄວາມສຸກ​ຕະຫລອດໄປ ຈະ​ບໍ່​ໂສກເສົ້າ​ເຫງົາໃຈ​ອີກ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ເອຊາຢາ 51:11
29 Jak'a apnaqawi uñst'ayäwi  

ພວກ​ຂ້ານ້ອຍ​ຫົວເລາະ​ຢ່າງ​ບໍ່ຢຸດ​ບໍ່ເຊົາ ທັງ​ສົ່ງ​ສຽງ​ອັນ​ດັງ​ໂຮຮ້ອງ​ຍິນດີ​ຢ່າງໃຫຍ່ ແລ້ວ​ຊົນຊາດ​ອື່ນໆ​ກໍ​ເວົ້າ​ເຖິງ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ​ເຮັດ​ສິ່ງ​ຍິ່ງໃຫຍ່​ໃຫ້​ພວກເຂົາ​ແລ້ວ.”


ຂໍ​ໃຫ້​ພວກ​ທີ່​ຮ້ອງໄຫ້​ໃນ​ຂະນະທີ່​ຫວ່ານ​ລົງ​ໄປ ໄດ້​ຮິບໂຮມ​ເກັບກ່ຽວ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ນໍ້າ​ໃນ​ອ່າວ​ຊູແອດ​ແຫ້ງ ແລະ​ພຣະອົງ​ຈະ​ບັນດານ​ໃຫ້​ລົມ​ຮ້ອນ​ມາ​ພັດ​ແມ່ນໍ້າ​ເອີຟຣັດ​ໃຫ້​ແຫ້ງ ໂດຍ​ປະ​ເຈັດ​ຫ້ວຍນ້ອຍ​ເທົ່ານັ້ນ​ໃຫ້​ມີ​ນໍ້າ ເພື່ອ​ວ່າ​ຜູ້ໃດໆ​ກໍ​ຈະ​ສາມາດ​ຂ້າມ​ໄປ​ໄດ້.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ທຳລາຍ​ຄວາມຕາຍ​ຕະຫລອດໄປ ພຣະອົງ​ຈະ​ເຊັດ​ນໍ້າຕາ​ໃຫ້​ໝົດ​ທຸກຄົນ​ແລະ​ກຳຈັດ​ຄວາມ​ອັບອາຍ ທີ່​ປະຊາຊົນ​ຂອງ​ພຣະອົງ​ໄດ້​ຮັບ​ຢູ່​ທົ່ວໂລກ. ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ດັ່ງນີ້ແຫລະ.


ພວກເຂົາ​ຈະ​ໄປຮອດ​ນະຄອນ​ຊີໂອນ​ຢ່າງ​ເບີກບານ​ໃຈ ທັງ​ຂັບຮ້ອງລຳ​ທຳເພງ​ດ້ວຍ​ຄວາມ​ຍິນດີ​ທັງນັ້ນ. ພວກເຂົາ​ຈະ​ໄດ້​ເປັນ​ສຸກໃຈ​ຢູ່​ຕະຫລອດໄປ ໂດຍ​ບໍ່​ໂສກເສົ້າ​ເຫງົາໃຈ​ແລະ​ຂົມຂື່ນ.


ໂອ ຟ້າ​ສະຫວັນຟ້າ​ສະຫວັນ ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ; ແຜ່ນດິນ​ໂລກ​ບ່ອນ​ເລິກສຸດ​ເອີຍ ຈົ່ງ​ໂຮຮ້ອງ​ສາ​ເຖີດ ພູຜາ​ທຸກໜ່ວຍ​ແລະ​ຕົ້ນໄມ້​ໃນ​ປ່າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ສຽງ​ໂຮຮ້ອງ​ເຖີດ ເຫດວ່າ​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ຢາໂຄບ ແລະ​ຈະ​ຊົງຮັບ​ກຽດ​ແຫ່ງ​ສະຫງ່າຣາສີ​ໃນ​ອິດສະຣາເອນ.


ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”


ໂອ ຟ້າ​ສະຫວັນ​ເອີຍ ຈົ່ງ​ຮ້ອງເພງ​ສັນລະເສີນ! ໂອ ແຜ່ນດິນ​ໂລກ​ເອີຍ ຈົ່ງ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ! ຈົ່ງ​ໃຫ້​ພູເຂົາ​ທຸກໜ່ວຍ​ໂຮຮ້ອງ​ເປັນ​ສຽງ​ເພງ​ດັງໆ ພຣະເຈົ້າຢາເວ​ຈະ​ອອຍໃຈ​ປະຊາຊົນ​ຂອງ​ພຣະອົງ; ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ທົນທຸກ​ທໍລະມານ ພຣະອົງ​ຈະ​ເມດຕາ​ປະຊາຊົນ​ເຫຼົ່ານັ້ນ.


ພວກເຈົ້າ​ຈະ​ຈາກ​ນະຄອນ​ບາບີໂລນ​ຢ່າງ​ຊົມຊື່ນ​ຍິນດີ ຈະ​ຖືກ​ນຳ​ອອກ​ໄປ​ຢ່າງ​ສັນຕິສຸກ​ເຫລືອລົ້ນ. ພູເຂົາ​ແລະ​ເນີນພູ​ທຸກໜ່ວຍ​ກໍ​ຈະ​ເປັ່ງ​ສຽງ​ຮ້ອງເພງ ແລະ​ຕົ້ນໄມ້​ກໍ​ຈະ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ຍິ່ງ.


ຄວາມ​ອັບອາຍ​ຂາຍໜ້າ​ຂອງ​ພວກເຈົ້າ​ກໍ​ສິ້ນສຸດ​ໄປ ແລະ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ຊັບສົມບັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ເທົ່າຕົວ ພວກເຈົ້າ​ຈະ​ຊົມຊື່ນ​ຍິນດີ​ຢູ່​ຕະຫລອດ.


ພວກເຂົາ​ຈະ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ ແຕ່​ພວກເຈົ້າ​ຈະ​ຮ້ອງໄຫ້​ຢ່າງ​ລະທົມ​ຂົມຂື່ນ.


ເຮົາ​ເອງ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ຍ້ອນ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ນະຄອນ​ນີ້. ໃນ​ທີ່ນັ້ນ ຈະ​ບໍ່ມີ​ສຽງ​ຮ້ອງໄຫ້ ບໍ່ມີ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ.


ແລ້ວ​ແມ່ຍິງ​ກໍ​ຈະ​ຟ້ອນ​ຢ່າງ​ມີ​ຄວາມ​ສຸກໃຈ ຜູ້ຊາຍ​ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍດີ​ຈະ​ຍິນດີ​ດ້ວຍ. ເຮົາ​ຈະ​ເລົ້າໂລມ​ໃຈ​ຜູ້​ໄວ້ທຸກ ໃຫ້​ປີຕິຍິນດີ ຄວາມ​ໂສກເສົ້າ​ເສຍໃຈ ເປັນ​ຄວາມ​ຊົມຊື່ນ.


ສຽງ​ແຫ່ງ​ການ​ໂຮຮ້ອງ​ຍິນດີ ແລະ​ຊົມຊື່ນ ແລະ​ສຽງ​ແຫ່ງ​ຄວາມ​ສຸກໃຈ​ຂອງ​ພິທີ​ແຕ່ງງານ. ພວກເຈົ້າ​ຈະ​ໄດ້ຍິນ​ປະຊາຊົນ​ຮ້ອງເພງ ເມື່ອ​ພວກເຂົາ​ນຳ​ເຄື່ອງ​ຖວາຍ​ມາ​ໂມທະນາ​ຂອບພຣະຄຸນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຈະ​ເວົ້າ​ວ່າ, ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ເພາະ​ພຣະເຈົ້າຢາເວ​ຊົງ​ຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຈະເລີນ​ຮຸ່ງເຮືອງ​ດັ່ງ​ຄາວ​ແຕ່​ກ່ອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ຂໍ​ໃຫ້​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ຊົງ​ໂຜດ​ປະທານ​ໃຫ້​ພວກເຮົາ ມີ​ຄວາມ​ຊູ​ໃຈ​ເປັນນິດ​ແລະ​ຄວາມຫວັງ​ໃຈ​ອັນ​ດີ ໂດຍ​ພຣະຄຸນ​ນັ້ນ,


ອັນ​ໜຶ່ງ ຂໍ​ພຣະກຽດ, ພຣະ​ເດຊານຸພາບ, ພຣະ​ອານຸພາບ ແລະ​ສັກດາ​ນຸພາບ​ຈົ່ງ​ມີ​ແດ່​ພຣະອົງ ຜູ້​ທີ່​ສາມາດ​ປ້ອງກັນ​ຮັກສາ​ພວກເຈົ້າ​ໄວ້​ບໍ່​ໃຫ້​ສະດຸດ​ລົ້ມ​ລົງ ແລະ​ນຳ​ພວກເຈົ້າ​ມາ​ຢູ່​ຊ້ອງ​ພຣະພັກ​ອັນ​ສະຫງ່າຣາສີ​ຂອງ​ພຣະອົງ ຢ່າງ​ຜູ້​ທີ່​ບໍ່ມີ​ຄວາມຜິດ ແຕ່​ມີ​ຄວາມ​ຍິນດີ​ອັນ​ເຫລືອລົ້ນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ເພາະວ່າ​ສະຫວັນ​ເດີມ​ແລະ​ແຜ່ນດິນ​ໂລກ​ເດີມ​ນັ້ນ ກໍ​ໄດ້​ລ່ວງ​ໄປ​ແລ້ວ ແລະ​ທະເລ​ກໍ​ບໍ່ມີ​ເໝືອນກັນ.


ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ. ຄວາມຕາຍ​ຈະ​ບໍ່ມີ​ອີກ​ຕໍ່ໄປ. ຄວາມ​ໂສກເສົ້າ, ການ​ຮ້ອງໄຫ້ ແລະ​ຄວາມ​ເຈັບປວດ​ຈະ​ບໍ່ມີ​ອີກ​ຕໍ່ໄປ ເພາະວ່າ​ສິ່ງ​ທີ່​ມີ​ຢູ່​ໃນ​ຄາວ​ກ່ອນ​ນັ້ນ ກໍໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.”


ຢູ່​ໃນ​ນະຄອນ​ນັ້ນ ບໍ່ມີ​ສິ່ງໃດ​ທີ່​ຕົກ​ຢູ່​ໃນ​ຄຳສາບແຊ່ງ​ຂອງ​ພຣະເຈົ້າ​ອີກ​ຕໍ່ໄປ. ພຣະ​ບັນລັງ​ຂອງ​ພຣະເຈົ້າ ແລະ​ຂອງ​ພຣະ​ເມສານ້ອຍ ຈະ​ຕັ້ງ​ຢູ່​ໃນ​ນະຄອນ​ນັ້ນ ແລະ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ບົວລະບັດ​ຮັບໃຊ້​ພຣະອົງ.


ເພາະ​ພຣະ​ເມສານ້ອຍ​ທີ່​ປະທັບ​ຢູ່​ທ່າມກາງ​ພຣະຣາຊບັນລັງ​ນັ້ນ ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ພຣະອົງ​ຈະ​ຊົງ​ນຳ​ພວກເຂົາ​ໄປ​ເຖິງ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ. ແລະ​ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka