6 ຂ້ອຍຈະປ່ອຍໃຫ້ຫຍ້າເກີດຂຶ້ນເຕັມໄປທົ່ວ. ຂ້ອຍຈະບໍ່ຕັດແໜງຫລືພວນດິນ; ແຕ່ຈະປ່ອຍໃຫ້ເຄືອແລະກົກໜາມປົ່ງຂຶ້ນຫຸ້ມຫໍ່. ຂ້ອຍຈະບໍ່ໃຫ້ແມ່ນແຕ່ຝົນຕົກລົງມາຮຳສວນນັ້ນເລີຍ.”
ຍັງມີຜູ້ທຳນວາຍຄົນໜຶ່ງຊື່ວ່າເອລີຢາ ໄທເມືອງຕີຊະເບໃນເຂດກີເລອາດໄດ້ບອກກະສັດອາຮາບວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນອົງຊົງພຣະຊົນຢູ່ທີ່ຂ້ານ້ອຍຮັບໃຊ້ຢູ່ນີ້; ໃນສອງຫລືສາມປີຂ້າງໜ້າຈະບໍ່ມີນໍ້າໝອກຫລືນໍ້າຝົນ ຈົນກວ່າຂ້ານ້ອຍຈະສັ່ງໃຫ້ມີ.”
ເມື່ອໃດປະຊາຊົນຂອງພຣະອົງໄດ້ເຮັດບາບຕໍ່ສູ້ພຣະອົງ ແລະພຣະອົງກໍໄດ້ກັກຝົນບໍ່ໃຫ້ຕົກ; ແລະຕໍ່ມາ ເມື່ອພວກເຂົາກັບໃຈຫັນໜ້າມາທາງພຣະວິຫານນີ້ ຖ່ອມຕົວພາວັນນາອະທິຖານຫາພຣະອົງ,
ກໍຂໍໃຫ້ມີຕົ້ນຫຍ້າ ງອກແທນຕົ້ນເຂົ້າບະເລ ຂໍໃຫ້ມີຫຍ້າໜາມ ງອກແທນເຂົ້າເດືອຍເຖີດ.” ຄຳເວົ້າຂອງໂຢບຈົບລົງພຽງເທົ່ານີ້.
ສວນນັ້ນເຕັມໄປດ້ວຍພຸ່ມໜາມ ແລະມີຫຍ້າປົ່ງຂຶ້ນທົ່ວໄປ ກຳແພງຫີນທີ່ອ້ອມຮອບສວນນັ້ນກໍເພພັງລົງ.
ເມືອງຮົກຮ້າງຫັກພັງ ແລະປະຕູເມືອງກໍເພພັງລົງ.
ເມື່ອໃດພວກເຈົ້າປູກຝັງພືດພັນ ພຣະອົງຈະສົ່ງຝົນມາຫລໍ່ລ້ຽງໃຫ້ໃຫຍ່ຂຶ້ນ ພ້ອມຈະໃຫ້ພວກເຈົ້າເກັບກ່ຽວໄດ້ຢ່າງອຸດົມສົມບູນ ແລະຝູງສັດຂອງພວກເຈົ້າກໍຈະມີຫຍ້າກິນຢ່າງອຸດົມສົມບູນ.
ດຽວນີ້ ພວກເຈົ້າຄົງອີ່ມໜຳສຳລານໃຈແລ້ວນໍ ແຕ່ປີໜ້າໃນເວລາດຽວກັນນີ້ ພວກເຈົ້າຈະສິ້ນຫວັງເພາະຈະບໍ່ມີໝາກອະງຸ່ນໃຫ້ພວກເຈົ້າເກັບ.
ປະເທດຂອງເຈົ້າຖືກປະປ່ອຍໃຫ້ຮົກຮ້າງເພພັງ ແຕ່ບັດນີ້ ຈະແຄບເກີນໄປສຳລັບຜູ້ທີ່ກັບມາບ້ານ. ພວກທີ່ໄດ້ປະເຈົ້າໄວ້ໃຫ້ຮົກຮ້າງເພພັງ ກໍຈະຖືກຍົກຍ້າຍອອກໄປໃຫ້ຫ່າງໄກຈາກເຈົ້າ.
ຕົ້ນສົນຈະງອກໃຫຍ່ຂຶ້ນແທນຕົ້ນໜາມ ກົກໄມ້ຫອມຈະເກີດຂຶ້ນແທນກໍໜາມ. ການນີ້ຈະເປັນໝາຍສຳຄັນທີ່ຈະດຳລົງຢູ່ສືບໄປ ຄືເຕືອນເຖິງສິ່ງທີ່ພຣະເຈົ້າຢາເວໄດ້ຊົງກະທຳ.”
ພວກເຂົາຈະມາຢູ່ເຕັມຮ່ອມພູ, ໃນຖໍ້າແລະຕາມໂງ່ນຫີນ, ທັງຈະປົກຄຸມຢູ່ຕາມພຸ່ມໄມ້ແລະທົ່ງຫຍ້າດ້ວຍ.
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າກ່ຽວກັບໄພແຫ້ງແລ້ງວ່າ,
ບໍ່ມີຮູບເຄົາຣົບຂອງຊົນຊາດໃດເຮັດໃຫ້ຝົນຕົກມາ ຟ້າສະຫວັນກໍເຮັດໃຫ້ຝົນຫລັ່ງລິນລົງມາບໍ່ໄດ້; ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ເພາະແມ່ນພຣະອົງທີ່ໄດ້ກະທຳທຸກສິ່ງເຫຼົ່ານີ້.
ດິນແດນທັງໝົດນີ້ຈະຖືກປະປ່ອຍໃຫ້ຮົກຮ້າງເພພັງ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ; ແລະປະເທດໃກ້ຄຽງຈະຮັບໃຊ້ກະສັດແຫ່ງບາບີໂລນເປັນເວລາເຈັດສິບປີ.
ແຕ່ພຣະເຈົ້າຢາເວກ່າວຕໍ່ເຈົ້າວ່າ, ‘ເຮົາກຳລັງດຶງສິ່ງທີ່ເຮົາໄດ້ສ້າງຂຶ້ນນັ້ນລົງ ແລະຫລົກສິ່ງທີ່ເຮົາໄດ້ປູກໄວ້ນັ້ນຖິ້ມ. ເຮົາຈະກະທຳສິ່ງນີ້ແຫຼະ ແກ່ແຜ່ນດິນໂລກທັງໝົດ.
ພຣະອົງໄດ້ທຳລາຍຫໍເຕັນສັກສິດໃຫ້ໝຸ່ນທະລາຍ ຄືເປັນດັ່ງສວນຮ້າງ ພຣະອົງໄດ້ທຳລາຍສະຖານທີ່ນະມັດສະການ ພຣະເຈົ້າຢາເວໄດ້ເຮັດໃຫ້ຊີໂອນລືມເທດສະການສັກສິດແລະວັນຊະບາໂຕ. ພຣະອົງຊົງເຄ່ຍກະສັດແລະປະໂຣຫິດຖິ້ມ ດ້ວຍຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ.
ໃນລັກສະນະດຽວນີ້ແຫຼະ ປະຊາຊົນອິດສະຣາເອນຈະຢູ່ຢ່າງບໍ່ມີກະສັດ ຫລືຜູ້ນຳເປັນເວລານານ ແລະຈະບໍ່ມີເຄື່ອງເຜົາບູຊາ ຫລືຫີນສັກສິດ ບໍ່ມີຮູບເຄົາຣົບຫລືເທວະຮູບ ເພື່ອບອກເຖິງເລື່ອງອະນາຄົດ.
ເມື່ອໄພພິບັດມາເຖິງ ແລະປະຊາຊົນຖືກກະຈັດກະຈາຍໄປ ຊາວເອຢິບຈະທ້ອນໂຮມເອົາພວກເຂົາ ຄືໂຮມເອົາໄປຝັງໄວ້ຢູ່ໃນເມືອງມຳຟິດ ຊັບສົມບັດທີ່ເປັນເຄື່ອງເງິນ ແລະບ່ອນທີ່ຕັ້ງບ້ານເຮືອນຂອງພວກເຂົາ ກໍຈະມີຫຍ້າແລະພຸ່ມໜາມເກີດຂຶ້ນ.
ມັນໄດ້ທຳລາຍເຄືອພົ້ວອະງຸ່ນຂອງພວກເຮົາ ແລະກັດກິນກົກໝາກເດື່ອເທດພວກເຮົາດ້ວຍ. ມັນໄດ້ກັດໄດ້ແຫ້ນເປືອກໄມ້ອອກໝົດ ຈົນກິ່ງກ້ານເປັນສີຂາວຫລ້ອນ.
“ເຮົາບໍ່ໃຫ້ຝົນຕົກຕາມທີ່ເຄື່ອງປູກຂອງຝັງຂອງພວກເຈົ້າຕ້ອງການທີ່ສຸດ. ເຮົາໃຫ້ຝົນຕົກໃສ່ເມືອງໜຶ່ງ, ແຕ່ບໍ່ໃຫ້ຕົກໃສ່ອີກເມືອງໜຶ່ງ. ຝົນຕົກລົງໃສ່ທົ່ງນາແຫ່ງໜຶ່ງ ແຕ່ທົ່ງນາແຫ່ງອື່ນພັດແຫ້ງແລ້ງ.
ພວກເຂົາຈະລົ້ມລົງດ້ວຍຄົມດາບ ແລະຈະຖືກຈັບກວາດໄປເປັນຊະເລີຍໃນທົ່ວທຸກປະເທດ ແລະຄົນບໍ່ນັບຖືພຣະເຈົ້າກໍຈະຢຽບຢໍ່ານະຄອນເຢຣູຊາເລັມ ຈົນກວ່າຈະຄົບກຳນົດເວລາຂອງພວກເຂົາ.”
ໄຮ່ນາຈະແຫ້ງແລ້ງແລະແຂງເປັນດິນດາກປົນເກືອ ຈະປູກສິ່ງໃດໃສ່ດິນນັ້ນກໍບໍ່ໄດ້ ແລະແມ່ນແຕ່ຫຍ້າກໍຈະບໍ່ເກີດຂຶ້ນເລີຍ. ດິນແດນຂອງພວກເຈົ້າຈະເປັນດັ່ງເມືອງໂຊໂດມແລະໂກໂມຣາ ເມືອງອັດມາແລະເຊບົວອິມ ຊຶ່ງພຣະເຈົ້າຢາເວໄດ້ທຳລາຍ ເມື່ອພຣະອົງໄດ້ໂກດຮ້າຍຢ່າງຮຸນແຮງນັ້ນ.
ພະຍານທັງສອງນີ້ ມີສິດອຳນາດທີ່ຈະອັດທ້ອງຟ້າໄວ້ ເພື່ອບໍ່ໃຫ້ຝົນຕົກໃນຂະນະທີ່ພວກເພິ່ນປະກາດພຣະທຳຂອງພຣະເຈົ້າຢູ່ນັ້ນ ພວກເພິ່ນຍັງມີສິດອຳນາດເຮັດໃຫ້ນໍ້າກາຍເປັນເລືອດໄດ້ ທັງມີສິດອຳນາດບັນດານໃຫ້ໄພອັນຕະລາຍທຸກຢ່າງ ທໍລະມານແຜ່ນດິນໂລກໄດ້ທຸກເວລາ ຕາມຄວາມປາຖະໜາ.