5 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໃຫ້ຂ້ອຍໄດ້ມີຄວາມເຂົ້າໃຈ ແລະຂ້ອຍກໍບໍ່ໄດ້ກະບົດຫລືຫັນໜີຈາກພຣະອົງ.
ພວກຂ້ານ້ອຍຈະບໍ່ຫັນໜີໄປອີກຈັກເທື່ອ ຂໍຊົງໂຜດໃຫ້ມີຊີວິດຢູ່ແລະຈະໄດ້ຍ້ອງຍໍສັນລະເສີນພຣະອົງ.
ຄົນຕາບອດຈະເຫັນຮຸ່ງເມື່ອເຂົາແນມໄປມາ ຄົນຫູໜວກຈະໄດ້ຍິນເມື່ອເຂົາຟັງຄົນເວົ້າ.
ເຮົາຮູ້ວ່າພວກເຈົ້າບໍ່ເປັນທີ່ໄວ້ວາງໃຈໄດ້ເລີຍ ເປັນຄົນກະບົດຕະຫລອດມາເລື້ອຍໆ. ສະນັ້ນ ພວກເຈົ້າຈຶ່ງບໍ່ໄດ້ຍິນສິ່ງເຫຼົ່ານີ້ເລີຍ ເປັນຫຍັງຖ້ອຍຄຳຈຶ່ງບໍ່ຊອດຫູພວກເຈົ້າ.
ພຣະອົງຍ່າງເລີຍໄປໄກໜ້ອຍໜຶ່ງໝູບໜ້າລົງກັບພື້ນ ແລະພາວັນນາອະທິຖານວ່າ, “ພຣະບິດາເຈົ້າຂອງລູກເອີຍ ຖ້າເປັນໄປໄດ້ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນພົ້ນໄປຈາກລູກທ້ອນ ແຕ່ເຖິງຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມໃຈປາຖະໜາຂອງລູກ ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ.”
ແຕ່ເຮົາໄດ້ເຮັດຕາມທີ່ພຣະບິດາເຈົ້າໄດ້ຊົງບັນຊາ ເພື່ອໂລກຈະໄດ້ຮູ້ວ່າເຮົາຮັກພຣະບິດາເຈົ້າ. ຈົ່ງລຸກຂຶ້ນ ເຮົາທັງຫລາຍພາກັນຈາກທີ່ນີ້ໄປເທາະ.”
ຖ້າພວກເຈົ້າເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ພວກເຈົ້າກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ ເໝືອນດັ່ງເຮົາໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະບິດາເຈົ້າ ແລະຕັ້ງຢູ່ໃນຄວາມຮັກຂອງພຣະອົງ.”
ພຣະອົງຜູ້ທີ່ໄດ້ໃຊ້ເຮົາມາກໍສະຖິດຢູ່ກັບເຮົາ, ພຣະອົງບໍ່ເຄີຍປະປ່ອຍເຮົາໃຫ້ຢູ່ຜູ້ດຽວ ເພາະເຮົາເຮັດຕາມຄວາມປະສົງຂອງພຣະອົງຢູ່ສະເໝີ.”
“ກະສັດອັກຄຼີປາທີ່ນັບຖື ເມື່ອເປັນເຊັ່ນນັ້ນ ຂ້ານ້ອຍບໍ່ໄດ້ຂັດຂືນຕໍ່ນິມິດຈາກສະຫວັນທີ່ມາເຖິງຂ້ານ້ອຍ.
ສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ, ‘ເປັນຄຳຂໍຮ້ອງທີ່ສະຫລາດແທ້.
ແລະເມື່ອຊົງປາກົດພຣະອົງ ໃນສະພາບມະນຸດແລ້ວ ພຣະອົງກໍຊົງຖ່ອມພຣະອົງລົງ. ຍອມເຊື່ອຟັງຈົນເຖິງຄວາມມໍຣະນາ ຄືເຖິງຄວາມມໍຣະນາທີ່ໄມ້ກາງແຂນ.
ເຖິງແມ່ນວ່າ ພຣະອົງຊົງເປັນພຣະບຸດ ກໍຍັງຊົງຮຽນຮູ້ທີ່ຈະນ້ອມຍອມເຊື່ອຟັງ ໂດຍຄວາມທຸກລຳບາກທີ່ພຣະອົງຊົງທົນນັ້ນ.