Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 50:11 - ພຣະຄຳພີສັກສິ

11 ສ່ວນ​ຜູ້​ທີ່​ວາງແຜນ​ຕໍ່ສູ້​ຄົນອື່ນ​ໃນ​ພວກເຈົ້າ​ທຸກຄົນ ກໍ​ຈະ​ຖືກ​ທຳລາຍ​ຍ້ອນ​ແຜນການ​ຂອງ​ພວກເຈົ້າ​ເອງ. ພຣະອົງ​ເອງ​ຈະ​ເຮັດ​ໃຫ້​ສິ່ງນີ້​ເກີດຂຶ້ນ​ມາ ພວກເຈົ້າ​ຈະ​ທົນ​ທຸກຢ່າງ​ເວດທະນາ​ເຫລືອລົ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 50:11
30 Jak'a apnaqawi uñst'ayäwi  

ພວກ​ທີ່​ຊອກ​ພະອື່ນ​ໃຫ້​ເຫັນອົກເຫັນໃຈ ກໍ​ເຮັດ​ໃຫ້​ຕົນເອງ​ທຸກໃຈ​ເທົ່ານັ້ນ. ຂ້ານ້ອຍ​ຈະ​ບໍ່​ຮ່ວມ​ບູຊາ​ເລືອດ​ນຳ​ພວກເຂົາ ຈະ​ບໍ່​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ເຂົາເຈົ້າ.


ຄົນຊົ່ວ​ຕ້ອງ​ທົນທຸກ​ໜັກ ແຕ່​ຜູ້​ທີ່​ວາງໃຈ​ໃນ​ພຣະເຈົ້າຢາເວ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ຈະ​ຄຸ້ມຄອງ​ໄວ້.


ຜູ້​ທີ່​ຫລອກລວງ​ຄົນອື່ນ​ໃຫ້​ຫລົງ​ຜິດ ແລ້ວ​ອ້າງ​ວ່າ​ຕົນ​ເຮັດ​ຢອກ ກໍ​ເທົ່າກັບ​ຄົນບ້າ​ຫລິ້ນ​ອາວຸດ​ອັນຕະລາຍ.


ເປັນຫຍັງ​ຈຶ່ງ​ຈ່າຍ​ເງິນ​ຊື້​ສິ່ງຂອງ​ທີ່​ບໍ່​ແມ່ນ​ເຂົ້າຈີ່. ເປັນຫຍັງ​ຈຶ່ງ​ຈ່າຍ​ໄປ​ແຕ່​ພັດ​ຍັງ​ຢາກ​ຢູ່? ຈົ່ງ​ຕັ້ງໃຈ​ຟັງ​ເຮົາ ແລະ​ກິນ​ອາຫານ​ທີ່​ດີ ແລະ​ຈົ່ງ​ປິຕິ​ຍິນດີ​ໃນ​ອາຫານ​ອັນ​ດີ​ເປັນ​ປະໂຫຍດ​ທີ່ສຸດ.


ແຕ່​ພວກເຂົາ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ມີ​ແຕ່​ຄວາມ​ເດືອດຮ້ອນ​ແລະ​ຄວາມມືດ​ເທົ່ານັ້ນ ຄື​ຄວາມມືດ​ອັນ​ໜ້າຢ້ານກົວ​ຍິ່ງ ຊຶ່ງ​ພວກເຂົາ​ຕ້ອງ​ພົບ. ພວກເຂົາ​ບໍ່ມີ​ທາງ​ທີ່​ຈະ​ຫລົບ​ໜີ​ຈາກ​ຄວາມ​ເດືອດຮ້ອນ​ອັນ​ນີ້​ໄດ້​ເລີຍ.


ຄວາມ​ຊົ່ວຮ້າຍ​ຂອງ​ປະຊາຊົນ​ເຫຼົ່ານີ້​ໄດ້​ລຸກ​ຂຶ້ນ​ເປັນ​ແປວໄຟ ລາມ​ໄປ​ທຳລາຍ​ພຸ່ມໄມ້​ໃຫຍ່​ແລະ​ນ້ອຍ​ຖິ້ມ. ມັນ​ຈະ​ໄໝ້​ລາມ​ເປັນ​ແຖວ​ດັ່ງ​ໄຟ​ໄໝ້​ປ່າ​ທີ່​ມີ​ຄວັນ​ໃຫຍ່​ພຸ່ງ​ຂຶ້ນ.


ພວກເຈົ້າ​ຈະ​ຕ້ອງ​ປ່ອຍປະ ດິນແດນ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ ແລະ​ເຮົາ​ຈະ​ກະທຳ​ໃຫ້​ພວກເຈົ້າ​ໄປ​ຮັບໃຊ້​ເຫຼົ່າ​ສັດຕູ​ຢູ່​ໃນ​ດິນແດນ​ທີ່​ພວກເຈົ້າ​ບໍ່​ຮູ້​ຫຍັງ​ເລີຍ ຍ້ອນ​ຄວາມ​ໂກດຮ້າຍ​ຂອງເຮົາ​ນັ້ນ​ເປັນ​ດັ່ງ​ໄຟ​ທີ່​ຈະ​ໄໝ້​ເຜົາຜານ​ຕະຫລອດໄປ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ບັດນີ້ ຊາວ​ອິດສະຣາເອນ​ທັງໝົດ​ເອີຍ ຈົ່ງ​ປະພຶດ​ຕົນ​ໃຫ້​ເໝາະສົມ​ສາ ຈົ່ງ​ຮັບໃຊ້​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ​ຕໍ່ໄປ ແຕ່​ເຮົາ​ຂໍ​ເຕືອນ​ພວກເຈົ້າ​ວ່າ ຫລັງຈາກ​ນີ້​ແລ້ວ​ພວກເຈົ້າ​ຈະ​ຕ້ອງ​ເຊື່ອຟັງ​ເຮົາ ແລະ​ເຊົາ​ລົບຫລູ່​ນາມ​ອັນ​ສັກສິດ​ຂອງເຮົາ ໂດຍ​ຢຸດ​ຖວາຍບູຊາ​ແກ່​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ.


“ເຮົາ​ໄດ້​ໃຫ້​ພວກເຈົ້າ​ເກີດ​ພະຍາດ​ລະບາດ ດັ່ງ​ເຮົາ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ເອຢິບ​ນັ້ນ. ເຮົາ​ໄດ້​ຂ້າ​ຊາຍໜຸ່ມ​ທັງຫລາຍ​ຂອງ​ພວກເຈົ້າ​ທີ່​ສະໜາມຮົບ ແລະ​ເອົາ​ມ້າ​ເສິກ​ຂອງ​ພວກເຈົ້າ​ໜີໄປ. ເຮົາ​ໄດ້​ໃຫ້​ພວກເຈົ້າ​ດົມ​ກິ່ນ​ເໝັນ​ຊາກສົບ​ຄົນ​ຕາຍ​ຕາມ​ຄ້າຍພັກ​ຕ່າງໆ​ຂອງ​ພວກເຈົ້າ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ເຮົາ​ໄດ້​ສົ່ງ​ລົມຮ້ອນ ມາ​ເຮັດ​ໃຫ້​ເຄື່ອງປູກ​ຂອງ​ພວກເຈົ້າ​ຫ່ຽວແຫ້ງ​ໄປ. ຝູງຕັກແຕນ​ໄດ້​ກິນ​ເຄື່ອງປູກ​ໃນ​ສວນ​ຜັກ ແລະ​ສວນອະງຸ່ນ​ຂອງ​ພວກເຈົ້າ​ໝົດ​ພ້ອມ​ທັງ​ຕົ້ນ​ໝາກເດື່ອ ແລະ​ຕົ້ນ​ໝາກກອກ​ດ້ວຍ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກ​ທີ່​ຂາບໄຫວ້​ຮູບເຄົາຣົບ​ອັນ​ບໍ່ມີ​ປະໂຫຍດ​ຫຍັງ ກໍໄດ້​ປະຖິ້ມ​ຄວາມສັດຊື່​ຕໍ່​ພຣະອົງ​ສາ​ແລ້ວ.


ບັນດາ​ຊົນຊາດ​ທີ່​ພວກເຈົ້າ​ໄດ້​ເຂົ້າ​ຄອບຄອງ​ນັ້ນ ເຮັດ​ວຽກ​ອິດອ່ອນ​ໝົດ​ກຳລັງ​ໂດຍ​ບໍ່ມີ​ປະໂຫຍດ ແລະ​ສິ່ງ​ທັງໝົດ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ​ກໍ​ຖືກ​ໄຟ​ເຜົາຜານ​ກ້ຽງ. ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກະທຳການ​ນີ້.


ແລ້ວ​ກະສັດ​ກໍ​ບອກ​ພວກ​ຜູ້ຮັບໃຊ້​ວ່າ, ‘ຈົ່ງ​ມັດ​ມື​ແລະ​ຕີນ​ຂອງ​ມັນ​ໄວ້ ແລະ​ໂຍນ​ມັນ​ຖິ້ມ​ອອກ​ໄປ​ຂ້າງ​ນອກ​ທີ່​ມືດໆ ໃນ​ທີ່ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບແຂ້ວ​ຄ້ຽວຟັນ.”’


ສ່ວນ​ພວກ​ທີ່​ຄວນ​ຈະ​ໄດ້​ຢູ່​ໃນ​ອານາຈັກ​ນັ້ນ ຈະ​ຖືກ​ໂຍນ​ຖິ້ມ​ອອກ​ຂ້າງ​ນອກ​ຢູ່​ໃນ​ຄວາມມືດ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຄ້ຽວຟັນ”


ດ້ວຍເຫດນີ້ ເຮົາ​ຈຶ່ງ​ບອກ​ເຈົ້າ​ທັງຫລາຍ​ວ່າ, ພວກເຈົ້າ​ຈະ​ຕາຍ​ໃນ​ບາບກຳ​ຂອງ​ພວກເຈົ້າ ເພາະວ່າ​ຖ້າ​ພວກເຈົ້າ​ບໍ່ໄດ້​ເຊື່ອ​ວ່າ ‘ເຮົາ​ເປັນ​ຜູ້​ທີ່​ເຮົາ​ເປັນ’ ພວກເຈົ້າ​ຈະ​ຕາຍ​ໃນ​ບາບກຳ​ຂອງຕົນ.”


ພຣະເຢຊູເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ມາ​ໃນ​ໂລກນີ້​ເພື່ອ​ການ​ຕັດສິນ ເພື່ອ​ວ່າ​ຄົນ​ຕາບອດ​ຈະ​ເຫັນຮຸ່ງ ແລະ​ເພື່ອ​ວ່າ​ຜູ້​ທີ່​ເຫັນຮຸ່ງ​ຈະ​ກາຍເປັນ​ຄົນ​ຕາບອດ.”


ເພາະ​ພວກເຂົາ​ບໍ່ໄດ້​ຮູ້ຈັກ​ຄວາມ​ຊອບທຳ ຊຶ່ງ​ພຣະເຈົ້າ​ປະທານ​ໃຫ້ ແຕ່​ພວກເຂົາ​ໄດ້​ພະຍາຍາມ​ຕັ້ງ​ຄວາມ​ຊອບທຳ​ຂອງ​ພວກເຂົາ​ເອງ​ແທນ, ພວກເຂົາ​ຈຶ່ງ​ບໍ່​ຍອມ​ຢູ່​ໃຕ້​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ.


ລີ້ນ​ກໍ​ເປັນ​ດັ່ງ​ໄຟ ມັນ​ເປັນ​ຄື​ໂລກ​ແຫ່ງ​ຄວາມ​ຊົ່ວຮ້າຍ ທີ່​ຄອບຄອງ​ຢູ່​ໃນ​ຮ່າງກາຍ​ຂອງ​ພວກເຮົາ ແລະ​ເຮັດ​ໃຫ້​ເປື້ອນເປິ​ໄປ​ທົ່ວ​ທັງ​ຮ່າງກາຍ, ມັນ​ເປັນ​ເຊື້ອໄຟ​ທີ່​ເຜົາ​ໄໝ້​ວົງ​ກະແສ​ແຫ່ງ​ຊີວິດ ແລະ​ມັນ​ເອງ​ກໍ​ເປັນ​ໄຟ​ມາ​ຈາກ​ນະຣົກ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


ຖ້າ​ຜູ້ໃດ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ ຜູ້ນັ້ນ​ກໍ​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka