ເອຊາຢາ 50:1 - ພຣະຄຳພີສັກສິ1 ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ. Uka jalj uñjjattʼäta |
ມີແມ່ໝ້າຍຜູ້ໜຶ່ງທີ່ຜົວຂອງນາງຢູ່ໃນກຸ່ມຜູ້ທຳນວາຍໄດ້ໄປຫາເອລີຊາ ແລະຮ້ອງຂໍວ່າ, “ທ່ານເອີຍ ຜົວຂອງຂ້ານ້ອຍຕາຍໄປແລ້ວ ທ່ານກໍຮູ້ວ່າລາວເປັນຄົນຮັບໃຊ້ທີ່ຢຳເກງພຣະເຈົ້າຢາເວ ແຕ່ເຈົ້າໜີ້ໄດ້ມາເອົາລູກຊາຍສອງຄົນຂອງຂ້ານ້ອຍໄປເປັນທາດຮັບໃຊ້ ເພື່ອຈ່າຍຄ່າໜີ້ທີ່ຜົວຂອງຂ້ານ້ອຍຕິດນັ້ນ.”
ພວກເຮົາກໍເປັນພີ່ນ້ອງຊາວຢິວເຊື້ອຊາດດຽວກັນ. ລູກຫລານຂອງພວກເຮົາກໍດີສໍ່າໆກັບລູກຫລານຂອງພວກເຂົາບໍ່ແມ່ນບໍ? ແຕ່ພວກເຮົາຕ້ອງໃຫ້ລູກຫລານເປັນທາດຮັບໃຊ້. ມີລູກສາວຂອງພວກເຮົາບາງຄົນໄດ້ຖືກຂາຍໄປເປັນທາດຮັບໃຊ້ແລ້ວ. ພວກເຮົາຈຶ່ງໝົດຫວັງ ເພາະໄຮ່ນາ ແລະສວນອະງຸ່ນຂອງພວກເຮົາໄດ້ຖືກຢຶດໄປຈົນໝົດ.”