ເອຊາຢາ 50:8 - ພຣະຄຳພີສັກສິ8 ພຣະອົງຜູ້ຕັ້ງຂ້ອຍໄວ້ໃນຄວາມຊອບທຳກໍສະຖິດຢູ່ໃກ້ຊິດຂ້ອຍທຸກເວລາ ແລະຈະພິສູດວ່າຂ້ອຍບໍ່ມີຜິດຫຍັງ. ຜູ້ໃດແດ່ກ້ານຳເລື່ອງກ່າວຟ້ອງຂ້ອຍໄດ້ເດ? ຈົ່ງໄປທີ່ສານຕັດສິນນຳກັນເທາະ ຈົ່ງໃຫ້ພວກເຂົານັ້ນນຳຄຳກ່າວຫາມາເບິ່ງດູ ນຳຄະດີຂອງພວກເຂົາຂຶ້ນມາຟ້ອງເບິ່ງ Uka jalj uñjjattʼäta |
ໃນທຸກໆກໍລະນີ ທີ່ມີການຜິດຖຽງກັນກ່ຽວກັບເລື່ອງຊັບສົມບັດ, ບໍ່ວ່າແມ່ນງົວ, ລໍ, ແກະ, ເຄື່ອງນຸ່ງຫົ່ມ ຫລືສິ່ງຂອງໃດໆທີ່ເສຍໄປ, ຕ້ອງນຳທັງສອງຝ່າຍທີ່ອ້າງວ່າ ຊັບສົມບັດນັ້ນເປັນຂອງຕົນໄປຍັງສະຖານທີ່ນະມັດສະການ. ຜູ້ທີ່ພຣະເຈົ້າໄດ້ບອກວ່າເປັນຝ່າຍຜິດ ຕ້ອງໃຊ້ຄືນໃຫ້ຄູ່ຄວາມເຖິງສອງເທົ່າ.
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.
ແລ້ວຂ້າພະເຈົ້າໄດ້ຍິນສຽງດັງມາຈາກສະຫວັນວ່າ, “ບັດນີ້ຄວາມລອດພົ້ນ ຣິດເດດ ແລະຣາຊອານາຈັກແຫ່ງພຣະເຈົ້າຂອງເຮົາທັງຫລາຍ ກັບທັງຣິດອຳນາດພຣະຄຣິດຂອງພຣະອົງໄດ້ມາເຖິງແລ້ວ ເພາະວ່າຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາ ຕໍ່ພຣະພັກພຣະເຈົ້າຂອງເຮົາ ທັງກາງເວັນແລະກາງຄືນນັ້ນ ກໍໄດ້ຖືກຖິ້ມລົງເສຍແລ້ວ.