Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 50:6 - ພຣະຄຳພີສັກສິ

6 ຂ້ອຍ​ໄດ້​ແບ​ຫລັງ​ໃຫ້​ຜູ້​ທີ່​ຂ້ຽນຕີ​ ຂ້ອຍ​ບໍ່ໄດ້​ຢັບຢັ້ງ​ຄົນ​ທີ່​ດູໝິ່ນ​ນິນທາ​ຂ້ອຍ. ເມື່ອ​ພວກເຂົາ​ກຳ​ໜວດ​ຈັບ​ເຄົາ​ຂ້ອຍ​ດຶງ​ໄປ ກໍ​ປິ່ນໜ້າ​ໂດຍ​ດີ​ໃຫ້​ພວກເຂົາ​ຖົ່ມ​ນໍ້າລາຍ​ໃສ່.

Uka jalj uñjjattʼäta Copia luraña




ເອຊາຢາ 50:6
20 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ໄດ້​ກ່າວ​ປະນາມ​ພວກ​ຜູ້ຊາຍ​ເຫຼົ່ານັ້ນ ໂດຍ​ໄດ້​ສາບແຊ່ງ, ຕົບຕີ ແລະ​ດືງ​ຜົມ​ຂອງ​ພວກເຂົາ. ແລ້ວ​ຂ້າພະເຈົ້າ​ກໍ​ໃຫ້​ພວກເຂົາ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ​ວ່າ ພວກເຂົາ ຫລື​ລູກຫລານ​ຂອງ​ພວກເຂົາ​ຈະ​ແຕ່ງງານ​ກັບ​ຄົນຕ່າງຊາດ​ອີກ​ບໍ່ໄດ້​ຈັກເທື່ອ.


ຄົນ​ເວົ້າ​ຫຍໍ້ຫຍັນ​ຂ້ອຍ​ທັງ​ດູຖູກ​ຖາກຖາງ ລ້ອມ​ຂ້ອຍ​ໄວ້​ທຸກ​ທາງ​ແລະ​ຕົບ​ໜ້າ​ຂ້ອຍ​ດ້ວຍ.


ພວກເຂົາ​ຫັນຫລັງ​ໃສ່​ຂ້ອຍ​ດ້ວຍ​ຄວາມ​ລັງກຽດ​ແກມຊັງ ຫລື​ຢ່າງ​ບໍ່​ລຳຄານ​ເລີຍ ທີ່​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ຂ້ອຍ.


ພວກເຂົາ​ຂີດ​ຫລັງ​ຂອງ​ຂ້ານ້ອຍ​ໃຫ້​ເປັນ​ຮອຍ​ບາດແຜ ໃຫ້​ເປັນ​ດັ່ງ​ຮອຍ​ດິນ​ນາ​ທີ່​ຖືກ​ໄຖ​ແລ້ວ.


ແມ່ນ​ເຫັນ​ແກ່​ພຣະອົງ ຂ້ານ້ອຍ​ຈຶ່ງ​ຖືກ​ໝິ່ນປະໝາດ ແລະ​ຖືກ​ອັບອາຍ​ຂາຍໜ້າ​ດ້ວຍ.


ຂ້ານ້ອຍ​ເປັນ​ດັ່ງ​ຄົນ​ແປກໜ້າ​ຕໍ່​ພີ່ນ້ອງ​ຂອງຕົນ ເປັນ​ດັ່ງ​ຄົນ​ຕ່າງດ້າວ​ຕໍ່​ຄອບຄົວ​ຂອງຕົນເອງ​ດ້ວຍ.


ແຕ່​ຍ້ອນ​ການບາບ​ຂອງ​ພວກເຮົາ​ນັ້ນ​ທ່ານ​ຈຶ່ງ​ໄດ້​ຮັບ​ບາດເຈັບ ຖືກ​ຂ້ຽນ​ຖືກ​ຕີ​ຍ້ອນ​ການ​ຊົ່ວຮ້າຍ​ຂອງ​ພວກເຮົາ. ພວກເຮົາ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ດີ ຍ້ອນ​ໂທດກຳ​ທີ່​ທ່ານ​ຮັບ ດີ​ປົກກະຕິ​ຍ້ອນ​ການ​ຕົບຕີ​ທີ່​ທ່ານ​ຮັບ​ເອົາ.


ທ່ານ​ຖືກ​ທາລຸນ​ໜັກ ແຕ່​ທົນ​ເອົາ​ຢ່າງ​ຖ່ອມໃຈ ທ່ານ​ບໍ່ເຄີຍ​ເອີ່ຍປາກ​ເວົ້າຈາ​ແມ່ນແຕ່​ຄຳດຽວ. ດັ່ງ​ລູກແກະ​ພວມ​ຖືກ​ນຳ​ໄປ​ຂ້າ ດັ່ງ​ແກະ​ທີ່​ຖືກ​ຕັດ​ເອົາ​ຂົນ ຄຳດຽວ​ທ່ານ​ກໍ​ບໍ່ເຄີຍ​ກ່າວອອກ.


ເຖິງ​ວ່າ​ພວກເຮົາ​ຖືກ​ຂ້ຽນ​ແລະ​ຫຍໍ້ຫຍັນ​ກໍຕາມ ກໍ​ຄວນ​ຍອມຮັບ​ເອົາ​ທຸກໆສິ່ງ​ນັ້ນ.


ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ຮວບຮວມ​ກຳລັງ​ຂອງ​ພວກເຈົ້າ​ສາ ພວກເຮົາ​ຖືກ​ປິດລ້ອມ​ແລ້ວ ພວກເຂົາ​ກຳລັງ​ໂຈມຕີ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ.


ພຣະເຈົ້າຢາເວ​ໄດ້ຕອບ​ວ່າ, “ຖ້າ​ພໍ່​ຂອງ​ມີຣີອາມ​ຫາກ​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ນາງ ນາງ​ຈະ​ຕ້ອງ​ໄດ້​ຮັບ​ຄວາມ​ອັບອາຍ​ເປັນ​ເວລາ​ເຈັດ​ວັນ. ສະນັ້ນ ໃຫ້​ນາງ​ອອກ​ໄປ​ຢູ່​ນອກ​ຄ້າຍພັກ​ໜຶ່ງ​ອາທິດ ແລະ​ຫລັງຈາກ​ນັ້ນ​ໃຫ້​ນາງ​ກັບ​ເຂົ້າ​ມາ​ໄດ້.”


ແລ້ວ​ພວກເຂົາ​ກໍ​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ພຣະເຢຊູເຈົ້າ ແລະ​ຕົບຕີ​ພຣະອົງ ສ່ວນ​ພວກ​ທີ່​ຕົບ​ໜ້າ​ພຣະອົງ


ແລ້ວ​ປີລາດ​ກໍ​ປ່ອຍ​ບາຣາບາ​ໃຫ້​ພວກເຂົາ ແລະ​ເມື່ອ​ໃຫ້​ພວກເຂົາ​ຂ້ຽນ​ພຣະເຢຊູເຈົ້າ​ແລ້ວ ເພິ່ນ​ໄດ້​ມອບ​ພຣະອົງ​ໃຫ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ.


ພວກເຂົາ​ໄດ້​ຖົ່ມ​ນໍ້າລາຍ​ໃສ່​ພຣະອົງ ແລະ​ດຶງ​ເອົາ​ໄມ້ອໍ້​ທີ່​ພຣະອົງ​ຖື​ນັ້ນ ມາ​ຕີ​ຫົວ​ຂອງ​ພຣະອົງ.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຢ່າ​ແກ້ແຄ້ນ​ຜູ້​ທີ່​ເຮັດ​ຜິດ​ຕໍ່​ພວກເຈົ້າ ຖ້າ​ຜູ້ໃດ​ຕົບ​ແກ້ມ​ເບື້ອງ​ຂວາ​ຂອງ​ເຈົ້າ ຈົ່ງ​ປິ່ນ​ໃຫ້​ເຂົາ​ຕົບ​ແກ້ມ​ເບື້ອງ​ຊ້າຍ​ດ້ວຍ.


ມີ​ບາງຄົນ​ໃນ​ພວກເຂົາ ໄດ້​ຕັ້ງຕົ້ນ​ຖົ່ມ​ນໍ້າລາຍ​ໃສ່​ພຣະເຢຊູເຈົ້າ ພວກເຂົາ​ເອົາ​ຜ້າ​ມັດ​ຕາ​ພຣະອົງ ແລະ​ທຸບຕີ​ພຣະອົງ ພວກເຂົາ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ທວາຍ​ເບິ່ງດູ​ວ່າ ແມ່ນ​ຜູ້ໃດ​ຕີ​ມຶງ!” ແລ້ວ​ພວກ​ທະຫານ​ຍາມ​ກໍ​ຮັບ​ເອົາ​ພຣະອົງ​ໄປ​ຕົບຕີ ແລະ​ເອົາ​ໄມ້ແສ້​ຂ້ຽນ​ພຣະອົງ.


ພວກເຂົາ​ໃຊ້​ໄມ້ອໍ້​ຕີ​ຫົວ​ພຣະອົງ ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ພຣະອົງ ແລະ​ຄຸເຂົ່າ​ຂາບລົງ​ທຳທ່າ​ຄຳນັບ​ພຣະອົງ.


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ທະຫານ​ຍາມ​ຄົນ​ໜຶ່ງ​ກໍ​ຕົບ​ໜ້າ​ພຣະອົງ ແລະ​ເວົ້າ​ຂຶ້ນ​ວ່າ, “ເຈົ້າ​ກ້າ​ເວົ້າ​ກັບ​ມະຫາ​ປະໂຣຫິດ​ແບບ​ນີ້​ບໍ?”


ຈົ່ງ​ປັກຕາ​ເບິ່ງ​ພຣະເຢຊູເຈົ້າ ຄື​ຜູ້​ບຸກເບີກ​ຄວາມເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພວກເຮົາ​ເຖິງ​ທີ່​ສຳເລັດ. ພຣະອົງ​ໄດ້​ຊົງ​ອົດທົນ​ຕໍ່​ໄມ້ກາງແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່ໜ້າ​ພຣະອົງ ພຣະອົງ​ຊົງ​ຖື​ວ່າ​ຄວາມ​ລະອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳຄັນ ຈຶ່ງ​ໄດ້​ປະທັບ​ລົງ​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka