ແລະລາວໄດ້ເຂົ້າໄປພົບກະສັດອາສາ. ລາວຮ້ອງຂຶ້ນວ່າ, “ຂ້າແດ່ພະຣາຊາ ແລະພວກທ່ານທີ່ເປັນຊາວຢູດາແລະຊາວເບັນຢາມິນເອີຍ ຈົ່ງຟັງຂ້ານ້ອຍເຖີດ ພຣະເຈົ້າຢາເວຈະສະຖິດຢູ່ນຳພວກທ່ານ ຕາບໃດທີ່ພວກທ່ານຢູ່ກັບພຣະອົງ. ຖ້າພວກທ່ານຊອກຫາພຣະອົງ ພຣະອົງກໍຈະໃຫ້ພວກທ່ານໄດ້ພົບພຣະອົງ; ແຕ່ຖ້າພວກທ່ານຫັນໜີຈາກພຣະອົງ ພຣະອົງກໍຈະປະຖິ້ມພວກທ່ານ.