ເອຊາຢາ 50:10 - ພຣະຄຳພີສັກສິ10 ຂໍໃຫ້ທຸກຄົນຈົ່ງຢຳເກງພຣະເຈົ້າຢາເວ ເຊື່ອຟັງຄຳສັ່ງສອນຂອງຜູ້ຮັບໃຊ້ພຣະເຈົ້າ ເຖິງວ່າທາງທີ່ເດີນໄປນັ້ນມືດມົວກໍຈິງ ແຕ່ຈົ່ງໄວ້ວາງໃຈໃນພຣະນາມແຫ່ງພຣະເຈົ້າຢາເວ ແລະເພິ່ງພຣະເຈົ້າແຫ່ງຕົນ. Uka jalj uñjjattʼäta |
ວັນຕໍ່ມາແຕ່ເຊົ້າໆ ປະຊາຊົນໄດ້ອອກໄປຖິ່ນແຫ້ງແລ້ງກັນດານທີ່ເຕກົວ. ກ່ອນພວກເຂົາຈະອອກໄປ ກະສັດເຢໂຮຊາຟັດໄດ້ກ່າວແກ່ພວກເຂົາ ດ້ວຍຖ້ອຍຄຳເຫຼົ່ານີ້: “ນັກຮົບຊາວຢູດາ ແລະຊາວນະຄອນເຢຣູຊາເລັມເອີຍ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ ແລະພວກທ່ານຈະຢືນຢູ່ໄດ້ຢ່າງໝັ້ນຄົງ. ຈົ່ງເຊື່ອໝັ້ນສິ່ງທີ່ຜູ້ທຳນວາຍບອກພວກທ່ານ ແລະພວກທ່ານຈະເຮັດສຳເລັດໜ້າທີ່.”
ກະສັດເນບູກາດເນັດຊາໄດ້ກ່າວວ່າ, “ສັນລະເສີນພຣະເຈົ້າຂອງຊັດຣາກ, ເມຊາກ ແລະອາເບັດເນໂກ ພຣະອົງໄດ້ໃຊ້ເທວະດາຂອງພຣະອົງລົງມາຊ່ວຍກູ້ເອົາຊາຍເຫຼົ່ານີ້ທີ່ຮັບໃຊ້ ແລະໄວ້ວາງໃຈໃນພຣະອົງ. ພວກເຂົາບໍ່ຍອມເຊື່ອຟັງຄຳສັ່ງຂອງເຮົາ ແລະໄດ້ສ່ຽງຊີວິດຂອງພວກຕົນ ແທນທີ່ຈະກົ້ມລົງ ແລະຂາບໄຫວ້ພະອື່ນ ນອກຈາກພຣະເຈົ້າຂອງຕົນເອງ.
ແລ້ວເຊຣຸບບາເບນລູກຊາຍຂອງເຊອານຕີເອນ, ເຢຊູອາລູກຊາຍຂອງໂຢຊາດັກ ມະຫາປະໂຣຫິດ ແລະປະຊາຊົນທັງໝົດ ຜູ້ທີ່ໄດ້ກັບມາຈາກການເປັນຊະເລີຍໃນຕ່າງຖິ່ນ ໃນບາບີໂລນ ກໍເຮັດຕາມພຣະເຈົ້າຢາເວ ພຣະເຈົ້າຂອງພວກຕົນໄດ້ບອກ. ພວກເຂົາຢ້ານກົວພຣະເຈົ້າຢາເວຈຶ່ງເຊື່ອຟັງຜູ້ທຳນວາຍຮັກກາຍ ຜູ້ນຳຂ່າວຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາສົ່ງມາເຖິງເພິ່ນ.