Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 50:3 - ພຣະຄຳພີສັກສິ

3 ເຮົາ​ໄດ້​ຫົ່ມ​ຟ້າ​ສະຫວັນ ​ໃຫ້​ມືດມົວ​ສະຫລົວໄປ ດັ່ງ​ເປັນການ​ໄວ້ທຸກ​ໃຫ້​ຄົນ​ທີ່​ຕາຍໄປ​ແລ້ວ.”

Uka jalj uñjjattʼäta Copia luraña




ເອຊາຢາ 50:3
7 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ທົ່ວ​ປະເທດ​ເອຢິບ​ຈະ​ມືດ​ໄປ​ໝົດ.”


ດວງດາວ​ທັງຫລາຍ​ແຫ່ງ​ຟ້າ​ສະຫວັນ​ຈະ​ຢຸດ​ສ່ອງແສງ ດວງອາທິດ​ຈະ​ມືດດຳ​ໄປ ເມື່ອ​ມັນ​ຂຶ້ນ​ສູ່​ຂອບຟ້າ ແລະ​ດວງເດືອນ​ກໍ​ຈະ​ບໍ່​ສ່ອງແຈ້ງ.


ແຕ່​ພວກເຂົາ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ມີ​ແຕ່​ຄວາມ​ເດືອດຮ້ອນ​ແລະ​ຄວາມມືດ​ເທົ່ານັ້ນ ຄື​ຄວາມມືດ​ອັນ​ໜ້າຢ້ານກົວ​ຍິ່ງ ຊຶ່ງ​ພວກເຂົາ​ຕ້ອງ​ພົບ. ພວກເຂົາ​ບໍ່ມີ​ທາງ​ທີ່​ຈະ​ຫລົບ​ໜີ​ຈາກ​ຄວາມ​ເດືອດຮ້ອນ​ອັນ​ນີ້​ໄດ້​ເລີຍ.


ສະນັ້ນ ແຜ່ນດິນ​ໂລກ​ຈຶ່ງ​ຈະ​ໄວ້ທຸກ​ກັນ ແລະ​ໃນ​ຟ້າ​ສະຫວັນ​ທົ່ວໄປ​ກໍ​ຈະ​ມືດມົວ​ໄປສິ້ນ. ເຮົາ​ກ່າວ​ໄປ​ແລ້ວ​ຈະ​ບໍ່ມີ​ການ​ປ່ຽນໃຈ ເມື່ອ​ເຮົາ​ໄດ້​ຕັດສິນໃຈ​ຈະ​ບໍ່ມີ​ການ​ປ່ຽນແປງ​ອີກ.


ຕັ້ງແຕ່​ເວລາ​ທ່ຽງ​ວັນ ທົ່ວ​ແຜ່ນດິນ​ກໍ​ເກີດ​ມືດມົວ​ເປັນ​ເວລາ​ສາມ​ຊົ່ວໂມງ.


ເມື່ອ​ພຣະ​ເມສານ້ອຍ​ແກະ​ຕາປະທັບ​ດວງ​ທີ​ຫົກ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ແຜ່ນດິນ​ຫວັ່ນໄຫວ​ຢ່າງ​ໃຫຍ່​ເກີດຂຶ້ນ, ດວງ​ຕາເວັນ​ມືດ​ດຳ​ເໝືອນ​ເຄື່ອງ​ໄວ້ທຸກ ແລະ​ດວງເດືອນ​ກໍ​ກາຍເປັນ​ສີແດງ​ເໝືອນ​ເລືອດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka