ເອຊາຢາ 50:2 - ພຣະຄຳພີສັກສິ2 ເປັນຫຍັງປະຊາຊົນຂອງເຮົາຈຶ່ງບໍ່ຍອມຕອບນໍ ເມື່ອເຮົາມາຊ່ວຍກູ້ເອົາພວກເຂົາເຈົ້າ. ເມື່ອເຮົາເອີ້ນຫາ ເປັນຫຍັງພວກເຂົາຈຶ່ງບໍ່ຕອບນໍ? ຫລືວ່າເຮົາອ່ອນແອຫຼາຍທີ່ຈະຊ່ວຍໃຫ້ພົ້ນ? ເຮົາສັ່ງຄຳດຽວເທົ່ານັ້ນ ນໍ້າໃນທະເລກໍແຫ້ງລົງ ແລະແມ່ນໍ້ານັ້ນກໍກາຍເປັນຖິ່ນແຫ້ງແລ້ງ ແລ້ວຝູງປາໃນແມ່ນໍ້ານັ້ນກໍຈະຕາຍໄປ ຍ້ອນນໍ້າໃນລຳທານບໍ່ມີເສຍແລ້ວ. Uka jalj uñjjattʼäta |
ບັດນີ້ ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງ ຫລືນຳພາພວກເຈົ້າໄປໃນທາງຜິດຢ່າງນັ້ນເລີຍ. ຢ່າສູ່ເຊື່ອລາວ ບໍ່ມີພະຂອງຊົນຊາດໃດດອກ ທີ່ສາມາດຊ່ວຍປະຊາຊົນຂອງຕົນ ຈາກມືຂອງຂ້ອຍແລະຈາກມືຂອງບັນພະບຸລຸດຂອງຂ້ອຍໄດ້. ສະນັ້ນ ຈຶ່ງແນ່ນອນທີ່ສຸດວ່າ ພຣະເຈົ້າຂອງພວກເຈົ້າກໍຊ່ວຍພວກເຈົ້າໃຫ້ພົ້ນຈາກກຳມືຂອງຂ້ອຍບໍ່ໄດ້ຄືກັນ.”
ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ.
ແຕ່ບັດນີ້ ພໍພວກເຈົ້າໄດ້ຍິນສຽງແກ, ສຽງປີ່, ສຽງພິນໃຫຍ່, ສຽງກະຈັບປີ່, ສຽງພິນນ້ອຍ ແລະສຽງດົນຕຼີອື່ນໆດັງຂຶ້ນ ໃຫ້ພາກັນກົ້ມລົງ ແລະຂາບໄຫວ້ຮູບປັ້ນນັ້ນ. ຖ້າພວກເຈົ້າບໍ່ຂາບໄຫວ້ ພວກເຈົ້າຈະຕ້ອງຖືກໂຍນເຂົ້າເຕົາໄຟອັນຮ້ອນທັນທີ. ພວກເຈົ້າຄິດວ່າ ຈະມີພະອົງໃດຊ່ວຍພວກເຈົ້າໃຫ້ພົ້ນໄດ້ຊັ້ນບໍ?”
ບັດນີ້ ເຮົາຂໍອອກຄຳສັ່ງວ່າ ຖ້າຄົນໃດຄົນໜຶ່ງໃນປະເທດໃດປະເທດໜຶ່ງ, ໃນເຊື້ອຊາດ ຫລືໃນພາສາໃດ ເວົ້າໝິ່ນປະໝາດພຣະເຈົ້າຂອງຊັດຣາກ, ເມຊາກ ແລະອາເບັດເນໂກ; ຄົນນັ້ນກໍຈະຖືກຕັດເປັນຕ່ອນໆ ແລະເຮືອນຂອງລາວກໍຈະຖືກທຳລາຍໃຫ້ເປັນກອງສິ່ງຮົກຮ້າງເພພັງ. ບໍ່ມີພະອື່ນໃດທີ່ສາມາດຊ່ວຍກູ້ເອົາໄດ້ຢ່າງນີ້.”