Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 5:8 - ພຣະຄຳພີສັກສິ

8 ວິບັດ​ເປັນ​ຂອງ​ພວກເຈົ້າ​ສາແລ້ວ ພວກເຈົ້າ​ຊື້​ເຮືອນ​ຕື່ມ​ອີກ​ຫລາຍ​ຫລັງ ແລະ​ຊື້​ນາ​ຕື່ມ​ອີກ​ຫລາຍ​ທົ່ງ ເພີ່ມ​ກັບ​ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່. ບໍ່​ດົນ​ກໍ​ຈະ​ບໍ່ມີ​ບ່ອນ​ສຳລັບ​ຄົນອື່ນ​ຢູ່ ແລະ​ແມ່ນ​ພວກເຈົ້າ​ເທົ່ານັ້ນ​ທີ່​ຈະ​ຢູ່​ໃນ​ດິນແດນ.

Uka jalj uñjjattʼäta Copia luraña




ເອຊາຢາ 5:8
14 Jak'a apnaqawi uñst'ayäwi  

ນີ້​ຄື​ຄົນ​ທີ່​ໄດ້​ຢຶດ​ເຮືອນ​ຂອງ​ຜູ້​ທີ່​ໜີໄປ​ຈາກ​ເມືອງ ແຕ່​ເສິກ​ຈະ​ທຳລາຍ​ເມືອງ​ແລະ​ເຮືອນ​ເຫຼົ່ານັ້ນ


ເມື່ອ​ພວກເຂົາ​ກິນ​ເຂົ້າ ກໍ​ບໍ່​ໃຫ້​ເຫຼືອ​ໄວ້​ຈັກຢ່າງ ແຕ່​ບັດນີ້ ຄວາມ​ຮຸ່ງເຮືອງ​ຂອງ​ພວກເຂົາ​ກໍ​ມາ​ສູ່​ຈຸດຈົບ.


ຄົນ​ທີ່​ຫາ​ກຳໄລ​ໃນ​ທາງ​ລັດ ກໍ​ນຳ​ຄວາມ​ລຳບາກ​ມາ​ສູ່​ຄອບຄົວ ຄົນ​ທີ່​ບໍ່​ຮັບ​ສິນຈ້າງ​ລາງວັນ ກໍ​ຈະ​ຊື່ນຊົມ​ຍິນດີ​ກັບ​ຊີວິດ​ອັນ​ຍືນໝັ້ນ.


“ມະນຸດ​ເອີຍ ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ກຳລັງ​ເວົ້າ​ເຖິງ​ເຈົ້າ ແລະ​ເຖິງ​ພີ່ນ້ອງ​ຊາວ​ອິດສະຣາເອນ​ທີ່​ຕົກ​ເປັນ​ຊະເລີຍ​ຢູ່​ຕ່າງຖິ່ນ. ພວກເຂົາ​ເວົ້າ​ວ່າ, ‘ພວກ​ທີ່​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ຢູ່​ໄກ​ຫຼາຍ​ຈຶ່ງ​ນະມັດສະການ​ພຣະເຈົ້າຢາເວ​ບໍ່ໄດ້. ພຣະອົງ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ພວກເຮົາ​ເປັນ​ກຳມະສິດ.’


“ມະນຸດ​ເອີຍ ປະຊາຊົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ບັນດາ​ເມືອງ​ຮົກຮ້າງ​ເພພັງ ຂອງ​ດິນແດນ​ອິດສະຣາເອນ​ກຳລັງ​ເວົ້າ​ວ່າ, ‘ອັບຣາຮາມ​ພຽງ​ຄົນດຽວ ກໍ​ຍັງ​ໄດ້ຮັບ​ດິນແດນ. ພວກເຮົາ​ມີ​ຕັ້ງ​ຫລວງຫລາຍ ສະນັ້ນ ແນ່ນອນ​ດິນແດນ​ຈຶ່ງ​ເປັນ​ຂອງ​ພວກເຮົາ.’


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ອຳໂມນ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ເຮັດ​ເສິກ​ຢຶດເອົາ​ອານາເຂດ​ຂອງ​ຄົນອື່ນ​ຕື່ມ ແລ້ວ​ພວກເຂົາ​ກໍ​ຍັງ​ໄດ້​ແຫກ​ທ້ອງ​ພວກ​ແມ່ມານ​ໃນ​ເມືອງ​ກີເລອາດ.


ຜູ້​ທີ່​ນອນ​ຄິດ​ວາງແຜນ​ເຮັດ​ຊົ່ວ ຈະ​ໄດ້​ຮັບ​ໄພພິບັດ​ຫລາຍ​ສໍ່າໃດ​ນໍ ເມື່ອ​ຮຸ່ງເຊົ້າ​ມາ ພໍ​ໄດ້​ໂອກາດ ພວກເຂົາ​ກໍ​ເຮັດ​ຊົ່ວ​ຕາມ​ທີ່​ໄດ້​ວາງແຜນ​ໄວ້​ນັ້ນ.


ເມື່ອ​ພວກເຂົາ​ຕ້ອງການ​ໄຮ່​ນາ ພວກເຂົາ​ກໍ​ຢຶດເອົາ​ໂລດ ເມື່ອ​ພວກເຂົາ​ຕ້ອງການ​ບ້ານເຮືອນ ພວກເຂົາ​ກໍ​ຢຶດເອົາ​ໂລດ. ບໍ່ມີ​ຄອບຄົວ​ຂອງ​ຄົນໃດ ຫລື​ຊັບສົມບັດ​ຂອງ​ຜູ້ໃດ​ຈະ​ປອດໄພ.


ປະຊາຊົນ​ທີ່​ຖືກ​ຄອບຄອງ​ນັ້ນ ພວກເຂົາ​ຈະ​ປ້ອຍດ່າ​ແລະ​ດູຖູກ​ຢຽບຫຍາມ​ພວກ​ທີ່​ຄອບຄອງ​ພວກຕົນ ແລະ​ສະແດງ​ທ່າທີ​ຫຍໍ້ຫຍັນ​ໃສ່​ພວກເຂົາ​ໂດຍ​ຈະ​ເວົ້າ​ວ່າ, “ພວກສູ​ໄດ້​ເອົາ​ຂອງ​ຜູ້ອື່ນ​ມາ​ເປັນ​ຂອງຕົນ ແຕ່​ເຄາະກຳ​ຈະ​ເປັນ​ຂອງ​ພວກສູ ພວກສູ​ຈະ​ສ້າງຮັ່ງ​ຄູນມີ​ອີກ​ດົນນານ​ປານໃດ ໂດຍ​ບັງຄັບ​ລູກໜີ້​ໃຫ້​ຊຳລະ​ໜີ້ສິນ​ໝົດ?”


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [


Jiwasaru arktasipxañani:

Anuncios ukanaka


Anuncios ukanaka