Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 50:4 - ພຣະຄຳພີສັກສິ

4 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສັ່ງສອນ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ ເພື່ອ​ວ່າ​ຂ້ອຍ​ຈະ​ໄດ້​ຊ່ວຍ​ຜູ້​ທີ່​ອ່ອນແຮງ ໃຫ້​ພວກເຂົາ​ເຂັ້ມແຂງ​ແລະ​ມີ​ແຮງ​ຂຶ້ນ​ໃໝ່. ທຸກໆເຊົ້າ ພຣະອົງ​ໄດ້​ໃຫ້​ຂ້ອຍ​ຫິວກະຫາຍ ຟັງ​ສິ່ງ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຂ້ອຍ.

Uka jalj uñjjattʼäta Copia luraña




ເອຊາຢາ 50:4
31 Jak'a apnaqawi uñst'ayäwi  

ເມື່ອ​ຄົນ​ໜຶ່ງ​ສະດຸດ​ລົ້ມ​ໝົດແຮງ​ແລະ​ເມື່ອຍ​ອ່ອນ, ຄຳ​ບອກສອນ​ຂອງ​ເຈົ້າ​ກໍ​ຊ່ວຍ​ຍູ້​ໃຫ້​ເຂົາ​ຢືນ​ຂຶ້ນ.


ກ່ອນ​ຕາເວັນ​ຂຶ້ນ ຂ້ານ້ອຍ​ກໍ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫຼືອ ຂ້ານ້ອຍ​ຂໍ​ຝາກ​ຄວາມຫວັງ​ໄວ້​ໃນ​ພຣະສັນຍາ​ຂອງ​ພຣະອົງ​ດ້ວຍ.


ທຸກໆເຊົ້າ​ໂຜດ​ເຕືອນ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ​ແລ້ວ. ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ກໍ​ຂຶ້ນ​ໄປຮອດ​ພຣະອົງ ໂຜດ​ຊີ້ທາງ​ແກ່​ຂ້ານ້ອຍ​ເພື່ອ​ກ້າວ​ເດີນ​ໄປ​ດ້ວຍ.


ສະນັ້ນ ຂ້ານ້ອຍ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ນີ້​ແລ້ວ ຂໍ້​ຄຳແນະນຳ​ຂອງ​ພຣະອົງ​ທີ່​ໃຫ້​ແກ່​ຂ້ານ້ອຍ​ກໍ​ມີ​ຢູ່​ໃນ​ກົດບັນຍັດ.


ທ່ານ​ເປັນ​ຜູ້​ງາມເລີດ​ຮູບຮ່າງ​ໄດ້​ສັດສ່ວນ​ດີ ໃນ​ທ່າມກາງ​ຜູ້ຊາຍ​ທັງຫລາຍ​ນັ້ນ ທ່ານ​ເປັນ​ນັກ​ເວົ້າ​ທີ່​ມີ​ໂວຫານ​ດີ ເພາະ​ພຣະເຈົ້າ​ໄດ້​ອວຍພອນ​ທ່ານ​ມາ​ຕະຫລອດ.


ພຣະອົງ​ໄດ້ຍິນ​ສຽງ​ຄຳພາວັນນາ​ອະທິຖານ ຂອງ​ຂ້ານ້ອຍ​ໃນ​ຕອນເຊົ້າ ແລະ​ຄອງຄອຍ​ຖ້າ​ຮັບ​ຄຳຕອບ​ຈາກ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ໃຫ້​ຊ່ວຍເຫຼືອ ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ຢູ່​ທຸກໆເຊົ້າ.


ຄວາມ​ກະວົນ​ກະວາຍ ເຮັດ​ໃຫ້​ຄວາມສຸກ​ກາຍເປັນ​ຄວາມທຸກ, ແຕ່​ຄຳເວົ້າ​ທີ່​ດີ ເຮັດ​ໃຫ້​ມີ​ໃຈ​ຊື່ນບານ.


ຮູ້ຈັກ​ໃຊ້​ຄຳເວົ້າ​ທີ່​ຖືກ​ກາລະ​ເທສະ ພາ​ໃຫ້​ເກີດ​ຄວາມ​ຊົມຊື່ນ​ຍິນດີ.


ຄວາມ​ຄິດ​ເຫັນ​ອັນ​ເດັ່ນຊັດ ກໍ​ເໝືອນດັ່ງ​ກີ້ຄຳ​ທີ່​ປະດັບ​ຢູ່​ໃນ​ເງິນ.


ມັນ​ຈະ​ກະທົບ​ພວກເຈົ້າ​ອີກ​ຫລາຍເທື່ອ ຕອນເຊົ້າ​ແລ້ວ​ຕອນເຊົ້າ​ອີກ. ພວກເຈົ້າ​ຈະ​ຕ້ອງ​ອົດທົນ​ເອົາ​ທັງ​ກາງເວັນ​ແລະ​ກາງຄືນ. ຖ້ອຍຄຳ​ໃໝ່ໆ​ຈາກ​ພຣະເຈົ້າ​ແຕ່ລະ​ເທື່ອ ຈະ​ນຳ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ຢ່າງ​ໃໝ່​ມາ​ໃຫ້


ພວກເຂົາ​ຈົ່ມ​ໃຫ້​ຂ້າພະເຈົ້າ​ວ່າ, “ລາວ​ຄິດ​ວ່າ​ລາວ​ກຳລັງ​ສັ່ງສອນ​ຜູ້ໃດ? ຜູ້ໃດ​ເດ​ນໍ​ຕ້ອງການ​ຄຳສັ່ງສອນ​ຂອງ​ລາວ? ຄຳສັ່ງສອນ​ນັ້ນ​ສຳລັບ​ແອນ້ອຍ​ທີ່​ຫາ​ກໍ​ເຊົາ​ກິນ​ນົມ​ຫລາຍກວ່າ.


ຄົນ​ຕາບອດ​ຈະ​ເຫັນຮຸ່ງ​ເມື່ອ​ເຂົາ​ແນມ​ໄປມາ ຄົນ​ຫູ​ໜວກ​ຈະ​ໄດ້ຍິນ​ເມື່ອ​ເຂົາ​ຟັງ​ຄົນ​ເວົ້າ.


ພຣະອົງ​ເຊີດຊູ​ກຳລັງ​ຜູ້​ທີ່​ອິດເມື່ອຍ​ອ່ອນແຮງ ແລະ​ໃຫ້​ຄວາມ​ເຂັ້ມແຂງ​ແກ່​ຜູ້​ທີ່​ຂາດ​ກຳລັງ.


ຂໍ​ໃຫ້​ທຸກຄົນ​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ເຊື່ອຟັງ​ຄຳສັ່ງສອນ​ຂອງ​ຜູ້ຮັບໃຊ້​ພຣະເຈົ້າ ເຖິງ​ວ່າ​ທາງ​ທີ່​ເດີນ​ໄປ​ນັ້ນ​ມືດມົວ​ກໍ​ຈິງ ແຕ່​ຈົ່ງ​ໄວ້ວາງໃຈ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ ແລະ​ເພິ່ງ​ພຣະເຈົ້າ​ແຫ່ງຕົນ.


ສ່ວນ​ປະຊາຊົນ​ຂອງ​ເຈົ້າ​ເຮົາ​ຈະ​ສັ່ງສອນ​ພວກເຂົາ​ໂດຍ​ພຣະເຈົ້າຢາເວ ຈະ​ໃຫ້​ມີ​ສັນຕິສຸກ​ແລະ​ໃຫ້​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ພວກ​ສາວົກ​ຂອງເຮົາ​ເອີຍ ພວກເຈົ້າ​ຕ້ອງ​ເຝົ້າ​ລະວັງ​ແລະ​ຮັກສາ​ຖ້ອຍຄຳ ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.


ແລ້ວ​ພຣະເຈົ້າຢາເວ​ກໍ​ເດ່​ມື​ອອກ​ແຕະ​ທີ່​ປາກ​ຂອງ​ຂ້າພະເຈົ້າ ແລະ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເບິ່ງດູ ເຮົາ​ກຳລັງ​ເອົາ​ຖ້ອຍຄຳ​ຂອງເຮົາ​ໃສ່​ເຂົ້າ​ໄປ​ໃນ​ປາກ​ຂອງ​ເຈົ້າ​ເພື່ອ​ໃຫ້​ເຈົ້າ​ກ່າວ.


ເຮົາ​ຈະ​ເຮັດ​ໃຫ້​ຜູ້​ທີ່​ອິດເມື່ອຍ​ມີ​ແຮງ​ຂຶ້ນໃໝ່ ແລະ​ໃຫ້​ຜູ້​ທີ່​ອ່ອນແຮງ​ຍ້ອນ​ອຶດຫິວ​ໄດ້​ມີ​ອາຫານ​ການກິນ​ພຽງພໍ.


“ທຸກໆເຊົ້າ​ໃຫ້​ນຳ​ລູກແກະ​ອາຍຸ​ໜຶ່ງ​ປີ ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ເຜົາ​ທັງ​ໂຕ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ. ເຄື່ອງ​ບູຊາ​ເຊັ່ນນີ້​ຈະ​ຕ້ອງ​ຖວາຍ​ທຸກ​ວັນ.


“ບັນດາ​ຜູ້​ທີ່​ເຮັດ​ການ​ໜັກໜ່ວງ​ແລະ​ແບກ​ພາລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ເຊົາເມື່ອຍ.


ເມື່ອ​ກັບ​ໄປ​ເຖິງ​ເມືອງ​ຂອງຕົນ​ແລ້ວ ພຣະອົງ​ໄດ້​ສັ່ງສອນ​ຄົນ​ທັງຫລາຍ​ໃນ​ທຳມະສາລາ​ຂອງ​ພວກເຂົາ ຈົນ​ພວກເຂົາ​ງຶດ​ປະຫລາດ​ໃຈ ແລະ​ຖາມ​ກັນ​ວ່າ, “ຄົນ​ນີ້​ໄດ້​ສະຕິປັນຍາ ແລະ​ເຮັດ​ການ​ອັດສະຈັນ​ນີ້​ມາ​ຈາກ​ໃສ?


ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ສາມາດ​ຕອບ​ພຣະອົງ​ໄດ້ ແລະ​ນັບ​ແຕ່​ວັນ​ນັ້ນ​ມາ ກໍ​ບໍ່ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.


ເພາະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຖ້ອຍຄຳ ແລະ​ສະຕິປັນຍາ ຊຶ່ງ​ພວກ​ຜູ້​ຂັດຂວາງ​ຕໍ່ສູ້​ຈະ​ບໍ່​ສາມາດ​ໂຕ້ຕອບ ຫລື​ໂຕ້ແຍ້ງ​ພວກເຈົ້າ​ໄດ້.


ທຸກຄົນ​ກໍ​ກ່າວ​ຊົມເຊີຍ​ພຣະອົງ ແລະ​ປະທັບ​ໃຈ​ໃນ​ຖ້ອຍຄຳ​ອັນ​ອ່ອນຫວານ ຊຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ໂຢເຊັບ​ບໍ?”


ພວກ​ເຈົ້າໜ້າທີ່​ຕອບ​ວ່າ, “ບໍ່ເຄີຍ​ເຫັນ​ຜູ້ໃດ​ທີ່​ເວົ້າ​ເໝືອນ​ດັ່ງ​ຊາຍ​ຄົນ​ນີ້​ຈັກເທື່ອ.”


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ເປັນ​ຄຳ​ຂໍຮ້ອງ​ທີ່​ສະຫລາດ​ແທ້.


ເຮົາ​ຈະ​ສົ່ງ​ຜູ້ທຳນວາຍ​ຄົນ​ໜຶ່ງ​ເໝືອນ​ເຈົ້າ​ນີ້ແຫລະ ຈາກ​ປະຊາຊົນ​ໃນ​ຊາດ​ຂອງ​ພວກເຂົາ​ເອງ​ມາ​ໃຫ້; ເຮົາ​ຈະ​ບອກ​ລາວ​ໃນ​ສິ່ງ​ທີ່​ຈະ​ກ່າວ ແລະ​ລາວ ຈະ​ບອກ​ປະຊາຊົນ​ທຸກໆ​ສິ່ງ​ຕາມ​ທີ່​ເຮົາ​ສັ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka