9 ຜູ້ປ້ອງກັນຂ້ອຍຄືອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ແລ້ວຜູ້ໃດແດ່ພິສູດເອົາຄວາມຜິດກັບຂ້ອຍໄດ້? ພວກທີ່ກ່າວຫາຂ້ອຍນັ້ນຈະສູນຫາຍໄປໝົດ ພວກເຂົາຈະສະຫລາຍໄປດັ່ງເຄື່ອງນຸ່ງທີ່ຕົກໂໝະ.
ຂ້າແດ່ພຣະເຈົ້າ ພຣະອົງຈະມາກ່າວຟ້ອງ ກ່າວໂທດໃສ່ຂ້ານ້ອຍແທ້ບໍ? ຖ້າພຣະອົງກ່າວຂ້ານ້ອຍອີຫລີ ຂ້ານ້ອຍກໍຂໍມິດ ແລະຂໍຕາຍເທົ່ານັ້ນ.
ທີ່ສຸດແລ້ວ ຂ້ານ້ອຍກໍຊຸດໂຊມດັ່ງສິ່ງທີ່ເນົ່າເໝັນ ເປັນດັ່ງຜືນຜ້າທີ່ມອດກັດກິນລາມໄປທົ່ວແລ້ວ.
ຟ້າດິນຈະສະຫລາຍແຕ່ພຣະອົງຈະດຳລົງຢູ່ ສິ່ງເຫຼົ່ານີ້ຈະເກົ່າແລະຂາດໄປດັ່ງເຄື່ອງນຸ່ງຫົ່ມ. ພຣະອົງຈະໂຍນມັນຖິ້ມດັ່ງໂຍນເຄື່ອງນຸ່ງອອກໄປ ແລະມັນກໍຈະສູນຫາຍສະຫລາຍໄປສິ້ນ.
ພຣະອົງລົງໂທດແລະຕີສອນມະນຸດຍ້ອນຄວາມຜິດຂອງພວກເຂົາ ມະນຸດກໍຖືກທຳລາຍດັ່ງແມງມັນແມງເມົ່າ ຕາມທີ່ຈິງແລ້ວມວນມະນຸດເຮົາ ກໍເປັນພຽງແຕ່ລົມຫາຍໃຈເທົ່ານັ້ນ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະຖວາຍເຄື່ອງບູຊາຢ່າງຊື່ນໃຈຍິນດີ ຈະໂມທະນາຂອບພຣະຄຸນເພາະພຣະອົງຊົງມີຄຸນຄວາມດີ.
ເພາະເຮົາຢູ່ກັບພວກເຈົ້າ ສະນັ້ນ ຢ່າສູ່ຢ້ານກົວ ຢ່າສູ່ຢ້ານສິ່ງໃດໆ ເຮົາຄືພຣະເຈົ້າຂອງພວກເຈົ້າ ເຮົາຈະຊ່ວຍເຫຼືອໃຫ້ພວກເຈົ້າໄດ້ເຂັ້ມແຂງ ເຮົາຈະປົກປັກຮັກສາຊ່ວຍພວກເຈົ້າໃຫ້ພົ້ນ.
ແຕ່ບໍ່ມີອາວຸດໃດໆທີ່ທຳຮ້າຍເຈົ້າໄດ້ເລີຍ ເຈົ້າຈະມີຄຳຕອບແກ່ທຸກຄົນທີ່ຟ້ອງເຈົ້າ. ເຮົາຈະປ້ອງກັນຜູ້ຮັບໃຊ້ຂອງເຮົາໃຫ້ມີໄຊ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
ຄວາມຮັ່ງມີຂອງພວກເຈົ້າໄດ້ເສື່ອມສູນໄປແລ້ວ ແລະເສື້ອຜ້າຂອງພວກເຈົ້າກໍຖືກມອດກັດເສຍແລ້ວ.