ເອຊາຢາ 51:10 - ພຣະຄຳພີສັກສິ10 ແມ່ນພຣະອົງຄືກັນທີ່ໄດ້ເຮັດໃຫ້ທະເລແຫ້ງລົງ ແລະໄດ້ເຮັດທາງຍ່າງຜ່ານທ້ອງທະເລໄປໄດ້ ເພື່ອວ່າປະຊາຊົນທີ່ພຣະອົງຊົງໄຖ່ ຈະຍ່າງຂ້າມໄປໃຫ້ຫວິດໄພອັນຕະລາຍໄດ້. Uka jalj uñjjattʼäta |
ເປັນຫຍັງປະຊາຊົນຂອງເຮົາຈຶ່ງບໍ່ຍອມຕອບນໍ ເມື່ອເຮົາມາຊ່ວຍກູ້ເອົາພວກເຂົາເຈົ້າ. ເມື່ອເຮົາເອີ້ນຫາ ເປັນຫຍັງພວກເຂົາຈຶ່ງບໍ່ຕອບນໍ? ຫລືວ່າເຮົາອ່ອນແອຫຼາຍທີ່ຈະຊ່ວຍໃຫ້ພົ້ນ? ເຮົາສັ່ງຄຳດຽວເທົ່ານັ້ນ ນໍ້າໃນທະເລກໍແຫ້ງລົງ ແລະແມ່ນໍ້ານັ້ນກໍກາຍເປັນຖິ່ນແຫ້ງແລ້ງ ແລ້ວຝູງປາໃນແມ່ນໍ້ານັ້ນກໍຈະຕາຍໄປ ຍ້ອນນໍ້າໃນລຳທານບໍ່ມີເສຍແລ້ວ.