Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 5:7 - ພຣະຄຳພີສັກສິ

7 ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.

Uka jalj uñjjattʼäta Copia luraña




ເອຊາຢາ 5:7
47 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເລື່ອງ​ອັນ​ໂຫດຮ້າຍ​ເຊັ່ນນີ້? ເລືອດ​ນ້ອງຊາຍ​ຂອງ​ເຈົ້າ​ຟ້ອງຮ້ອງ​ຂຶ້ນ​ມາ​ຫາ​ເຮົາ ດັ່ງ​ສຽງ​ຂໍຮ້ອງ​ແກ້ແຄ້ນ.


ເຮົາ​ໄດ້​ເລືອກ​ເອົາ​ບ່ອນ​ໜຶ່ງ​ໄວ້​ໃຫ້​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ແລະ​ໃຫ້​ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ທີ່ນັ້ນ ຊຶ່ງ​ເປັນ​ບ່ອນ​ທີ່​ພວກເຂົາ​ຈະ​ຢູ່​ຢ່າງ​ບໍ່ມີ​ການ​ກົດຂີ່​ຂົ່ມເຫັງ​ໃດໆ​ທັງສິ້ນ.


ພວກເຂົາ​ບັງຄັບ​ຄົນ​ທຸກໄຮ້ ທີ່​ຮ້ອງຫາ​ພຣະເຈົ້າ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ໄດ້​ຍິນ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ.


ແຕ່​ຄວາມ​ພໍໃຈ​ຂອງ​ພຣະເຈົ້າຢາເວ​ຢູ່​ນຳ​ຜູ້​ທີ່​ຢຳເກງ​ພຣະອົງ ຄື​ຜູ້​ທີ່​ໄວ້ວາງໃຈ​ໃນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ຊື່ນບານ​ໃຈ​ແທ້​ໃນ​ປະຊາຊົນ​ຂອງ​ພຣະອົງ ພຣະອົງ​ໃຫ້ກຽດ​ຜູ້​ທີ່​ຖ່ອມຕົວ​ໂດຍ​ໃຫ້​ເຂົາ​ໄດ້​ໄຊຊະນະ.


ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ເຄືອ​ອະງຸ່ນ​ທີ່​ພຣະອົງ​ຊົງ​ໄດ້​ປູກ​ໄວ້​ໃຫ້​ພົ້ນໄພ ຄື​ເບ້ຍ​ອະງຸ່ນ​ທີ່​ພຣະອົງ​ໄດ້​ໃຫ້​ຈະເລີນ​ໃຫຍ່​ຈົນ​ເຂັ້ມແຂງ​ນັ້ນ.


ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ ຖືກ​ກົດຂີ່​ຢ່າງ​ໃດ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ. ເຮົາ​ໄດ້ຍິນ​ພວກເຂົາ​ຮ້ອງ​ຫາ​ເຮົາ ໃຫ້​ຊ່ວຍກູ້​ພວກເຂົາ​ຈາກ​ບັນດາ​ນາຍຄຸມ​ຂອງ​ພວກເຂົາ. ເຮົາ​ຮູ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ​ທຸກຢ່າງ.


ຜູ້​ທີ່​ບໍ່​ຍອມ​ຟັງ​ຄຳ​ຂໍຮ້ອງ​ຂອງ​ຄົນທຸກ ກໍ​ຈະ​ບໍ່ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ເມື່ອ​ຕົນ​ຮ້ອງຂໍ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ພິຈາລະນາ​ເບິ່ງ​ອີກ ເຖິງ​ຄວາມ​ບໍ່​ຍຸດຕິທຳ​ທັງໝົດ​ທີ່​ເປັນ​ຢູ່ໃຕ້​ດວງຕາເວັນ. ຄົນ​ຖືກ​ຂົ່ມເຫັງ​ກຳລັງ​ເປັນທຸກ​ຮ້ອງໄຫ້ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ລາວ​ເລີຍ. ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ລາວ​ໄດ້ ເພາະ​ອຳນາດ​ນັ້ນ​ຢູ່​ນຳ​ຝ່າຍ​ທີ່​ຂົ່ມເຫັງ​ລາວ.


ນ້ອງ​ນາງ​ຊ່າງ​ງາມແທ້ ນ້ອງ​ນາງ​ຊ່າງ​ງາມຫລາຍ ຄວາມຮັກ​ຂອງ​ນາງ ຊ່າງ​ພາ​ໃຫ້​ຍິນດີ​ຢ່າງ​ເຕັມ​ລົ້ນ.


ຄັ້ງໜຶ່ງ ນະຄອນ​ທີ່​ເຄີຍ​ສັດຊື່ ແຕ່​ບັດນີ້​ກຳລັງ​ປະພຶດ​ຕົນ​ດັ່ງ​ຍິງ​ແມ່ຈ້າງ; ໃນ​ຄັ້ງໜຶ່ງ ນະຄອນ​ນັ້ນ​ເຕັມ​ໄປ​ດ້ວຍ​ຄົນ​ຊອບທຳ ແຕ່​ບັດນີ້​ມີ​ແຕ່​ຄາດຕະກອນ​ທັງນັ້ນ.


ແຕ່​ຫົວ​ເຖິງ​ຕີນ ຄື​ທົ່ວ​ທັງ​ຮ່າງກາຍ​ບໍ່ມີ​ບ່ອນ​ປອດ​ເລີຍ. ຕົນຕົວ​ເຈົ້າ​ເຕັມ​ໄປ​ດ້ວຍ​ຮອຍ​ຟົກຊໍ້າ​ດຳຂຽວ ທັງ​ເປັນ​ບາດແຜ​ແລະ​ເຈັບປວດ. ບາດແຜ​ບໍ່ໄດ້​ລ້າງ​ໃຫ້​ສະອາດ​ແລະ​ບໍ່ໄດ້​ໃຊ້​ຜ້າ​ພັນ​ໄວ້. ບໍ່ມີ​ຢາ​ຊະນິດ​ໃດໆ​ດອກ​ທີ່​ຈະ​ໃສ່​ໃຫ້​ຫາຍດີ​ໄດ້.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ຈະ​ກ່າວ​ເຖິງ​ສວນອະງຸ່ນ​ຂອງ​ພຣະອົງ ທີ່​ໃຫ້​ຄວາມ​ພໍໃຈ​ນັ້ນ​ວ່າ,


ພຣະເຈົ້າຢາເວ​ກຳລັງ​ນຳ​ຄົນ​ເຫຼົ່ານີ້​ມາ​ຕັດສິນ ຄື​ບັນດາ​ເຖົ້າແກ່​ແລະ​ບັນດາ​ຜູ້ນຳ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ກ່າວ​ຟ້ອງ​ດັ່ງນີ້: “ພວກເຈົ້າ​ໄດ້​ປຸ້ນ​ເອົາ​ສວນອະງຸ່ນ ແລະ​ໃນ​ເຮືອນ​ຂອງ​ພວກເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ສິ່ງຂອງ ທີ່​ພວກເຈົ້າ​ໄດ້​ຢຶດເອົາ​ມາ​ຈາກ​ຄົນ​ຍາກຈົນ.


ພວກເຈົ້າ​ບໍ່ມີ​ສິດ​ທີ່​ຈະ​ຢຽບຢໍ່າ​ປະຊາຊົນ​ຂອງເຮົາ ແລະ​ເອົາລັດ​ເອົາປຽບ​ຄົນ​ຍາກຈົນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ພວກເຂົາ ຄື​ເຮົາ​ຈະ​ແຖ​ຫົວ​ພວກເຂົາ​ໃຫ້​ໂຫລ້ນ ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຂົາ​ປາກົດ​ຕົວ​ເປືອຍກາຍ​ຢູ່.”


ແຕ່​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ພວກເຈົ້າ​ບໍ່​ເອົາໃຈໃສ່​ນຳ​ສິ່ງ​ທີ່​ເຮົາ​ບອກ​ແລະ​ເພິ່ງ​ການ​ໃຊ້ກຳລັງ​ແລະ​ການ​ຫລອກລວງ.


ຈົ່ງ​ຟັງ ພວກເຈົ້າ​ປະຊາຊົນ​ທີ່​ດື້ດ້ານ​ເອີຍ ຜູ້ໃດ​ຄິດວ່າ​ຄວາມມີໄຊ​ມັນ​ຢູ່​ໄກ​ເກີນ​ຢື້.


ລາວ​ຂຸດ​ທັງ​ພູນ​ດິນ​ຫລັງຈາກ​ເກັບ​ກ້ອນ​ຫີນ​ອອກ​ໄປ ແລ້ວ​ຈຶ່ງ​ໄດ້​ປູກ​ເບ້ຍ​ພັນ​ອະງຸ່ນ​ດີໆ​ທັງນັ້ນ​ໃສ່. ລາວ​ປຸກ​ຫໍຄອຍ​ຫລັງ​ໜຶ່ງ​ໄວ້​ສຳລັບ​ເຝົ້າ​ສວນອະງຸ່ນ ລາວ​ເຈາະ​ອ່າງ​ຫີນ​ໄວ້​ສຳລັບ​ບີບ​ໝາກອະງຸ່ນ​ດ້ວຍ. ແລ້ວ​ກໍ​ຕັ້ງໃຈ​ລໍ​ຄອຍຖ້າ ຈົນ​ໝາກອະງຸ່ນ​ສຸກງອມ ແຕ່​ໝາກອະງຸ່ນ​ທີ່​ສຸກ​ພັດ​ມີ​ຣົດ​ສົ້ມ​ທັງໝົດ.


ພວກ​ຂ້ານ້ອຍ​ທັງຫລາຍ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ, ປະຖິ້ມ​ພຣະອົງ ແລະ​ບໍ່​ຍອມ​ຕິດຕາມ​ພຣະອົງ. ພວກ​ຂ້ານ້ອຍ​ໄດ້​ກົດຂີ່​ຄົນອື່ນ ແລະ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຄວາມຄິດ​ຂອງ​ພວກ​ຂ້ານ້ອຍ​ຜິດພາດ ແລະ​ຄຳເວົ້າ​ຂອງ​ພວກ​ຂ້ານ້ອຍ​ກໍ​ລ້ວນແຕ່​ເປັນ​ຄຳຕົວະ.


ຄວາມ​ຍຸດຕິທຳ​ຖືກ​ຂັບໄລ່​ໃຫ້​ໜີໄປ ແລະ​ຄວາມ​ຖືກຕ້ອງ​ກໍ​ເຂົ້າ​ມາ​ໃກ້​ບໍ່ໄດ້. ຄວາມຈິງ​ເຕະ​ສະດຸດ​ລົ້ມລົງ​ທີ່​ສີ່​ແຍກ​ກາງ​ເມືອງ ແລະ​ຄວາມສັດຊື່​ກໍ​ບໍ່ມີ​ຢູ່​ໃນ​ທີ່ນັ້ນ.


ພວກເຈົ້າ​ໄປ​ສານ​ແຕ່​ຄວາມ​ຍຸດຕິທຳ​ຈະ​ບໍ່​ຢູ່​ຝ່າຍ​ພວກເຈົ້າ ເພາະ​ພວກເຈົ້າ​ເວົ້າ​ຕົວະ​ເພື່ອ​ເອົາ​ຊະນະ​ຄະດີ. ພວກເຈົ້າ​ໃຊ້​ອຸບາຍ​ເພື່ອ​ທຳຮ້າຍ​ຄົນອື່ນ.


ດັ່ງ​ຊາຍໜຸ່ມ​ທີ່​ໄດ້​ຍິງ​ບໍຣິສຸດ​ເປັນ​ເມຍ​ຂອງຕົນ ພຣະອົງ​ຜູ້​ຫລໍ່ຫລອມ​ເຈົ້າ​ຈະ​ແຕ່ງງານ​ກັບ​ເຈົ້າ. ເຈົ້າບ່າວ​ຊົມຊື່ນ​ຍິນດີ​ນຳ​ເຈົ້າສາວ​ຂອງຕົນ​ສັນໃດ ພຣະເຈົ້າ​ຂອງເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ນຳ​ເຈົ້າ​ສັນນັ້ນ.


ຜູ້​ປົກຄອງ​ຕ່າງດ້າວ​ທຳລາຍ​ສວນອະງຸ່ນ​ຂອງເຮົາ ພວກເຂົາ​ຢຽບຢໍ່າ​ທົ່ງນາ​ຂອງເຮົາ​ລົງ​ສາ​ແລ້ວ; ພວກເຂົາ​ໄດ້​ພາກັນ​ປ່ຽນ​ດິນແດນ​ທີ່​ໜ້າຮັກ​ຂອງເຮົາ ໃຫ້​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ສາ​ແລ້ວ.


ກະຕ່າ​ໜ່ວຍ​ທີ​ໜຶ່ງ​ໄດ້​ບັນຈຸ​ໝາກເດື່ອ​ດີ ຄື​ໝາກ​ທີ່​ໄດ້​ເກັບ​ແຕ່​ຫົວປີ; ກະຕ່າ​ໜ່ວຍ​ທີ​ສອງ​ໄດ້​ບັນຈຸ​ໝາກເດື່ອ​ບໍ່​ດີ ຄື​ກິນ​ບໍ່ໄດ້​ເລີຍ.


ເມື່ອ​ນະຄອນ​ບາບີໂລນ​ຫຼົ້ມຈົມ​ນັ້ນ​ຈະ​ມີ​ສຽງດັງ​ຂຶ້ນ ຈົນ​ແຜ່ນດິນ​ໂລກ​ທັງໝົດ​ສັ່ນສະເທືອນ ແລະ​ສຽງ​ແຕກຕື່ນ​ກໍ​ຈະ​ໄດ້ຍິນ​ໄປ​ຮອດ​ຊົນຊາດ​ທັງຫລາຍ.”


ຄົນ​ຮັ່ງມີ​ສໍ້ໂກງ​ແລະ​ປຸ້ນຈີ້. ພວກເຂົາ​ຂົ່ມເຫັງ​ຄົນ​ຍາກຈົນ​ແລະ​ຕ່າງ​ກໍ​ເອົາລັດ​ເອົາປຽບ​ຄົນ​ຕ່າງດ້າວ.


ປະຊາຊົນ​ອິດສະຣາເອນ​ເປັນ​ດັ່ງ​ເຄືອ​ອະງຸ່ນ​ທີ່​ມີ​ໝາກ​ດົກ. ພວກເຂົາ​ຮັ່ງມີ​ຫລາຍ​ຂຶ້ນ​ເທົ່າໃດ ພວກເຂົາ​ກໍ​ກໍ່ສ້າງ​ແທ່ນບູຊາ​ຫລາຍ​ຂຶ້ນ​ເທົ່ານັ້ນ. ດິນແດນ​ຂອງ​ພວກເຂົາ​ຜະລິດ​ຜົນ​ດີ​ຂຶ້ນ​ເທົ່າໃດ ພວກເຂົາ​ກໍ​ກໍ່ສ້າງ​ເສົາ​ສັກສິດ​ສຳລັບ​ຂາບໄຫວ້​ໃຫ້​ງາມ​ຂຶ້ນ​ເທົ່ານັ້ນ.


ພວກເຈົ້າ​ຄົນຮັ່ງມີ​ຫາ​ຜົນປະໂຫຍດ​ນຳ​ຄົນ​ຍາກຈົນ ແລະ​ພວກເຈົ້າ​ທຸກຄົນ​ລ້ວນແຕ່​ເປັນ​ຄົນ​ຂີ້ຕົວະ.


ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຮົາ​ວ່າ ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ພຣະອົງ​ຕ້ອງການ​ຈາກ​ພວກເຮົາ​ນັ້ນ​ແມ່ນ​ດັ່ງນີ້: ເຮັດ​ສິ່ງ​ທີ່​ຖືກຕ້ອງ, ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ໃຊ້​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຖ່ອມໃຈ.


ເປັນຫຍັງ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ເຫັນ​ຄວາມ​ເດືອດຮ້ອນ​ເຊັ່ນນີ້? ພຣະອົງ​ທົນ​ເບິ່ງ​ການກະທຳ​ອັນ​ຊົ່ວຊ້າ​ເຊັ່ນນີ້​ໄດ້​ຢ່າງໃດ? ການທຳລາຍ ແລະ​ການ​ທາລຸນ​ອ້ອມຮອບ​ຂ້ານ້ອຍ​ຢູ່ ທັງ​ການ​ສູ້ຮົບ​ຕະຫລອດ​ການ​ວິວາດກັນ​ກໍ​ມີ​ຢູ່​ທຸກແຫ່ງ​ທຸກຫົນ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ພວກເຈົ້າ​ໄດ້​ມີໄຊ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ ພຣະອົງ​ຈະ​ເປັນ​ສຸກໃຈ​ຍ້ອນ​ພວກເຈົ້າ​ທັງຫລາຍ ໃນ​ຄວາມຮັກ​ນັ້ນ​ຈະ​ຊົງ​ໃຫ້​ຊີວິດ​ໃໝ່​ແກ່​ພວກເຈົ້າ. ພຣະອົງ​ຈະ​ຂັບຮ້ອງ​ດີໃຈ​ເໜືອ​ພວກເຈົ້າ​ທັງຫລາຍ


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ພວກເຈົ້າ​ແບ່ງ​ຜັກ​ຫອມ​ລາບ, ຜັກຊີ ແລະ​ຂີ້ໝິ້ນ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ເປັນ​ຂອງ​ຖວາຍ ແຕ່​ສ່ວນ​ຂໍ້​ສຳຄັນ​ຂອງ​ກົດບັນຍັດ ຄື​ຄວາມ​ຍຸດຕິທຳ, ຄວາມ​ເມດຕາ, ຄວາມ​ສັດຊື່​ນັ້ນ​ໄດ້​ປະ​ເສຍ ແມ່ນ​ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພວກເຈົ້າ​ຄວນ​ປະຕິບັດ​ຢູ່​ໂດຍ​ບໍ່​ຕ້ອງ​ປະຖິ້ມ​ສິ່ງ​ອື່ນ​ນັ້ນ.


ຝ່າຍ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ​ກາງຄືນ​ນັ້ນ ເຖິງ​ແມ່ນ​ວ່າ ພຣະອົງ​ຈະ​ຊົງ​ຊ້ານານ​ໃນ​ການ​ຂອງ​ພວກເຂົາ​ກໍຕາມ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ບໍ?


ກິ່ງ​ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ ພຣະອົງ​ຊົງ​ລິ​ຖິ້ມ​ເສຍ ແລະ​ກິ່ງ​ທຸກ​ກິ່ງ​ທີ່​ເກີດຜົນ ພຣະອົງ​ຊົງ​ຕອນ ເພື່ອ​ໃຫ້​ເກີດຜົນ​ຫລາຍ​ຂຶ້ນ.


ຢ່າ​ປະຕິເສດ​ໃຫ້​ລາວ​ຢືມ​ໂດຍ​ເຫັນ​ແກ່​ປີ​ແຫ່ງ​ການ​ຍົກໜີ້​ໃກ້​ຈະ​ມາ​ເຖິງ. ຢ່າ​ໃຫ້​ຄວາມ​ຄິດ​ບໍ່​ດີ​ເຊັ່ນນີ້​ມີ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ເລີຍ. ຖ້າ​ພວກເຈົ້າ​ບໍ່​ຍອມ​ໃຫ້​ກູ້ຢືມ ເມື່ອ​ລາວ​ຮ້ອງ​ຫາ​ພຣະເຈົ້າຢາເວ ພວກເຈົ້າ​ກໍ​ຈະ​ເປັນ​ຝ່າຍ​ຜິດ.


ເບິ່ງແມ! ຄ່າຈ້າງ​ຂອງ​ຄົນ​ທີ່​ໄດ້​ກ່ຽວເຂົ້າ​ໃນ​ນາ​ຂອງ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ສໍ້ໂກງ​ໄວ້​ນັ້ນ​ກໍ​ຮ້ອງຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງທຸກ​ຂອງ​ຄົນ​ທີ່​ກ່ຽວເຂົ້າ​ນັ້ນ ກໍໄດ້​ຊົງ​ຊາບ​ແລ້ວ ເຖິງ​ຫູ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka